ຊາວບ້ານ ບ້ານເມືອງປູນ ລໍຖ້າຄ່າຊົດເຊີຍ ຈາກບໍລິສັດ ຂຸດແຮ່ເຫຼັກ

ສຸພັດຕາ
2024.12.13
ຊາວບ້ານ ບ້ານເມືອງປູນ ລໍຖ້າຄ່າຊົດເຊີຍ ຈາກບໍລິສັດ ຂຸດແຮ່ເຫຼັກ ປ້າຍທີ່ບອກໃຫ້ຮູ້ວ່າ ເປັນເຂດສຳປະທານ ຂອງບໍລິສັດ ວີໄອເອັມ ຂຸດຄົ້ນແຮ່ເຫຼັກ ທີ່ເຂດບ້ານ ບ້ານເມືອງປູນ
Credit photos: ຮູບພາບຈາກພົນລະເມືອງ

ຊາວບ້ານ ຢູ່ບ້ານເມືອງປູນ, ເມືອງວຽງໄຊ ແຂວງຫົວພັນ ທີ່ຈະໄດ້ຮັບຜົນກະທົບ ຈາກໂຄງການ ສໍາຫຼວດຂຸດຄົ້ນແຮ່ທາດ ຂອງບໍລິສັດ ວີໄອເອັມ ໄອຣອນ ມາຍນິ້ງ ຈໍາກັດ ຜູ້ດຽວ, ເຊິ່ງເປັນຂອງຄົນລາວ ເວົ້າວ່າ ມາເຖິງປັດຈຸບັນ ກໍຍັງບໍ່ມີໃຜຮູ້ເທື່ອວ່າ ຄ່າຊົດເຊີຍ ຈາກຜົນກະທົບ ທີ່ຈະເກີດຂຶ້ນນັ້ນ ຈະໄດ້ຮັບເທົ່າໃດ ແລະ ໃນມື້ໃດແທ້ ທັງໆທີ່ຊາວບ້ານ ກໍບໍ່ໄດ້ເຫັນດີ ຕັ້ງແຕ່ເບື້ອງຕົ້ນແລ້ວ ກັບການເຂົ້າມາ ຂຸດຄົ້ນແຮ່ທາດ ໃນເຂດບ້ານນີ້. ດັ່ງຊາວບ້ານ ບ້ານເມືອງປູນ ເມືອງວຽງໄຊ ທີ່ໄດ້ຮັບຜົນກະທົບ ຜູ້ທີໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ທັນວາ 2024 ວ່າ:

“ເພາະວ່າ ນາເຂດນີ້, ມັນກະມີ 20 ປາຍຫຼັງຄາເຮືອນ ທີ່ໄດ້ຮັບຜົນກະທົບ ຢູ່ບ້ານນີ້ນ່າ. ມື້ກ່ອນ, ເຂົາກະມາແທກແລ້ວ, ແຕ່ບໍ່ຮູ້ວ່າທໍ່ໃດ, ແຕ່ເຂົາຍັງບໍ່ໄດ້ ອອກອັນນັ້ນໃຫ້ເບາະ. ອັນນີ້, ເປັນເຂດສ່ຽງ ເພິ່ນວ່າ ເພິ່ນລະແທກໄວ້ ເຂົາວ່າ ຫາກວ່າມັນຖືກແທ້ ເຂົາຊິໃຊ້ໃຫ້, ແຕ່ບໍ່ຮູ້ວ່າ ໄດ້ທໍ່ໃດນ່າ. ເອີ່, ຖືກແນ່ນອນ ເພາະວ່າ ມັນໄກ້ໆກັນ (ກັບບ່ອນຂຸດຄົ້ນ). ດຽວນີ້, ຈາກນາໄປ ປະມານ 100 ປາຍແມັດໜຶ່ງ ບ່ອນເຂົາເອົາ ຖ້າວ່າ ຝົນຕົກເນາະ ມັນຈະລົງມາເລີຍ ດິນຫັ້ນນ່າ. ລົງມາທັບເໝືອງ ລະກະເຮັດບໍ່ໄດ້ໄດ໋.”

ຊາວບ້ານຜູ້ນີ້ ຍັງເວົ້າໃຫ້ຟັງອີກວ່າ ສໍາລັບການມາຂຸດຄົ້ນແຮ່ທາດ ໃນບ້ານນີ້, ຊາວບ້ານ ກໍບໍ່ໄດ້ເຫັນດີ  ຕັ້ງແຕ່ຕົ້ນແລ້ວ ແລະ ໄດ້ພາກັນໄປຫ້າມ ໃຫ້ບໍລິສັດດັ່ງກ່າວ ເຊົາຂຸດຄົ້ນ ເພື່ອລໍຖ້າ ການແກ້ໄຂກ່ອນ, ແຕ່ກໍບໍ່ເປັນຜົນ.

