ສາຣະວັນ ປະເຊີນ ຜົລກະທົບ ຫຼາຍ​ຢ່າງ

ໄຊຍາ
2021.09.16
ສາຣະວັນ ປະເຊີນ ຜົລກະທົບ ຫຼາຍ​ຢ່າງ ສະພາບຄວາມເສັຽຫາຍ ຫຼັງຈາກ ພະຍຸ ໂກເຊີນ ພັດເຂົ້າ ເມືອງສາຣະວັນ ແຂວງສາຣະວັນ ເມື່ອວັນທີ່ 11 ກັນຍາ 2021.
ພາບປະກອບ: ນັກຂ່າວພົລເມືອງ

ພະຍຸໝູນເຂດຮ້ອນ ໂກນເຊີນ ໄດ້ພັດເຂົ້າເມືອງສາຣະວັນ ແຂວງສາຣະວັນ ເມື່ອວັນທີ 11 ກັນຍາ ທີ່ຜ່ານມາ ໄດ້ກໍໃຫ້ເກີດ ຄວາມ ເສັຽຫາຍ ເປັນບໍຣິເວນກວ້າງ ເຮືອນຊານ ຂອງປະຊາຊົນ ເພພັງເສັຽຫາຍຈຳນວນຫຼາຍ. ບາງຄອບຄົວເຮືອນເສັຽຫາຍໝົດຫຼັງ ແລະ ຂາດທີ່ພັກພາອາສັຍ ຕ້ອງໄດ້ໄປພັກຢູ່ສາລາໂຮງທັມ ຂອງວັດບ້ານໂພນໄຜ່ ເປັນການຊົ່ວຄາວ ຕາມທາງການໄດ້ຈັດສັນໄວ້ໃຫ້ ໃນ ເບື້ອງຕົ້ນ.

ພາຍຫຼັງທີ່ພະຍຸ ໄດ້ສງົບລົງ ໃນວັນທີ 12 ກັນຍາ ທີ່ຜ່ານມາ ນຶ່ງໃນປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກພະຍຸ ໂກນເຊີນ ນັ້ນກໍໄດ້ ເລົ່າເຖິງນາທີ ຂອງການເກີດເຫດ ການພະຍຸພັດເຂົ້າມາ ໃນເຂດບ້ານໂພນໄຜ່ ເຊີ່ງລົມພະຍຸຫົວນີ້ ພັດມາແຮງພ້ອມທັງມີຝົນຕົກໜັກ ຕ່າງຄົນຕ່າງກໍເອົາຊີວິດລອດໄວ້ກ່ອນ:

"ມັນເປັນລົມເປັນຝົນມາໂລດ ມາປັ່ນນຳບ້ານນຳເມືອງນີ້ນ່າ ມັນເລີກໝົດໂລດນ່າ, ອັນຊ່່ວຍບໍ່ໄດ້ດອກ ບໍ່ໃຜຊ່ວຍໃຜດອກ ບໍ່ຈັກ ຕຳຣວດບໍ່ຈັກທະຫານ ຊ່ວຍເຫຼືອນຳບ້ານນຳເມືອງເຮົາ ພັກຣັຖບໍ່ຖິ້ມບໍ່ປະ ທາງພໍ່ທາງແມ່ນີ້ຂອບໃຈເພື່ອນໆ ຫຼາຍໆ.”

ຕາມທາງການເມືອງສາຣະວັນ ໄດ້ຣາຍງານຜົລເສັຽຫາຍ ຢ່າງເປັນທາງການ ເມື່ອວັນທີ 15 ກັນຍາວ່າ ພະຍຸ ໂກນເຊີນ ໄດ້ສ້າງຜົລ ເສັຽຫາຍທັງໝົດ 4 ບ້ານ ຮວມທັງໝົດ 141 ຫຼັງຄາເຮືອນ ໃນນັ້ນເສັຽຫາຍໜັກທີ່ສຸດ ແມ່ນບ້ານໂພນໄຜ່ 90 ຫຼັງ ໃນນີ້ມີ 25 ຫຼັງທີ່ ເສັຽຫາຍໝົດຫຼັງ, ບ້ານກ້ວຍເສັຽຫາຍ 43 ຫຼັງ, ບ້ານແບ່ງອຸດົມເສັຽຫາຍ 6 ຫຼັງ ແລະ ບ້ານທາດຫ້ວຍເສັຽຫາຍ 2 ຫຼັງ.

