ຊາວບ້ານ ທີ່ ອາສັຍ ຢູ່ໃນບ້ານ ຈັດສັນ ໃໝ່ ຂອງ ໂຄງການ ເຂື່ອນ ໄຊຍະບູຣີ ບ້ານ ປາກເນີນ ເມືອງນ່ານ ແຂວງ ຫລວງ ພຣະບາງ ເປີດເຜີຍວ່າ ມາຮອດ ປັຈຈຸບັນ ຊາວບ້ານ ສ່ວນຫລາຍ ຍັງມີ ຊີວິດ ການເປັນຢູ່ ທີ່ ລໍາບາກ ຍ້ອນ ໂຄງການ ເຊົາຈ່າຍ ເງິນລ້ຽງດູ ແລ້ວ. ແລະ ພວກຂະເຈົ້າ ຍັງບໍ່ໄດ້ ຮັບດິນ ປູກຝັງ ທີ່ ທາງ ໂຄງການ ສັນຍາ ວ່າຈະຈັດ ສັນໃຫ້ ຢູ່ໃກ້ກັບ ບ້ານ ຈັດສັນ ນັ້ນເທື່ອ. ທ່ານ ກ່າວ ຕອນນຶ່ງວ່າ:
"ເພິ່ນກໍບໍ່ ລ້ຽງແລ້ວ ດິນທໍາການ ຜລິດ ກໍຍັງ ບໍ່ມີເທື່ອ ເພິ່ນກໍຍັງ ບໍ່ຊອກ ໃຫ້ເທື່ອ ຖືວ່າ ບໍ່ມີຫຍັງ ວ່າຊັ້ນຊະ ກໍຫາໃຜ ຫາມັນ ຊອກຢູ່ ບ້ານເກົ່າ ພຸ້ນແຫລະ ດິນ ຂອງໃຜ ຂອງມັນ ເອົາ".
ທ່ານເວົ້າ ອີກວ່າ ທຸກມື້ນີ້ ຊາວບ້ານ ຕ້ອງຍ່າງ ກັບໄປ ເຮັດສວນ ໃນ ທີ່ດິນເດີມ ຊຶ່ງຢູ່ ຫ່າງໄກ ອອກໄປ ຈາກບ້ານ ຈັດສັນ ປະມານ 5 ກິໂລແມັຕ ເພື່ອປູກ ພືດຜົລ ລ້ຽງຊີບ. ປັຈຈຸບັນ ບ້ານຈັດສັນ ໂຄງການ ເຂື່ອນ ໄຟຟ້າ ໄຊຍະບູຣີ ບ້ານ ປາກເນີນ ມີ ປະຊາຊົນ ອາສັຍຢູ່ ຫລາຍ ກວ່າ 200 ຄົນ.
ແຕ່ກ່ອນ ຂະເຈົ້າ ໄດ້ຮັບເງິນ ລ້ຽງດູ ຈາກ ໂຄງການ ຜູ້ລະ 120 ພັນກີບ ຕໍ່ເດືອນ ເພື່ອ ໃຊ້ຈ່າຍ ຊື້ອາຫານ ການກິນ ແຕ່ໂຄງການ ໄດ້ ເຊົາ ຈ່າຍເງິນ ລ້ຽງດູນັ້ນ ມາ ແຕ່ເດືອນ ມີນາ 2014 ຫລັງຈາກ ຄົບກໍານົດ ສັນຍາ 1 ປີ. ຊາວບ້ານ ວ່າ ເຄີຍຮ້ອງຂໍ ໃຫ້ທາງ ໂຄງການ ຈ່າຍຄ່າ ລ້ຽງດູ ໄປຈົນກວ່າ ຈະສາມາດ ຫາດິນ ໃຫ້ໄດ້. ແຕ່ທາງ ໂຄງການ ບໍ່ໃຫ້ ແລະ ຍັງ ບໍ່ສາມາດ ຢືນຢັນ ໄດ້ວ່າ ຈະຈັດສັນ ທີ່ດິນ ປູກຝັງ ໃຫ້ໄດ້ ເມື່ອໃດ.