ທາງການໄທຍ ຕຣຽມລົງນາມຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້າ ຫລວງພຣະບາງ ແລະ ເຂື່ອນໄຟຟ້າ ປາກແບງ, ແຕ່ ພາກປະຊາສັງຄົມ ໄທຍ ແລະ ລາວ ເຫັນວ່າ ບໍ່ຄວນລົງນາມຊື້.
ທາງການໄທຍ ຕຣຽມລົງນາມຊື້ຂາຍໄຟຟ້າ ຫຼື Tariff MOU ຈາກໂຄງການເຂື່ອນໄຟຟ້າ ຫລວງພຣະບາງ, ເຂື່ອນປາກແບງ ໃນເດືອນ ພຶສພາ 2022 ເຊິ່ງເຂື່ອນດັ່ງກ່າວ ເປັນເຂື່ອນສ້າງໃສ່ແມ່ນ້ຳຂອງ, ອີງຕາມຂໍ້ມູນຂອງກະຊວງພລັງງານຂອງໄທຍ ທີ່ເຜີຍແຜ່ໃນວັນທີ 9 ມີນາ ທີ່ຜ່ານມາ.
ໃນຂະນະທີ່ ຝ່າຍລາວ ແລະ ບໍຣິສັດ ຜູ້ພັທນາໂຄງການ ກໍໄດ້ຕຣຽມຄວາມພ້ອມ ໃນການກໍ່ສ້າງເຂື່ອນໄຟຟ້າ ທັງ 2 ໂຄງການໄວ້ແລ້ວ ເມື່ອມີການເຊັນລົງນາມຊື້ຂາຍໄຟຟ້າ ຢ່າງເປັນທາງການ ກໍສາມາດດຳເນີນການກໍ່ສ້າງໄດ້ທັນທີ ໃນປີ 2022.
ເຈົ້າໜ້າທີ່ ກະຊວງພລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 17 ມີນາ ວ່າ:
" ຣາຍ ລະ ອຽດຂອງ ແຕ່ ລະ ໂຄງ ການ ຫັ້ນ ເນາະ ມັນ ກະ ມີ ຄວາມ ຄືບ ໜ້າ ຊິ ນ່າ ຄັນ ໂຕ ໃດ ທີ່ ຍັງ ຄ້າງ ຂະ ເຈົ້າກະ ຕ້ອງ ໄດ້ ດຳ ເນີນ ການ ຕໍ່ ແຕ່ ວ່າ ໄປ ດຳ ເນີນ ການ ທາງ ດ້ານ ເອກ ສານ ໃຫ້ ມັນ ເປັນ ໄປ ຕາມ ລະ ບຽບ ການ ຫັ້ນ ແລ້ວ ກະ ເບື້ອງ ໄທ ຍ ກໍ ຈະ ກຳ ນົດ ເນາະ ວ່າ ໂຄງ ການ ແຕ່ ລະ ໂຄງ ການ ຈະ ເຂົ້າ ໄປ ໄດ້ ຈັ່ງ ໃດ ຫັ້ນ ນ່າ ."
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ ການລົງນາມຊື້ຂາຍໄຟຟ້າ ຫຼື Tariff MOU ຊັກຊ້າ ກໍຍ້ອນວ່າ ເຂື່ອນປາກແບງ ມີການປັບແກ້ເຣື່ອງໂຄງສ້າງ ຂອງເຂື່ອນຄືນໃໝ່, ສ່ວນເຂື່ອນຫລວງພຣະບາງ ກຳລັງຢູ່ລະຫວ່າງ ການສຶກສາຜົລກະທົບ ຕໍ່ເມືອງມໍຣະດົກໂລກ ຕາມຂໍ້ກຳນົດຂອງ UNESCO ເຊິ່ງຍັງບໍ່ທັນສຳເຣັດນັ້ນ ຝ່າຍລາວ ບອກວ່າ ກໍຈະດຳເນີນການ ໃຫ້ສຳເຣັດໄປຕາມລະບຽບການ.
ສຳລັບ ອັດຕຣາຄ່າໄຟຟ້າ ທີ່ຈະມີການລົງນາມ ຊື້ຂາຍໃນອີກບໍ່ດົນນີ້ ກະຊວງພລັງງານຂອງໄທຍ ພິຈາຣະນາ ເຫັນດີ ຊື້ຂາຍໄຟຟ້າ ຈາກໂຄງການເຂື່ອນໄຟຟ້າຫລວງ ພຣະບາງ ລາຄາປະມານ 2.8 ບາດຕໍ່ໜ່ວຍ ກຳນົດຈ່າຍເຂົ້າລະບົບ ເດືອນມົກກະຣາ 2030 ແລະ ໂຄງການເຂື່ອນປາກແບງ ລາຄາປະມານ 2.9 ບາດຕໍ່ໜ່ວຍ ກຳນົດຈ່າຍເຂົ້າລະບົບ ເດືອນມົກກະຣາ 2033 ໃນອັດຕຣາຄ່າໄຟຟ້າຄົງທີ່ຕລອດອາຍຸສັນຍາ.
