ຊັພຍາກອນນໍ້າ ໄທຍ ໃຫ້ທົບທວນ ຊື້ໄຟ ເຂື່ອນຊະນະຄາມ

ສິດນີ
2020.12.01
ຊັພຍາກອນນໍ້າ ໄທຍ ໃຫ້ທົບທວນ ຊື້ໄຟ ເຂື່ອນຊະນະຄາມ ແມ່ນໍ້າຂອງບົກແຫ້ງ ເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ທີ່ບໍ່ໄກຈາກ ໂຄງການສ້າງເຂື່ອນຊະນະຄາມ
File photo 2019: RFA

ເຈົ້່າຫນ້າທີ່ ຊັພຍາກອນນໍ້າ ແຫ່ງປະເທດໄທຍ ໄດ້ຮຽກຮ້ອງ ໃຫ້ຣັຖບານໄທຍ ພິຈາຣະນາ ໃນການຊື້ໄຟຟ້າ ຈາກ ເຂື່ອນຊະນະຄາມໃຫມ່ ຍ້ອນມັນສົ່ງຜົລກະທົບ ຕໍ່ແມ່ນ້ຳຂອງ ເປັນຕົ້ນຄວາມເລິກ ແລະ ຄວາມກວ້າງ ຂອງແມ່ນ້ຳ, ສະພາບແວດລ້ອມ ແລະ ຊິວິດການເປັນຢູ່ ຂອງຊຸມຊົນ ເປັນຕົ້ນການປະມົງ ນອກຈາກນັ້ນ ອາດສ່ົງຜົລກະທົບ ຕໍ່ເຂດແດນ ນ່ານນ້ຳ ຣະຫວ່າງສອງປະເທດ ນຳອີກ.

ທ່ານ ສົມກຽດ ປຣະຈຳວົງ ເລຂາທິການ ສຳນັກງານນ້ຳ ແຫ່ງປະເທດໄທຍ ກ່າວຫລັງຈາກ ກອງປະຊຸມທາງໄກ ກ່ຽວກັບ ເຂື່ອນຊະນາຄາມ ຈາກບາງກອກວ່າ ເສັ້ນເຂດແດນທາງນ້ຳ ເປັນສິ່ງທີ່ພວກເຮົາເປັນຫວ່ງ ພວກເຮົາຍັງບໍ່ຕົກລົງກ່ຽວກັບ ໂຄງການເຂື່ອນຊະນະຄາມ ຈົນກວ່າ ໄດ້ຫລັກຖານຂໍ້ມູນຢ່າງຈະແຈ້ງວ່າ ມັນບໍ່ກະທົບຕໍ່ເຂດແດນນ່ານນ້ຳ.

ໃນມື້ວັນທີ 24 ພຶສຈິກາປີ 2020 ປະເທດສະມາຊິກ ຄະນະກັມມະທິການແມ່ນ້ຳຂອງ ປະກອບດ້ວຍ ສປປ ລາວ ໄທຍ ວຽດນາມ ແລະ ກຳພູຊາ ໄດ້ຈັດເວທີ ໃຫ້ຂໍ້ມູນກ່ຽວກັບ ໂຄງການເຂື່ອນຊະນະຄາມ ຜ່ານຣະບົບອອນລາຍ ພ້ອມທັງເປີດໂອກາດ ໃຫ້ປະຊາຊົນສາມາດ ສະແດງຄວາມເຫັນ ແລະ ຄວາມກັງວັນຕໍ່ໂຄງການນີ້ ໄປຫາທາງການລາວໄດ້. ດຣ. ສົມກຽດ ປຣະຈຳວົງ ເລຂາທິການ ສຳນັກງານ ຊັພຍາກອນນ້ຳ ແຫ່ງຊາດໄທຍ ໃຫ້ສຳພາດຕໍ່ເອເຊັຽເສຣີ ໃນຕອນນຶ່ງວ່າ:

“ຈິງໆແລ້ວ ເຂື່ອນໂຕນີ້ຢູ່ເຫນືອນ້ຳຂອງ ສ່ວນທີ່ນ້ຳຖ້ວມຈະຢູ່ໃນປະເທດລາວ ດັ່ງນັ້ນ ການຍ້າຍບ່່ອນອາສັຍ ຈະຢູ່ໃນລາວ ເປັນສ່ວນໃຫຍ່ ແລະ ຜົລກະທົບ ທີ່ຈະເກີດຂຶ້ນ ຕໍ່ ປະເທດທ້າຍນ້ຳ, ເຮົາຫມັ້ນໃຈວ່າຈະຖືກຜົລກະທົບແນ່ນອນ ທີ່ກັງວົນ ຄືຈະກະທົບຕໍ່ລັກສນະ ທາງກາຍພາບຄວາມເລິກຂອງນໍ້າ ຫລື ຄວາມກວ້າງຂອງແມ່ນ້ຳຂອງ ອາຈປ່ຽນໄປ ຊຶ່ງຈະມີຜົລກະທົບຕໍ່ ຮ່ອງນ້ຳເລິກ ຫລື ເສັ້ນແບ່ງຊາຍແດນ.”

ທ່ານກ່າວຕື່ມວ່າ ເວທີ ການສຳມະນາເທື່ອນີ້ ຖຶກຈັດຂຶ້ນ ຕາມຣະບຽບປະຕິບັດ ຂອງ ຂະບວນການປຶກສາຫາລືກັນ ລ່ວງຫນ້າ ຫລື PNPCA ເພື່ອໃຫ້ຂໍ້ມູນຣະດັບພູມີພາກ ເທື່ອທຳອິດ ຂອງໂຄງການ ເຂື່ອນຊະນະຄາມ ແກ່ຜູ້ມີສ່ວນໄດ້ສ່ວນເສັຽ ໃນໂຄງການດັ່ງກ່າວ ເປັນຕົ້ນ ປະຊາຊົນໄທຍ 8 ແຂວງ ລຸ່ມແມ່ນ້ຳຂອງ ທີ່ອາດຈະໄດ້ຮັບຜົລກະທົບ ຈາກເຂື່ອນນີ້.

ທ່ານວ່າ ຄະນະຣັຖບານ ໄດ້ຕົກລົງກັນໃນມື້ວັນຈັນ ທີ່ຮອງນາຍົກຣັຖມົນຕຣີ ທ່ານ ປຣາວິດ ວົງສຸວັນ ຈະສະແດງຄວາມເຫັນ ຢ່າງເປັນທາງການ ກ່ຽວກັບຈຸດຢືນ ຂອງ ຣັຖບານໄທຍ ໃນໂຄງການເຂື່ອນ ຊະນະຄາມ ໃນກອງປະຊຸມ ຂອງຄະນະຣັັຖມົນຕຣີໄທຍ ໃນໄວໆນີ້. ທ່ານເວົ້າວ່າ ເຈົ້າຫນ້າທີໄທຍ ເປັນຫວ່ງ ບ່ອນສ້າງເຂື່ອນ ຊະນະຄາມ ໃກ້ກັບເຂດນ້ຳ ທີ່ໃຊ້ ເປັນຫລັກຫມາຍເຂດແດນ ຣະຫວ່າງ ລາວກັບໄທ.

ທ່ານ ສົມກຽດ ຍັງກ່າວອີກວ່າ ສຳນັກງານນໍ້າ ແຫ່ງ ປະເທດໄທຍ ເປັນຫ່ວງຢ່າງແຮງ ກ່ຽວກັບ ຜົລກະທົບ ທັງຕໍ່ຣະບົບນິເວດ ແມ່ນ້ຳຂອງ ແລະ ວິຖີຊີວິດ ຂອງປະຊາຊົນ ຜູ້ທີ່ອາສັຍ ການທຳມາຫາກິນ ຈາກ ແມ່ນ້ຳຂອງ. ດັ່ງນັ້ນ ທ່ານຈຶ່ງ ຢາກຮຽກຮ້ອງຣັຖບານໄທຍ ໃຫ້ພິຈາຣະນາໃຫມ່ ກ່ຽວກັບການຊື້ໄຟຟ້າ ຈາກເຂື່ອນນີ້.

ທ່ານວ່າ “ຣັຖບານໄທຍ ມີສິດໃນການຕັດສິນໃຈ ວ່າຈະຊື້ ຫລື ບໍ່ຊື້ໄຟຟ້າ ຈາກໂຄງການດັ່ງກ່າວ ຍ້ອນມັນຈະສົ່ງຜົລກະທົບ ຕໍ່ ສິ່ງແວດລ້ອມຣາຍໃຫຍ່ ແລະວ່າ ກະຊວງພະລັງງານ ໄທຍ ມີຄວາມຮູ້ສຶກວ່າ ປະເທດໄທຍ ມີໄຟຟ້າສຳຣອງຢ່າງຫລວງຫລາຍ ບໍ່ຈຳເປັນທີ່ຈະຊື້ໄຟຟ້າ ຈາກ ລາວ ຕື່ມອີກ.”

