ເຍົາວະຊົນໄທຍ ກັງວົນຜົລກະທົບ ຫາກສ້າງເຂື່ອນສາຣະວັນ

ຈຳປາທອງ
2022.02.08
ເຍົາວະຊົນໄທຍ ກັງວົນຜົລກະທົບ ຫາກສ້າງເຂື່ອນສາຣະວັນ ເຂດພື້ນທີ່ ທີ່ບໍຣິສັດພະລັງງານ ບໍລິສຸດຈໍາກັດ ມະຫາຊົນ ສຶກສາ, ສຳຣວດ ເພື່ອສ້າງເຂື່ອນ ສາຣະວັນ ລະຫວ່າງເມືອງຄົງເຊໂດນ ແຂວງສາຣະວັນ ແລະເມືອງ ຊະນະສົມບູນ ແຂວງຈຳປາສັກ.
RFA

ເຄືອຂ່າຍຮັກແມ່ນໍ້າຂອງ ແລະກຸ່ມເດັກນ້ອຍແຄມຂອງ ເມືອງໂຂງຈຽມ ແຂວງອຸບົລຣາຊທານີ ຂອງໄທຍ ໄດ້ຍື່ນໜັງສືຕໍ່ເຈົ້າແຂວງ ອຸບົລຣາຊທານີ ໃນມື້ວັນທີ 7 ກຸມພາ 2022 ສະແດງຄວາມເປັນຫ່ວງ ນໍາເຣື່ອງບໍຣິສັດພະລັງງານ ບໍລິສຸດຈໍາກັດ ມະຫາຊົນ ຂອງໄທຍ ທີ່ໄດ້ສໍາຣວດ ແລະສຶກສາຄວາມເປັນໄປໄດ້ ຂອງໂຄງການເຂື່ອນໄຟຟ້າ ສາຣະວັນ ຢູ່ລະຫວ່າງບ້ານຄໍາຕື້ ເມືອງຄົງເຊໂດນ ແຂວງສາຣະວັນ ແລະບ້ານດອນກຸ່ມ ເມືອງຊະນະສົມບູນ ແຂວງຈໍາປະສັກ ທີ່ຢູ່ກົງກັນຂ້າມກັບບ້ານທ່າລົ້ງ ເມືອງໂຂງຈຽມ ແຂວງອຸບົລຣາຊທານີ ມາຕັ້ງແຕ່ມື້ວັນທີ 21 ມົກກະຣາ 2022 ຍ້ອນຢ້ານວ່າ ເຂື່ອນນໍ້າຂອງແຫ່ງນີ້ ຈະເກີດຜົລກະທົບ ຕໍ່ພວກເຂົາເຈົ້າ ຫາກມີການສ້າງຂຶ້ນ.

ດັ່ງຕົວແທນກຸ່ມເດັກນ້ອຍ ແຄມຂອງເມືອງໂຂງຈຽມຜູ້ນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 8 ກຸມພານີ້ວ່າ:

ຢ້ານໄດ້ຍ້າຍບ້ານໜີໄປຢູ່ໝ້ອງອື່ນ ແລ້ວກໍປາກະຫາຍາກຢູ່ແລ້ວ ຍັງສິມາສ້າງ ແຮ໊ງຫາຍາກຫວ່າເກົ່າ ນໍ້າແຫ້ງປາກະຫາບໍ່ໄດ້ ກະໄດ້ເທົ່ານັ້ນ ໄດ້ບໍ່ຫລາຍ ຖ້າບໍ່ໄດ້ກະອົດກິນ ບໍ່ມີແນວກິນ.

