ນໍ້າຖ້ວມ ບາງຈຸດ ທີ່ປາກເຊ

ໄຊ​ຍາ
2021.09.25
ນໍ້າຖ້ວມ ບາງຈຸດ ທີ່ປາກເຊ ພະຍຸ ເຂດຮ້ອນ ເຮັດໃຫ້ຝົນຕົກໜັກ 2 ມື້ ເຮັດໃຫ້ນ້ຳໄຫຼຊຸ ເຂົ້າຖ້ວມ ບາງຈຸດ ໃນນະຄອນປາກເຊ.
ນັກຂ່າວ ພົລເມືອງ

ໃນເວລາ ຕອນເຊົ້າ ຂອງວັນທີ 24 ກັນຍາ 2021 ນີ້ ເກີດເຫດນໍ້າຖ້ວມ ກະທັນຫັນ ໃນພື້ນທີ່ ບາງບ້ານ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເປັນຕົ້ນ ຢູ່ບ້ານນາແຫກ ຍ້ອນຜົລກະທົບ ຈາກພະຍຸເຂດຮ້ອນ ເຮັດໃຫ້ ຝົນຕົກໜັກ ຕັ້ງແຕ່ ວັນທີ 23 ກັນຍາ 2021 ເປັນຕົ້ນມາ ສົ່ງຜົລໃຫ້ ລະດັບນໍ້າຫ້ວຍ ຕ່າງໆ ໄຫຼລົ້ນຝັ່ງ ແລະ ເກີດນໍ້າໄຫຼຊຸ ເຂົ້າຖ້ວມ ບ່ອນທີ່ຊາວບ້ານ ຢູ່ອາສັຍ. ປັຈຈຸບັນ ຍັງບໍ່ມີ ຣາຍງານ ຄວາມເສັຽຫາຍເທື່ອ, ດັ່ງຊາວບ້ານນາແຫກ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 24 ກັນຍານີ້ວ່າ:

ຖ້ວມຜູ້ທີ່ຢູ່ ແຄມຫ້ວຍ ຫັ້ນນ່າ ຝົນຕົກ 2 ມື້ແດ່ ວານນີ້ ກັບມື້ນີ້ ຖ້ວມລົ້ນຝັ່ງ ຫັ້ນນ່າ ນໍ້າມັນໄຫຼ ບໍ່ທັນນ່າ.

ຊາວບ້ານນາແຫກ ອີກຄົນນຶ່ງ ໄດ້ກ່າວວ່າ ສາເຫດ ທີ່ເຮັດໃຫ້ ນໍ້າຖ້ວມເທື່ອນີ້ ຍ້ອນຝົນຕົກໜັກ ເປັນເວລາ ຕິດຕໍ່ກັນ ຫຼາຍມື້ ເຮັດໃຫ້ ນໍ້າປ່າໄຫຼຊຸ ລົງຈາກພູ ມາຮອດ ບ່ອນຊາວບ້ານ ອາສັຍ ແລະ ນໍ້າຫ້ວຍ ກໍເພີ່ມຂຶ້ນ ຈົນໄຫຼລົ້ນຝັ່ງ ໃນຂນະທີ່ ມີໂອກາດ ຈະຖ້ວມໜັກຂຶ້ນ ກວ່ານີ້ ຖ້າຍັງມີ ຝົນຕົກຢູ່ ເລື້ອຍໆ.

ນາແຫກ ນໍ້າຖ້ວມແບບວ່າ ມັນຢູ່ໃນ, ມັນຢູ່ ກາງບ້ານເນາະ ແບບວ່າ ນໍ້າພູນໍ້າປ່າ ມັນໄຫຼ ລົງມານ່າ ແລ້ວມັນອັນນັ້ນ ບໍ່ທັນຖ້ວມແນ່ ຫັ້ນນ່າ ນໍ້າຖ້ວມຫັ້ນ ຂຶ້ນຮອດ ແຖວພຽງເຄົ່າ ຝົນຕົກດຸ ມັນກາຊິຖ້ວມ ຮອດບ້ານເລີຍ ໃນບ້ານ ກັບຫ້ວຍ ມັນຕິດກັນ.

