ໂຮງງານຂ້າສັດ ບ້ານນາສ້ຽວ ປັບປຸງການປ່ອຍນ້ຳເສັຍດີຂຶ້ນ

ສຸພັດຕາ
2022.02.02
ໂຮງງານຂ້າສັດ ບ້ານນາສ້ຽວ ປັບປຸງການປ່ອຍນ້ຳເສັຍດີຂຶ້ນ ເຂດບໍຣິເວນທີ່ ໂຮງງານຂ້າສັດ ປ່ອຍນ້ຳເສັຽລົງ ກ່ອນໜ້ານີ້
ຮູບພາບ: ຊາວບ້ານນາສ້ຽວ

ປັດຈຸບັນ ບັນຫາການປ່ອຍນໍ້າເສັຍ ຈາກໂຮງງານຂ້າສັດ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຮັບການແກ້ໄຂ ຈາກພາກສ່ວນທີ່ກ່ຽວຂ້ອງແລ້ວ ພາຍຫຼັງກິ່ນເໝັນຈາກນໍ້າເສັຍນັ້ນ ໄດ້ກະທົບຊີວິດການເປັນຢູ່ ຂອງຊາວບ້ານໃນເຂດນັ້ນ ມາເປັນເວລາດົນ ຄື ຕັ້ງແຕ່ເດືອນກໍຣະກະດາ ປີ 2021 ເປັນຕົ້ນມາ.

ໂດຍໄລຍະ 1 ສັປດາທີ່ຜ່ານມາ ທາງໂຮງຂ້າສັດດັ່ງກ່າວ ໄດ້ແກ້ບັນຫາປ່ອຍນໍ້າເສັຍ ແລະໄດ້ດູດເອົາຂີ້ຕະເລະທີ່ສົ່ງກິ່ນເໝັນເໜົ່າອອກ ພ້ອມທັງຂຸດຮ່ອງລະບາຍນໍ້າ ເພື່ອໃຫ້ນໍ້າເສັຍຈາກໂຮງງານ ໄຫຼລົງໄປໃນໜອງພາຍໃນໂຮງງານ ແທນໄຫຼລົງໃສ່ເຂດທົ່ງນາຂອງຊາວບ້ານ ພ້ອມກັບໃສ່ຢາເຄມີຂ້າເຊື້ອ ແລະໃສ່ຢາດັບກິ່ນເໝັນນໍາດ້ວຍ ຈົນເຮັດໃຫ້ກິ່ນເໝັນເລີ່ມເຊົາຫຼາຍກວ່າ 80% ແລ້ວ.

ດັ່ງຊາວບ້ານ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 2 ກຸມພາ ນີ້ວ່າ:

“ນຶ່ງລະແມ່ນດູດ ໂຕມັນເປັນຂີ້ຕະເລະ ທີ່ມັນສົ່ງກິ່ນເໜົ່າເໝັນ ເອົາອອກໄປຖິ້ມທາງອື່ນ ອັນທີ່ສອງມາ ລະກະຈົກຮ່ອງ ຄອງລະບາຍນໍ້ານັ້ນ ເພື່ອໃຫ້ນໍ້າເສັຍມັນໄປ ມັນລະບາຍໃສ່ສານ ຢາຂ້າເຊື້ອຂ້າອີ່ຫຍັງຫັ້ນ ແລະກໍໂຕດັບກິນຫັ້ນເນາະ ຂອງຮຸນແຮງ ທີ່ວ່າມັນເປັນບວກເປັນໜອງຢູ່ນາຫັ້ນນ່າ ກິ່ນນີ້ກໍຖືວ່າເບົາບາງຫຼາຍສິບລະໃດ໋ ມັນກໍຄ່ອຍລະເຫີຍໄປຫັ້ນແຫຼະເນາະ ຄືບໜ້າວ່າຊັ້ນສາ ມີຄວາມຄືບໜ້າ.”

ຂະນະທີ່ ຊາວບ້ານນາສ້ຽວ ອີກຜູ້ນຶ່ງກໍກ່າວວ່າ ກິ່ນເໝັນຈາກນໍ້າເສັຍແມ່ນບໍ່ມີແລ້ວ ຕອນນີ້ ອາກາດພາຍໃນບ້ານນາສ້ຽວ ຖືວ່າບໍຣິສຸດ ເນື່ອງຈາກໂຮງງານ ໄດ້ເອົາຣົຖມາຂຸດຮ່ອງລະບາຍນໍ້າ ເພື່ອໃຫ້ນໍ້າເສັຍໄຫຼລົງໄປໃນເຂດໂຮງງານແລ້ວ.