ນອກຈາກນີ້ຍັງມີຣາຍງານວ່າມີ ຜູ້ເສັຽຊີວິດ 1 ຄົນ ເປັນຍິງອາຍຸ 53 ປີ ເຊີ່ງຜູ້ເສັຽຊີວິດໄດ້ຊາປະນະກິດສົບໄປແລ້ວ ແລະບາດເຈັບ ສາຫັດ 2 ຄົນ ບາດເຈັບເລັກນ້ອຍ 6 ຄົນ. ດັ່ງການນຳ ໃນເມືອງສາຣະວັນ ທີ່ບໍ່ປະສົງອອກຊື່ ແລະຕຳແໜ່ງ ໄດ້ກ່າວໃນວັນທີ 15 ກັນຍາວ່າ:

“ພວກເຮົາໄດ້ແກ້ໄຂສຸກເສີນເບື້ອງຕົ້ນ ແມ່ນໄດ້ກອບກູ້ເອົາບັນດາຊີວິດຊັບສິນ ຂອງພໍ່-ແມ່ ປະຊາຊົນ ແລະ ກາຈັດສັນທີ່ພັກຊົ່ວຄາວ ໃນຈຳນວນ ໃນຄອບ 25 ຄອບຄົວ ທີ່ຖືກຜົລກະທົບໜັກ ເຮືອນຊານແມ່ນໄດ້ປິວໄປກັບພະຍຸ ບໍ່ມີແປນຫັ້ນແຫຼະຄືກັບເດີ່ນບານ.”

ທ່ານໄດ້ກ່າວຕື່ມວ່າກໍໄດ້ຈັດສັນເອົາມາຢູ່ຊົ່ວຄາວໂດຍກຳນົດສາລາໂຮງທັມວັດບ້ານໂພນໄຜ່ເປັນ ຈຸດຕັ້ງຮັບການຊ່ອຍເຫຼືອ ແລະ ເປັນຈຸດທີ່ພັກພີງ ຂອງພໍ່-ແມ່ປະຊາຊົນ ທີ່ບໍ່ມີບ່ອນພັກພາອາສັຍ. ສ່ວນການຢຽວຢາສຸກເສີນ ທາງເມືອງກໍໄດ້ຣະດົມທຸກພາກສ່ວນ ມາຊ່ອຍເຫຼືອ ເພື່ອແກ້ໄຂເບື້ອງຕົ້ນ ເຊັ່ນເຂົ້າປາອາຫານ ເຄື່ອງອຸປະໂພກບໍຣິໂພກ ເຄື່ອງນຸ່ງຫົ່ມ ແລະ ທີ່ພັກຊົ່ວຄາວ.

ທ່ານໄດ້ຣະບຸຕື່ມວ່າ ປັດຈຸບັນກໍໄດ້ມີຫຼາຍພາກສ່ວນ ໄດ້ເຂົ້າມາມອບເຄື່ອງຊ່ອຍເຫຼືອ ໃຫ້ກັບປະຊາຊົນ ຜູ້ທີ່ ໄດ້ຮັບຜົລກະທົບ ເປັນ ຈຳນວນຫຼາຍ ແຕ່ກໍຍັງບໍ່ພຽງພໍ ຍັງຕ້ອງການໂດຍສະເພາະແມ່ນ ເຄື່ອງກໍ່ສ້າງເຮືອນ, ອາຫານ, ນໍ້າດື່ມ, ຢາປົວພຍາດເປັນຕົ້ນ.