“ເຂົາບໍ່ໄດ້ເຫັນດີໄດ໋ເນາະ ເພາະວ່າ ຜູ້ມີນາ ອັນນີ້ ເປັນນາລວມ ລະປັນເປັນນາສ່ວນຕົວແລ້ວ, ດຽວນີ້ເນາະ. ປະຊາຊົນ ກະຂຶ້ນຫ້າມ (ຂຶ້ນໄປເທິງພູ), ແຕ່ເຂົາກະບໍ່ເຊົາເນາະ ຂຶ້ນຫ້າມ 3 ຄັ້ງແລ້ວ ແຕ່ເຂົາກະຍັງເຮັດຢູ່.”

ໃນຂະນະດຽວກັນ, ຊາວບ້ານຜູ້ທີ 2 ກໍເວົ້າວ່າ ກ່ຽວກັບບັນຫາດັ່ງກ່າວນີ້ ຊາວບ້ານ ຜູ້ທີ່ເດືອດຮ້ອນ ກໍໄດ້ລາຍງານ ໄປຍັງກະຊວງພະລັງງານ ແລະ ບໍ່ແຮ່ແລ້ວ ເພື່ອຢາກໃຫ້ທາງສູນກາງ ມາກວດກາເບິ່ງໂຕຈິງ ເພາະເຂດທີ່ມີການຂຸດຄົ້ນ ແມ່ນເຂດປ່າສະຫງວນ, ປ່າປ້ອງກັນແຫຼ່ງນໍ້າ ຂອງບ້ານ, ເຊິ່ງຊາວບ້ານ ໃຊ້ນໍ້ານັ້ນ ໃນຊີວິດປະຈໍາວັນ. ແຕ່ມາເຖິງປັດຈຸບັນ, ກໍຍັງບໍ່ມີຄວາມກະຈ່າງແຈ້ງ ແນວໃດເທື່ືອ.

“ໂອ້, ດຽວນີ້ ປະຊາຊົນ ກໍຖືວ່າ ບໍ່ມີແສງໄຟເລີຍນ່າ (ບໍ່ມີທີ່ເພິ່ງ) ດຽວນີ້ເນາະ ເພາະວ່າ ໂທໄປຫາ ກະຊວງບໍ່ແຮ່ ເທົ່າດຽວນີ້ ກະບໍ່ທັນເຫັນ ມີຄົນມາກວດ ມາກາຫຍັງເນາະ. ເພິ່ນມີແຕ່ຮັບເອົາ ຄໍາສະເໜີ, ສະເໜີຕໍ່, ຕໍ່ໄປແນວນັ້ນແຫຼະ. ຫາກບໍ່ມີວີ່ແວວເລີຍ, ເປັນແນວໃດ ກະຍັງລໍຖ້າຢູ່ ໃນນັ້ນເນາະ.”

ຊາວບ້ານຜູ້ນີ້ ຍັງໄດ້ເວົ້າອີກວ່າ ຕໍ່ກັບບັນຫາດັ່ງກ່າວ ຊາວບ້ານທີ່ເດືອດຮ້ອນ ກໍໄດ້ພາກັນຮ້ອງຮຽນ ໄປຍັງຫ້ອງການ ສະພາແຂວງຫົວພັນ ແລ້ວເຊັ່ນກັນ ແລະ ເມື່ອວັນທີ 28 ເດຶືອນພະຈິກ ທີ່ຜ່ານມາ, ກໍມີເຈົ້າໜ້າທີ່ ຈາກຫ້ອງການດັ່ງກ່າວ ລົງມາກວດກາຢູ່, ແຕ່ພັດໄດ້ຮັບຄໍາຕອບແບບນີ້.

“ເພິ່ນກະບໍ່ໄດ້ ໃຫ້ກໍານົດເວລາເນາະ ມີແຕ່ຊິນໍາເອົາຄໍາສະເໜີ ຂອງປະຊາຊົນ ສະເໜີຕໍ່ລັດຖະບານ ຕໍ່ຂັ້ນເທິງ, ທໍ່ນັ້ນແຫຼະ. ລະຂະເຈົ້າ ກະບໍ່ມີສິດ ຊິມາສັ່ງ ໃຫ້ບໍລິສັດນີ້ຢຸດ, ເຂົາເຈົ້າວ່າຈັ່ງຊັ້ນນ່າ. ບໍ່ມີຄວາມສາມາດ ສັ່ງໃຫ້ຂະເຈົ້າຢຸດໄດ້ ເພິ່ນເວົ້າແນວນັ້ນນ່າ.”

