ແຜ່ນດິນໄຫວ ຢູ່ເມືອງຍອດອູ ເສັຽຫາຍ ຫຼາຍຄອບຄົວ

ສຸພັດຕາ
2021.12.27
ແຜ່ນດິນໄຫວ ຢູ່ເມືອງຍອດອູ ເສັຽຫາຍ ຫຼາຍຄອບຄົວ ເກີດແຜ່ນດິນໄຫວຮຸນແຮງ ຢູ່ເມືອງຍອດອູ ແລະເມືອງຜົ້ງສາລີ ແຂວງຜົ້ງສາລີ ມີຫຼາຍກວ່າ 20 ບ້ານ ໄດ້ຮັບຜົລກະທົບ.
RFA

ຜແນກຊັພຍາກອນທັມມະຊາດແລະສິ່ງແວດລ້ອມ ແຂວງຜົ້ງສາລີ ອອກບົດຣາຍງານເລຂທີ່ 2703/ພຊສ.ຜລ ເມື່ອວັນທີ່ 26 ທັນວາ ທີ່ຜ່ານມາ ຣະບຸວ່າ ລະຫວ່າງ ວັນທີ່ 24-26 ທັນວາ ທີ່ຜ່ານມານີ້ ໄດ້ເກີດແຜ່ນດິນໄຫວ ຢູ່ເມືອງຍອດອູ ແລະ ເມືອງຜົ້ງສາລີ ຈໍານວນ 3 ຄັ້ງ ໂດຍແຕ່ລະຄັ້ງ ມີແຮງສັ່ນສະເທືອນວັກແທກໄດ້ 5.7 ຣິກເຕີ້, 3.5 ຣິກເຕີ້ ແລະ 3.3 ຣິກເຕີ້ຕາມລໍາດັບ ເຮັດໃຫ້ເຮືອນ ແລະເຄືື່ອງຂອງ ຂອງຊາວບ້ານ ໄດ້ຮັບຄວາມເສັຍຫາຍຫຼາຍກວ່າ 20 ບ້ານ ແລະມີມູນຄ່າຄວາມເສັຍຫາຍບໍ່ຕໍ່າກວ່າ 1,423,800,000 ກີບ ຫຼືປະມານ 126,521 ໂດລາສະຫະຣັຖ, ດັ່ງຊາວບ້ານ ຜູ້ໄດ້ຮັບຜົລກະທົບໂດຍຕົງ ຢູ່ບ້ານອູເໜືອ ເມືອງຍອດອູ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 27 ທັນວາ 2021 ນີ້ວ່າ:

“ແຖວເຮືອນນ້ອງ ແຜ່ນດິນໄຫວ 3 ເທື່ອ ແບບເຮືອນກໍເພ ແລ້ວກໍເຄື່ອງຊັພສິນຄ້າຢູ່ຮ້ານກໍເຮັ່ຍ ແລ້ວກໍເບັຍອີ່ສັງກໍຫຼົ່ນແຕກເບິດ ບໍ່ມີແຈ້ງເຕືອນຫຍັງ ຍາມແຜ່ນດິນໄຫວຫັ້ນ ໄຟດັບ ດັບໆມາໆ ໃຊ້ໄດ້ປົກກະຕິແລ້ວ.”

