ລັດມີແຜນຍົກຍ້າຍຊາວບ້ານ ເຂດເມືອງກະລຶມ ອອກໃຫ້ໂຄງການສ້າງເຂື່ອນ 2 ແຫ່ງ
2024.10.02
ທາງການແຂວງເຊກອງ ມີແຜນຈະບຸກເບີກເນື້ອທີ່ ແລະໂຍກຍ້າຍຊາວບ້ານ 5 ບ້ານ ຢູ່ເມືອງກະລຶມ ເພື່ອຫລີກທາງໃຫ້ການພັດທະນາ ໂຄງການເຂື່ອນໄຟຟ້າ ຈໍານວນ 2 ແຫ່ງ ຄື ເຂື່ອນໄຟຟ້າເຊກອງ 4A ແລະ ເຂື່ອນໄຟຟ້າເຊກອງ 4B ເຊິ່ງມີກໍານົດການ ຈະກໍ່ສ້າງ ພາຍໃນປີ 2025 ນີ້.
ຂະນະທີ່ຊາວບ້ານທ່ານນຶ່ງ ໃນເມືອງກະລຶມ ແຂວງເຊກອງ ກ່າວວ່າ ຫາກລັດຖະບານລາວ ຕັດສິນໃຈຈະສ້າງເຂື່ອນທັງ 2 ແຫ່ງແທ້ ກະບໍ່ໄດ້ຂັດຂ້ອງ ແຕ່ການຊົດເຊີຍ ຄວາມເສັຍຫາຍ ໃນດ້ານຕ່າງໆໃຫ້ກັບຊາວບ້ານ ກະຕ້ອງມີຄວາມເໝາະສົມ ບໍ່ເຮັດໃຫ້ຊາວບ້ານ ທີ່ຖືກຜົນກະທົບ ອັບຜົນປະໂຍດ.
ດັ່ງ ຊາວບ້ານທ່ານນຶ່ງ ໃນເມືອງກະລຶມ ແຂວງເຊກອງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 2 ຕຸລາ ນີ້ວ່າ:
“ບໍລິສັດເພິ່ນບໍ່ໄດ້ ຂໍ້ຕົກລົງ ໃຫ້ເຮົາ ມື້ນັ້ນມື້ນີ້ ຫັ້ນນ່າ ຊິວ່າຈັ່ງໃດແລ້ວ ພາກລັດເພິ່ນສ້າງເນາະ ມັນກະເອກກະພາບ ຈາກລັດຖະບານຫັ້ນນ່າ ເຮົາກະຫລີກລ້ຽງບໍ່ໄດ້ ເພາະວ່າດິນສວນເພິ່ນ ກະວ່າຊິຊົດເຊີຍ ແຕ່ວ່າ ມື້ໃດກະຍັງບໍ່ທັນຮູ້.”
ຊາວບ້ານທ່ານນີ້ ກ່າວອີກວ່າ ດຽວນີ້ ຍັງບໍ່ທັນຮູ້ລາຍລະອຽດທີ່ຈະແຈ້ງ ກ່ຽວກັບ ແຜນການບຸກເບີກເນື້ອທີ່ ແລະ ການໂຍກຍ້າຍອອກຈາກພື້ນທີ່ ເພາະບໍລິສັດລົງທຶນ ແລະ ທາງການແຂວງເຊກອງ ກໍຍັງບໍ່ທັນໄດ້ແຈ້ງຂໍ້ມູນ ລາຍລະອຽດ ໃຫ້ກັບຊາວບ້ານໄດ້ຮັບຮູ້ ຢ່າງເປັນທາງການເທື່ອ.