ແນວໃດກໍ ຕາມໄລຍະນີ້ ກໍຍັງມີການເຝົ້າຣະວັງ ພັຍທີ່ຈະເກີດຂຶ້ນ ໂດຍອີງໃສ່ການແຈ້ງເຕືອນ ຂອງກົມອຸຕຸນິຍົມວິທຍາ ໄລຍະນີ້ ຈະມີຝົນຕົກຢ່າງຕໍ່ເນື່ອງ ໂດຍສະເພາະ ຊາວບ້ານທີ່ຢູ່ລຽບຕາມ ແຄມແມ່ນໍ້າເຊໂດນ ເຂດທີ່ຕໍ່າຕ້ອງໄດ້ກະຕຽມໂຕຕລອດເວລາ ເພາະຢ້ານນໍ້າເຊໂດນເພີ່ມຣະດັບຂຶ້ນໄວ.

ໃນຂນະທີ່ຂແນງການທີ່ກ່ຽວຂ້ອງ ໂດຍສະເພາະ ຄະນະກັມມະການ ພັຍພິບັດຣະດັບແຂວງ ກໍໄດ້ກ່າວເຖິງການຊ່ອຍເຫຼືອ ໃນການ ປຸກເຮືອນໃຫ້ກັບຜູ້ທີ່ເສັຽຫາຍໝົດຫຼັງ ຢູ່ບ້ານໂພນໄຜ່ 25 ຫຼັງ ແລະ ຢູ່ບ້ານກ້ວຍ 6 ຫຼັງນັ້ນ. ເບື້ອງຕົ້ນ ກໍຈະຮິບໂຮມວັດຖຸ ທີ່ໄດ້ ຮັບການຊ່ອຍເຫຼືອ ແລະເງິນ ຈາກພາກເອກຊົນ ທີ່ໃຫ້ການຊ່ອຍເຫຼືອ ມາຊ່ອຍປຸກຕູບ ໃຫ້ຢູ່ກ່ອນ ຫຼັງຈາກນັ້ນ ຖ້າມີງົບປະມານ ຈາກຂັ້ນແຂວງສົ່ງມາ ໃຫ້ກໍຈະໄດ້ຊ່ອຍເຫຼືອໄປຕື່ມເທົ່າທີ່ສາມາດເຮັດໄດ້:

"ໃນຈຳນວນ 25 ຄອບຄົວ ໄດ້ຕົກລົງປຶກສາຫາລືກັນແລ້ວ ກໍຄືວ່າເຮັດ ແນວໃດກາເຮັດຟື້ນຟູບູຣະນະ ໃຫ້ 25 ຄອບຄົວນີ້ ໄດ້ມີ ທີ່ພັກອາສັຍຊົ່ວຄາວຫັ້ນກ່ອນ ພາຍຫຼັງທີ່ພວກເຮົາ ໄດ້ຈັດສັນພື້ນທີ່ຮຽບຮ້ອຍແລ້ວ ຈະໄດ້ເຮັດເປັນຕູບເປັນຫຍັງນີ້ແຫຼະ ເທົ່າທີ່ວ່າ ວັດຖຸຂອງພວກເຮົາມີກ່ອນ ໂດຍອາສັຍກຳລັງເຈົ້າໜ້າທີ່ທະຫານແຂວງທະຫານເມືອງ ສົມທົບກັບກຳລັງຂອງຊາວໜຸ່ມ ຕອນນີ້ກຳລັງ ຈັດສັນກັນຢູ່.”

ທ່ານໄດ້ກ່າວຕື່ມວ່າ ສຳລັບຜູ້ເສັຽຊີວິດທາງຄະນະກັມການ ກໍໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ນຶ່ງລົງຊ່ອຍຄອບຄົວ ໂດຍມອບ ເງິນແລະ ວັດຖຸສິ່ງຂອງໃຫ້ຄອບຄົວຜູ້ເສັຽຊີວິດ ແລະ ຜູ້ໄດ້ຮັບບາດເຈັບ. ສ່ວນທາງດ້ານເນື້ອທີ່ ການຜລິດກະສິກັມ ແລະຊົລປະທານ ບໍ່ໄດ້ຮັບຄວາມເສັຽຫາຍພໍປານໃດ ເພາະນໍ້າເຊໂດນ ບໍ່ໄດ້ເພີ່ມຣະດັບຂຶ້ນ.

