ຖນົນຫົນທາງຢູ່ລາວ ສ່ວນຫຼາຍ ກໍາລັງ ຊຸດໂຊມ

ສຸພັດຕາ
2018.02.22
F-Road ຖນົນຫົນທາງ ໃນຄຸ້ມບ້ານເຮືອນ ຢູ່ ນະຄອນຫຼວງວຽງຈັນ
RFA/PN

ຖນົນຫົນທາງ ຢູ່ລາວ ສ່ວນຫຼາຍ ບໍ່ດີ ມີປູຢາງແຕ່ເສັ້ນທາງໃຫຍ່ໆ ແຕ່ເສັ້ນທາງນ້ອຍ ຍັງເປັນທາງດິນແດງຢູ່ ຍາມແລ້ງ ມີແຕ່ຂີ້ຝຸ່ນ ແລະ ຍາມຝົນມີແຕ່ຂີ້ຕົມ ຕົວຢ່າງ ຫົນທາງຢູ່ ແຂວງຄໍາມ່ວນ ປັຈຈຸບັນມີຂີ້ຝຸ່ນ ຫຼາຍຈົນເຮັດໃຫ້ຄົນເຈັບປ່ວຍ ຢ່າງນ້ອຍ ອາທິດ ລະ 20 ຄົນ. ເຈົ້າໜ້າທີ່ແຂວງຄໍາມ່ວນ ທ່ານນຶ່ງ ອະທິບາຍເຖິງສາເຫດ ນັ້ນວ່າ:

“ເສັ້ນທາງປູຢາງ ກໍມີແຕ່ເສັ້ນທາງຫລັກ ທີ່ອອກມາ ຈາກເມືອງທ່າແຂກ ແຂວງຄໍາມ່ວນ ຕໍ່ມາໃສ່ທາງ ເຊບັ້ງໄຟ ໄປສວນສວັນທໍ່ນັນ ເຫລືອຫັ້ນກໍເປັນທາງ ດິນແດງ ທັມມະດາ ຝຸ່ນ ຂິ້ໄຫງ່ ມັນກໍຢູ່ແຖວ ຊົນນະບົດ ເຮົາສ່ວນຫລາຍ ມັນຈະຫລີກລ່ຽງ ປາສຈາກ ບໍ່ໄດ້ເນາະ ແຕ່ສ່ວນຫຼາຍ ກໍມີແຕ່ຄົນເຮົາ ປະຕິບັດຕົນເອົາ ເພື່ອວ່າຢູ່ກັບທັມມະຊາດ ຢູ່ກັບສັງຄົມແນວໃດ ເຮົາສິຢູ່ລອດເປັນຫຼັກ ອາສັຍການພັທນາ ມັນກໍຄືເຮົາເຫັນ ຫັ້ນລະ ປະເທດເຮົາ ມັນກໍຊ້າແດ່ເນາະ.”

ທ່ານກ່າວຕື່ມວ່າ ໂດຍສ່ວນໃຫຍ່ ແມ່ນເດັກນ້ອຍ ແລະ ຜູ້ສູງອາຍຸ ຈະເປັນຄົນເຈັບ ເຂົ້າມາປິ່ນປົວຢູ່ໂຮງໝໍ ຖ້າທຽບໃສ່ກັບພຍາດອື່ນໆ ສ່ວນຫຼາຍຈະກ່ຽວກັບ ພຍາດ ລະບົບທາງເດີນອາຫານ ຕໍ່ມາ ຄືລະບົບທາງເດີນຫາຍໃຈ ຍົກຕົວຢ່າງ ໄຂ້ຫວັດ, ຫລອດລົມອັກເສບ ແລະ ປອດອັກເສບ. ເຈົ້າໜ້າທີ່ຂແນງໂຍທາ ແຂວງຄໍາມ່ວນ ກ່າວວ່າ ປັຈຈຸບັນທາງການກໍພຍາຍາມ ສ້ອມແປງ ຖນົນຫົນທາງ ເປັນປະຈໍາ ຢູ່:

“ທາງນ້ອຍ ທາງຊອຍ ທາງເຂົ້າບ້ານເຂົາເຈົ້າ ນັ້ນມັນກໍເປັນທາງ ດິນແດງ ຊົນບົດນັ້ນ ໄທເຮົາ ກໍໄດ້ລົງໄປ ເບິ່ງກວດກາ ສ້ອມແປງຢູ່ ໃຫ້ເຂົາເຈົ້າ ຫັ້ນນະ ປະຊາຊົນ ມັນກໍມີທາງແຫລະ ທາງແຄມຂອງເຂົາ ເອີ້ນທາງເລກ 11 ເນາະ ທາງຫລວງແຫ່ງຊາດ ນັ້ນນະ ມັນກໍຕອນ ມີຂິ້ຝຸ່ນ ກໍມີຢູ່ເນາະ ແຖວເມືອງຫີນບູນແຖວອິຫຍັງຫັ້ນ ເຂົາກໍສ້າງ ບໍ່ທັນແລ້ວ.”

ເຖິງຢ່າງໃດກໍຕາມ ອາການເຈັບປ່ວຍ ຂອງຣະບົບທາງເດີນຫາຍໃຈ ບໍ່ໝາຍຄວາມວ່າຍ້ອນສະພາບອາກາດ ໂດຍກົງເທົ່ານັ້ນ ເພາະຍັງ ສາມາດ ເກີດຈາກເຊື້ອພຍາດ ແລະ ເຊື້ອ bacteria ອື່ນໆນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.