ສາຍໄຟ ທາງຣົດໄຟລາວ-ຈີນ ຖືກລັກຕັດບາງຈຸດ

ພູວົງສ໌
2021.10.26
ສາຍໄຟ ທາງຣົດໄຟລາວ-ຈີນ ຖືກລັກຕັດບາງຈຸດ ໂຄງຂ່າຍຕາໜ່າງໄຟຟ້າ ທີ່ຂັບເຄື່ອນ ຣົດໄຟລາວ-ຈີນ ຢູ່ສະຖານີ ຣົດໄຟລາວ-ຈີນ ທີ່ຂະບວນຣົດໄຟ "ລ້ານຊ້າງ" ຈອດຢູ່ ໃນນະຄອນຫຼວງວຽງຈັນ. ຖ່າຍຮູບເມື່ອ: ເດືອນຕຸລາ 2021. ໂດຍ: (TS)
RFA

ເຫຼືອເວລາປະມານ 1 ເດືອນປາຍເທົ່ານັ້ນ ທີ່ໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ ຈະມີພິທີເປີດນຳໃຊ້ ຢ່າງເປັນທາງການ, ແຕ່ວຽກງານການຄຸ້ມຄອງ ດ້ານຄວາມປອດພັຍ ຕາມແລວທາງຣົດໄຟລາວ-ຈີນ ໄລຍະທາງປະມານ 422 ກິໂລແມັຕ ຍັງມີສິ່ງທ້າທາຍ ແລະ ເກີດບັນຫາ ທີ່ຕ້ອງໄດ້ຮັບການແກ້ໄຂຢູ່ ຍ້ອນຍັງມີກຸ່ມຄົນບໍ່ດີ ໄປລັກຕັດສາຍຍໄຟຟ້າ ຕາມແລວທາງຣົດໄຟລາວ-ຈີນ ໃນບາງເຂດ.

ຫຼ້າສຸດນີ້, ເມື່ອວັນທີ 23 ຕຸລາ ທີ່ຜ່ານມາ ກໍເກີດເຫດຄົນບໍ່ດີ ໄດ້ລັກຕັດສາຍໄຟຟ້າ ຕາມແລວທາງຣົດໄຟລາວ-ຈີນ ຈຳນວນ 8 ຈຸດ ໃນໄລຍະ 350 ແມັຕ ຢູ່ເຂດເມືອງໄຊ ແຂວງອຸດົມໄຊ, ເຊິ່ງນັບເປັນເທື່ອທີ 5 ທີ່ມີການຕັດສາຍໄຟຟ້າ ຢູ່ຈຸດດັ່ງກ່າວ, ໂດຍປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ແຂວງອຸດົມໄຊ ກຳລັງຕິດຕາມ ຫາໂຕຜູ້ກໍ່ເຫດຢູ່. ໃນເບື້ອງຕົ້ນ, ຄາດວ່າ ເປັນການລັກຕັດສາຍໄຟຟ້າ ເພື່ອນຳໄປຂາຍ. ດັ່ງເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ຕຸລາ ນີ້ວ່າ:

“ຕາມນັ້ນ ກະເບິ່ງແຫຼ່ງຂ່າວຫັ້ນ ກະຄືຊິແມ່ນເຂົາລັກຕັດສາຍໄຟຫັ້ນແຫຼະ ເຂົາຍັງລົງໄປສັນລະສູດ ສະຖານທີ່ເກີດເຫດ.”

ທ່ານກ່າວຕື່ມວ່າ ສຳລັບໂຕຜູ້ກໍ່ເຫດດັ່ງກ່າວນັ້ນ, ຍັງບໍ່ສາມາດລະບຸໄດ້ວ່າ ມີຈັກຄົນ ແລະ ເປັນຊາວບ້ານ ໃນພື້ນທີ່ ຫຼືບໍ່, ເຊິ່ງຫາກສາມາດຈັບໂຕໄດ້ ກໍຈະມີການຖແລງຂ່າວ ໃຫ້ແກ່ສື່ມວນຊົນ ໄດ້ຮັບຊາບ ພ້ອມກັບນຳໂຕຜູ້ກໍ່ເຫດ ໄປດຳເນີນຄະດີ ຕາມກົດໝາຍຕໍ່ໄປ.

ກ່ຽວກັບເຣື່ອງນີ້, ຊາວບ້ານຢູ່ແຂວງອຸດົມໄຊ ທ່ານນຶ່ງ ເຊື່ອວ່າ ກຸ່ມຄົນບໍ່ດີ ທີ່ລັກຕັດສາຍໄຟຟ້າ ຕາມແລວທາງຣົດໄຟລາວ-ຈີນ ມີຄວາມເປັນໄປໄດ້ວ່າ ແມ່ນກຸ່ມຜູ້ຕິດຢາເສບຕິດ ທີ່ພະຍາຍາມ ລັກຕັດເອົາສາຍໄຟຟ້າ ເພື່ອເອົາໄປຂາຍ ຫາເງິນໄປຊື້ຢາມ້າ ເຖິງແມ່ນວ່າ ຈະຂາຍໄດ້ລາຄາ ບໍ່ຫຼາຍກໍຕາມ.

