ປະຊາຊົນຈາກເຂື່ອນແຕກ ລໍຖ້າ ຄ່າຊັບສິນ

ໄຊຍາ
2019.03.07
F-Sanamxay ເຮືອນຊານບ້ານຊ່ອງ ຂອງປະຊາຊົນ ເສັຽຫາຍຈາກ ເຂື່ອນແຕກ
RFA/PN

ຊັບສິນຂອງປະຊາຊົນ ທີ່ເສັຍຫາຍຍ້ອນເຂື່ອນ ເຊປຽນ-ເຊນໍ້ານອ້ຍ ແຕກ ເມື່ອທ້າຍເດືອນ ກໍຣະກະດາ ປີກາຍ, ຍັງບໍ່ທັນຮັບຄ່າຊົດເຊີຍ ແຕ່ຢ່າງໃດ. ເຖິງວ່າທາງການລາວ ຈະໄດ້ໃຫ້ການຊ່ອຍເຫຼືອ ປະຊາຊົນໃນເບື້ອງຕົ້ນ ແຕ່ປະຊາຊົນຍັງຕ້ອງການ ໃຫ້ທາງການ ຈ່າຍຄ່າ ຊົດເຊີຍ ຊັບສິນໃຫ້ ພວກຂະເຈົ້າໂດຍໄວ, ເພາະຜ່ານມາທາງການຍັງບໍ່ທັນມີແຜນ ທີ່ຊັດເຈັນວ່າຈະຈ່າຍຄ່າຊົດເຊີຍຊັບສິນ ທີ່ເສັຍຫາຍ ໃຫ້ປະຊາຊົນເມື່ອໃດ. ອີງຕາມຄຳເວົ້າ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ ກ່າວຕໍ່ວິິທຍຸ ເອເຊັຍເສຣີ ເມື່ອບໍ່ດົນມານີ້ວ່າ: ຕໍ່ຄ່າຊົດເຊີຍ ເຮືອນຊານບ້ານຊ່ອງ ດີິນໄຮ່ ດິນນາ ທີ່ເສັຍຫາຍໄປນັ້ນ ທາງການຍັງບໍ່ວ່າແນວໃດ.

"ຍັງບໍ່ທັນຮູ້ເທື່ອ ເພິ່ນຍັງບໍ່ທັນໃຫ້ຄຳຕອບ ດ້ານຟື້ນຟູ ແລະ ຊິມີຄວາມຮັບຜິດຊອບ ພໍ່ແມ່ປະຊາຊົນ ຄືເກົ່າບໍ່ ບໍ່ທັນເປັນເອກກະພາບ ບໍ່ທັນຕັດສິນໄດ້ ວ່າແບບໃດ ເວົ້າເຣື່ອງດິນດອນຕ່ອນຫຍ້າ ເຮືອນຊານບ້ານຊ່ອງ ໂຕມັນເປ່ເພເສັຍຫາຍ."

ຕໍ່ບັນຫາການຊົດເຊີຍດັ່ງກ່າວ, ອີງຕາມຄຳເວົ້າຂອງ ທ່ານ ເຈົ້າເມືອງສະໜາມໄຊ ທ່ານ ບູນໂຮມ ພົມມະສານ ໄດ້ກ່າວຕໍ່ RFA ເມື່ອ ບໍ່ດົນມານີ້ວ່າ. ການຈ່າຍເງິນຄ່າຊົດເຊີຍ ຜົລເສັຍຫາຍເບື້ອງຕົ້ນ ຈະເຣີ້ມຈ່າຍຜົລເສັຍຫາຍ ພາຫະນະກ່ອນຈາກນັ້ນ ຈະຈ່າຍເນື້ອທີ່ການ ຜລິດ ແລະ ສັດລ້ຽງປະເພດຕ່າງ ໆ ແຕ່ທັງໝົດຕ້ອງໄດ້ຂໍ້ມູນຣະອຽດ ຜ່ານການເຫັນດີ ຂອງທັງສອງຝ່າຍຣະວ່າງ ປະຊາຊົນ ແລະ ອົງການປົກຄອງ ແຂວງກໍ່ຄືຣັຖບານ.