ອີກທັງ ປັດຈຸບັນ ທາງໂຮງງານກໍເລັ່ງກໍ່ສ້າງ ອ່າງບໍາບັດນໍ້າເສັຍ ແບບ Biogas  ແລະໜ້າວຽກກໍ່ສ້າງ ອ່າງບໍາບັດນໍ້າເສັຍ ແມ່ນສໍາເຣັດໄປໄດ້ 90% ແລະປະມານວັນທີ່ 15 ເດືອນກຸມພານີ້ ທາງໂຮງງານຂ້າສັດ ເພິ່ນຈະເປີດນໍາໃຊ້ອ່າງບໍາບັດນໍ້າເສັຍ ຢ່າງເປັນທາງການ.

ດັ່ງຊາວບ້ານ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:

“ປັດຈຸບັນນີ້ ກະບໍ່ມີກິ່ນຫຍັງໃດ໋ລະ ກໍເຫັນນໍ້າມັນລ່ວງ ມັນກໍໄຫຼຜ່ານໄປເລີຍ ມັນບໍ່ມີກິ່ນແລ້ວເດ້ດຽວນີ້ ຈັກໜ່ອຍຂ້ອຍເຫັນເຂົາເຈົ້າສ້າງບໍ່ບໍາບັດ ຈັກໜ່ອຍເຂົາເຈົ້າສ້າງແລ້ວໆ ມັນກໍບໍ່ມີກິ່ນແລ້ວ ເຂົາເຈົ້າກະລົງທຶນສ້າງໝົດຫຼາຍເຕີບແລ້ວເດ້.”

ຂະນະທີ່ ຊາວບ້ານຢູ່ບ້ານນາສ້ຽວ ອີກຜູ້ນຶ່ງກ່າວວ່າ ປັດຈຸບັນ ກິ່ນເໝັນຈາກນໍ້າເສັຍ ຈາກໂຮງງານຂ້າສັດ ແມ່ນໄຄແດ່ແລ້ວຖ້າທຽບກັບແຕ່ກ່ອນ ແຕ່ມັນຍັງຈະມີກິ່ນບາງເວລາ ເມື່ອມີລົມພັດມາແຮງ ແລະກໍໄດ້ຍິນນາຍບ້ານ ປະກາດຜ່ານໂທງລະໂຄ່ງວ່າ ທາງໂຮງງານຂ້າສັດ ກໍາລັງເຮັດອ່າງບໍາບັດນໍ້າເສັຍ ປະມານທ້າຍເດືອນກຸມພານີ້ ກໍຈະສໍາເຣັດແລ້ວ.

ດັ່ງຊາວບ້ານ ຢູ່ບ້ານນາສ້ຽວຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:

“ກິ່ນມັນກະຍັງມີຢູ່ບາງບາດ ແຕ່ມັນກະຄ່ອຍລົງໜ້ອຍນຶ່ງ ຖ້າເວລາລົມມາແຮງ ກໍແມ່ນຄືເກົ່າ ເຂົາເຈົ້າກະມາບອກວ່າ ເອີ່...ປັບປຸງໃກ້ຊິແລ້ວໆວ່າຊັ້ນ ວ່າອົດທົນເອົາເດືອນ ເດືອນປາຍນີ້ ແຕ່ວ່າເປັນຍາມລົມາ ລົມຫຍັງ ກະຍັງມີກິ່ນຢູ່ ເພາະວ່າເຂົາເຈົ້າເຮັດ ຍັງບໍ່ທັນໄດ້ເຮັດແລ້ວເດ້ ຖ້າແລ້ວກະອາດຊິບໍ່ມີຕິ.”

ພາຍຫຼັງທີ່ມີຫາງສຽງ ຂອງປະຊາຊົນ ພາຍໃນບ້ານນາສ້ຽວ ຮ້ອງຮຽນບັນຫາກິ່ນເໝັນຈາກນໍ້າເສັຍ ຂອງໂຮງງານຂ້າສັດດັ່ງກ່າວ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນ ແລະຂັ້ນເມືອງ ຈຶ່ງສົ່ງຜົລໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ລົງເຮັດບັນບົດບັນທຶກ ກັບເຈົ້າຂອງໂຮງງານຂ້າສັດດັ່ງກ່າວ ອີກທັງເຈົ້າໜ້າທີ່ຂັ້ນເມືອງ ແລະຂັ້ນທ້ອງຖິ່ນ ໄດ້ຕົກລົງໃຫ້ໂຮງງານຂ້າສັດ ແຫ່ງດັ່ງກ່າວນີ້ ສ້າງອ່າງບໍາບັດນໍ້າເສັຍ ໃຫ້ໄດ້ມາຕຖານ ແລະໃຫ້ແລ້ວພາຍໃນວັນທີ່ 15 ເດືອນກຸມພາ ປີນີ້.

