ຊາວລຸ່ມນໍ້າຂອງສົ່ງຄໍາ ຮຽກຮ້ອງ

ສິດນີ
2015.11.13
f-mk ການພັທນາ ເຂື່ອນໄຟຟ້າ ຕ້ອງຮັບປະກັນ ຄວາມຍືນຍົງ (ຮູປຖ່າຍແມ່ນໍ້າຂອງ ຢູ່ເຂດສີ່ພັນດອນ)
RFA

ປະຊາຊົນ ທ້ອງຖິ່ນ ຈາກ ປະເທດ ລຸ່ມ ແມ່ນ້ຳຂອງ ກວ່າ 100 ຄົນ ໄດ້ພາກັນ ເຕົ້າໂຮມ ຢູ່ ແຂວງ ອານກຽງ ປະເທດ ວຽດນາມ ເພື່ອ ເຂົ້າຮ່ວມ ກອງປະຊຸມ ເວທີ ປະຊາຊົນ ແມ່ນ້ຳຂອງ ຊື່ງ ເປັນ ກອງປະຊຸມ ຄັ້ງ ປະຫວັດສາດ ກ່ຽວກັບ ການສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ຂອງ ປະຊາຊົນ ທ້ອງຖິ່ນ. ກຸ່ມ ດັ່ງກ່າວ ໄດ້ ສົ່ງສານ ຄວາມ ເປັນຫ່ວງ ກ່ຽວກັບ ການສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ໄປຫາ ບັນດາ ຣັຖບານ ທ້ອງຖິ່ນ.

ໃນ ກອງປະຊຸມ ດັ່ງກ່າວ ມີຕົວແທນ ຊຸມຊົນ ຈາກ ຫຼາຍ ປະເທດ ເຂົ້າຮ່ວມ ດັ່ງ ຊຸມຊົນ ຕົງເລສາບ ຈາກ ກຳພູຊາ, ຊຸມຊົນ ທີ່ ອາສັຍ ຕາມລຳ ແມ່ນ້ຳຂອງ ໃນ ກຳພູຊາ ແລະ ອົງການ ແມ່ນ້ຳ ກຳພູຊາ. ນອກຈາກ ນີ້ ກໍຍັງມີ ຕົວແທນ ຈາກ ເຂດ ພາກເຫນືອ ແລະ ພາກ ຕາເວັນອອກ ສ່ຽງເຫນືອ ຜູ້ທີ່ຢູ່ ຕາມລຳ ແມ່ນ້ຳຂອງ ຂອງໄທ ແລະ ປະຊາຊົນ ວຽດນາມ ຈາກ ແຂວງ ຕາມລຳ ແມ່ນ້ຳຂອງ ດັ່ງ ແຂວງ ອານກຽງ ດາກລັກ ແລະ ແຂວງ ກາມາວ ເຂົ້າຮ່ວມ. ປະຊາຊົນ ກຸ່ມ ດັ່ງກ່າວ ສ່ວນໃຫຍ່ ໄດ້ຮັບ ຜົລກະທົບ ຈາກ ເຂື່ອນ ໃນ ແມ່ນ້ຳຂອງ ແລະ ສາຍນ້ຳ ສາຂາ ມາແລ້ວ.

ໃນ ກອງປະຊຸມ ຕົວແທນ ຈາກ ຊຸມຊົນ ກຸ່ມ ແມ່ນ້ຳຂອງ ໄດ້ ສົ່ງຂໍ້ຄວາມ ຮ້ອງທຸກ ຈາກ ປະຊາຊົນ ທ້ອງຖິ່ນ ໄປຫາ ຣັຖບານ ໃນ ຂົງເຂດ ຮຽກຮ້ອງ ໃຫ້ ມີການ ທົບທວນ ການສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ຄືນໃຫມ່ ແລະ ໃຫ້ ເຄົາຣົບ ນັບຖື ສິດທິ ແລະ ຄວາມຮ້ອງທຸກ ຂອງ ປະຊາຊົນ ທ້ອງຖິ່ນ ຜູ້ ທີ່ໄດ້ຮັບ ຜົລກະທົບ ຈາກການ ສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ແລະ ສາຍນ້ຳ ສາຂາ ໃນ ປະເທດ ແມ່ນ້ຳຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.