"ຕໍ່ໄປນີ້ພວກເຮົາກໍ່ຈະຕ້ອງໄດ້ເວົ້າເຣື່ອງນະໂຍບາຍ ຕໍ່ລອງເຣື່ອງຄ່າເສັຍຫາຍ ເຣື່ອງພາຫະນະ ກະຖືວ່າໄດ້ມອບບັນຊີ ພາຫະນະຮັບຮອງ ໄວ້ນຳກັນ ຢ່າງສົມບູນແລ້ວ ຂອງບ້ານໃໝ່ເອົາໂຕຢ່າງ ຢູ່ບ້ານໃໝ່ແລ້ວບ້ານໃໝ່ ຕໍ່ໄປກໍ່ແມ່ນບ້ານອື່ນໆ ຕາມຣຳດັບ ຈື່ງຊິເວົ້າເຣື່ອງ ຊັບສີນອື່ນໆ ໄຮ່ ນາ ຮົ້ວສວນ ຫລື ວ່າງົວຄວາຍ ເຮືອນຊານບ້ານ ຊ່ອງທີ່ແກ້ໄຂ ເປັນແຕ່ລະໄລຍະຕໍ່ລອງ ເຈລະຈາກັນໄປເປັນຂັ້ນ ເປັນຂັ້ນ."

ປັດຈຸບັນ ອົງການປົກຄອງແຂວງອັດຕະປື ກຳລັງ ຮ່ວມກັບບໍຣິສັດ ທີ່ຮັບຜິດຊອບໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ເລັ່ງເກັບກໍາຂໍ້ມູນ ໃຫ້ຣະອຽດເພື່ອຊົດເຊີຍ ຄວາມເສັຍຫາຍທາງດ້ານຊັບສິນ ໃນຈຳນວນ 19 ບ້ານ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບ ພາຍຫລັງທີ່ທາງທາງການ ໄດ້ມອບຄ່າຊົດເຊີຍ ຫລື ທາງການເອີ້ນວ່າ ຄ່າປົວແປງຈິດໃຈ ໃຫ້ຜູ້ເສັຍຊີວິດ ຈໍານວນ 71 ຄົນ, ຄົນລະ 10 ພັນ ໂດລາ ສະຫະຣັຖ ເມື່ອວັນທີ 29 ມົກກະຣາ ປີນີ້.

ໃນຂນະທີ່ ຫລາຍຝ່າຍກໍ່ຍັງລໍຖ້າຄຳຕອບ ຈາກທາງການທີ່ແຕ່ງຕັ້ງຄນະກວດກາ ຊອກຫາສາເຫດເຂື່ອນແຕກ ວ່າເປັນຍ້ອນເຕັກນິກ ການກໍ່ສ້າງ ຫລື ເປັນຍ້ອນພັຍ ທັມມະຊາດ ເພື່ອຫາຜູ້ຮັບ ຜິດຊອບ ຕໍ່ກໍຣະນີ ເຂື່ອນແຕກ ເນື່ອງຈາກບັນຫາດັ່ງກ່າວ ທາງຜູ້ລົງທຶນ ຣາຍໃຫຍ່ ຈາກເກົາຫລີໃຕ້ ບໍຣິສັດ SK ຍັງບໍ່ມີຖແລງການ ຢ່າງເປັນທາງການອອກມາເທື່ອ. ອີງຕາມ ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ປະທານອົງການກວດກາຣັຖບານ ໄດ້ຣາຍງານຕໍ່ກອງປະຊຸມ ສະພາຄັ້ງຫລ້າສຸດ ເມື່ອທ້າຍປີ ຜ່ານມາວ່າ: ຊ່ຽວຊານເອກກະຣາດ ແນະນຳວ່າ ໃນຂນະນີ້ ຍັງບໍ່ທັນ ສາມາດເປີດເຜີຍ ເຖິງສາເຫດເຂື່ອນແຕກໄດ້ ຕ້ອງໄດ້ສຶກສາຣະອຽດ ທຸກຂັ້ນຕອນກ່ອນ.