ພ້ອມດຽວກັນນີ້ ຊາວບ້ານອີກຜູ້ໜຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ກໍເວົ້າເຖິງສະພາບການ ໃນປັດຈຸບັນ ໃຫ້ຟັງວ່າ:

“ຖືວ່າ ພວກບໍລິສັດນີ້ ນັບມື້ ເຂົາເຮັດໄປຕິກໆ, ຫັ້ນນ່າ. ຖ້າວ່າ ມີການຂຸດຄົ້ນນີ້ ຫຍຸ້ງຫຼາຍ ເພາະວ່າ ດິນມັນຊິລົງມາໄຮ່ນາ ລະລົງມາໃສ່ນໍ້າໃຫຍ່, ສາຍນໍ້າປູນ ນີ້ແຫຼະ. ມັນຊິສ້າງຜົນເສຍຫາຍ ໃຫ້ແມ່ນໍ້າລໍາເຊ, ມັນຕ້ອງເສຍຫາຍ ເປັນວົງກວ້າງເນາະ. ທົ່ງນາເມືອງປູນນີ້ ຮູ້ວ່າຊິເສຍເໝິດແຫຼະ, ອະນາຄົດຕໍ່ໜ້ານີ້ນ່າ.”

ຕໍ່ກັບເລື່ອງນີ້, ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ຫ້ອງການ ສະພາແຂວງຫົວພັນ ຫຼາຍຄັ້ງ ປະກົດວ່າ ໂທໄປຕິດສຽງດັງ, ແຕ່ບໍ່ມີຄົນຮັບສາຍ.

ເມື່ອວັນທີ 18 ພະຈິກ ທີ່ຜ່ານມາ, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມ ແລະ ລາຍງານ ກ່ຽວກັບໂຄງການ ຂຸດຄົ້ນແຮ່ທາດ ຢູ່ບ້ານເມືອງປູນນີ້ ໃຫ້ທາງກະຊວງພະລັງງານ ແລະ ບໍ່ແຮ່ ຮັບຊາບແລ້ວ, ໂດຍເຈົ້າໜ້າທີ່ ທ່ານໜຶ່ງ ກໍ່ໄດ້ແນະນໍາວ່າ:

ຄັນຖ້າຫາກວ່າ ພາກສ່ວນປະຊາຊົນ ຄັນຖ້າວ່າ ມັນມີບັນຫານ່າ ຢາກໃຫ້ຂະເຈົ້າ ໂທມາຫາທາງເຮົາ ໂດຍກົງເນາະ, ອັນທີໜຶ່ງ. ອັນທີສອງ ຢາກໃຫ້ຂະເຈົ້າ ຂຽນໜັງສື ເປັນລາຍລັກອັກສອນມາ, ແຈ້ງມາຫາທາງກະຊວງນ່າ ລະເພິ່ນກະຈະໄປ ຕິດຕາມແກ້ໄຂ.”

ໃນກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນເດືອນພະຈິກ ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ກໍໄດ້ກ່າວ ກ່ຽວກັບຜົນກະທົບ ທີ່ເກີດຂຶ້ນ ໃນໄລຍະຜ່ານມາ ຈາກໂຄງການຄົ້ນຂຸດແຮ່ທາດ ໃນລາວ ຕອນໜຶ່ງວ່າ:

“ຕໍ່ບັນຫາດັ່ງກ່າວ ລັດຖະບານເຫັນວ່າ ການຂຸດຄົ້ນແຮ່ທາດ ໄລຍະຜ່ານມາ ໄດ້ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ, ໂດຍສະເພາະ ແມ່ນຊັບພະຍາກອນປ່າໄມ້, ແຫຼ່ງນໍ້າທໍາມະຊາດ, ແຫຼ່ງນໍ້າໃຊ້ ຂອງປະຊາຊົນ, ລະບົບການຂົນສົ່ງ.”

ບໍລິສັດ ວີໄອເອັມ ໄອຣອນ ມາຍນິ້ງ ຈໍາກັດຜູ້ດຽວ ຈະສໍາຫຼວດພື້ນທີ່ ໃນການຂຸດຄົ້ນແຮ່ທາດ ຢູ່ບ້ານເມືອງປູນ, ເມືອງວຽງໄຊ ແຂວງຫົວພັນ ໃນເນື້ອທີ່ 40 ເຮັກຕ້າ ມີຢູ່ 2 ຈຸດ ຄື: ຈຸດທີ 1 ຢູ່ເຂດປ່າສະຫງວນ, ປ່າປ້ອງກັນແຫຼ່ງນໍ້າ ເທິງບ້ານ. ສ່ວນຈຸດທີ 2 ແມ່ນຈຸດເທິງນາ ຂອງຊາວບ້ານ. ໂຄງການດັ່ງກ່າວ ມີໄລຍະໃນການສໍາປະທານ ປະມານ 8 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.