ເອເຊັຽເສຣີ ລົມກັບຊາວບ້ານ ຜູ້ເສັຽຫາຍ ຈາກຣະເບີດ ຜາຫິນ

ພູວົງສ໌
2019.10.08
F-Blast ເບິ່ງສະພາບບ້ານເຮືອນ ຂອງປະຊາຊົນ ທີ່ ກ້ອນຫິນຂນາດໃຫຍ່ ຕົກໃສ່
Citizen Journalist

ຖືເປັນເຫຕການສະເທືອນຂວັນ ຄັ້ງໃຫຍ່ອີກເທື່ອ 1, ພາຍຫຼັງທີ່ເກີດເຫຕຣະເບີດຂນາດໃຫຍ່ ຈາກການຣະເບີດຜາຫິນ ເພື່ອປ້ອນໂຮງງານ ຜລິຕຊີມັງ ຫຼວງພຣະບາງ ທີ່ເປັນການລົງທຶນ ຂອງ ນັກລົງທຶນຈີນ ໃນຕອນແລງເວລາ ປະມານ 5 ໂມງ ຂອງວັນທີ 5 ຕຸລາ ທີ່ບ້ານ ຫົວນາ, ເຂດນ້ຳຖ້ວມ, ເມືອງນ້ຳບາກ ແຂວງຫຼວງພຣະບາງ ເຮັດໃຫ້ເສດຫິນ ຂນາດນ້ອຍ-ໃຫຍ່ ຟົ້ງຂຶ້ນສູ່ເທິງຟ້າ ແລ້ວກະຈາຍອອກໄປ ຫຼາຍພັນແມັຕ ຕົກໃສ່ເຮືອນຊານບ້ານຊ່ອງຊາວບ້ານ ທີ່ບ້ານໂພນມະນີ, ເຂດນ້ຳຖ້ວມ, ເມືອງນ້ຳບາກ ແຂວງຫຼວງພຣະບາງ ໄດ້ຮັບຄວາມ ເສັຽຫາຍ ຫຼາຍຫຼັງຄາເຮືອນ ແລະ ຕົກຖືກຊາວບ້ານ ເສັຽຊີວິຕ ຢ່າງໜ້ອຍ 1 ຄົນ ແລະ ໄດ້ຮັບບາດເຈັບ ຈຳນວນຫຼາຍຄົນ: “ສຽງຊາວ ບ້ານຜູ້ທີ 1”

ເມື່ອຖາມຫາສາເຫຕວ່າ ເຫຕການດັ່ງກ່າວເກີດຂຶ້ນຍ້ອນຫຍັງ? ຊາວບ້ານທ່ານນີ້ກໍຍັງບໍ່ສາມາດຮູ້ໄດ້ວ່າ ເກີດຍ້ອນຫຍັງກັນແທ້, ແຕ່ສິ່ງທີ່ ພໍຮັບຮູ້ກ່ອນເກີດເຫຕການ ໃນຄັ້ງນີ້ແລ້ວແມ່ນວ່າໂຮງງານຜລິຕຊີມັງ ແລະບ່ອນທີ່ມີການຣະເບີດຜາຫິນ ປ້ອນໂຮງງານ ແມ່ນມີເຈົ້າຂອງ 2 ເຈົ້າ ແລະ ເຈົ້າຂອງ 2 ເຈົ້າ ກໍມີຂໍ້ຂັດແຍ້ງກັນເອງ ມາກ່ອນໜ້ານີ້ ໄດ້ປະມານ 1 ສັປດາ ແລ້ວ. ສຽງPV2: “ສຽງຊາວບ້ານຜູ້ທີ 1”

ສ່ວນຊາວບ້ານອີກທ່ານນຶ່ງ ທີ່ຢູ່ໃນເຫຕການ ກໍໄດ້ເລົ່າມື້ເກີດເຫຕສູ່ ຜູ້ສື່ຂ່າວພວກເຮົາຟັງວ່າເຫຕການຄັ້ງນີ້ ຖືເປັນຄັ້ງທີ່ຮຸນແຮງຫຼາຍກວ່າ ທຸກຄັ້ງທີ່ເຄີຍເປັນມາ. ສຽງPV3: “ສຽງຊາວບ້ານຜູ້ທີ 2”

ເຖິງຢ່າງໃດກໍຕາມ, ຫຼ້າສຸດນີ້ ເຈົ້າໜ້າທີ່ເມືອງນ້ຳບາກ ແຂວງຫຼວງພຣະບາງ ທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 8 ຕຸລາ ວ່າ ພາກສ່ວນກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຂໍ້ມູນໃດໆ ໄດ້ເທື່ອ ແລະ ພວມແຕ່ງຕັ້ງຄນະຮັບຜິດຊອບລົງໄປ ສຳຣວຈກວດກາຄັກແນ່ ກ່ອນ. ສຽງPV4: “ສຽງເຈົ້າໜ້າທີ່ເມືອງນ້ຳບາກ”

ອີງຕາມການຣາຍງານຢ່າງເປັນທາງການ ຈາກເຈົ້າໜ້າທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ສຳພາດແກ່ ສື່ມວນຊົນທ້ອງຖິ່ນ ໃນມື້ວັນທີ 7 ຕຸລາ ແລ້ວ ແມ່ນວ່າ ມີຜູ້ເສັຽຊີວິຕ 1 ຄົນ, ມີຜູ້ໄດ້ຮັບບາດເຈັບ 23 ຄົນ ແລະ ເຮືອນຊານຊາວບ້ານໄດ້ຮັບ ຄວາມເສັຽຫາຍຈຳນວນ ຫຼາຍເຖິງ 80 ປາຍຫຼັງ, ເຊິ່ງພາກສ່ວນກ່ຽວຂ້ອງ ກໍພວມເລັ່ງສຳຣວຈ ແລະ ປະເມີນຄວາມເສັຽຫາຍ ເພື່ອຫາມາຕການ ໃນການຊົດເຊີຍ ແລະ ຊ່ອຍ ເຫຼືອຊາວບ້ານ ທີ່ໄດ້ຮັບຜົລກ ະທົບໃນຄັ້ງນີ້ເປັນຂັ້ນຕໍ່ໄປ.

ອີງຕາມການບອກເລົ່າຂອງຊາວບ້ານ, ໂຮງງານຜລິຕຊີມັງແຫ່ງນີ້ ຊື່ວ່າໂຮງງານຊີມັງ ຫຼວງພຣະບາງ ຕັ້ງຢູ່ບ້ານຫົວນາ ເຂດນ້ຳຖ້ວມ, ເມືອງນ້ຳບາກ ແຂວງຫຼວງພຣະບາງ ຫຼືຢູ່ເຂດອຸດສາຫະກັມ ຫຼວງພຣະບາງ. ໄດ້ດຳເນີນການຜລິຕຊີມັງມາແລ້ວຫຼາຍປີ ເປັນໂຮງງານ ຂນາດໃຫຍ່ ທີ່ມີກຳລັງການຜລິຕ ປະມານ 800-1,000 ຕັ່ນຕໍ່ມື້ ແລະໂຮງງານດັ່ງກ່າວ ກໍມີແຜນຈະຂຍາຍໂຮງງານ ທີ່ຄາດວ່າຈະ ມີການຜລິຕໃຫ້ ໄດ້ປະມານ 1,000 ປາຍຕັ່ນ ຫາ 2,000  ຕັ່ນຕໍ່ມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.