ເມືຶອງສາຣະວັນ ນອກຈາກໄດ້ຮັບຜົລເສັຽຫາຍ ຈາກພະຍຸ ໂກນເຊີນ ແລ້ວ ການຣະບາດ ຂອງເຊື້ອພຍາດໂຄວິດ-19 ກໍກຳລັງ ເປັນ ບັນຫາໃຫຍ່ ຕໍ່ກັບຊາວເມືອງ. ອີງຕາມເຈົ້າໜ້າ ທີ່ຂອງຄະນະສະເພາະກິຈ ເມືອງສາຣະວັນ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ ນັກຂ່າວເອເຊັຽເສຣີ ໃນວັນທີ 15 ກັນຍາວ່າ. ຍ້ອນການຣະບາດ ໃນເມືອງສາຣະວັນ ໂດຍສະເພາະການຣະບາດ ໃນຊຸມຊົນເພີ່ມຂຶ້ນ ທຸກວັນ ທາງການແຂວງຈຶ່ງຈຳເປັນ ໄດ້ອອກແຈ້ງການປິດການຄ້າຂາຍ ຢູ່ຕລາດແຂວງສາຣະວັນ ນັບແຕ່ວັນທີ 9 ກັນຍາເປັນຕົ້ນມາ.

ນອກຈາກນີ້ໄດ້ວາງກຳລັງປິດການສັນຈອນ ຣະຫວ່າງບ້ານຕໍ່ບ້ານ ໂດຍສະເພາະບ້ານເຂດສີແດງ ຢ່າງເຂັ້ມງວດ. ເຊັ່ນບ້ານນາເຫຼັກ, ບ້ານຫຼັກສອງ, ບ້ານຄັນທະລາດ, ບ້ານນາກົກໂພ, ບ້ານວັດກາງ, ບ້ານໂພນແກ້ວ, ບ້ານເຕົາປູນ, ບ້ານນາໂດນ.

ນອກຈາກນີ້ ເມືອງສາຣະວັນ ຍັງໄດ້ອອກແຈ້ງການຕື່ມ ເມື່ອວັນທີ 14 ກັນຍາທີ່ຜ່ານມາ ໂດຍໄດ້ຜ່ອນຜັນ ໃຫ້ກັບບັນດາບ້ານ ທີ່ຖືກ ຜົລກະທົບ ຈາກພະຍຸ ໂກນເຊີນ ໂດຍໄດ້ປົດລ໊ອກບ້ານໂພນບົກ ຈາກບ້ານສີແດງ ເປັນບ້ານສີຂຽວ, ຍົກເລີກຈຸດກັ່ນຕອງເຂົ້າ-ອອກ 5 ຈຸດ ແລະ ອະນຸຍາດ ໃຫ້ຂາຍວັດສະດຸກໍ່ສ້າງ ເພື່ອແກ້ໄຂ ໃຫ້ຄອບຄົວທີ່ຖືກຜົລກະທົບ.

ສະຖານະການໂຄວິດ-19 ປະຈຳວັນທີ 15 ກັນຍາ ຂອງແຂວງສາຣະວັນ ກວດພົບຜູ້ຕິດເຊື້ອຣາຍໃໝ່ 9 ຄົນ ໃນຊຸມຊົນ 6 ຄົນ. ປັດຈຸບັນແຂວງສາຣະວັນ ມີຜູ້ຕິດເຊື້ອສະສົມ 1,424 ຄົນ, ກຳລັງປິ່ນປົວ 300 ຄົນ, ປິ່ນປົວເຊົາດີ 1,123 ຄົນ ແລະ ເສັຽຊີວິດ ສະສົມ 1 ຄົນ.