ເຖິງແມ່ນວ່າ ແຂວງຜົ້ງສາລີ ຈະເຄີຍເກີດແຜ່ນດິນໄຫວມາແລ້ວຫຼາຍຄັ້ງ ແຕ່ຢ່າງໃດກໍຕາມ ເຫດແຜ່ນດິນໄຫວໃນວັນທີ່ 24 ທັນວາ 2021 ທີ່ຜ່ານມານີ້ ຖືວ່າໄດ້ມີຄວາມຮຸນແຮງຫຼາຍທີ່ສຸດ ອີກທັງ ຍັງໄດ້ເຮັດໃຫ້ນໍ້າ ແລະຊາຍ ທີ່ຢູ່ໃຕ້ພື້ນດິນ ຜຸຂຶ້ນມາເທິງໜ້າດິນ ທັງໃນພື້ນທີ່ຊຸມຊົນ ແລະດິນທີ່ເປັນດິນໄຮ່ດິນນາຂອງຊາວບ້ານນໍາດ້ວຍ, ດັ່ງຊາວບ້ານ ຜູ້ໄດ້ຮັບຜົລກະທົບໂດຍຕົງ ຢູ່ບ້ານອູເໜືອ ເມືອງຍອດອູ ອີກທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ແມ່ນແລ້ວ ມີນໍ້າ ລະກະມີຊາຍຜຸຂຶ້ນມານ່າ ດິນມັນແຕກຫຼາຍ ແລ້ວກໍມັນຂຶ້ນຢູ່ທົ່ງນາ ແລ້ວກໍທາງຣົຖອີ່ຫຍັງນ່າ ແລ້ວກໍທີ່ກໍທອກໜ້ອຍນຶ່ງ ດີແທ້ ກະຢາກໃຫ້ມີການແຈ້ງເຕືອນອີ່ຫຍັງເນາະ ບໍ່ໄດ້ກະກຽມອີ່ຫຍັງນ່າ.”

ໃນຂະນະດຽວກັນ ເຖິງແມ່ນວ່າເຫດແຜ່ນດິນໄຫວ ທັງ 3 ຄັ້ງນີ້ ຈະມີຈຸດສູນກາງຢູ່ທີ່ແຂວງຜົ້ງສາລີ ແຕ່ຢ່າງໃດກໍຕາມ ແຮງສັ່ນສະເທືອນທີ່ເກີດຂຶ້ນ ກໍເຮັດໃຫ້ຊາວບ້ານ ພາຍໃນເມືອງແລະຫຼາຍແຂວງທາງພາກເໜືອ ເປັນຕົ້ນ ແຂວງຫຼວງນໍ້າທາ, ອຸດົມໄຊ ແລະແຂວງຫຼວງພຣະບາງ ເຮືອນຂອງຊາວບ້ານ ກໍຮັບຜົລກະທົບແຕກແຫກເປັນຮອຍຄືກັນ, ດັ່ງຊາວບ້ານ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ:

“ຂ້ອຍຢູ່ຫຼວງພຣະບາງ ເມືອງງອຍ ໜອງຂຽວກະຮູ້ສຶກເນາະ ເຮືອນມັນແຮງນະ ມັນເປັນຮອຍເດ້ ເຮືອນເປັນຮອຍ ມີບາງບ່ອນເນາະທີ່ມັນດົນເນາະ ແລ້ວກໍມັນສັ່ນກະຮູ້ສຶກເນາະ ຈົນຕື່ນຫັ້ນນ່າ ຮູ້ສຶກວ່າແນວໃດ ຄັນວ່າມັນກໍໂຍກໜ້ອຍນຶ່ງເນາະ ກໍຮູ້ສຶກວ່າແຜ່ນດິນໄຫວປະມານນັ້ນ.”

ປັດຈຸບັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງພື້ນທີ່ຮິບໂຮມຂໍ້ມູນ ກ່ຽວກັບຜົລກະທົບ ທີ່ຊາວບ້ານໄດ້ຮັບຈາກເຫດແຜ່ນດິນໄຫວ ທີ່ເກີດຂຶ້ນຕິດຕໍ່ກັນເປັນໄລຍະເວລາ 3 ມື້ນັ້ນແລ້ວ ແຕ່ຢ່າງໃດກໍຕາມ ຊາວບ້ານຜູ້ຖືກຜົລກະທົບກໍຍັງບໍ່ໄດ້ຮັບການແຈ້ງເຕືອນ ກ່ຽວກັບແນວທາງການເຝົ້າຣະວັງ ຫຼືການຊ່ອຍເຫຼືອແນວໃດເທື່ອ, ດັ່ງຊາວບ້ານ ທີ່ໄດ້ຮັບຜົລກະທົບໂດຍຕົງ ຢູ່ບ້ານອູເໜືອ ເມືອງຍອດອູ ອີກທ່ານນຶ່ງ ກ່າວວ່າ:

“ສໍາລັບໂຕນີ້ ຍັງບໍ່ມີອີ່ຫຍັງ ມີແຕ່ວ່າ ຄັນເກີດແລ້ວ ມີແຕ່ເຫັນຂະເຈົ້າແຈ້ງວ່າ ເກີດຢູ່ບ່ອນໃດ ຄວາມເລິກເທົ່າໃດ ຄວາມສັ່ນສະເທືອນນີ້ສໍ່າໃດນີ້ຫັ້ນນ່າ ແລ້ວກໍເຫັນເອົາລົງຢູ່ຂໍ້ມູນຄ້າວໆຢູ່ ຮູ້ສຶກວ່າແຮງທີ່ສຸດ ຫຼັງຄາເຮືອນແລ້ວກໍສະຖານທີ່ໂຮງຮຽນບໍ ວັດບໍ ບ້ານອູເໜືອ ໄປຫາບ້ານດານຕຸ໋ຍ ໃກ້ໆຊາຍແດນລາວ-ຈີນ ຫັ້ນນ່າ.”

ທີ່ຜ່ານມາ ຣະບົບການແຈ້ງເຕືອນພັຍພິບັດ ໃນປະເທດລາວ ບໍ່ວ່າຈະເປັນສັນຍານແຈ້ງເຕືອນ ກ່ຽວກັບເຫດແຜ່ນດິນໄຫວ, ພັຍນໍ້າຖ້ວມ, ພາຍຸ ແລະພັຍແລ້ງຕ່າງໆ ຍັງບໍ່ທັນເປັນຣະບົບເທື່ອ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບວຽກງານປ້ອງກັນພັຍພິບັດ ທ່ານນຶ່ງກ່າວວ່າ:

“ຄັນວ່າມັນຢູ່ໃນເຂດທີ່ວ່າ ເຄີຍຖືກຜ່ານມາເນາະ ຄືໂຕຢ່າງ ຢູ່ໄຊຍະບູຣີນີ້ ກໍອາຈມີແຈ້ງເຕືອນເນາະ ສໍາລັບທີ່ຜົ້ງສາລີນີ້ ຕ້ອງລໍຖ້າການຢືນຢັນຈາກພາກສ່ວນທີ່ກ່ຽວຂ້ອງ ສໍາລັບເຣື່ອງແຜ່ນດິນໄຫວກັບບ້ານເຮົານີ້ ເຮົາຍັງບໍ່ມີປະສົບການທາງດ້ານນີ້ເລີຍ ສ່ວນຫຼາຍເຣື່ອງພັຍພິບັດ ເຫດສຸກເສີນ ເຮົາກໍບໍ່ຄ່ອຍຈະມີ ມັນເປັນວຽກໃໝ່ ສໍາລັບຂອງພວກເຮົາຫັ້ນນ່າ.”

ກ່ຽວກັບເຫດແຜ່ນດິນໄຫວ ທີ່ເກີດຂຶ້ນໃນໄລຍະສັປດາທີ່ຜ່ານມານີ້ ໜ່ວຍງານທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ ໄດ້ລົງພື້ນທີີ່ຮິບໂຮມຂໍ້ມູນ ກ່ຽວກັບຜົນເສັຍຫາຍທີ່ເກີດຂຶ້ນ ເພື່ອນໍາໄປເປັນຖານຂໍ້ມູນໃນການພິຈາຣະນາ ໃຫ້ການຊ່ອຍເຫຼືອແກ່ຊາວບ້ານຜູ້ຖືກຜົລກະທົບຕໍ່ໄປ, ດັ່ງເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຢູ່ເມືອງຍອດອູ ນາງນຶ່ງ ກ່າວວ່າ:

“ເພິ່ນໄດ້ລົງເກັບກໍາຂໍ້ມູນຫັ້ນແຫຼະ ວ່າຜົນເສັຍຫາຍມີຫຍັງແດ່ ແລ້ວບາດນີ້ ກໍມີຜົນເສັຍຫາຍທີ່ວ່າ ທາງເມືອງໄດ້ເກັບສົ່ງມາໃຫ້ທາງແຂວງນີ້ ແລະແມ່ນທາງແຂວງໄດ້ສັງລວມ ຕຽມຊິສົ່ງໄປໃຫ້ທາງກົມຫັ້ນແຫຼະ ບັນດາຮູບພາບອີ່ຫຍັງຕ່າງໆ.”