ສ່ວນບັນດາ ເຮືອນຊາວບ້ານ ແລະ ຮ້ານຄ້າ ຈຳນວນນຶ່ງ ທີ່ຕັ້ງຢູ່ ແຄມນໍ້າຫ້ວຍ ຕ່າງໆ ກໍໄດ້ຖືກ ເຂົ້າຖ້ວມແລ້ວ ເປັນບາງສ່ວນ ແຕ່ນໍ້າຍັງບໍ່ມີ ລະດັບສູງຫຼາຍ ປານໃດ ເຮັດໃຫ້ ເຈົ້າຂອງເຮືອນ ແລະ ຮ້ານຄ້າ ແຕ່ລະແຫ່ງ ຕ້ອງໄດ້ ເກັບມ້ຽນ ເຄື່ອງຂອງໄປໄວ້ ບ່ອນສູງ ເພື່ອບໍ່ໃຫ້ ເສັຽຫາຍ ຈາກນໍ້າຖ້ວມ. ດັ່ງເຈົ້າຂອງ ຮ້ານອາຫານ ທ່ານນຶ່ງກ່າວວ່າ:

ຕອນນີ້ ນໍ້າຖ້ວມຮ້ານນ້ອຍ ແລ້ວຫັ້ນ ພະຍຸ ເຂົ້ານໍ້າຖ້ວມ ເຮືອນຖ້ວມ ຮ້ານຝົນຕົກ ຂ້ອຍບໍ່ວ່າງ ລົມໂທຣະສັບ ເພາະນໍ້າພະຍຸ.

ເຫດການນໍ້າຖ້ວມ ບ້ານນາແຫກ ຍັງເຮັດໃຫ້ ຊາວບ້ານ ຈຳນວນນຶ່ງ ມີຄວາມຫຍຸ້ງຍາກ ໃນການເດີນທາງ ມາຖວາຍອາຫານ ໃຫ້ແກ່ພຣະສົງ ໃນວັດ ດັ່ງຄຣູບາ ວັດນາແຫກ ອົງນຶ່ງ ໄດ້ກ່າວວ່າ:

ວັດນາແຫກ ນະຄອນປາກເຊ ແຂວງຈຳປາສັກ ວັນທີ 24 ກັນຍາ 2021 ຂນະນີ້ ຝົນກໍຍັງ ຕົກລົງ ມາແຮງຢູ່ ຕລອດເວລາ ແລະ ຄາດວ່າ ຄົງຈະຖ້ວມໜັກ ກວ່າເກົ່າ ເນາະຖ້າຫາກວ່າ ຝົນຍັງ ບໍ່ເຊົາ ຝົນກໍຍັງ ເທລົງມາ ແຮງຢູ່ ເລື້ອຍໆ ສ່ວນຍາດໂຍມ ທາງບ້ານນາແຫກ ເຮົາກໍມີ ສະຕິ ລະວັງເກັບເຄື່ອງ ເກັບຂອງມ້ຽນເຄື່ອງ ມ້ຽນຂອງ.

flood-pakse-210924.jpg
ພະຍຸ ເຂດຮ້ອນ ເຮັດໃຫ້ຝົນຕົກໜັກ 2 ມື້ ເຮັດໃຫ້ນ້ຳໄຫຼຊຸ ເຂົ້າຖ້ວມ ບາງຈຸດ ໃນນະຄອນປາກເຊ.

ສ່ວນໃນ ເຂດບ້ານອື່ນໆ ທີຢູ່ໃກ້ຄຽງ ບ້ານນາແຫກ ກໍຍັງ ບໍ່ເກີດນໍ້າຖ້ວມຫຼາຍ ແຕ່ຢ່າງໃດ ແຕ່ຊາວບ້ານ ຫຼາຍຄົນ ກໍພາກັນ ເກັບມ້ຽນເຄື່ອງຂອງ ລ່ວງໜ້າແລ້ວ ຍ້ອນມີ ໂອກາດສູງ ທີ່ນໍ້າ ຈະໄຫຼມາຖ້ວມ ຢູ່ແຕ່ລະບ້ານ ເຊັ່ນດຽວກັນ, ດັ່ງຊາວບ້ານພູມ່ວງ ໄດ້ກ່າວວ່າ:

ເຮົາຢູ່ບ້ານພູມ່ວງ ໂຕນີ້ ຍັງບໍ່ທັນແນ່ໃຈ ເຈົ້າຄ່າວໆ ວ່າຊິຖ້ວມຫັ້ນແຫຼະ ຝົນມັນແຮງຫຼາຍ ເຊັນເບິ່ງຄືກັນ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ຫ້ອງການ ປົກຄອງ ນະຄອນປາກເຊ ແລະ ຄນະກັມມະການ ຄຸ້ມຄອງ ພັຍພິບັດ ນະຄອນປາກເຊ ເພື່ອສອບຖາມຂໍ້ມູນ ສະພາບນໍ້າຖ້ວມ ແລະ ຄວາມເສັຽຫາຍ ໃນເບື້ອງຕົ້ນວ່າ ນໍ້າໄດ້ຖ້ວມຈັກບ້ານ ແລະ ຈັກຄອບຄົວແລ້ວ ແຕ່ຍັງ ບໍ່ສາມາດຕິດຕໍ່ ຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ຍ້ອນ ຢູ່ໃນໄລຍະ ປະຕິບັດ ຕາມມາຕການ ຄວບຄຸມ ໂຄວິດ-19 ແລະ ນະຄອນປາກເຊ ກໍກຳລັງ ຢູ່ໃນໄລຍະລ໊ອກດາວ.

ແຕ່ເຖິງຢ່າງໃດ ກໍຕາມ, ເຈົ້າໜ້າທີ່ ອາສາກູ້ພັຍ ແຂວງຈຳປາສັກ ທ່ານນຶ່ງ ທີ່ບໍ່ ປະສົງອອກຊື່ ແລະ ສຽງກ່າວວ່າ ສຳລັບ ນໍ້າຖ້ວມ ນະຄອນປາກເຊ ໃນວັນທີ 24 ກັນຍານີ້ ຍັງຖ້ວມ ຢູ່ພຽງບາງບ້ານ ຍັງບໍ່ທັນ ຖ້ວມຫຼາຍ ທົ່ວເມືອງ ແຕ່ກໍຍັງບໍ່ຮູ້ ຣາຍລະອຽດ ຄັກແນ່ ເຊັ່ນດຽວກັນ ແລະ ທາງເຈົ້າໜ້າທີ່ ອາສາກູ້ພັຍເອງ ກໍຍັງບໍ່ທັນ ໄດ້ຮັບ ການແຈ້ງ ໃຫ້ລົງພື້ນທີ່ ໄປຊ່ອຍເຫຼືອ ຊາວບ້ານ ປະສົບພັຍເທື່ອ.

ຫຼ້າສຸດນີ້ ຄນະຄຸ້ມຄອງ ພັຍພິບັດ ສູນກາງ ໄດ້ອອກ ແຈ້ງການ ໃຫ້ຫຼາຍພາກສ່ວນ ກະຕຽມຮັບມື ພັຍພິບັດ ທີ່ຈະເກີດຂຶ້ນ ໃນໄລຍະ ວັນທີ 24-26 ກັນຍາ ນີ້ ຍ້ອນພະຍຸເຂດຮ້ອນ ທີ່ຈະເຄື່ອນຜ່ານ ທາງພາກກາງ ແລະ ພາກໃຕ້ ຂອງລາວ ເຊິ່ງຈະເຮັດໃຫ້ ມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ແຂວງພາກໃຕ້, ພາກກາງ ຮວມທັງແຂວງ ໃນພາກເໜືອ ອາດສົ່ງ ຜົລໃຫ້ເກີດ ເຫດການນໍ້າຖ້ວມ ກະທັນຫັນ, ນໍ້າປ່າໄຫຼຊຸ ແລະ ດິນເຈື່ອນ.

ກ່ອນໜ້ານີ້ ເມື່ອວັນທີ 11 ກັນຍາ ທີ່ຜ່ານມາ ປະຊາຊົນ ຢູ່ ເມືອງສາຣະວັນ ເມືອງເລົ່າງາມ ແຂວງສາຣະວັນ ຫາກໍໄດ້ຮັບ ຜົລກະທົບ ຈາກພະຍຸໝູນ ເຂດຮ້ອນ ໂກນເຊີນ ຫົວທີ 13 ເຮັດໃຫ້ ເຮືອນຊານ ຂອງປະຊາຊົນ ເສັຽຫາຍ ປະມານ 150 ຫຼັງ ແລະ ມີຜູ້ເສັຽຊີວິດ 2 ຄົນ ຊຶ່ງໃນນັ້ນ ແມ່ນເດັກນ້ອຍ ອາຍຸ 12 ປີ ອີກທັງ ຍັງເຮັດໃຫ້ ຂົວ, ເສັ້ນທາງ ແລະ ອື່ນໆ ໄດ້ຮັບ ຄວາມເສັຽຫາຍ ອີກຈຳນວນຫຼາຍ, ອິງຕາມ ຂໍ້ມູນ ຈາກໜັງສືພີມ ແຂວງສາຣະວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.