ດິນຍຸບເປັນຂຸມໃຫຍ່ ຢູ່ແຂວງຄໍາມ່ວນ ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ ຂອງຈີນ

ສຸພັດຕາ
2024.12.05
ດິນຍຸບເປັນຂຸມໃຫຍ່ ຢູ່ແຂວງຄໍາມ່ວນ ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ ຂອງຈີນ ສະພາບດິນຍຸບ ໃນເຂດສຳປະທານ ເພື່ອການຂຸດຄົ້ນແລະປຸງແຕ່ງເກືອໂປຕາສ ຢູ່ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄຳມ່ວນ, ວັນທີ 4 ທັນວາ 2024.
ໜັງສືພິມແຂວງຄຳມ່ວນ Khammouane News

ເມື່ອວັນທີ 3 ທັນວາ ທີ່ຜ່ານມາ ເກີດເຫດດິນຍຸບ ແບບບໍ່ຮູ້ສາເຫດ ຢູ່ເຂດບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ ຈຸດເກີດເຫດ ເປັນທົ່ງນາ ທີ່ຢູ່ຫ່າງຈາກເຮືອນປະຊາຊົນ ປະມານ 800 ແມັດ. ມື້ທໍາອິດ ດິນຍຸບລົງເລີກໄປກວ່າ 10 ປາຍແມັດ ກວ້າງປະມານ 20 ປາຍແມັດ ຕໍ່ມາ ມື້ທີ 2 ດິນຍັງເຈື່ອນ ຍຸບລົງໄປອີກ ກາຍເປັນຂຸມເລິກ 15 ແມັດ ແລະກວ້າງ 25 ແມັດ.

ເຖິງແມ່ນວ່າ ຈະຍັງບໍ່ຮູ້ສາເຫດທີ່ແນ່ນອນ ແຕ່ຊາວບ້ານກໍ່ສັນນິຖານວ່າ ດິນຍຸບ ຍ້ອນວ່າ ບໍລິເວນດັ່ງກ່າວ ຢູ່ໃກ້ກັບຊ່ອງລົມ ທີ່ເຮັດເພື່ອຖ່າຍເທອາກາດ ລົງໄປຍັງບໍ່ເກືອກາລີ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ຂອງນັກລົງທຶນຈີນ ທີ່ຕັ້ງຢູ່ ເຂດບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ, ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ບ້ານປາກເປັ່ງ ເມືອງທ່າແຂກ ທີ່ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ທັນວາ 2024 ນີ້ວ່າ:

“ມັນເປັນດິນນາ ເປັນດິນນາ ເພາະວ່າຂະເຈົ້າເຮັດນາທຸກປີ ແຕ່ຂ້ອຍກໍ່ບໍ່ແນ່ໃຈ ແຕ່ວ່າ ຂະເຈົ້າຂຸດບໍ່ເກືອ ມັນກະຫ່າງກັນ ປະມານ ຫຼາຍກິໂລຢູ່ ແຕ່ວ່າ ມັນໃກ້ນິ່ ມັນກໍ່ສິເປັນຊ່ອງລົມອາກາດ ຂະເຈົ້າຖ່າຍເທ ລົງພື້ນພຸ້ນແຫຼະນ່າ.”

ຂະນະທີ່ ຊາວບ້ານ ຢູ່ບ້ານປາກເປັ່ງ ອີກນາງໜຶ່ງ ກ່າວຄືກັນວ່າ ບ່ອນດິນຍຸບນັ້ນ ເກີດເປັນຂຸມໃຫຍ່ແທ້ ໂດຍໄດ້ຍິນສຽງດັງ ຕັ້ງແຕ່ຕອນກາງຄືນ ເມື່ອຕື່ນເຊົ້າມາ ຈຶ່ງເຫັນດິນຍຸບແລ້ວ, ດັ່ງນາງກ່າວວ່າ:

“ມັນກໍ່ໃຫຍ່ຫັ້ນແຫຼະ ມັນເປັນສາງລົມ ເປັນປ່ອງລົມຂອງຈີນ ມັນເປັນອຸໂມງ ແບບຄ້າຍໆໃຫ້ລົມເຂົ້າໄປຫາ ມັນກໍ່ຕໍ່ກັນກັບຈີນ ຄືກັນນັ້ນແຫຼະຫວາ.”

ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມ ຕິດຕໍ່ໄປຍັງ ພະແນກພະລັງງານ ແລະບໍ່ແຮ່ ແຂວງຄໍາມ່ວນ ແຕ່ບໍ່ສາມາດຕິດຕໍ່ໄດ້.

ຢ່າງໃດກໍ່ຕາມ ໃນມື້ວັນທີ 4 ທັນວາ ທີ່ຜ່ານມານີ້ ເຈົ້າແຂວງ ແຂວງຄໍາມ່ວນ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ຈາກກະຊວງພະລັງງານ ແລະບໍ່ແຮ່, ກົມຄຸ້ມຄອງບໍ່ແຮ່ ແລະກົມທໍລະນີສາດ ແລະບໍ່ແຮ່ ລວມເຖິງ ພະແນກພະລັງງານ ແລະບໍ່ແຮ່ແຂວງ ແລະປະທານ ບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ໄດ້ລົງກວດກາ ສະພາບດິນຍຸບດັ່ງກ່າວ ໂດຍພື້ນທີ່ເຂດນີ້ ໄດ້ນອນຢູ່ໃນເຂດສໍາປະທານ ເພື່ອການຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ.

ຈາກການກວດກາສະພາບດິນຍຸບ ກໍ່ຍັງບໍ່ມີຜົນສະຫຼຸບ ທີ່ຈະແຈ້ງວ່າ ເກີດຈາກສາເຫດຫຍັງ ແຕ່ກໍ່ຢືນຢັນວ່າ ບໍລິເວນດິນຍຸບນີ້ ຢູ່ໃກ້ກັບຊ່ອງລົມ ທີ່ຕໍ່ໃສ່ບໍ່ເກືອກາລີ ພຽງ 500 ແມັດ, ດັ່ງເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຢູ່ບ້ານປາກເປັ່ງ ທ່ານໜຶ່ງ ກ່າວວ່າ:

“ຍັງບໍ່ມີຜົນສະຫຼຸບຫຍັງ ອອກມາຫັ້ນນ່າ ເພິ່ນກໍ່ຍັງບໍ່ໄດ້ສະຫຼຸບ ແຕ່ວ່າ ມັນໄກຈາກອຸໂມງລົມຫັ້ນແຫຼະ 500 ແມັດ ແມ່ນໆ ຊ່ອງລົມ ເອີ່... ຮູ້ແຕ່ວ່າ ຂະເຈົ້າເຈາະເອົາເກືອຫັ້ນແຫຼະ ໃກຈາກບໍ່ຂະເຈົ້າເຈົ້າຫັ້ນແຫຼະ 300 ແມັດ ທາງປະທານເພິ່ນກໍ່ລົງມາ ທາງເຈົ້າແຂວງເພິ່ນກໍ່ລົງມາ ແຕ່ເພິ່ນກໍ່ຍັງ ໃຫ້ຄໍາຕອບບໍ່ໄດ້ ວ່າມັນເກີດຈາກສາເຫດຫຍັງ.”

ປັດຈຸບັນ ຊາວບ້ານ ໄດ້ເກີດຄວາມກັງວົນວ່າ ອາດເກີດເຫດດິນຍຸບເຈື່ອນ ໃນບ່ອນອື່ນອີກເພີ່ມຕື່ມ ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ໄດ້ສົມທົບກັບຊາວບ້ານ ເຮັດຮົ້ວອ້ອມເຂດດັ່ງກ່າວໄວ້ ເພື່ອປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດ ຄົນ ຫຼືສັດລ້ຽງ ຕົກລົງໄປໃນຂຸມໃຫຍ່ນີ້ ແລະໄດ້ມີການຫາລືເລື່ອງການຊົດເຊີຍ ໃຫ້ຊາວບ້ານຜູ້ເປັນເຈົ້າຂອງດິນແລ້ວ ແຕ່ກໍ່ຍັງບໍ່ຮູ້ຄັກແນ່ວ່າ ການຊ່ອຍເຫຼືອ ຈະເປັນແນວໃດ.

