ເຈົ້າໜ້າທີ່ ທຳລາຍ ສວນຝິ່ນ ຢູ່ຫລວງພຣະບາງ 150 ເຮັກຕ້າ

0:00 / 0:00

ໃນ​ຕົ້ນ​ເດືອນ​ກຸມ​ພາ 2022 ທີ່​ຜ່ານ​ມາ, ເຈົ້າ​ໜ້າ​ທີ່ ກອງ​ບັນ​ຊາ​ການ ປກ​ສ ເມືອງ​ໂພນ​ທອງ ແຂວງ​ຫລວງ​ພ​ຣະ​ບາງ ເຂົ້າ​ທຳ​ລາຍ​ສວນ​ຝິ່ນປະ​ມານ 150 ເຮັກ​ຕ້າ ຢູ່ 14 ບ້ານ. ຊາວ​ບ້ານ​ໄດ້​ປູກ​ຝິ່ນ​ຕາມຄຳ​ສັ່ງ​ຊື້ຂອງ​ນາຍ​ທຶນ​ຈາກ ເຂດ​ເສ​ຖ​ກິ​ຈ​ພິ​ເສດສາມ​ຫລ່ຽມ​ຄຳ ເມືອງ​ຕົ້ນ​ເຜິ້ງ ແຂວງບໍ່​ແກ້ວ ໂດຍ ພວກ​ນາຍ​ທຶນ ໄດ້​ເອົາ​ແນວ​ພັນ ມາ​ແຈກ​ຢາຍ​ໃຫ້​ປະ​ຊາ​ຊົນປູກ ແລະ ຫຼັງ​ຈາກ​ເກັບ​ກ່ຽວ​ແລ້ວ ນາຍ​ທຶນ​ຈະ​ມາ​ຮັບ​ຊື້​ຈາກ​ຊາວ​ບ້ານ ໃນ​ລາ​ຄາດີ.

ເຈົ້າ​ໜ້າ​ທີ່ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 17 ກຸມ​ພາ 2022 ວ່າ:

" ເປັນ ​ສິນ​ຄ້າ​ລາ​ຄາ​ແພງ​ຫັ້ນ​ນ່າ ເຂົາ​ລັກ ເຂົາ​ລອບ ກໍ​ຊິ​ມີ​ນາຍ​ໜ້າ ຈຳ​ນວນ​ນຶ່ງ ໄປ​ສົ່ງ ໄປ​ເສີມ ຊຸກ​ຍູ້​ໃຫ້ ອັນ​ນ່າ ພືດ​ພັນ ແກ່ນ​ພັນ ທອງ​ຄຳ​ພຸ້ນ​ແຫຼະ ມາ​ແຕ່​ພຸ້ນ​ແຫຼະ ຄື​ແຕ່ກີ້ ໝາກ​ພື້ນ​ເມືອງ​ຫັ້ນ ມັນ​ຈະ​ບໍ່​ໃຫຍ່ ປານ​ໃດ ມັນ​ຈະ​ເປັນ​ໝາກ​ນ້ອຍເນາະ ບໍ່​ໄດ້​ຢາງ​ຫຼາຍປານ​ໃດ ແລ້ວ ອັນ​ນີ້ນິ ມີ​ນາຍ​ໜ້າ​ນັ້ນ ນຳ​ແກ່ນ​ພັນ​ໂຕນີ້​ມາ ແຕ່​ຕ່າງ​ປະ​ເທດ ມາ​ໃຫ້​ເຂົາ​ເຈົ້າ​ຈຳ​ນວນ​ນຶ່ງ​ປູກ ໝາກ​ຫັ້ນ​ໃຫຍ່ ແລ້ວ​ຈະ​ໄດ້​ນ້ຳ​ຢາງ​ຢາ​ຝິ່ນ​ນັ້ນ​ຫຼາຍ."