ອີງຕາມບົດຣາຍງານສະພາບການເກີດແຜ່ນດິນໄຫວ ຢູ່ແຂວງຜົ້ງສາລີ ຈໍານວນ 3 ຄັ້ງ ຂອງຜແນກຊັພຍາກອນທັມມະຊາດແລະສິ່ງແວດລ້ອມ ແຂວງຜົ້ງສາລີ ລົງວັນທີ່ 26 ທັນວາ 2021 ທີ່ຜ່ານມານີ້ ຣະບຸວ່າ ເຫດແຜ່ນດິນໄຫວຄັ້ງທໍາອິດ ເກີດຂຶ້ນໃນວັນທີ່ 24 ທັນວາ 2021 ເວລາ 20 ໂມງ 44 ນາທີ ຕາມເວລາທ້ອງຖິ່ນ ແລະ 21 ໂມງ 44 ນາທີ ຕາມເວລາທ້ອງຖິ່ນ ມີແຮງສັ່ນສະເທືອນຢູ່ທີ່ 5.7 ຣິກເຕີ້ ມີຄວາມເລິກຈາກເທິງໜ້າດິນ 10 ກິໂລແມັດ ມີຈຸດເກີດແຜ່ນດິນໄຫວຢູ່ບໍຣິເວນເມືອງຍອດອູ ເຮັດໃຫ້ເກີດຄວາມເສັຍຫາຍປະມານ 20 ບ້ານ ຄື: ບ້ານງ໋ອງ ພາຍໃນກຸ່ມບ້ານວ່າ, ບ້ານນາຫຼວງ, ບ້ານປາຈ່າ, ບ້ານຫ້ວຍວາ ແລະບ້ານພັງສານ ພາຍໃນກຸ່ມນາຫຼວງ, ບ້ານນາຍາວ ແລະບ້ານບໍ່ໃຕ້ບ້ານ ພາຍໃນກຸ່ມບ້ານນາຍາວ, ບ້ານໃຫຍ່ອູເໜືອ ໃນນັ້ນ ກວມເອົາຄຸ້ມດອນແຍງ, ຄຸ້ມນາວອນ, ຄຸ້ມໜອງງາຍ ແລະຄຸ້ມຊຽງຄອນ, ບ້ານໂພນງາມ, ບ້ານສວຍງາມ, ບ້ານດານຕຸ໋ຍ, ບ້ານແຊວຈ້າຍ ແລະບ້ານສົມເຮືອງ ພາຍໃນກຸ່ມບ້ານຍອດອູ, ບ້ານເທິງ, ບ້ານພູຊ້າງ, ບ້ານລຸ່ມ, ບ້ານກາດ, ບ້ານໃຕ້, ບ້ານພານ ແລະທະຫານກອງຮ້ອຍ 111 ພາຍໃນເທສບານອູໃຕ້ ໃນນັ້ນ ກວມເອົາໂຮງຮຽນ ແລະວັດຫຼາຍແຫ່ງ ຄິດສະເລັ່ຍມູນຄ່າຄວາມເສັຍຫາຍທັງໝົດ 1,423,800,000 ກີບ.

ເຫດແຜ່ນດິນໄຫວຄັ້ງທີ່ 2 ເກີດຂຶ້ນໃນວັນທີ່ 25 ທັນວາ 2021 ເວລາ 18 ໂມງ 55 ນາທີ ຕາມເວລາທ້ອງຖິ່ນ ມີແຮງສັ່ນສະເທືອນຢູ່ທີ່ 3.5 ຣິກເຕີ້ ມີຄວາມເລິກຈາກເທິງໜ້າດິນ 10 ກິໂລແມັດ ຈຸດເກີດແຜ່ນດິນໄຫວ ຢູ່ບໍຣິເວນບ້ານໂຈ້ກາເກົ່າ ເມືອງຜົ້ງສາລີ ສ່ວນຄັ້ງທີ່ 3 ເກີດຂຶ້ນໃນວັນທີ່ 26 ທັນວາ 2021 ເວລາ 5 ໂມງ 16 ນາທີ ຕາມເວລາທ້ອງຖິ່ນ ມີແຮງສັ່ນສະເທືອນຢູ່ທີ່ 3.3 ຣິກເຕີ້ ມີຄວາມເລິກຈາກເທິງໜ້າດິນ 10 ກິໂລແມັດ ຈຸດເກີດແຜ່ນດິນໄຫວ ຢູ່ບໍຣິເວນເມືອງຍອດອູ ແຂວງຜົ້ງສາລີ ຊາຍແດນລາວ-ຈີນ ໂດຍເຫດແຜ່ນດິນໄຫວ 2 ຄັ້ງຫຼ້າສຸດນີ້ ຍັງບໍ່ມີບົດຣາຍງານກ່ຽວກັບມູນຄ່າຄວາມເສັຍຫາຍທີ່ເກີດຂຶ້ນເທື່ອ.