ສ່ວນການຖືຮຸ້ນ ຝ່າຍລາວ ໄດ້ມອບໃຫ້ຣັຖວິສາຫະກິຈໄຟຟ້າລາວ ຫຼື EDL ເປັນຜູ້ດຳເນີນການ ແຕ່ຈະຢູ່ໃນສັດສ່ວນທໍ່ໃດນັ້ນ ຍັງຕ້ອງລໍຖ້າ ການລົງນາມຊື້ຂາຍໄຟ້ຟາ ຫຼື Tariff MOU ຢ່າງເປັນທາງການກ່ອນ.
ກ່ຽວກັບເຣື່ອງນີ້ ພາກປະຊາສັງຄົມໃນໄທຍ ແລະ ລາວ ກໍເຫັນກົງກັນວ່າ ຍັງບໍ່ຢາກໃຫ້ຮີບດ່ວນ ລົງນາມຊື້ຂາຍໄຟຟ້າ ຍ້ອນກັງວົນເຣື່ອງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຮວມເຖິງຜົລກະທົບຂ້າມພົມແດນ ທີ່ນັບມື້ຈະທະວີຄວາມຮຸນແຮງຂຶ້ນ ໂດຍ ຢາກໃຫ້ທາງການໄທຍ ພິຈາຣະນາການລົງນາມ ຊື່ ຂາຍໄຟຟ້າຄືນໃໝ່.
ທ່ານ ຫານນະຣົງ ເຍົາວະເລີດ ປະທານມູລນິທິ ເພື່ອການບໍຣິຫານຈັດການນໍ້າ ແບບບູຣະນາການປະເທດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ມີນາ ວ່າ:
" ທີ່ ຈິງ ຄື ເຮົາ ບໍ່ ເຫັນ ດີ ກັບ ການ ສ້າງ ເຂື່ອນ ທີ່ ສຳ ຄັນ ກໍ ຄື ລໍ ຖ້າ ໃຫ້ ຣາຍ ງານ ສຳ ເຣັດ ກ່ອນ ໄດ້ ແລ້ວ ຄ່ອຍ ເຊັນ ສັນ ຍາ ເພາະ ວ່າ ທັງ ເຂື່ອນ ປາ ກ ແປງ ມັນ ມີ ມາ ຕ ການ ຂອງ ການ ປັບ ປຸງ ທັງ ເຣືອງຂອງ ເທັກ ນິກ ແລ້ວ ສ່ວນ ກໍຣະ ນີ ຂອງ ເຂື່ອນ ຫລວງ ພ ຣະ ບາງ ທີ່ ເຂົາ ກັງ ວົນ ຫຼາຍ ກະ ຄື ຜົ ລ ກະ ທົບ ຕໍ່ ມໍ ຣະ ດົກ ໂລກ ບໍ່ ຈຳ ເປັນ ຕ້ອງ ຮີບ ຮ້ອນ ເຊັນ ສັນ ຍາ ຮັບ ຊື້ ໄຟ ຟ້າ ."
ທ່ານ ຍັງກ່າວຕື່ມ:
" ການ ລົງ ນາມ ຊື້ ຂາຍ ໄຟ ຟ້າ ຈາກ ເຂື່ອນ ປາກ ແບງ ແລະ ເຂື່ອນ ຫລວງ ພ ຣະ ບາງ ໂດຍ ທີ່ ຣາຍ ງານ ເຣື່ອງເຕັກ ຂອງ ເຂື່ອນ ປາກ ແບງ ແລະ ການ ສຶກ ສາ ຜົ ລ ກ ະ ທົບຕໍ່ ເມືອງ ມໍ ຣ ະ ດົກ ໂລກ ຫລື ການ ປະ ເມີນ ຜົ ລ ກະ ທົບ ຕໍ່ ມໍ ຣະ ດົກ ໂລກ ຕາມ ຂໍ້ ກຳ ນົດ ຂອງ UNESCO ເຊິ່ງ ຍັງ ບໍ່ ທັນ ສຳ ເຣັດ ນັ້ນ ຖື ເປັນ ເຣື່ອງ ທີ່ບໍ່ ມີ ຄ ວາມຮັບ ຜິດ ຊອບ ແລະ ເອື້ອ ຜົ ລ ປ ໂຍດ ໃຫ້ ກັບ ບໍ ຣິ ສັດ ຜູ້ ພັ ທ ນາ ໂຄງ ກາ ນຈົນ ເກີນ ໄປ ."