ໃນຂະນະດຽວກັນ ຊາວບ້ານເຄືອຂ່າຍຮັກແມ່ນໍ້າຂອງ ເມືອງໂຂງຈຽມຜູ້ນຶ່ງ ທີ່ເຂົ້າຮ່ວມໃນການຍື່ນໜັງສືໃນມື້ດັ່ງກ່າວ ກໍເວົ້າໃນມື້ດຽວກັນນັ້ນວ່າ ຕົນກັງວົນຫາກເຂື່ອນແຫ່ງນີ້ ເກີດຂຶ້ນແທ້, ມັນອາຈມີຜົລກະທົບຕໍ່ບ້ານເຮືອນ ແລະທີ່ດິນທໍາກິນຂອງຕົນ ແລະຂອງປະຊາຊົນ ທີ່ຢູ່ຕິດແຄມແມ່ນໍ້າຂອງ ແລະຢ້ານວ່າ ຈະໄດ້ຖືກໃຫ້ໂຍກຍ້າຍອອກຈາກບ້ານ ໄປຢູ່ບ່ອນໃໝ່.

ດັ່ງທີ່ທ່ານກ່າວວ່າ:

ຄັນເຂດເຮັດເຂື່ອນປຸ໋ບນີ້ ສວນເຮົາກະຖ້ວມ ເຮືອນກະສິຖ້ວມຄືກັນ ເພາະວ່າເຮືອນເຮົາກະຢູ່ໃກ້ນໍ້າ ບາດນີ້ພວກໄຮ່ການກະເສດເຮົາກະສິຖ້ວມໝົດ ທີ່ເຮັດໄວ້ມາດົນໆ ນໍ້າຖ້ວມຕາຍໝົດລະບາດນີ້ ກະສິບໍ່ມີໄຮ່ມີສວນລະບາດນີ້ ເພາະວ່າມັນເປັນນໍ້າແລ້ວໝົດລະເດ໋ ເຮືອນທີ່ເຮັດກະບໍ່ໄດ້ຢູ່ ກະຈັກສິໄປຢູ່ໃສບາດນີ້ ບໍ່ມີໝ້ອງຢູ່ແລ້ວ.

ແລະຊາວບ້ານແຄມຂອງ ຢູ່ເມືອງໂຂງຈຽມອີກຜູ້ນຶ່ງກໍເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ກຸມພານີ້ວ່າ ຕົນຢ້ານຈະເກີດນໍ້າຖ້ວມບ້ານ ຫາກມີການສ້າງເຂື່ອນນີ້ຂຶ້ນ ແລະຊາວບ້ານໝົດບ້ານ ກໍອາຈໄດ້ຖືກໃຫ້ໂຍກຍ້າຍໜີໄປຢູ່ບ່ອນໃໝ່.

ອັນນີ້ກັງວົນແຫລະເວີ້ຍ ມັນກໍນໍ້າຖ້ວມບ້ານຖ້ວມເມືອງ ສິຢູ່ຈັ່ງໃດລະ ບ້ານເມືອງກະສິຖ້ວມບາດນີ້ ດີບໍ່ດີກະສິຍ້າຍໝູ່ບ້ານໜີ ສິຢູ່ໃສບາດນີ້ ຄົນເກີດມາກະຢູ່ນີ້ແຕ່ພໍ່ແຕ່ແມ່ ກະຍາກຢູ່ ທຸກຫລືສິຍາກກະຢາກຢູ່ ບ່ອນເກົ່າ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຄືອຂ່າຍຊາວໄທຍ 7 ແຂວງລຸ່ມນໍ້າຂອງ ກໍກັງວົນນໍາໂຄງການສ້າງເຂື່ອນ ແຫ່ງນີ້ ທີ່ອາຈມີຜົລກະທົບ ຕໍ່ຊາວບ້ານທັງທີ່ຢູ່ຝັ່ງໄທຍ ແລະຝັ່ງລາວທີ່ຢູ່ຕາມແຄມຝັ່ງແມ່ນໍ້າຂອງ ແລະວ່າທາງເຄືອຂ່າຍນີ້ ກໍມີແຜນທີ່ຈະຍື່ນໜັງສືຕໍ່ ຣັຖບານໄທຍ ເພື່ອຂໍໃຫ້ກວດສອບໂຄງການດັັ່ງກ່າວ ກ່ອນຈະມີການລົງມືກໍ່ສ້າງ.