ຊາວບ້ານອີກທ່ານນຶ່ງ ໃນເມືອງກະລຶມ ແຂວງເຊກອງ ກ່າວວ່າ ຊາວບ້ານສ່ວນໃຫຍ່ ຮັບຮູ້ແລ້ວວ່າ ຈະມີການກໍ່ສ້າງເຂື່ອນໄຟຟ້າ 2 ແຫ່ງ ໃນພື້ນທີ່, ແຕ່ປັດຈຸບັນ ຍັງບໍ່ມີພາກສ່ວນທີ່ກ່ຽວຂ້ອງໃດ ແຈ້ງຂໍ້ມູນລາຍລະອຽດ ກ່ຽວກັບໂຄງການ ແລະ ແຜນການ ໂຍກຍ້າຍຊາວບ້ານອອກຈາກພື້ນທີ່ ແລະ ການຊົດເຊີຍເທື່ອ. ດັ່ງ ຊາວບ້ານທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຮົາບໍ່ໄດ້ຮູ້ເລື້ອງການໂຍກຍ້າຍ ອັນປະຊາຊົນເທື່ອ ຄືວ່າແຫລະ ເຮົາບໍ່ໄດ້ຮູ້ ເພາະວ່າ ເຂົາບໍ່ໄດ້ແຈ້ງໃຫ້ແນ່ໃຈປານໃດນ່າ ພວກເຮົາບໍ່ຮູ້ເລື້ອງລາວຫຍັງ ເຂົາບໍ່ໄດ້ແຈ້ງຫຍັງຈັກຢ່າງ.”
ທາງດ້ານ ເຈົ້າໜ້າທີ່ຜະແນກ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງ ກ່າວວ່າ ໃນເບື້ອງຕົ້ນທາງການແຂວງ ເຊກອງ ມີແຜນຈະບຸກເບີກເນື້ອທີ່ປ່າໄມ້ ປະມານ 400 ປາຍເຮັກຕ້າ ເພື່ອສ້າງເຮືອນຈັດສັນ ແລະ ທົດແທນທີ່ດິນ ທໍາການກະເສດ ໃຫ້ກັບຊາວບ້ານ ທີ່ຈະຖືກໂຍກຍ້າຍອອກຈາກພື້ນທີ່ ຈໍານວນ 5 ບ້ານ ຢູ່ເມືອງກະລຶມ ສ່ວນລາຍລະອຽດຈະແຈ້ງນັ້ນ ຍັງບໍ່ທັນໄດ້ຄົບຖ້ວນ ເນື່ອງຈາກ ທາງການແຂວງເຊກອງ ຍັງຕ້ອງລົງພື້ນທີ່ ໄປເກັບກໍາຂໍ້ມູນ ຕື່ມອີກ. ແຕ່ເລື້ອງສໍາຄັນ ກະຕ້ອງປະເມີນ ເລື້ອງມູນຄ່າຊັບສິນ ແລະ ຜົນລະປູກຂອງຊາວບ້ານ ທີ່ຈະໄດ້ຮັບຄວາມເສັຍຫາຍ ຊຶ່ງທາງການແຂວງເຊກອງ ກະຍັ້ງຍືນວ່າ ຈະຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານທີ່ຖືກຜົນກະທົບ ຢ່າງເໝາະສົມ ບໍ່ເຮັດໃຫ້ອັບຜົນປະໂຍດ.
ດັ່ງ ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນຈະເວົ້າເລື້ອງຊັບສິນ ແລ້ວກະຜົນລະປູກ ທີ່ຖືກຜົນກະທົບ ສ່ວນທີ່ດິນເຮົາກະບໍ່ໄດ້ຄິດໄລ່ ແລ້ວເຮົາກະຊົດເຊີຍ ຕາມທີ່ມັນກະທົບຕົວຈິງ ເພາະວ່າ ທີ່ດິນມັນຍັງ ເປັນທີ່ດິນຂອງລັດຢູ່ ມັນບໍ່ໄດ້ເປັນກໍາມະສິດ ຂອງບຸກຄົນເດ້ ຫາກຖືກກະທົບແຫລະ ຂະເຈົ້າກໍບໍ່ມີພື້ນທີ່ ອັນນີ້ເຮົາກະຕ້ອງໄດ້ປະຕິບັດ ນະໂຍບາຍ.”
ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ ໄປຫາບໍລິສັດຜູ້ລົງທຶນ ເພືີອສອບຖາມລາຍລະອຽດຕ່າງໆ ກ່ຽວກັບ ການພັດທະນາໂຄງການທັງ 2 ແຫ່ງ ແຕ່ເຈົ້າໜ້າທີ່ ປະຕິເສດ ທີ່ຈະໃຫ້ຂໍ້ມູນ”
ຂະນະທີ່ ເຈົ້າໜ້າທີ່ ປະຈໍາໂຄງການເຂື່ອນໄຟຟ້າ ເຊກອງ 4A ແລະເຂື່ອນໄຟຟ້າ ເຊກອງ 4B ກ່າວວ່າ ບໍ່ຂໍໃຫ້ລາຍລະອຽດ ແຕ່ທັງ 2 ໂຄງການ ຄາດວ່າຈະເລີ້ມດໍາເນີນກໍ່ສ້າງ ພາຍໃນປີ 2025 ນີ້.
ດັ່ງ ເຈົ້າໜ້າທີ່ນາງນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ພາກສ່ວນທີ່ຮັບຜິດຊອບ ສິ່ງແວດລ້ອມເນາະ ໃຫ້ຂໍ້ມູນ ນ່າຈະປະມານປີໜ້າເບາະ ປາຍໆປີໜ້າ.”
ສໍາລັບໂຄງການເຂື່ອນໄຟຟ້າເຊກອງ 4A ມີກໍາລັງຕິດຕັ້ງຂະໜາດ 165 ເມກະວັດ ຈະຕັ້ງຢູ່ເມືອງລະມານ ແຂວງເຊກອງ ແລະ ໂຄງການເຄື່ອນໄຟຟ້າເກອງ 4B ມີກໍາລັງຕິດຕັ້ງຂະນາດ 175 ເມກະວັດ ຈະຕັ້ງຢູ່ເມືອງກະລຶມ ແຂວງເຊກອງ ລວມກໍາລັງຕິດຕັ້ງທັງໝົດ ຂະໜາດ 355 ເມກະວັດ . ໂດຍທັງ 2 ໂຄງການ ມີການເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ມາແຕ່ປີ 2015 ແລະ ຜ່ານການສຶກສາ ຄວາມເປັນໄປໄດ້ ເມື່ອປີ 2022 ທີ່ຜ່ານມາ.
ເຂື່ອນໄຟຟ້າ ທັງ 2 ແຫ່ງ ຄາດວ່າຈະເລີ້ມດໍາເນີນ ການກໍ່ສ້າງ ຢ່າງເປັນທາງການ ໃນປີ 2025 ແລະ ເລີ້ມຜະລິດໄຟຟ້າ ຢ່າງເປັນທາງການ ໃນປີ 2033 ໂດຍຈະສົ່ງໄຟຟ້າ ຂາຍ ໃຫ້ປະເທດໄທ ຈໍານວນ 90% ແລະອີກ 10% ຂາຍໃຫ້ກັບ ລັດວິສະຫະກິດໄຟຟ້າລາວ ເປັນໄລຍະເວລາ 27 ປີ (2033-2060) ໂຄງການເຂື່ອນໄຟຟ້າເຊກອງ 4A ແລະ ໂຄງການເຂື່ອນໄຟຟ້າເຊກອງ 4B ເປັນການຮ່ວມທຶນ ລະຫວ່າງ ບໍລິສັດ RATCH Group ປະເທດໄທຍຖືຫຸ້ນ 60% ບໍລິສັດ B. Grimm Power ປະເທດໄທຍ ຖືຫຸ້ນ 20% ແລະບໍລິສັດ International Renewable Energy ຖືຫຸ້ນ 20% ລວມມູນຄ່າການລົງທຶນ 1,094 ລ້ານໂດລ້າ ສະຫະລັດ.