ຊາວບ້ານຈາກເຂື່ອນນ້ຳທາ1 ພົບບັນຫາ

ສຸພັດຕາ
2016.07.27
F-Namtha ສາຍນໍ້າທາ ໃນເຂດ ແຂວງບໍ່ແກ້ວ
Screen captured Boat trip to bokeo Video

ການຍົກຍ້າຍ ປະຊາຊົນ ບ້ານຫາດຕ້າວ, ບ້ານຫ້ວຍລາວ, ບ້ານນ້ຳລິງ, ບ້ານລະອາງ, ບ້ານຕະລາງ ແລະ ບ້ານຕາເວັນ ຊຶ່ງແມ່ນ 6 ບ້ານ ໃນເມືອງນາແລ ແຂວງ ຫຼວງນ້ຳທາ ທີ່ໄດ້ຮັບ ຜົນກະທົບ ຈາກ ການສ້າງເຂື່ອນ ນ້ຳທາ1 ນັ້ນ ຍັງພົບກັບ ບັນຫາ ຫຼາຍຢ່າງ. ບັນຫາໃຫຍ່ ກໍແມ່ນ ສະຖານທີ່ ທີ່ທາງການ ໄດ້ຈັດສັນ ໃຫ້ແກ່ ປະຊາຊົນ ທີ່ ຕ້ອງຍ້າຍ ເຂົ້າໄປຢູ່ນັ້ນ ຫຼາຍຢ່າງ ຍັງບໍ່ ສຳເຣັດເທື່ອ. ຕາມ ການເປີດ ເຜີຍ ຂອງ ປະຊາຊົນ ຜູ້ບໍ່ປະສົງ ອອກຊື່ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 26 ກໍຣະກະດາ ນີ້ວ່າ:

“ເລື້ອງບັນຫາ ສະຖານທີ່ນີ້ ກໍ່ບໍ່ທັນ ຄົບຖ້ວນ ບໍ່ທັນພຽງພໍ ເນາະ ໂດຍສະເພາະ ແມ່ນເຮືອນ ຈຳພວກທີ່ ແມ່ນ ລົງເຮືອນບໍ່ ທີ່ຍ້າຍເຮືອນບໍ່ ຫລືວ່າແມ່ນ ໂຮງຮຽນ, ໂຮງໝໍ ກໍບໍ່ທັນແລ້ວ ຈຳນວນ ໂຮງຮຽນ ເຂົາເຮັດ ບໍ່ທັນແລ້ວ ເທື່ອ ແຕ່ດຽວນີ້ ຈະຮອດ ລະຍະ ຮຽນແລ້ວ ບໍ່ທັນ ແລ້ວ ແຕ່ວ່າຈຳເປັນ ເຂົາວ່າ ຕ້ອງຍ້າຍ ຢ້ານຝົນຕົກ ລະຍະເດືອນ 8 ນີ້ ຈະຍ້າຍໄດ້ບໍ່ ຈຳເປັນຕ້ອງ ຍ້າຍ ເຂົາວ່າແນວນັ້ນ ແຕ່ໂຕຈິງ ຖືວ່າ ການຈັດສັນ ໃນ ປັດຈຸບັນ ບໍ່ທັນສຳເຣັດ ນະ ມັນຍັງ ຫຍຸ້ງຍາກ ເລື່ອງເຮືອນ ຈະຢູ່ຂອງ ປະຊາຊົນ ກໍຍັງ ບໍ່ທັນພໍ ຈຳເປັນຕ້ອງ ໄດ້ຍ້າຍ ຄັນມັນຍັງ ເທົ່າໃດ ກໍມາຮີດຖອນ ເທົ່ານັ້ນ ເຂົາວ່າ ແນວນັ້ນ”.