ສິ່ງທີ່ຊາວບ້ານ ທັງໃນລາວ ແລະ ໄທຍ ກັງວົນກ່ຽວກັບການກໍ່ສ້າງ ເຂື່ອນໃນແມ່ນ້ຳຂອງທີ່ສຸດ ແລະ ພະຍາຍາມ ຮຽກຮ້ອງໃຫ້ຢຸດເຊົາມາໂດຍຕລອດ ກໍຄື ຕ້ອງຄຳນຶງ ເຖິງ ຜົລກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເນື່ອງ ຈາກຈະເຮັດໃຫ້ວິຖີຊີວິດ, ວັທນະທັມ, ອາຊີບ ແລະ ແຫຼ່ງສະບຽບອາຫານຂອງຊາວບ້ານ ເກີດການປ່ຽນແປງໄປໃນທິດທາງລົບ.
ຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ມີນາ ວ່າ:
" ເຂົາ ກະ ບໍ່ ຟັງ ຢູ່ ແລ້ວເນາະ ເຣື່ອງ ລາວປ ວັດ ສາດ ໃນ ເມືອງ ມໍ ຣະ ດົກ ໂລກ ນິ ເວດ ວັ ທ ນະ ທັມ ຕ່າງໆ ເຂົາ ບໍ່ ສົນ ໃຈ ແລ້ວ ແມ່ ນ້ຳ ຂອງນີ້ ມັນ ເປັນ ແມ່ ນ້ຳ ສາ ທາ ຣະ ນະ ຜູ້ ຄົນ ຕ້ອງ ໄດ້ໃຊ້ ປ ໂຍດ ຂະ ບວນ ການ ຮັບ ຟັງ ຄວາມ ຄິດ ເຫັນ ລ່ວງ ໜ້າ ຫຼື PNPCA ມັນ ກະ ເປັນ ແຕ່ ພິ ທີ ກັມ ."
ຢ່າງໃດກໍຕາມ ເຄື່ອຂ່າຍພາກປະຊາສັງຄົມໄທຍ ຍັງຈະສືບຕໍ່ ເພື່ອຄັດຄ້ານການລົງນາມ ຊື້ຂາຍໄຟຟ້າຕໍ່ໄປ ໂດຍຈະມີການຫາລືກັບເຄື່ອຂ່າຍຕ່າງໆ ເພື່ອອອກຖແລງການກ່ຽວກັບເຣື່ອງນີ້ໃນອີກບໍ່ດົນນີ້.
ສ່ວນວ່າ ຊາວບ້ານຢູ່ເມືອງປາກແບງ ແຂວງອຸດົມໄຊ ກໍບໍ່ຢາກໃຫ້ສ້າງເຂື່ອນໄຟຟ້າໃສ່ແມ່ນ້ຳຂອງ ເພາະເປັນເຂື່ອນຂນາດໃຫຍ່ ທີ່ຈະສົ່ງຜົລກະທົບຕໍ່ວິຖີຊີວິດຂອງຊາວບ້ານ ໂດຍ ສະເພາະເຣື່ອງການເດີນເຮືອ, ການກະເສດ ແລະ ການຫາປາຢູ່ແມ່ນ້ຳຂອງ.
ຊາວບ້ານ ເມືອງປາກແບງ ແຂວງອຸດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ມີນາ ວ່າ:
" ຄັດ ຄ້ານ ກະ ມີ ແຕ່ ປະ ຊາ ຊົນ ແລ້ວ ຂະ ເຈົ້າ ຄັດ ຄ້ານ ຫັ້ນ ແຫຼະ ກະ ບໍ່ ຢາກ ໃຫ້ ເຮັດ ຫັ້ນ ແລ້ວ ຜູ້ ທີ່ ມັນ ກະ ທົບ ຫັ້ນ ນ່າ ແຕ່ ປະ ຊາ ຊົນ ມັນ ກະ ໄດ້ ເວົ້າ ກັນ ຊື່ໆ ນີ້ ແຫຼະ ບ້ານ ເຮົາ ນ່າ ."