ທ່ານ ກ່າວ​ຕື່ມ​ວ່າ ແຕ່​ລະ​ປີ ຊາວ​ບ້ານ​ຢູ່​ເຂດ​ຫ່າງ​ໄກ ຂອງ​ເມືອງ​ໂພນ​ທອງ ຈະ​ລັກ​ລອບ​ປູກ​ຝິ່ນ ແຕ່​ເດືອນ​ກັນ​ຍາ ເປັນ​ຕົ້ນ​ມາ ເນື່ອງ​ຈາກ​ເປັນ​ເດືອນ ຈະ​ໝົດ​ຣະ​ດູ​ຝົນ ໃກ້ຈະ​ເຂົ້າ​ຣະ​ດູ​ໜາວ. ການ​ລັກ​ປູກ​ຝິ່ນ ມີ​ມາ​ດົນ​ແລ້ວ ແລະ ເປັນ​ບັນ​ຫາ​ທີ່​ທ້າ​ທາຍ ທີ່​ເຈົ້າ​ໜ້າ​ທີ່ ຕຳ​ຣວດ ຂັ້ນ​ແຂວງ ຂັ້ນ​ເມືອງ ແລະ ຂັ້ນ​ທອງ​ຖິ່ນ ບໍ່​ສາ​ມາດ​ຊອກ​ຫາ​ບ່ອນ​ປູກ​ຝິ່ນ​ໄດ້ ຍ້ອນ​ວ່າ ເປັນ​ເຂດ​ຫ່າງ​ໄກ​ສອກ​ຫຼີກ ຖ​ນົນ​ເຂົ້າ​ບໍ່​ເຖິງ.

ເຈົ້າ​ໜ້າ​ທີ່ກອງ​ບັນ​ຊາ​ການ ປກ​ສ ແຂວງ​ຫລວງ​ພ​ຣະ​ບາງ ໄດ້​ກ່າວ​ໃນ​ວັນ​ທີ 17 ກຸມ​ພາ ວ່າ:

“ຢູ່​ເຂດ​ຫ່າງ​ໄກແຫຼະ ແຕ່​ວ່າ ບ້ານ​ມັນ​ບໍ່​ໄກ ແຕ່​ວ່າ ພື້ນ​ທີ່ ຊິ​ໄປ​ຫັ້ນ ມັນ​ໄກ ບາງ​ຈຸດ ມັນ​ກໍ​ຮອດ 5-6 ຊົ່ວ​ໂມງ ບາງ​ຈຸດ ກໍ​ເກືອບ​ເປັນ​ມື້. ສິ່ງ​ທ້າ​ທາຍ​ຫຼາຍ ສຳ​ລັບ​ເຈົ້າ​ໜ້າ​ທີ່​ເຮົາ ມັນ​ກໍ​ມີ​ສິ່ງ​ທ້າ​ທາຍ ມີ​ນັກ​ລົງ​ທຶນ ມີຫຍັງ​ເຂົ້າ​ມາ​ນ່າ ມັນ​ກໍ​ຊ່າງ​ຊິ​ວ່າ​ນຳ​ເຂົາ.”

ນອກ​ຈາກນີ້ ຊາວ​ບ້ານ ທີ່​ລັກ​ລອບ​ປູກ​ຝິ່ນນັ້ນ ກໍ​ໄດ້​ພາ​ກັນ​ເອົາ​ຝິ່ນ​ໄປ​ໃຊ້​ປຸງ​ແຕ່​ຢາປິ່ນ​ປົວໃນ​ເວ​ລາ​ເຈັບ​ເປັນ ຕາມ​ທີ່​ໄດ້​ປະ​ຕິ​ບັດ​ກັນ​ມາ ​ໃນ​ເວ​ລາ​ດຽວ​ກັນ ຊາວ​ບ້ານ​ບາງ​ຄົນ ກໍ​ເອົາ​ຝິ່ນ​ທີ່​ປູກ​ນັ້ນ​ອອກ​ໄປ​ຂາຍ ແຕ່ ຖ້າ​ເຈົ້າ​ໜ້າ​ທີ່​ເຫັນ​ສວນ​ຝິ່ນ ກໍ​ຈະ​ທຳ​ລາຍ​ສ່ວນ​ຝິ່ນ​ນັ້ນ​ຖິ້ມ.

ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ປົກ​ຄອງ​ແຂວງ ແຂວງ​ຫລວງ​ພ​ຣະ​ບາງ ກ່າວ​ໃນ​ມື້​ດຽວ​ກັນ​ວ່າ:

“ບາງ​ທີ່​ເຂົາ​ກໍ​ປູກ ແລ້ວ​ກໍ​ເພື່ອ​ຊົມ​ໃຊ້ ເປັນ​ຢາ​ຮັກ​ສາ ເປັນ​ພະ​ບາງພະ​ຍາດ​ແດ່ ແລ້ວ​ເຂົາ​ເຈົ້າ​ກໍ​ຊິ​ຂາຍ​ແຖວ​ບໍ​ລິ​ເວນ​ຫັ້ນ​ແຫຼະ ໂຕນີ້​ກໍ​ບໍ່​ໄດ້​ລະ​ອຽດ ເພາະ​ແຕ່​ລະ​ປີ ເຮົາ​ກໍ​ທຳ​ລາຍ​ໝົດ.”