“ໂອ, ຄັນເອົາໄປຂາຍຫັ້ນ ມັນກະບໍ່ໄດ້ເທົ່າໃດ ພວກທີ່ກິນຢາ ມັກເຮັດແນວນີ້ນ່າ. ໄດ້ 10 ພັນ 20 ພັນ ໄດ້ເມັດນຶ່ງ ສອງເມັດ ມັນກະເອົາ. ເບິ່ງກໍຮູ້ແຫຼະວ່າ ອັນຕະລາຍ, ແຕ່ວ່າພວກນີ້ ມີບັນຫາຢູ່ ບາງເທື່ອມັນບໍ່ຮູ້ອັນຕະລາຍເຖິງຫຍັງເດ້.”

ທ່ານກ່າວອີກວ່າ ບັນຫາດັ່ງກ່າວ ຈະສົ່ງຜົລ ຕໍ່ການເດີນຣົດ ຂອງຂະບວນຣົດໄຟລາວ-ຈີນ ໃນອະນາຄົດ ຖ້າຫາກພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດຄຸ້ມຄອງ ຮັກສາຄວາມປອດພັຍໄດ້ 100% ແລະ ຢ້ານວ່າ ຈະເກີດອັນຕະລາຍ ຕໍ່ການຂົນສົ່ງ-ໂດຍສານ ແລະ ມີໂອກາດເກີດອຸບັດຕິເຫດ ແລະ ຄວາມສູນເສັຽໄດ້. ດັ່ງນັ້ນ, ຈຶ່ງຢາກໃຫ້ມີການເຂັ້ມງວດ ຮັກສາຄວາມປອດພັຍ ຕາມແລວທາງຣົດໄຟລາວ-ຈີນ ໃຫ້ຫຼາຍກວ່ານີ້, ຢ່າງໜ້ອຍກໍໃຫ້ມີເຈົ້າໜ້າທີ່ ຮັກສາຄວາມປອດພັຍ 3 ຫາ 4 ຄົນ ຕໍ່ທາງຣົດໄຟ 1 ກິໂລແມັຕ.

ໃນຂະນະທີ່ຊາວບ້ານ ທີ່ຢູ່ບ່ອນໃກ້ຄຽງ ກັບຈຸດທີ່ມີການລັກຕັດສາຍໄຟຟ້າ ຕາມແລວທາງຣົດໄຟລາວ-ຈີນ ທີ່ຂໍສງວນຊື່ ແລະ ສຽງ ທ່ານນຶ່ງ ກ່າວວ່າ: “ລາວເອງ ກໍໄດ້ຍິນຂ່າວວ່າ ເຈົ້າໜ້າທີ່ຕຳຣວດ ກຳລັງຊອກຫາໂຕຜູ້ກໍ່ເຫດດັ່ງກ່າວຢູ່, ເຊິ່ງຕາມການຄາດຄະເນ ໃນເບື້ອງຕົ້ນ ເຊື່ອວ່າ ຜູ້ກໍ່ເຫດ ມີຈຸດປະສົງ ລັກຕັດສາຍໄຟຟ້າ ເພື່ອນຳໄປຂາຍ ຍ້ອນຢູ່ໃນເຂດເມືອງໄຊ ຍັງມີຜູ້ຕິດຢາເສບຕິດ ຈຳນວນຫຼາຍ ທີ່ຢາກລັກເຄື່ອງຂອງ ເພື່ອຫາເງິນໄປຊື້ຢາມ້າ.”

ພາຍຫຼັງເກີດເຫດການດັ່ງກ່າວ ຊາວບ້ານກໍເຫັນ ເຈົ້າໜ້າທີ່ທະຫານ ໄດ້ອອກລາດຕະເວນ ຕາມແລວທາງຣົດໄຟລາວ-ຈີນ ໃນເຂດຕ່າງໆ ເພື່ອຮັກສາຄວາມປອດພັຍ ແລະ ປ້ອງກັນກຸ່ມຄົນບໍ່ດີ ກໍ່ເຫດລັກຕັດສາຍໄຟຟ້າຕື່ມອີກ.

“ເອີ່, ດຽວນີ້ເຂົາເອົາພວກທະຫານ ໄປຍາມແຕ່ລະຈຸດ, ແຕ່ລະຈຸດ, ເຂົາວາງທະຫານ ຍາມໝົດແລ້ວດຽວນີ້. ກະມີຄົນລັກຕັດ ເຂົາກະວ່າ ເຂົາກະຈົ່ມ ໄປແປງແລ້ວ ກະມີຄົນໄປລັກຕັດ ດຽວນີ້ເຂົາກະເອົາທະຫານ ໄປເຝົ້າຢູ່ປາກອຸໂມງ ໝົດແລ້ວເດ້.”

