ຊາວບ້ານຈາກເຂື່ອນນ້ຳທາ1 ຍິ່ງ ລຳບາກ

0:00 / 0:00

ປະຊາຊົນທີ່ຖືກຍົກຍ້າຍ ຈາກໂຄງການ ເຂື່ອນນ້ຳທາ1 ຢູ່ບ້ານຫ້ວຍເລົ່າ ເມືອງນາແລ ແຂວງຫຼວງນ້ຳທາ ປະສົບກັບ ຄວາມຫຍຸ້ງຍາກ ກວ່າເກົ່າຫຼາຍ ຍ້ອນວ່າ ໂຄງການບໍ່ໄດ້ ຈັດສັນສຸຂສາລາ ນ້ຳປະປາ ຖະໜົນຫົນທາງ.

ສິ່ງທີ່ປະຊາຊົນໄດ້ຮັບຈາກໂຄງການ ມີພຽງແຕ່ການຍົກຍ້າຍ ແລະເຮືອນຫລັງໃໝ່ເທົ່ານັ້ນ, ດັ່ງປະຊາຊົນ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ:

"ທຸກກວ່າເກົ່າ ທຸກສິບເທົ່າ ນ້ຳໃຊ້ໃນສະໜາມ ນີ້ກໍບໍ່ມີ ໄປຕັກນ້ຳຮູນ້ຳຫ້ວຍ ໄປປະມານ ສິບຊາວນາທີ ນັ້ນແຫຼະ ຈຶ່ງຮອດຍອດຫ້ວຍ ມາກິນນ້ຳປະປາ ທີ່ເຂົາເຮັດ ກໍບໍ່ມີ ບໍ່ອອກ".

ໃນຊ້ວງເດືອນທຳອິດ ທີ່ຍ້າຍມາ ນ້ຳປະປາ ກໍຍັງໃຊ້ໄດ້ຢູ່ ແຕ່ຫລັງຈາກນັ້ນ ກໍບໍ່ສາມາດ ໃຊ້ໄດ້ແລ້ວ ຍ້ອນວ່າ ທໍ່ນ້ຳ ປະປາແຕກ ແລະ ຍັງບໍ່ທັນ ມີການສ້ອມແປງ ເທື່ອ. ເສັ້ນທາງ ບໍ່ມີທໍ່ລະບາຍນ້ຳ ເຮັດໃຫ້ເສັ້ນທາງ ຖືກນ້ຳເຊາະເຈື່ອນ ໃນເວລາຝົນຕົກ, ດັ່ງ ຊາວບ້ານກ່ າວຕໍ່ອີກວ່າ:

"ດຽວນີ້ຍັງບໍ່ສົມບູນເທື່ອ ເສັ້ນທາງທຳການຜລິດ ນີ້ຍັງບໍ່ມີ ມີແຕ່ທາງບົກ ແລະ ຍັງບໍ່ມີທໍ່ເຂົ້າໃສ່ ເວລາຝົນຕົກ ນ້ຳໄຫລມາ ກໍຂາດໝົດ ເສັ້ນທາງ".

ໂຄງການເຂື່ອນໄຟຟ້ານ້ຳທາ1 ຕັ້ງຢູ່ລະຫວ່າງ ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ ສົ່ງຜົນຕໍ່ ປະຊາຊົນ 10 ບ້ານ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ແລະ 27 ບ້ານ ຢູ່ເມືອງນາແລ ແຂວງຫຼວງນ້ຳທາ.

ປັດຈຸບັນ ການຍົກຍ້າຍ ປະຊາຊົນທັງໝົດ 37 ບ້ານ ອອກຈາກພື້ນທີ່ ໂຄງການ ຍັງບໍ່ທັນສຳເຣັດ 100 ເປີເຊັນ ແລະ ຄາດການວ່າ ໃນທ້າຍປີ 2017 ເຂື່ອນດັ່ງກ່າວ ມີແຜນ ທີ່ຈະເລີ້ມທົດລອງ ຜລິດກະແສໄຟຟ້າ. ອີງຕາມຂໍ້ມູນ ຈາກໂຄງການ.