ເຈົ້າໜ້າທີ່ ຊັພຍາກອນ ທັມມະຊາດ ແລະ ສິ່ງ ແວດລ້ອມ ເວົ້າວ່າ ບັນຫາ ການ ບຸກລຸກ ເນື້ອທີ່ ປ່າສງວນ ແຫ່ງຊາດ ເພື່ອ ຜົລປໂຍດ ສ່ວນຕົວ ຕ້ອງໄດ້ ແກ້ໄຂ ແລະ ປາບປາມ. ທ່ານວ່າ ໃນ ປັດຈຸບັນ ທາງການ ລາວ ກຳລັງ ທົບທວນ ກ່ຽວກັບ ເຫດການ ດັ່ງກ່າວ ຢູ່ ເພື່ອ ວາງແຜນ ແກ້ໄຂ ໃນ ອະນາຄົດ ເພາະ ບັນຫານີ້ ເຮັດໃຫ້ ປ່າໄມ້ ຖືກ ທຳລາຍ ມາຕລອດ ແລະ ສົ່ງ ຜົລກະທົບ ຕໍ່ການ ພັທນາ ປະເທດ ຊາດ. ດັ່ງ ທ່ານ ກ່າວວ່າ:
"ມັນກະ ແນ່ນອນ ວ່າ ຢູ່ທ້ອງຖິ່ນ ມັນກະຕ້ອງ ມີການ ອາສັຍ ຊຶ່ງກັນ ແລະກັນ ຢູ່ ຣະຫວ່າງ ທັມມະຊາດ ກັບຄົນ ຫັ້ນນ໋າ ເຮົາ ປາສຈາກ ບໍ່ໄດ້ ສນັ້ນ ມັນຕ້ອງໄດ້ ເບິ່ງວ່າ ເງື່ອນໄຂ ຂອງ ທັມມະຊາດ ບ້ານເຮົາ ນີ້ ມັນຍັງ ຄ້າງຄາ ຢູ່ ຈຸດໃດ ຕໍ່ການ ພັທນາ ຫັ້ນເນາະ ພວກເຮົາ ກຳລັງ ໄດ້ ຮຽນຮູ້ ກຳລັງ ໄດ້ ສຶກສາ ຄືນ ຢູ່ ຕົວນີ້".
ທ່ານກ່າວ ຕື່ມວ່າ ນອກຈາກ ນັ້ນ ການ ບຸກລຸກ ປ່າສງວນ ຍັງສົ່ງ ຜົລ ກະທົບ ຕໍ່ສັດປ່າ ນຳອີກ ໂດຍ ສະເພາະ ສັດປ່າ ທີ່ ໃກ້ຈະ ສູນພັນ ເປັນຕົ້ນ ເສົາຫລາ ແລະ ເສືອໂຄ່ງ ເພາະ ສັດປະເພດ ນີ້ ບໍ່ຄ່ອຍຢູ່ ບ່ອນເກົ່າ ໄດ້ ຫາກ ມີການ ບຸກລຸກ ບ່ອນຢູ່ ຂອງມັນ ສັດປ່າ ພວກນີ້ ແລະ ຈໍາພວກ ອື່ນໆ ກໍຈະຫນີ ໄປປ່າ ແຫ່ງອື່ນ ຫລື ໄປ ປະເທດ ອື່ນ ດັ່ງ ວຽດນາມ ແລະ ພະມ້າ ແລະ ກໍຈະບໍ່ ກັບຄືນ ມາ ອີກ.
ຕາມການ ຣາຍງານ, ປ່າສງວນ ໃນລາວ ທີ່ ຖືກບຸກລຸກ ຫລາຍ ກວ່າຫມູ່ ກໍແມ່ນ ເຂດ ນ້ຳແອດ ພູເລີຍ ທີ່ ແຂວງ ຫົວພັນ ຍ້ອນມີ ປະຊາຊົນ ຜູ້ ທຸກຍາກ ເຂົ້າໄປ ບຸກເບີກ ເນື້ອທີ່ ເພື່ອ ປູກຝັງ ໂຮ່ເນື້ອ ແລະ ຊອກຫາ ເຄື່ອງປ່າ ຂອງດົງ ປ່າ ສງວນ ແຫ່ງອື່ນ ກໍແມ່ນ ປ່າສງວນ ນ້ຳການ ແຂວງ ບໍ່ແກ້ວ ທີ່ ມີ ປະຊາຊົນ ທ້ອງຖິ່ນ ລັກເຂົ້າໄປ ຕັດໄມ້ ແລະ ລ້າ ສັດປ່າ ເປັນປະຈໍາ.