ດັ່ງ ຍານາງ ອ້ອມບຸນ ທິບສຸນາ ຜູ້ປະສານງານເຄືອຂ່າຍຊາວໄທຍ 7 ແຂວງລຸ່ມນໍ້າຂອງ ກ່າວໃນມື້ດຽວກັນນີ້ວ່າ:

ທາງເຄືອຂ່າຍ ກະກໍາລັງປຶກສາຫາລືກັນວ່າ ຈະຕ້ອງໄປຍື່ນຂໍໃຫ້ມີການກວດສອບ ໂຄງດການເຣື່ອງນີ້ແນ່ ຣັຖບານຕັດສິນໃຈເຣື່ອງນີ້ຈັ່ງໃດ ແລ້ວກະຂໍໃຫ້ທາງກັມມາທິການ ສິ່ງແວດລ້ອມ ເພິ່ນກວດສອບເຣື່ອງນີ້ນໍາ ອັນນີ້ໃນສ່ວນທີ່ເຄືອຂ່າຍ ສິເຮັດໜັງສືເຖິງທາງຣັຖບານ.

ເພື່ອຂໍຮູ້ລາຍລະອຽດ ເຣື່ອງໂຄງການກໍ່ສ້າງເຂື່ອນໄຟຟ້າ ແມ່ນໍ້າຂອງແຫ່ງນີ້ ແລະການສຶກສາ ສໍາຣວດຄວາມເປັນໄປໄດ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມ ໄປຍັງບໍຣິສັດພະລັງງານ ບໍຣິສຸດຈໍາກັດມະຫາຊົນ ທີ່ສໍານັກງານໃຫຍ່ຢູ່ບາງກອກ ປະເທດໄທຍ, ແຕ່ເຈົ້າໜ້າທີ່ ທີ່ຮັບຜິດຊອບໂຄງການເຂື່ອນນີ້ ຕິດພາລະກິດ, ຍັງບໍ່ສາມາດໃຫ້ຄວາມເຫັນໄດ້.

ແຕ່ເຖິງຢ່າງໃດກໍຕາມ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງສາຣະວັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ກຸມພານີ້ແລ້ວແມ່ນວ່າ ມາເຖິງປັດຈຸບັນ ບໍຣິສັດຂອງໄທຍ ດັ່ງກ່າວ ກໍາລັງຢູ່ໃນລະຫວ່າງ ການສໍາຣວດ ແລະສຶກສາຄວາມເປັນໄປໄດ້ ຂອງໂຄງການນັ້ນຢູ່, ຍັງບໍ່ມີລາຍງານກ່ຽວກັບການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະປະຊາຊົນ ທີ່ອາຈເກີດຂຶ້ນ ຈາກໂຄງການນັ້ນເທື່ອ.

ໂອ໋ ວານນີ້ເດ໋ ເພິ່ນມາລົມວຽກກັບການນໍາຂອງແຂວງ ພຸ່ນເດ໋ ຖືກດິນຊາວບ້ານຫລາຍບໍ່ ໂຕນີ້ເຮົາກະບໍ່ຮູ້ເດີ ເພາະວ່າເພິ່ນຍັງບໍ່ທັນໄດ້ເຮັດອີ່ສັງນ່າ ເພິ່ນກະມາເບິ່ງພື້ນທີ່ຊື່ໆ ເພິ່ນບໍ່ທັນມີບົດປະເມີນອີ່ຫຍັງ ເພິ່ນກະມີແຕ່ເຊີນຄະນະກັມການລົງມາເບິ່ງຊື່ໆ."