ການສ້າງເຂື່ອນໃສ່ແມ່ນ້ຳຂອງເຮັດໃຫ້ພັນປາຫຼຸດລົງ ແລະ ສົ່ງຜົລກະທົບຕໍ່ແຫຼ່ງສະບຽງອາຫານ.
ຊາວເມືອງຈອມເພັດ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ມີນາ ວ່າ:
" ຜົ ລ ກະ ທົບ ຫຼາຍ ໃດ ຂະ ເຈົ້າ ກະ ບໍ່ ຢາກ ໃຫ້ ເຮັດ ປານ ໃດ ປະ ຊາ ຊົນ ນີ້ ກະ ອາ ໃສ ການ ຫາ ປາ ນີ ແລ້ວ ເປັນ ສ່ວນ ໃດ ສ່ວນ ນຶ່ງ ເພື່ອ ລ້ຽງ ຄອບ ຄົວຄົວ ເນາະຖືກວ່າ ຫາ ປາ ກະ ໄດ້ ດີຢູ່ ຄັນ ສ້າງ ເຂື່ອນແລ້ວ ກະ ຊິບໍ່ ໄດ້ ຫາ ຫັ້ນ ແລ້ວ ຜົ ລ ກະ ທົບ ບໍ່ ແມ່ນ ໜ້ອຍໆແລ້ວ ຄັນ ໄດ້ ສ້າງ ຂຶ້ນ ກະ ດາຍ ."
ເຂື່ອນປາກແບງ ມີກຳລັງການຜລິດ 912 ເມກາວັດ ຕັ້ງຢູ່ບ້ານປາກເງີຍ ເມືອງປາກແບງ ແຂວງອຸດົມໄຊ ມີແຜນຂາຍໄຟຟ້າໃຫ້ໄທຍ ປະມານ 90 ເປີເຊັນ ແລະ 10 ເປີເຊັນ ນຳໃຊ້ພາຍໃນປະເທດລາວ ໂດຍ ມີບໍຣິສັດ China Datang Oversea Investment ປະເທດຈີນ ເປັນຜູ້ພັທນາໂຄງການ ທີ່ມີມູນຄ່າລົງທຶນປະມານ 2 ຕື້ ປາຍໂດລາຣ໌.
ການປະເມີນຜົລກະທົບ ທາງສັງຄົມຂອງໂຄງການເຂື່ອນປາກແບງ ໄດ້ລະບຸວ່າ ຈະມີຊາວບ້ານ 900 ປາຍ ຄອບຄົວ ເທົ່າກັບ 4,700 ຄົນ ຢູ່ 26 ບ້ານ ໃນແຂວງອຸດົມໄຊ, ໄຊຍະບູຣີ ແລະ ບໍ່ແກ້ວ ໄດ້ຮັບຜົລກະທົບ.
ໂຄງການເຂື່ອນຫລວງພຣະບາງ ມີກຳລັງການຜລິດ 1,460 ເມກາວັດ ຕັ້ງຢູ່ບ້ານຫ້ວຍຫຍໍ້ ເມືອງຈອມເພັດ ແຂວງຫລວງພຣະບາງ ຫ່າງຈາກເມືອງມໍຣະດົກໂລກ ຫລວງພຣະບາງປະມານ 25 ກິໂລແມັດ ໂດຍແມ່ນ ບໍຣິສັດ ໄຊຍະບູຣີ ພາວເວີ ແລະ ບໍຣິສັດ PretoVietnam Power ຈາກປະເທດວຽດນາມ ເປັນເຈົ້າຂອງໂຄງການ.
ມີຜູ້ຖືຮຸ້ນຢູ່ໃນໂຄງການ ເຂື່ອນຫລວງພຣະບາງ ລວມມີ ບໍຣິສັດ ຫລວງພຣະບາງ ພາວເວີ ຈຳກັດ, ບໍຣິສັດ ພີທີ ຈຳກັດ ຖືຮຸ້ນ 38 ເປີເຊັນ, ບໍຣິສັດ PretoVietnam 10 ເປີເຊັນ, ບໍຣິສັດໄຊຍະບູຣີ ພາວເວີ 42 ເປີເຊັນ, ແລະ ການບໍຣິສັດ ຊໍການຊ່າງ 10 ເປີເຊັນ ໂດຍ ມີມູນຄ່າລົງທຶນ 3 ຕື້ໂລດາຣ໌ ເຊິ່ງໂຄງການເຂື່ອນດັ່ງກ່າວຈະຂາຍໄຟຟ້າໃຫ້ປະເທດໄທຍ ແລະ ວຽດນາມ ຕາມແຜນການ.