ຂະນະດຽວກັນ, ກໍມີຜູ້ຕັ້ງຂໍ້ສົງໄສວ່າ (ເປັນການຕັ້ງຂໍ້ສົງໄສ ຂອງຊາວບ້ານ) ເຫດການລັກຕັດສາຍໄຟຟ້າດັ່ງກ່າວ ມີຄວາມເປັນໄປໄດ້ວ່າ ຜູ້ກໍ່ເຫດ ແມ່ນຊາວບ້ານຈຳນວນນຶ່ງ ທີ່ບໍ່ພໍໃຈ ຫຼືເຄີຍເສັຽຜົລປໂຍດ ຈາກໂຄງການກໍ່ສ້າງ  ທາງຣົດໄຟລາວ-ຈີນ ຈຶ່ງກໍ່ເຫດດັ່ງກ່າວ ເພື່ອເປັນການຕອບໂຕ້. ດັ່ງຊາວບ້ານ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ:

“ບາງເທື່ອເຂົາເສັຽຜົລປໂຍດ ຈາກດິນເຂົາບໍ່ ຊີ້ແມ່ນເບາະ. ບາງທີເຂົາກະອາຈໄປວາງແຜນ ເຮັດແນວບໍ່ດີ ໃຫ້ຣົດໄຟ ມັນມີບັນຫານ່າ ໃຫ້ຄົນຢ້ານ ໃຫ້ຄົນສັນຈອນບໍ່ສະດວກ ມັນນຕ້ອງມີ ໂຕນີ້ນ່າ. ບັນຫາມັນຈະເກີດຢູ່ສເມີດອກ ເບື້ອງຕົ້ນ. ແຕ່ວ່າ ຄັນຕໍ່ໄປປັບປຸງໄດ້, ຫັ້ນນ່າ, ມັນກະໜ້າຈະລົງຕົວ.”

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງບໍຣິສັດ ທາງຣົດໄຟລາວ-ຈີນ ຈຳກັດ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ກ່ຽວກັບການປ້ອງກັນ ບັນຫາດັ່ງກ່າວ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສັມພາດ.

ກ່ອນໜ້ານີ້, ໃນວັນທີ 17 ຕຸລາ ທີ່ຜ່ານມາ ກໍໄດ້ເກີດເຫດ ຊາວບ້ານຄົນນຶ່ງ ອາຍຸ 27 ປີ ເສັຽຊີວິຕຢູ່ເຂດເສັ້ນທາງຣົດໄຟລາວ-ຈີນ ບໍຣິເວນບ້ານແຈ້ງສະຫວ່າງ ຫາບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຍ້ອນພະຍາຍາມ ລັກຕັດສາຍໄຟຟ້າ ໃນຂອບເຂດດັ່ງກ່າວ, ແຕ່ໂຊກຮ້າຍ ຖືກໄຟຟ້າຊ໋ອດ ເສັຽຊີວິຕຄາທີ່. ສັນນິຖານວ່າ ຜູ້ເສັຽຊີວິຕ ມີຄວາມພະຍາຍາມ ທີ່ຈະລັກຕັດສາຍໄຟຟ້າ ເພື່ອນຳໄປຂາຍ ແລະ ເມື່ອປີ 2020 ກໍເຄີຍເກີດເຫດ ຄົນບໍ່ດີຈຳນວນນຶ່ງ ລັກຖອດເຫຼັກ ຣາງຣົດໄຟລາວ-ຈີນ ຢູ່ແຂວງຫຼວງພຣະບາງ ເພື່ອນຳໄປຂາຍ ເຊັ່ນດຽວກັນ.

ຢ່າງໃດກໍຕາມ, ອີງຕາມກົດໝາຍອາຍາລາວ ມາຕຣາ 156 ລະບຸວ່າ ບຸກຄົນໃດ ຫາກມີການກະທຳ ທີ່ລະເມີດກົດລະບຽບ ຫຼືເປັນອັນຕະລາຍ ຕໍ່ຄວາມປອດພັຍ ຂອງເຮືອ, ເຮືອບິນ, ກຳປັ່ນ, ຣົດໄຟ, ຣັຖ, ສນາມບິນ, ທ່າກຳປັ່ນ, ສະຖານີຣົດໄຟ, ຫຼືສະຖານີຣົດ, ເຊິ່ງໄດ້ສ້າງຄວາມເສັຽຫາຍຫຼາຍ ຈະຖືກລົງໂທດຈຳຄຸກ ແຕ່ 5 ປີ ຫາ 10 ປີ ແລະ ປັບໃໝແຕ່ 5 ລ້ານກີບ ຫາ 20 ລ້ານກີບ ແລະ ໃນກໍຣະນີສ້າງຄວາມເສັຽຫາຍ ຢ່າງຫຼວງຫຼາຍ ຈະຖືກລົງໂທດຈຳຄຸກ ແຕ່ 10 ປີ ຫາຕລອດຊີວິຕ ແລະ ປັບໃໝ ແຕ່ 15 ລ້ານກີບ ຫາ 150 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.