"ເວົ້າແທ້ໆລະແມ່ນວ່າ, ເຣີ່ມແຕ່ການກວດກາ ຄັ້ງທຳອິດນີ້ ພວກເຮົາກາເຫັນ ແລະເຣື່ອງລາວຂອງບັນຫາ ແຕ່ວ່າຊ່ຽວຊານເພິ່ນບໍ່ ໃຫ້ປະກາດ ມັນຕ້ອງໄດ້ສຶກສາ ເບິ່ງຢ່າງຣະອຽດເລິກເຊິ່ງຕື່ມ ແຕ່ລະອັນ, ແຕ່ລະອັນ ແຕ່ລະຂອດ ແຕ່ລະມຸມ ຕໍ່ກັບ ບັນຫາຕ່າງໆ ປັດຈຸບັນພວກເຮົາດຳເນີນການເຈາະດິນ ວິໃຈດິນຄືນໃໝ່ ໂຕບ່ອນອັນນ່າເຂື່ອນດີຫັ້ນນ່າບ່ອນທີ່ມັນແຕກພັງຫັ້ນ." 

ນັບຕັ້ງແຕ່ເກີດເຫດເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ ເມື່ອເດືອນກໍຣະກະດາ ປີກາຍ ໃນສ່ວນຂອງການຊ່ອຍເຫລືອຂອງຣັຖບານພຽງແຕ່ ແກ້ໄຂ ສະພາບການຊົ່ວຄາວ ບໍ່ວ່າຈະສ້າງສູນທີ່ພັກ ຊົ່ວຄາວ, ຊ່ອຍເຫຼືອເຂົ້າກິນ, ເບີກອັດຕຣາເບັ້ຍລ້ຽງ, ປີ່ນປົວພຍາດ ແຕ່ກໍ່ຍັງບໍ່ພຽງພໍ ເງິນທີ່ໃຊ້ເຂົ້າໃນການຊ່ອຍເຫຼືອ ປະຊາຊົນສ່ວນຫລາຍ ຍັງແມ່ນເງິນທີ່ໄດ້ຮັບການຊ່ອຍເຫຼືອ ຈາກສາກົນ ໂດຍສະເພາະ ເກົາຫລີໃຕ້ ແມ່ນຜູ້ລົງທຶນຣາຍໃຫຍ່ ຂອງໂຄງການນີ້. ເມື່ອວັນທີ 05 ມີນາຜ່ານມາວ່າອົງການ KOIKA ແລະອົງການ KOWEPO ໄດ້ຈັດຖແລງ ຂ່າວ ໃຫ້ການຊ່ອຍເຫຼືອ ເຂື່ອນ ແຕກຄັ້ງນີ້ ມາຮອດປັດຈຸບັນ ຮວມມູນຄ່າ 15 ລ້ານໂດລາສະຫະຣັຖ ແລະ ຍັງປະກາດວ່າຈະໃຫ້ການ ຊ່ອຍເຫລືອ ຕະຫລອດໄປ.

ແລະ ວັນທ່ີ 06 ມີນາ  ຢີ່ປຸ່ນ ກໍ່ໄດ້ປະກາດການຊ່ອຍເຫລືອຟື້ນຟູ ພັຍພິບັດ ໃຫ້ລາວ ມູນຄ່າ 7,6 ລ້ານ ໂດລາສະຫະຣັຖ ໂດຍຜ່ານ ອົງການ UNICEF ປະຈຳລາວ ໂດຍໄດ້ຈັດແບ່ງການປະຕິບັດ ອອກເປັນ 4 ໂຄງການ ໃນນັ້ນທີ່ໃຫ້ການຊ່ອຍເຫລືອ ເມືອງ ສະໜາມໄຊ ກໍ່ມີໂຄງການ WASH ໃຫ້ປະຊາຊົນ ແລະ ນັກຮຽນເຂົ້າເຖິງສິ່ງອຳນວຍຄວາມສະດວກ ທາງສຸຂອະນາມັຍ ແລະ ວິທິການ ຮັກສາ ສຸຂອະນາມັຍ ຢູ່ເມືອງຕ່າງໆ ຂອງແຂວງອັດຕປື ແລະ ໂຄງການ UNHABITAL ຊ່ອຍລົງເຮັດວຽກກັບຂົງເຂດ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນ ເຊປຽນ-ເຊນໍ້ນ້ອຍແຕກ ຊ່ອຍຖ່າຍທອດ ຄວາມຮູ້ດ້ານເຕັກນິກໃໝ່ ໃນການສ້າງທີ່ລົບພັຍ ພ້ອມສະໜັບ ສະໜູນ ອຸປກອນ ແລະ ເຮືອນພັກອາສັຍ ໃຫ້ປະຊາຊົນ ໄດ້ຮັບຜົລກະທົບ.