ກ່ຽວກັບເລື່ອງນີ້ ຜູ້ຊ່ຽວຊານ ດ້ານການຂຸດຄົ້ນບໍ່ແຮ່ ທ່ານໜຶ່ງ ກ່າວວ່າ ເປັນໄປໄດ້ຫຼາຍທີ່ສຸດ ທີ່ການຍຸບໂຕຂອງດິນ ຈະກ່ຽວຂ້ອງກັບ ການຂຸດຄົ້ນບໍ່ເກືອກາລີ ຍ້ອນໃນບໍລິເວນໃກ້ຄຽງ ບ່ອນດິນຍຸບ ບໍ່ມີກິດຈະກໍາຢ່າງອື່ນ ນອກຈາກການຂຸດຄົ້ນເກືອກາລີ ເຊິ່ງສັນນິຖານວ່າ ສາເຫດຈາກດິນຍຸບນີ້ ອາດເກີດຈາກການຂຸດອຸໂມງ ທີ່ກວ້າງເກີນກວ່າກໍານົດ ເຮັດໃຫ້ ຝາອຸໂມງ ບໍ່ສາມາດຮັບນໍ້າໜັກຂອງດິນໄດ້ ຈຶ່ງເກີດດິນຍຸບລົງມາ, ດັ່ງທ່ານກ່າວວ່າ:

“ແນ່ນອນຢູ່ແລ້ວເນາະ ຂະເຈົ້າຂຸດ ແບບຕີເປັນວົງກວ້າງ ຢູ່ພື້ນມັນກໍ່ໄລຍະຫ່າງ ລະຫວ່າງຜະໜັງ ເບື້ອງນັ້ນ ເບື້ອງນີ້ ເປັນ 50 ແມັດເດ້ ບາດນີ້ ດິນມັນບໍ່ສາມາດ ຮອງຮັບນໍ້າໜັກຂອງໜ້າດິນໄດ້ ຈຶ່ງເກີດການຍຸບໂຕລົງໄປ.”

ຕັ້ງແຕ່ມີການຂຸດຄົ້ນ ເກືອກາລີ ຫຼື ໂປຕຣາສ ຂອງບໍລິສັດດັ່ງກ່າວ ຊາວບ້ານ ຢູ່່ເມືອງທ່າແຂກ ແລະເມືອງໜອງບົກ ແຂວງຄໍາມ່ວນ ກໍ່ໄດ້ຮັບຜົນກະທົບຫຼາຍດ້ານ ຍ້ອນບໍລິສັດ ມີການເຄື່ອນໄຫວ ຕະຫຼອດ 24 ຊົ່ວໂມງ ບາງເທື່ອ ໂຮງງານ ປ່ອຍກິ່ນຂິວອອກມາ ຈົນແສບຕາ ເຮັດໃຫ້ຊີວິດການເປັນຢູ່ ຂອງຊາວບ້ານລໍາບາກ ນອກຈາກນີ້ ລົດບັນທຸກ ທີ່ແລ່ນເຂົ້າອອກ ໃນໂຄງການຂຸດຄົ້ນ ເກືອກາລີ ກໍ່ສືບຕໍ່ເຮັດໃຫ້ເສັ້ນທາງເປ່ເພ ຈົນເກີດບັນຫາຂີ້ຝຸ່ນໃນລະດູແລ້ງ ແລະ ຂີ້ຕົມໃນລະດູຝົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.