ໃນໄລຍະເດືອນພຶສຈິກາ ປີ 2021 ທີ່ຜ່ານມານີ້ ກໍເກີດເຫດແຜ່ນດິນໄຫວ  ຢູ່ແຂວງຜົ້ງສາລີ ຈໍານວນ 2 ຄັ້ງ ຄັ້ງທໍາອິດເກີດຂຶ້ນໃນວັນທີ່ 3 ພຶສຈິກາ ເວລາ 14 ໂມງ 15 ນາທີ ຕາມເວລາທ້ອງຖິ່ນ ມີແຮງສັ່ນສະເທືອນຢູ່ທີ່ 3.1 ຣິກເຕີ້ ມີຄວາມເລິກຈາກເທິງໜ້າດິນ 10 ກິໂລແມັດ ຈຸດເກີດແຜ່ນດິນໄຫວ ຢູ່ບໍຣິເວນບ້ານແສງດາວໃຕ້ ເມືອງບຸນເໜືອ ສ່ວນຄັ້ງທີ່ 2 ເກີດຂຶ້ນໃນວັນທີ່ 16 ພຶສຈິກາ ເວລາ 12 ໂມງ 22 ນາທີ ຕາມເວລາທ້ອງຖິ່ນ ມີແຮງສັ່ນສະເທືອນຢູ່ທີ່ 4.8 ຣິກເຕີ້ ມີຄວາມເລິກຈາກເທິງໜ້າດິນປະມານ 9 ກິໂລແມັດ ຈຸດເກີດແຜ່ນດິນໄຫວ ຢູ່ບໍຣິເວນບ້ານນາຫຼວງ ເມືອງຍອດອູ.

ແລະກ່ອນໜ້ານີ້ ໃນປີ 2019 ກໍເກີດແຜ່ນດິນໄຫວ ຢູ່ແຂວງຜົ້ງສາລີ ຢ່າງໜ້ອຍ 2 ຄັ້ງ ຄື ຄັ້ງທໍາອິດ ເກີດຂຶ້ນໃນວັນທີ່ 14 ເດືອນມົກກະຣາ ເວລາ 17 ໂມງ 54 ນາທີ ຕາມເວລາທ້ອງຖິ່ນ ມີແຮງສັ່ນສະເທືອນຢູ່ທີ່ 4.7 ຣິກເຕີ້ ມີຄວາມເລິກຈາກເທິງໜ້າດິນ 5 ກິໂລແມັດ ຈຸດເກີດແຜ່ນດິນໄຫວ ຢູ່ບໍຣິເວນບ້ານງາຍເໜືອ ເມືອງບຸນໃຕ້ ສ່ວນຄັ້ງທີ່ 2 ເກີດຂຶ້ນໃນວັນທີ່ 19 ເດືອນກັນຍາ ປີ 2019 ເວລາ 14 ໂມງ 55 ນາທີ ຕາມເວລາທ້ອງຖິ່ນ ມີແຮງສັ່ນສະເທືອນຢູ່ທີ່ 4.4 ຣິກເຕີ້ ມີຄວາມເລິກຈາກເທິງໜ້າດິນ 10 ກິໂລແມັດ ຈຸດເກີດເຫດແຜ່ນດິນໄຫວ ຢູ່ບໍຣິເວນບ້ານເຄີເໜືອ ເມືອງຍອດອູ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.