ແລະເຈົ້າໜ້າທີ່ ເມືອງຊະນະສົມບູນ ກໍເວົ້າຄືກັນວ່າ ໃນເບື້ອງຕົ້ນ ທາງບໍຣິສັດ ດັ່ງກ່າວສໍາຣວດ, ສຶກສາຄວາມເປັນໄປໄດ້ ແລະປະເມີນຜົລກະທົບ ທີ່ອາຈເກີດຂຶ້ນ ເພື່ອນໍາໄປສເນີຕໍ່ຣັຖບານລາວ ແລະໄທຍຕາມຂັ້ນຕອນ.

ເພິ່ນວ່າເປັນການສໍາຣວດເບິ່ງ ບໍ່ທັນວ່າສິເຮັດ ມີແຕ່ສໍາ ຣວດວ່າມັນສິເປັນໄປໄດ້ບໍ່ ອີ່ສັງຫັ້ນນ່າ ປະເມີນເບິ່ງເດເນາະ. ຖ້າວ່າເຮັດໄປແລ້ວ ຜົລກະທົບມັນແນວໃດເນາະ ແລະຜົນໄດຮັບມັນແນວໃດຫັ້ນນ່າ ລະ ຫວ່າງປະຊາຊົນ 2 ຝັ່ງ ເຮົາກະບໍ່ທັນເຂົ້າໃຈ ເກັບຂໍ້ມູນແລ້ວ ເພິ່ນກະສິໄປລາຍງານຕໍ່ ການນໍາຂອງລາວ ກັບຂອງໄທຍຫັ້ນ.

ມາເຖິງປັດຈຸບັນ ຊາວບ້ານຫລາຍຄົນຢູ່ເມືອງຄົງເຊໂດນ ແລະເມືອງຊະນະສົມບູນ ກໍຍັງບໍ່ຮູ້ເທື່ອວ່າ ບໍຣິສັດໄທຍເຂົ້າມາສໍາຣວດ ແລະສຶກສາຄວາມເປັນໄປໄດ້ ຂອງໂຄງການເຂື່ອນໄຟຟ້າ ສາຣະວັນນັ້ນແລ້ວ.

ເຂື່ອນໄຟຟ້າ ສາຣະວັນ ຂນາດ 2,200 ເມກາວັດ ຊຶ່ງໄດ້ເຣີ້ມສໍາຣວດ ແລະສຶກສາຄວາມເປັນໄປໄດ້ ມາຕັ້ງແຕ່ມື້ວັນທີ 21 ມົກກະຣາ 2022 ນັ້ນ, ຕາມແຜນການ ແມ່ນຈະສໍາຣວດ ແລະສຶກສາໃຫ້ແລ້ວໃນເດືອນມົກກະຣາ 2023.

ນອກຈາກໂຄງການ ສ້າງເຂື່ອນທີ່ວ່ານີ້ແລ້ວ ບໍຣິສັດໄທຍດັ່ງກ່າວ ຍັງຢູ່ໃນລະຫວ່າງ ການສໍາຣວດ ແລະສຶກສາຄວາມເປັນໄປໄດ້ ຂອງໂຄງການສ້າງເຂື່ອນໄຟຟ້າ ຜາມອງ ຂນາດ 1,080 ເມກາວັດ ຊຶ່ງມີແຜນທີ່ຈະສ້າງຢູ່ເຂດບ້ານຫ້ວຍຫາງ ເມືອງສັງທອງ ນະຄອນຫລວງວຽງຈັນ ກົງກັນຂ້າມກັບບ້ານຫ້ວຍຂອບ ເມືອງປາກຊົມ ແຂວງເລີຍຂອງໄທຍ ໂດຍຈະໃຊ້ເວລາສໍາຣວດ ແລະສຶກສາຄວາມເປັນໄປໄດ້ໃຫ້ແລ້ວ ໃນເດືອນມົກກະຣາ 2023 ເຊັ່ນດຽວກັນ. ໂຄງການ ເຂື່ອນຜາມອງ ຈະຢູ່ຫ່າງຈາກເຂື່ອນໄຟຟ້າຊະນະຄາມປະມານ 50 ກິໂລແມັດ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.