ໂຮງງານໝາກເດືອຍສ້າງຜົນ ກະທົບ

0:00 / 0:00

ປັດຈຸບັນ ຊາວບ້ານ ສຸກໄຊ ແລະ ຫ້ວຍແຊງຄໍາ ເມືອງ ປາກແບງ ແຂວງ ອຸດົມໄຊ ໄດ້ຮັບ ຜົນ ກະທົບ ຈາກ ໂຮງງານ ອົບ ໝາກເດືອຍ ຂອງຈີນ ທີ່ປ່ອຍ ຝຸ່ນ ລະອອງ ອອກ ຕາມທໍ່ ປິວ ໄປໃສ່ ເຮືອນ ຂອງ ປະຊາຊົນ ແລະ ປິວລົງ ສູ່ ແມ່ນໍ້າ ຫ້ວຍແຊງ ສົ່ງ ຜົນເຮັດ ໃຫ້ ນໍ້າເສັຽ. ດັ່ງ ຊາວບ້ານ ທີ່ ຖືກ ຜົນ ກະທົບ ເວົ້າວ່າ:

"ນຶ່ງ ລະຢາກໃຫ້ ເຈົ້າຂອງ ໂຮງງານ ເອົາທໍ່ ຣະບາຍ ຝຸ່ນ ລະອອງ ໃຫ້ ມັນລົງຕໍ່າ ໜ້ອຍນຶ່ງ ອັນ ທີສອງ ລະ ເຂົາກໍ່ ກໍາແພງ ຫ້ວຍແຊງ ເວລາ ຝຸ່ນ ແມ່ນຫຍັງ ບໍ່ໃຫ້ ຝຸ່ນ ລະອອງ ມັນ ໄຫລລົງ ມາປ່ອງ ຫ້ວຍແຊງ ຫັ້ນ ມັນ ກະຜົນ ສະທ້ອນ ຫລາຍຢ່າງ ຝຸ່ນ ລະອອງ ຫັ້ນ ປ່ອງມາ ໃສ່ ຫ້ວຍແຊງ ແລ້ວ ເຂົາອາບ (ນໍ້າ) ຄາຍ ບັນຫາ ທີສອງ ເຂົາໂມ ຫັ້ນ ປິວ ມານໍາ ຣົດ".

ຊາວບ້ານ ເວົ້າ ອີກວ່າ ບັນຫາ ໂຮງງານ ສ້າງ ຜົນ ກະທົບ ຕໍ່ຊຸມຊົນ ນັ້ນ ໄດ້ເລີ້ມມາ ຕັ້ງແຕ່ ປີ ທີ່ ຜ່ານມາ ຊຶ່ງ ຝຸ່ນ ລະອອງ ທີ່ ເຂົາເຈົ້າ ປ່ອຍຕາມ ທໍ່ ລະບາຍ ນັ້ນ ໃນແຕ່ ລະມື້ ມັນຫລາຍ ພໍສົມຄວນ ຜ່ານມາ ເຮັດໃຫ້ ຊາວບ້ານ ທີ່ ລົງອາບ ນໍ້າ ຢູ່ ຫ້ວຍແຊງ ເປັນຕຸ່ມ ຄັນ ຕາມໂຕ ແລະ ຊາວບ້ານ ໃຫ້ ຄໍາເຫັນວ່າ ເປັນຍ້ອນ ຝຸ່ນ ທີ່ ໂຮງງານ ໝາກເດືອຍ ປ່ອຍ ລົງໃສ່ ນໍ້າ.

ນອກຈາກ ນີ້ ບັນຫາ ນຶ່ງ ທີີ່ເກີດ ຈາກ ໂຮງງານ ດັ່ງກ່າວ ຄື ບັນຫາ ຂີ້ຝຸ່ນ ຕາມ ເສັ້ນທາງ ເພາະວ່າ ໃນແຕ່ລະ ມື້ ຣົດ ບັນທຸກ ທີ່ ແລ່ນ ໄປມາ ຣະຫ່ວາງ ໂຮງງານ ກັບສວນ ໝາກເດືອຍ ຫລາຍຂຶ້ນ ເຮັດໃຫ້ ເສັ້ນທາງ ເປັນ ຂີ້ຝຸ່ນ ຫລາຍ ແລະ ບັນຫາ ດັ່ງກ່າວ ກໍບໍ່ໄດ້ ຮັບການ ແກ້ໄຂ.

ນັກຂ່າວ ເອເຊັຽ ເສຣີ ພຍາຍາມ ຕິດຕໍ່ ໄປຍັງ ຫ້ອງການ ເມືອງ ປາກແບງ ເພື່ອ ສອບຖາມ ເຈົ້າໜ້າທີ່ ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ ກໍ ຕອບວວ່າ ໄດ້ລົງ ໄປ ສົບທົບ ກັບ ເຈົ້າຂອງ ໂຮງງານ ແລ້ວ ແຕ່ວ່າ ຍັງບໍ່ທັນ ຮູ້ ຣາຍຣະອຽດ ແລະ ປັດຈຸບັນ ໂຮງງານ ກໍາລັງ ກໍ່ ກໍາແພງ ອ້ອມ.