ປະຊາຊົນ ຜູ້ນີ້ ເວົ້າອີກວ່າ: ບ່ອນຢູ່ໃຫມ່ ທີ່ທາງການ ຈັດສັນ ໃຫ້ແກ່ ປະຊາຊົນ 6 ບ້ານນັ້ນ ຊຶ່ງລວມມີ ປະມານ 5 ຮ້ອຍ ຄອບຄົວ ຍ້າຍໄປຢູ່ນັ້ນ ເອີ້ນວ່າເຂດ ທາງແຮນ ຕອນນີ້ ການສ້າງ ໂຮງຮຽນ ໂຮງໝໍ ຮວມທັງ ການຈັດສັນ ເຮືອນນຶ່ງຫລັງ ຕໍ່ນຶ່ງ ຄອບຄົວ ໂດຍມີ ເນື້ອທີ່ ທັງໝົດ 2 ຫາ 2 ເຮັກຕາ ປາຍ ສຳເຣັດໄປ ພຽງແຕ່ 40 ເປີເຊັນ ເທົ່ານັ້ນ ອັນເຮັດໃຫ້ ປະຊາຊົນ ສ່ວນຫຼາຍ ບໍ່ເຕັມໃຈ ຍ້າຍ ໄປຢູ່ ແຕ່ເຂົາເຈົ້າ ກໍບໍ່ມີ ທາງເລືອກ ຍ້ອນວ່າ ທາງການ ໄດ້ກຳນົດ ມາໃຫ້ແລ້ວ ແລະ ຕ້ອງຍ້າຍ ໃຫ້ແລ້ວ ພາຍໃນ ທ້າຍເດືອນ ກໍຣະກະດາ ນີ້.

ນອກຈາກ ບັນຫານີ້ ປະຊາຊົນ ຍັງເວົ້າອີກວ່າ ສາເຫດທີ່ ກໍ່ສ້າງເຮືອນ ແລະ ການຈັດສັນ ສະຖານທີ່ ຍັງບໍ່ສຳເຣັດ ເທື່ອນັ້ນ ເປັນຍ້ອນ ພາກສ່ວນ ແຮງງານ ແລະ ວິຊາການ ທີ່ ລົງມາຈັດສັນ ສະຖານທີ່ ໃຫ້ ປະຊາຊົນ ນັ້ນຂາດ ງົບປະມານ ຄື ດັ່ງປະຊາຊົນ ຜູ້ນຶ່ງ ໄດ້ກ່າວວ່າ:

“ເຂົາກະວ່າ ຊິສ້ອມແປງ ຊິເຮັດໄປ ທຸກມື້ ໃຫ້ມັນເຫລືອໃຊ້ ເຫລືອຢູ່ ວ່າຊັນ ໂອ່ແຕ່ວ່າ ເຫລືອແຮງ ແຕ່ ວິຊາການ ນັ້ນຖືວ່າ ບາງເທື່ອ ກໍບໍ່ຢູ່ ຍ້ອນ ວິຊາການ ນັ້ນ ບາງອັນ ເຂົາບໍ່ໄດ້ເງິນ ບໍ່ໄດ້ເງິນແລ້ວ ເຂົາກໍເຮັດ ແບບ ລາມພະ ລາມຈົວ ໄປ ແນວນັ້ນ ສົມມຸດ ເຮັດ ໂຮງໝໍ ຫລືວ່າເຮັດ ໂຮງຮຽນ ຫັ້ນ ເຮັດໄປ ເຮັດມາ ກໍຖືວ່າ ເຂົາເຈົ້າ ເຮັດ ສຳເຣັດແລ້ວ ເງິນ ກະບໍ່ຈ່າຍ ໃຫ້ເຂົາ ເຮັດໄປເຮັດມາ ແລ້ວເຂົາ ກໍບໍ່ມີເງິນ ກິນ ບໍ່ມີເງິນ ຈ່າຍ ແລ້ວເຂົາກະ ຂັດຂ້ອງ ເຂົາກະບໍ່ຢາກ ເຮັດແນວນັ້ນ ນາ”.

ເຖິງຢ່າງໃດ ກໍ່ຕາມ ປະຊາຊົນ ຜູ້ນີ້ ຍັງກ່າວ ຕື່ມວ່າ ການຍ້າຍ ບ່ອນຢູ່ໃຫມ່ ເທື່ອນີ້ ຖືວ່າໄດ້ ສ້າງ ຄວາມຫຍຸ້ງຍາກ ໃຫ້ກັບ ປະຊາຊົນ ຫຼາຍ ພໍສົມຄວນ ເພາະຕ້ອງ ຍ້າຍໄປຢູ່ ບ່ອນທີ່ ກໍ່ສ້າງ ຍັງບໍ່ທັນແລ້ວ ສົມບູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.