ທ່ານ ກ່າວ​ຕື່ມ​ວ່າ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ໄດ້​ທຳ​ລາຍ​ສວນ​ຝິ່ນ ແລະ ເຈົ້າ​ໜ້າ​ທີ່ກ່ຽວ​ຂ້ອງ​ກໍ​ໄດ້​ເຮັດ​ບົດ​ບັນ​ທຶກ​ກັບ​ຊາວ​ບ້ານ ບໍ່​ໃຫ້​ຊາວ​ບ້ານ​ປູກ​ອີກ ເຊິ່ງ​ການ​ທຳ​ລາຍ​ສ່ວນ​ຝິ່ນ​ຄັ້ງ​ນີ້ ເຈົ້າ​ໜ້າ​ທີ່ບໍ່​ໄດ້​ເຈັບ​ຊາວ​ບ້ານ ຍ້ອນ​ວ່າ ເປັນ​ການ​ກະ​ທຳ​ເທື່ອ​ທຳ​ອິດ ແຕ່​ຖ້າ​ຫາກ​ເຂົາ​ເຈົ້າ ຍັງ​ສືບ​ຕໍ່​ປູກ​ຝິ່ນອີກ​ຕໍ່​ໄປ ກໍ​ຈະ​ມີ​ການ​ປັບ​ໃໝ​ໃສ່​ໂທດ ຕາມ​ຣະ​ບຽບ​ກົດ​ໝາຍ. ຊາວ​ບ້ານ​ຢູ່ 14 ບ້ານ ທີ່​ລັກ​ປູກ​ຝິ່ນ​ ສ່ວນ​ຫຼາຍ​ມີ​ຖາ​ນະ​ທຸກ​ຍາກ ແລະ ເຂົາ​ເຈົ້າ​ມີ​ອາ​ຊີບ​ເຮັດ​ໄຮ່ ເຮັດ​ນາ ແລະ ລ້ຽງ​ສັດ.

ເຈົ້າ​ໜ້າ​ທີ່​ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ຫລວງ​ພ​ຣະ​ບາງ ໄດ້​ກ່າວ​ໃນ​ມື້​ດຽວ​ກັນ​ວ່າ:

“ເອີ ສ່ວນ​ຫຼາຍ ກໍ​ທຸກ​ຍາກ​ແຫຼະ ກໍ​ປູກ​ຝັງ​ລ້ຽງ​ສັດ ກໍ​ເຮັດ​ໄຮ່ເຮັດ​ນາ ແລ້ວ ກໍ​ລ້ຽງ​ສັດ​ຫັ້ນ​ແຫຼະ ອັນ​ເຮັດ ກໍ​ມີ​ແຕ່​ເຝົ່າ​ມົ້ງ ກັບ ກຶ​ມຸ ກຶ​ມຸ ກໍ​ມີ​ແຕ່ສອງ​ບ້ານ ນອກ​ນັ້ນ ກໍ​ແມ່ນ ບ້ານ ເຜົ່າ​ມົ້ງໝົດ ແຫຼະ ຄອບ​ຄົວ​ໃດ​ນຶ່ງ ທີ່​ມັນ​ຝືນດື້ ໂຕ​ກົດ​ຣະ​ບຽບ​ຫັ້ນ​ແຫຼະ.”

ທີ່​ຜ່ານ​ມາ ຢູ່​ເມືອງ​ນ້ຳ​ບາກ ແຂວງ​ຫລວງ​ພ​ຣະ​ບາງ ກໍ​ມີ​ຊາວ​ບ້ານ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ ປູກ​ຝິ່ນ. ໃນ​ປີ 2021, ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ກໍ​ໄດ້​ຫາ​ນັກ​ລົງ​ທຶນ ມາ​ສົ່ງ​ເສີມ​ໃຫ້​ຊາວ​ບ້ານ ປູກ​ຢາງ​ພາ​ຣາ ແທນ​ທີ່​ຊາວ​ບ້ານຈະ​ໄປປູກ​ຝິ່ນ. ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ກະ​ສິກັມ ແລະ ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ສ​ເນີໂຄງການ ສົ່ງ​ເສີມ​ຊາວ​ບ້ານ 14 ບ້ານ ຢູ່​ເມືອງ​ໂພນ​ທອງ ປູກ​ພືດ​ເປັນ​ສິນ​ຄ້າ.

