ຂ.ເຊກອງຈະພາດເປົ້າໝາຍ ສະຫັດ ສວັດ


2014.03.25

 

ເຈົ້າໜ້າທີ່ ຣະດັບສູງ ໃນແຂວງ ເຊກອງ ເປີດເຜີຽວ່າ ທາງແຂວງ ຈະບໍ່ ສາມາດ ບັນລຸ ເປົ້າໝາຍ ການພັທນາ ສະຫັດສວັດ ເພື່ອ ຫລຸດຜ່ອນ ຄວາມ ທຸກຍາກ ຂອງ ປະຊາຊົນ ຕາມກໍານົດ ໃນປີ 2015 ໄດ້ ເພາະວ່າ ຍັງຂາດ ປັດຈັຍ ຫລາຍຢ່າງ. ດັ່ງທ່ານ ກ່າວວ່າ:

"ພວກເຮົາກ່າ ງົບປະມານ ມີຈໍາກັດ ບໍ່ພຽງພໍ ຕາມຄວາມ ຮຽກຮ້ອງ ຕ້ອງການ ແລະກ່າ ບໍ່ມີ ພາຫານະ ທີ່ ຈະລົງໄປ ແລະກ່າ ເສັ້ນທາງ ການໄປ ມານີ້ ທຸຣະ ກັນດານ ເນາະ ຕ້ອງໄດ້ ອາໄສ ຍ່າງຫັ້ນລະ ຫລາຍກ່ວາ ເພາະວ່າ ເສັ້ນທາງ ລົດ ເຂົ້າໄປ ບ້ານກ່າ ບໍ່ມີນໍ ແຕ່ວ່າ ໄປໄດ້ ໃນ ບ່ອນໃດ ທີ່ມີ ເສັ້ນທາງ ລົດ ກ່າໄປໄດ້ ພຽງລະດູ ແລ້ງ ສ່ວນ ລະດູຝົນ ໄປບໍ່ໄດ້".

ປັຈຈຸບັນ ແຂວງ ເຊກອງ ມີ ປະຊາຊົນ ທຸກຍາກ ຈໍານວນ 4,100 ຄອບຄົວ ໃນ 133 ບ້ານ. ການ ປະຕິບັດ ແຜນການ ຫລຸດຜ່ອນ ຄວາມ ທຸກຍາກ ສົກປີ
2012-2013 ຜ່ານມາ ທາງແຂວງ ສາມາດ ລຶບລ້າງ ຄວາມ ທຸກຍາກ ໄດ້ພຽງແຕ່ 987 ຄອບຄົວ ໃນ 4 ບ້ານ ເທົ່ານັ້ນ. ບັນຫາ ໃຫ່ຽ ກ່າແມ່ນ ເຣື້ອງ ງົບປະມານ ບໍ່ພຽງພໍ ແລະ ສະພາບການ ຄົມມະນາຄົມ ບໍ່ສະດວກ.

ແຂວງເຊກອງ ມີພົລເມືອງ ປະມານ 107,800 ຄົນ ປະມານ 9,000 ກວ່າ ຄອບຄົວ ແລະມີ 4 ເມືອງ ຄື ເມືອງ ກະລຶມ, ເມືອງ ທ່າແຕງ, ເມືອງ ລະມາມ ແລະ ເມືອງ ດັກຈຶງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.