ໃນລະຫວ່າງທີ່ລໍຖ້າ ໃຫ້ອ່າງບໍາບັດນໍ້າເສັຍສ້າງສໍາເຣັດນັ້ນ ການຂຸດຮ່ອງລະບາຍນໍ້າ ປ່ອຍນໍ້າເສັຍແມ່ນໄດ້ສໍາເຣັດແລ້ວ ເຫຼືອແຕ່ອ່າງບໍາບັດນໍ້າເສັຍ ທີ່ຍັງສືບຕໍ່ກໍ່ສ້າງຈົນມາຮອດປັດຈຸບັນ.

ດັ່ງເຈົ້າໜ້າທີ່ ຂັ້ນເມືອງ ກ່າວໃນມື້ດຽວກັນນີ້ວ່າ:

“ໜອງບໍາບັດ ໂອ້ຍເພິ່ນເຮັດແຕ່ດົນ ມັນຫາກບໍ່ທັນສໍາເຣັດ ສໍາເຣັດວັນທີ່ 15 ນີ້ແຫຼະ ຈົກໜອງໝົດຄັກແນ່ ໝົດແລ້ວ ເຫຼືອແຕ່ອ່າງບໍາບັດ ໜອງບໍາບັດເພິ່ນເຮັດແລ້ວໝົດແລ້ວ.”

ສ່ວນຄໍາຮ້ອງຮຽນ ທີ່ຊາວບ້ານຕ້ອງການໃຫ້ ໂຮງງານຂ້າສັດ ຍຸຕິກິຈການຊົ່ວຄາວ ເພື່ອສ້າງອ່າງບໍາບັດນໍ້າເສັຍໃຫ້ສໍາເຣັດກ່ອນນັ້ນ ທາງເຈົ້າຂອງໂຮງງານຂ້າສັດ ໄດ້ໃຫ້ຄໍາຊີ້ແຈງ ຕໍ່ເຈົ້າໜ້າທີ່ຂັ້ນເມືອງ ວ່າ ບໍ່ສາມາດເຮັດໄດ້ ເນື່ອງຈາກຢ້ານໝູຈະບໍ່ພຽງພໍ ຕໍ່ຜູ້ບໍຣິໂພກພາຍໃນ ແຕ່ຈະຫຼຸດຜ່ອນການຂ້າໝູໃຫ້ໜ້ອຍລົງ, ເຈົ້າໜ້າທີ່ຂັ້ນເມືອງ ຜູ້ດຽວກັນນີ້ ກ່າວຕື່ມວ່າ:

“ຄະນະກັມມະການ ຫຼາຍພາກສ່ວນ ເພິ່ນ ມັນຢ້ານກະທົບລາຄາຊີ້ນໝູ ເພິ່ນກະຕ້ອງໄດ້ເປີດກ່ອນ ແຕ່ວ່າຫຼຸດຈໍານວນລົງ ການຜລິດ.”

ໂຮງງານຂ້າສັດແຫ່ງນີ້ ເປັນຂອງນັກທຸຣະກິຈລາວ ຕັ້ງຢູ່ເຂດບ້ານນາສ້ຽວ ແລະຕັ້ງຢູ່ຫ່າງຈາກຊຸມຊົນ ທີ່ມີບ້ານເຮືອນຂອງປະຊາຊົນອາສັຍຢູ່ ບໍ່ກາຍ 1 ກິໂລແມັດ ແລະໄດ້ຮັບອະນຸຍາດຈາກຂັ້ນເທິງ ໃຫ້ສາມາດຕັ້ງເປັນໂຮງງານຂ້າສັດໄດ້ ໂຮງງານດັ່ງກ່າວ ສ້າງຕັ້ງຂຶ້ນມາໄດ້ປະມານ 1 ປີ ແລ້ວ ທີ່ຜ່ານມາ ນໍ້າເສັຍຈາກໂຮງງານຂ້າສັດແຫ່ງນີ້ ກໍໄດ້ສົ່ງກິ່ນເໝັນຢ່າງຕໍ່ເນື່ອງ ຕັ້ງແຕ່ມີໂຮງງານແຫ່ງນີ້ມາຕັ້ງຢູ່ພາຍໃນບ້ານ, ແຕ່ 2-3 ເດືອນທີ່ຜ່ານມານີ້ ຖືວ່ານໍ້າເສັຍຈາກໂຮງງານດັ່ງກ່າວ ໄດ້ສົ່ງກິ່ນເໝັນຣົບກວນຊາວບ້ານພາຍໃນບ້ານນາສ້ຽວ ແລະປະຊາຊົນເຂດອື່ນ ທີ່ສັນຈອນໄປມາແຮງກວ່າເກົ່າ ແລະຖືວ່າ ເປັນບັນຫາທີ່ແກ້ບໍ່ຕົກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.