ເຈົ້າ​ໜ້າ​ທີ່ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ຜູ້​ດຽວ​ກັນ​ນີ້ ກ່າວ​ວ່າ:

“ທາງ​ເມືອງ​ໂພນ​ທອງ ກໍ​ກຳ​ລັງ​ຣະ​ບາດ 2-3 ເດືອນ​ຫຼັງ ເຂົາ​ເຈົ້າ​ກໍ​ມາ ແກ້​ໄຂ ເອົາການ​ຈັດ​ຕັ້ງ ເອົາ​ທະ​ຫານ ຕຳ​ຣວດ ພໍ​ແມ່​ປະ​ຊາ​ຊົນໄປ ທຳ​ລາຍ​ຖິ້ມ​ຫັ້ນ​ນ່າ ກຳ​ລັງ​ອອກດອກ ແຕ່​ວ່າ ພວກ​ເຮົາ ກະ​ສ​ເນີ ໂຄງ​ການ​ໃໝ່​ວ່າ ຈະ​ມີ​ນັກ​ທຸ​ຣະ​ ກິ​ຈທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດນ່າ ມາ​ໃຫ້​ທຶນ​ຊ່ວຍ​ເຫຼືອ ໃຫ້​ປູກ​ພືດ​ທົດ​ແທນ ເພື່ອບໍ່​ໃຫ້​ປະ​ຊາ​ຊົນ ປູກ​ຝິ່ນ​ອີກ ຫັ້ນ​ນ່າ ໂດຍ​ສະ​ເພາະ ລະ​ແມ່ນ​ເຂດ​ພູ​ດອຍ ຫ່າງ​ໄກສອກ​ຫຼີກ.”

​ຣັ​ຖບານ​ລາວ​ ໄດ້​ຊຸກ​ຍູ້ ໃຫ້​ຊາວ​ບ້ານ ປູກພືດ​ທົດ​ແທນ ເລີ່ມ​ແຕ່​ປີ 2016 ທາງ​ການ​ລາວ ກໍ​ໄດ້​ເປີດ​ໂອ​ກາດ ໃຫ້​ບໍ​ຣິ​ສັດ​ເອກ​ຊົນ 37 ບໍ​ຣິ​ສັດ ເຂົ້າ​ມາ​ສົ່ງ​ເສີມຊາວ​ບ້ານ​ປູ​ກ​ພືດ ແລະ ລ້ຽງ​ສັດ ທົດ​ແທນ​ການ​ປູກ​ຝິ່ນໃນ 5 ແຂວງ ພາກ​ເໜືອ ສ່ວນ​ຫຼາຍ​ເປັນ​ຢາງ​ພາ​ຣາ ແລະ ກາ​ແຟ. ປັດ​ຈຸ​ບັນ, ມີ​ຊາວ​ບ້ານ 30,000 ຄອບ​ຄົວ ໃນ 25 ເມືອງ ຢູ່ ແຂວງ​ຜົ້ງ​ສາ​ລີ ແຂວງບໍ່​ແກ້ວ ແຂວງ​ຫລວງ​ນ້ຳ​ທາ ແລະ ຫລວງ​ພ​ຣະ​ບາງ ເຂົ້າ​ຮ່ວມ ໂຄງ​ການ​ປູກ​ພືດ​ທົດ​ແທນ​.

ໃນ​ປີ 2015, ສຳ​ນັກ​ງານປ້ອງ​ກັນ​ຢາ​ເສບ​ຕິດ ແລະ ປາບ​ປາມອ​າ​ສ​ຍາ​ກັມ ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຫຼື UNODC ໄດ້​ຣາຍ​ງານ ກ່ຽວ​ກັບກັບ​ການ​ສໍ​າ​ຣວດ ຝິ່ນ​ໃນ​ເຂດເອ​ເຊັຽອາ​ເວັນ​ອອກ​ສ່ຽງ​ໃຕ້ ວ່າ ປະ​ເທດ​ລາວ ມີ​ເນື້ອ​ທີ່​ປູກ​ຝິ່ນ 5,700 ເຮັກ​ຕ້າ ໃນ​ນັ້ນປະ​ມານ 3,000 ເຮັກ​ຕ້າ ປູກ​ຢູ່​ແຂວງ​ຜົ້ງ​ສາ​ລີ.