ອີກບັນຫານຶ່ງ ທີ່ກະທົບຊີວິດການເປັນຢູ່ ຂອງປະຊາຊົນ ໃນແຂວງສາຣະວັນ ແມ່ນນໍ້າມັນ ແອັດຊັງຂາດປໍ້າ ເມື່ອເດືອນ ສິງຫາ ຜ່ານມາ. ທ່ານ ຄຳຜ່ານ ສີລາວີ ຫົວໜ້າ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງສາຣະວັນ ໄດ້ກ່າວຕໍ່ສື່ທ້ອງຖິ່ນວ່າ ນໍ້າມັນ ແອັດຊັງຂາດປໍ້າ ບໍ່ສະເພາະ ແຕ່ແຂວງສາຣະວັນ ຍັງມີແຂວງອັດຕະປື, ເຊກອງ ແລະ ຈຳປາສັກ.

ທ່ານໄດ້ຣະບຸຕື່ມວ່າ ສາເຫດທີ່ພາໃຫ້ ນໍ້າມັນແອັດຊັງຂາດປໍ້າ ກໍມາຈາກທະນາຄານ ບໍ່ສາມາດສນອງ ເງິນຕຣາຕ່າງປະເທດ ໂດຍ ສະເພາະສະກຸນເງິນໂດລາ ໃຫ້ແກ່ບໍຣິສັດນໍາເຂົ້າ ນໍ້າມັນເຊື້ອໄຟໄດ້ພຽງ 50-60%. ນອກຈາກນີ້ ອັດຕຣາແລກປ່ຽນກໍສູງ, ການ ຄິດໄລ່ ອາກອນມູລຄ່າເພີ່ມກໍສູງ ແລະ ບັນຫາການຂົນສົ່ງຕົ້ນທາງ.

ເຖິງແນວໃດກໍຕາມ ຕໍ່ກັບບັນຫາດັ່ງກ່າວ ປະຊາຊົນທີ່ຊົມໃຊ້ນໍ້າມັນເປັນປະຈຳ ຍັງຕ້ອງແບກຮັບ ລາຄານໍ້າມັນທີ່ສູງຂຶ້ນ ກໍຄື 1 ລິດ 10,670 ກີບ. ໂດຍນອກຈາກນໍ້າມັນຂາດປໍ້າ ບັນຫາລາຄາສູງ ກໍສົ່ງຜົລກະທົບຫຼາຍ ຕໍ່ຊີວິດປະຈຳວັນ ແຕ່ກໍຕ້ອງໄດ້ຊົມໃຊ້ ເພາະ ມັນເປັນສິ່ງຈຳເປັນ.

ຕໍ່ກັບສາມບັນຫາ ທີ່ແຂວງສາຣະວັນ ກຳລັງປະເຊີນຢູ່ນີ້ ກໍລ້ວນແລ້ວແຕ່ຕ້ອງໄດ້ໃຫ້ພາກຣັຖເຂົ້າມາແກ້ໄຂ ເນື່ອງຈາກມັນເປັນບັນຫາ ທີ່ກ່ຽວຂ້ອງເຖິງໂຄງສ້າງເສຖກິຈ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ການຣະບາດເຊື້ອໂຄວິດ-19 ກໍໜັກໜ່ວງຢູ່ແລ້ວ ຍັງມີບັນຫາ ພັຍທັມມະຊາດ ແລະ ບັນຫາສິນຄ້າລາຄາແພງ ເຊິ່ງຕ້ອງການແກ້ໄຂ ຈາກຣັຖບານ ແບບຍືນຍົງ ບໍ່ແມ່ນການແກ້ໄຂ ສະເພາະໜ້າ ຫຍິ່ງໃນຍາມເສຖກິຈຫຼຸດຖອຍ ແລະ ບໍ່ຮູ້ວ່າຈະຟື້ນໄດ້ເມື່ອໃດ ກໍຫຍິ່ງ ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບໜັກຂຶ້ນນັບມື້. ອີງໃສ່ຄຳເຫັນ ຂອງອາຈານ ສອນບໍຣິຫານ ທຸຣະກິຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.