ເຖິງແນວໃດກໍ່ຕາມ ທ່ານ ສົມສະນິດ ສຸວັນນະລາດ ຮອງຣັຖມົນຕຣີ ຫົວໜ້າໜ່ວຍງານປະສານງານ ໄດ້ຣາຍງານ ການປະເມີນ ການຟື້ນຟູ ເມືອງສະໜາມໄຊ ແຂວງອັດຕະປື ຂອງຄນະ ກັມມະການ ສະເພາະກິດແກ້ໄຂພັຍພິບັດ ຣະດັບຊາດເມື່ອວັນທີ 05 ມີນາ ຜ່ານມາ ວ່າ: ປັດຈຸບັນ ໄດ້ຍ້າຍປະຊາຊົນອອກຈາກເຕັ້ນ ມາຢູ່ເຮືອນພັກຊົ່ວຄາວສຳເຣັດ 100% ພ້ອມທັງບຸກເບີກ ເນື້ອທີ່ປຸກສ້າງຖາວອນ ເກືອບ 300 ເຮັກຕ້າ ສຳເຣັດ 100% ແລະ ການບຸກເບີກເນື້ອທີ່ ທໍາການຜລິດແລ້ວພຽງ 2140 ເຮັກຕ້າ ຄິດເປັນ 33%.

ສ່ວນການປະເມີນຜົລເສັຍຫາຍ ເຫັນວ່າ ມີປະຊາຊົນ 19 ບ້ານທີ່ໄດ້ຮັບຜົລກະທົບ ມູນຄ່າຄວາມເສັຍຫາຍ ຮວມທັງໝົດປະມານ 220ຕື້ກີບ. ນອກຈາກນີ້ພື້ນຖານໂຄງຮ່າງເສັຍຫາຍມູນຄ່າ 130 ຕື້ກີບ ແລະ ຜົລເສັຍຫາຍຂອງພາກທຸຣະກິດ ແລະ ຜູ້ປະກອບການ ປະມານ 124 ຕື້ກີບ.

ເຫດການເຂື່ອນເຊປຽນ ເຊນໍ້ານ້ອຍແຕກ ມາຮອດປັດຈຸບັນ ປະຊາຊົນທີ່ໄດ້ຮັບຜົລກະທົບ ຍັງມີຊີວິດການເປັນຢູ່ລຳບາກ ເພາະບໍ່ເຄີຍຊີນກັບ ສະພາບແວດລ້ອມທີ່ເປັນຢູ່ ລໍຖ້າແຕ່ທາງການ ໃຫ້ການຊ່ອຍເຫລືອຢ່າງດຽວ ແຕ່ບັນຫາຮີບດ່ວນ ປະຊາຊົນໃນທ້ອງຖິ່ນ ຕ້ອງການໃຫ້ ທາງການຊົດເຊີຍຊັບສີນ ທີ່ເສັຍຫາຍໃຫ້ໄວທີ່ສຸດ ທີ່ຜ່ານມາເຫັນວ່າທາງການ ຍັງດຳເນີນການຊັກຊ້າ ແຕ່ ປະຊາຊົນ ກໍ່ບໍ່ມີທາງເລືອກ ກໍ່ຕ້ອງຄອງຄອຍ ໄປຕາມແຜນນະໂຍບາຍ ຂອງທາງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.