ການປະເມີນຜົລກະທົບທາງສັງຄົມ ຂອງໂຄງການເຂື່ອນໄຟຟ້າຫລວງພຣະບາງ ຈະມີຊາວບ້ານ 23 ບ້ານ ໄດ້ຮັບຜົລກະທົບ ປະກອບມີ ເມືອງຈອມເພັດ ແຂວງຫລວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ, ແລະ ເມືອງງາ ແຂວງອຸດົມໄຊ ໂດຍມີການແຍກອອກເປັນ 4 ກຸ່ມດັ່ງນີ້:
- ກຸ່ມທີ 1 ໄດ້ຮັບຜົລກະທົບທັງໝົດ 100 ເປີເຊັນ ແລະ ຖືກຍົກຍ້າຍ ຈຳນວນ 6 ບ້ານ, 580 ຄອບຄົວ ປະມານ 2,000 ປາຍຄົນ.
- ກຸ່ມທີ 2 ໄດ້ຮັບຜົລກະທົບບາງສ່ວນ ແລະ ມີບາງຄອບຄົວຖືກຍົກຍ້າຍ ຈຳນວນ 9 ບ້ານ, ເກືອບ 700 ຄອບຄົວ ຫຼື ປະມານ 3,800 ຄົນ.
- ກຸ່ມທີ 3 ສູນເສັຽທີ່ດິນ ຈຳນວນ 8 ບ້ານ, 670 ຄອບຄົວ ປະມານ 2,300 ຄົນ.
- ກຸ່ມທີ 4 ບ້ານທ້າຍເຂື່ອນ ທີ່ຈະໄດ້ຮັບຜົລກະທົບຈາກໂຄງການ ແຕ່ບໍ່ຖືກຍົກຍ້າຍ ຈຳນວນ 3 ບ້ານ, ເກືອບ 190 ຄອບຄົວ ປະມານ 900 ຄົນ.
ເມື່ອມົກກະຣາ 2022 ທີ່ຜ່ານມາ, ບໍຣິສັດ ກັຟ ເອັນເນີຈີ ດີເວວລົບເມນ ຫຼື GULF ປະເທດໄທຍ ແລະ ບໍຣິສັດ Sinohydro Holding ເຊິ່ງເປັນບໍຣິສັດ ຂອງບໍຣິສັດ ຣັຖວິສາຫະກິດ ໄຟຟ້າຈີນ ຫຼື Power Construction Corporation of China ໄດ້ ຮ່ວມລົງນາມບັນທຶກຄວາມເຂົ້າໃຈການຮັບຊື້ໄຟຟ້າ ຫຼື Tariff MOU ສຳລັບໂຄງການເຂື່ອນປາກລາຍ ກັບການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ຫຼື EGAT ໂດຍ ການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ຈະເປັນຜູ້ຮັບຊື້ໄຟຟ້າຈາກໂຄງເຂື່ອນປາກລາຍ ໃນອັດຕຣາລາຄາເກືອບ 2.7 ບາດ ຕໍ່ໜ່ວຍ.
ນອກຈາກນີ້, ສຳນັກຂ່າວ Bangkok Post ຍັງໄດ້ຣາຍງານ ໃນວວັນທີ 15 ມີນາ 2022 ໂດຍ ອ້າງຄຳເວົ້າຂອງ ທ່ານ Wattanapong Kurovat ຫົວໜ້າຫ້ອງການວາງແຜນ ແລະ ນະໂຍບາຍພລັງງານ ຂອງໄທຍ ວ່າ ເຂື່ອນໄຟຟ້າຫຼວງພຣະບາງ, ເຂື່ອນໄຟຟ້າປາກແບງ ແລະເຂື່ອນໄຟຟ້າປາກລາຍ ເປັນເຂື່ອນໃຊ້ ພລັງງານນ້ຳ.
ສຳນັກຂ່າວ Bangkok Post ຍັງຣາຍງານອີກວ່າ ການເຊັນສັນຍາຊື້ໄຟຟ້າຈາກລາວ ເປັນຄວາມພະຍາຍາມຂອງຣັຖບານໄທຍ ຫຼຸດຜ່ອນສານ Carbon ທີ່ເປັນິດຕໍ່ອາກາດ, ສ້າງຄວາມສົມດູນໃນການປ່ອຍມົລພິດໃສ່ອາກາດ. ນອກຈາກນີ້ ທາງການໄທຍຍັງເຫັນວ່າ ການໃຊ້ພລັງໄຟຟ້າ ຈາກເຂື່ອນໄຟຟ້ານ້ຳຕົກ ເປັນພລັງງານທີ່ສະອາດ.