ພ້ອມດຽວກັນນັ້ນ ທ່ານຍັງບອກອີກວ່າ ບັນຫາ ເຣື້ອງຜົລກະທົບ ຂ້າມພົມແດນ ຍັງຈະຖືກສົ່ງໄປໃຫ້ ຄະນະກັມມະການ ຊາຍແດນ ຣະຫວ່າງສອງປະເທດນຳອີກ ແລະວ່າ ທາງການໄທຍ ຕ້ອງທົບທວນການຕັດສິນໃຈ ໃນກອງປະຊຸມກັບປະຊາຊົນ 8 ແຂວງ ລຸ່ມແມ່ນ້ຳຂອງ ຫລັງຈາກ ໄດ້ຣາຍລະອຽດ ທາງດ້ານເທັກນິກ ທີ່ໄທຍ ຕ້ອງການຈາກລາວ.

ໃນຂນະດຽວກັນ ຝ່າຍລາວ ເຈົ້າຫນ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ທ່ານນຶ່ງ ກໍກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 26 ພຶສຈິກາ ວ່າ ສົມມຸດວ່າ ຣັຖບານໄທຍ ບໍ່່ຊື້ໄຟຟ້າ ຈາກ ລາວ ທາງການລາວ ກໍຈະຫາຕລາດອື່ນ ເປັນຕົ້ນ ຈີນ ວຽດນາມ ແຕ່ຈຸດປະສົງ ຂອງການສ້າງເຂື່ອນຊະນະຄາມ ກໍເພື່ອຂາຍໄຟຟ້າ ໃຫ້ແກ່ໄທຍ ຫຼາຍກວ່າ.

“ການຊື້ຂາຍ ເຈຣະຈາຣາຄາໄຟຟ້າ ອີ່ຫຍັງນີ້ນ່າ ບໍ່ຮູ້ລະອຽດ ວ່າຜູ້ພັທນາໂຄງການເອງ ໄດ້ປະສານ ກັບຝ່າຍໄທຍ ແນວໃດແລ້ວ ໂຄງການນີ້ກະມີບໍຣິສັດໄທຍ ມາຫຸ້ນສ່ວນ ກໍມີສິດ ເປັນໄປໄດ້ ໃນການພັທນາ ບາງເທື່ອກໍບໍ່ໄດ້ທາງນຶ່ງ ກໍເດີນທາງໄປທາງນຶ່ງ ເຮົາກະເບິ່ງຫລາຍແນວທາງເນາະ ເພີ່ນກະຊີ່ໃຫ້ສືບຕໍ່ຫັ້ນແຫລະ."

ຊາວບ້ານເມືອງແກ່ນທ້າວ ແຂວງໄຊຍະບູລີ ເວົ້າຕໍ່ເອເຊັຽເສຣີ ວ່າ ໂຄງການເຂື່ືອນຊະນະຄາມ ປະຊາຊົນ ກໍຢາກຄັດຄ້ານ ແຕ່ບໍ່ສາມາດຄັດຄ້ານໄດ້ ຍ້ອນພວກຂະເຈົ້າ ບໍ່ຢາກຍ້າຍ ຈາກບ້ານເດີມຂອງພວກຂະເຈົ້່າ.

“ປະຊາຊົນຂະເຈົ້າ ກະຢາກຄັດຄ້ານຫັ້ນແລ້ວ ເພາະວ່າມັນສົ່ງຜົລກະທົບ ຂະເຈົາກະບໍ່ຢາກໃຫ້ເຮັດ ກະຄິດຄ້ານ ທາງຣົດທາງຫລວງ ກະບໍ່ໄດ້ ເຮື້ອງກະທົບມີແນ່ນອນ ຖ້ວມໄຮ່ ຖ້ວມນາ ຖ້ວມເຮືອນ ຖ້ວມຊານ ກະມີຫັ້ນແຫລະ ແລ້ວເພິ່ນ ກະວ່າຊີ່ໃຫ້ເງິນຊົດເຊີຍ ຫນ້ອຍຫລາຍປານໃດ ກຸ້ມຄ່າຫລືບໍ່ ກຸ້ມຄ່າບໍ່ຮູ້.”

ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ຈາກ ເຂື່ອນຊະນະຄາມ ຢູ່ ເມືອງແກ່ນທ້າວ ເວົ້າວ່າ ຖ້າຫາກຣັຖບານລາວ ບໍ່ສ້າງ ເຂື່ອນຊະນະຄາມ ປະຊາຊົນກໍດີໃຈຫລາຍ ຈະບໍ່ໄດ້ຮັບຜົລກະທົບ ແລະ ໂຍກຍ້າຍ. ປະຊາຊົນບໍ່ຢາກໃຫ້ສ້າງ.

“ບາງຄົນກະບໍ່ຢາກໃຫ້ສ້າງຊີ້ແຫລະ ມັນໃຫ້ຜົລກະທົບ ຕໍ່ດິນນາ ດິນສວນ ຫລາຍເນາະ ສວນຢາງພາລານີ້ນ່າ ເປັນເຂດທີ່ອຸດົມສົມບູນ ທາງສັດປ່າບໍ ສັດນ້ຳ ຈັ່ງຊີ້ມັນກະອຸດົມສົມບູນ ຢູ່ໃນປັດຈຸບັນ ຫາປາເນາະ ໃສ່ມອງ ກວດມອງຫາປາໄດ້ດີດີ.”

ໂຕແທນເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນ້ຳຂອງຂອງໄທຍ ທີ່ເຂົ້າຮ່ວມເວທີ ໃຫ້ຂໍ້ມູນເຂື່ອນ ຊະນະຄາມ ທາງໄກ ຢູ່ປະເທດໄທຍເວົ້າວ່າ ຢາກໃຫ້ຣັຖບານລາວ ຫາແນວທາງ ປັບປຸງສະພາບນ້ຳຂອງ ແລະ ສິ່ງແວດລ້ອມ ທີ່ເຊື່່ອມໂຊມ ຈາກ ໂຄງການເຂື່ອນໄຊຍະບູຣີ ກ່ອນ, ກ່ອນທີ່ຈະອະນຸມັດ ໃຫ້ມີການສ້າງເຂື່ອນຊະນະຄາມ ຕື່່ມ ເພື່ອບໍ່ໃຫ້ ປະຊາຊົນ ຝັ່ງໄທຍ ໄດ້ຮັບຜົລກະທົບເພີ້ມອີກ.

“ອັນນີ້ຢາກຝາກເຖິງລາວ ເມື່ອໄດ້ປ່ຽນແປງ ສິ່ງເຫລົ່ານີ້ແລ້ວ ກໍຂໍໃຫ້ປັບປຸງ ສິ່ງທີ່ມັນໄດ້ເຊື່ອມໂຊມລົງ ເຊັ່ນເຣື້ອງປາມັນຊີ່ຫາຍໄປ ເຮົາຊີ່ເຮັດແນວໃດ ສຳລັບ ເຣື້ອງນໍ້າກໍຂໍໃຫ້ ບໍຣິຫານຈັດການ ປັບປຸງແກ້ໄຂ ໃຫ້ນ້ຳມັນສະອາດ.”

ນັກຊ່ຽວຊານຕ່າງຊາດ ຈາກ ຫຼາຍອົງການ ກໍເປັນຫ່ວງກ່ຽວກັບໂຄງການ ເຂື່ອນຊະນະຄາມ ແລະ ໃຫ້ຄວາມເຫັນກ່ຽວກັບ ການພິຈາຣະນາ ຊື້ໄຟຟ້າຈາກໄທຍ ໃນໂຄງການດັ່ງກ່າວ ນຶ່ງນັ້ນ ກໍແມ່ນ ທ່ານ Brian Eylers ຈາກອົງການ Stimson center ຢູ່ ກຸງວໍໍຊີງຕັນ ສະຫະຣັດ ອາເມຣິກາ ທ່ານ ເວົ້າວ່າ:

“ສຳນັກງານຊັພຍາກອນນ້ຳ ແຫ່ງ ປະເທດໄທ ເປັນອົງການດຽວ ຂອງຣັຖບານທີ່ຍອມຮັບວ່າ ແມ່ນ້ຳຂອງ ເຖິງຈຸດວິກິດແລ້ວ. ທ່ານ ສົມກຽດ ໄດ້ຊີ້ແຈງຢ່າງຖືກຕ້ອງ ທີວ່າເຂື່ອນ ໃນ ແມ່ນ້ຳຂອງ ສົ່ງຜົລກະທົບ ຕໍ່ການໄຫລຂອງນ້ຳ ແບບທັມມະຊາດ, ການໄຫລຂອງດິນຕົມ ທີ່ ອຸດົມສົມບູນ ແລະ ກໍເປັນຄັ້ງທຳອິດ ທີ່ ທ່ານໄດ້ກ່າວວ່າ ໄທຍ ບໍ່ຕ້ອງການໄຟຟ້າ ຕື່ມ ຈາກເຂື່ອນໃນລາວອີກ ແລະ ກໍເປັນທີ່ຈະແຈ້ງວ່າ ຖ້າລາວ ບໍ່ມີຜູ້ຊື້ໄຟຟ້າ ຈາກ ເຂື່ອນຂອງລາວ ກໍມີຄວາມຈຳເປັນຫນ້ອຍ ທີ່ລາວ ຈະສ້າງເຂື່ອນຕື່ມອີກ.”

ໃນຂນະທີ່ Dr. Ian Baird ສາສດາຈານ ດ້ານພູມີສາດ ແລະ ນັກວິຊ່ຽວຊານ ດ້ານສິ່ງແວດລ້ອມ ແລະ ການສ້າງເຂື່ອນ ໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ຈາກ ມະຫາວິທຍາລັຍ ວິສຄອນຊິນ ເມືອງເມດິຊັ້ນ ກ່າວກ່ຽວກັບ ການພິຈາຣະໃຫມ່ຂອງໄທຍ ກ່ຽວກັບການຊື້ໄຟຟ້າ ຈາກ ເຂື່ອນຊະນະຄາມ ໃນລາວ ເວົ້າວ່າ:

“ບໍ່ເປັນການສົ່ງໃສເລີຍວ່າ ເຂື່ອນຊະນະຄາມ ທີ່ຈະສົ່ງຜົລກະທົບຣາຍໃຫຍ່ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ ທັງລາວແລະໄທ ແລະກໍເປັນປະກົດການ ຢ່າງຈະແຈ້ງ ແລ້ວວ່າ ຣັຖບານ ໄທຍ ແລະ ປະຊາຊົນໄທຍ ເລີ້ມຮູ້ກ່ຽວກັບ ຜົລກະທົບ ດັ່ງກ່າວ. ຖ້າຣັຖບານໄທຍ ຕັດສິນໃຈ ບໍ່ຊື້ໄຟຟ້າ ຈາກ ເຂື່ອນລາວ ຊຶ່ງເປັນກະແສ ທີ່ ອາດຈະເປັນໄປໄດ້, ບໍມີທາງ ທີ່ໂຄງການ ເຂື່ອນຊະນະຄາມ ຈະເດີນຫນ້າໄດ້ຍ້ອນ ບໍ່ມີຕລາດຂາຍໄຟຟ້າ. ຕາມຄວາມເປັນຈິງແລ້ວ ຣັຖບານໄທຍ ເປັນຜູ້ມີບົດບາດສຳຄັນ ໃນການຕັດສິນວ່າ ເຂື່ອນ ໃນແມ່ນ້ຳຂອງ ທີ່ ສົງຜົລກະທົບ ທາງລົບ ຕໍ່ໄທຍ ຈະຖືກສ້າງຫລືບໍ່.”

ໃນກອງປະຊຸມທາງໄກ ຂອງຄະນະກັມມາທິການແມ່ນ້ຳຂອງສາກົນ ແລະ ບັນດາປະເທດຫຸ້ນສ່ວນ ເມື່ອວັນ ທີ່ 24 ເດືອນ ພຶສຈິກາ 2020 ນີ້, ຜູ້ເຂົ້າຮ່ວມທັງໝົດ 200 ຄົນ ໄດ້ສະແດງ ຄວາມເປັນຫ່ວງ ຕໍ່ຜົນກະທົບຈາກ ເຂື່ອນຊະນະຄາມດັ່ງກ່າວ.

ຄະນະກັມມາທິການແມ່ນ້ຳຂອງສາກົນ ສເນີວ່າ ກອງປະຊຸມຫາລື ເບື້ອງຕົ້ນ ຄວນເປີດໂອກາດ ໃຫ້ເຈົ້າໜ້າທີ່ ແລະ ປະຊາຊົນໄດ້ມີໂອກາດ ສະແດງຄວາມຄິດຄວາມເຫັນ ຢ່າງເຕັມ ທີ່ກ່ຽວກັບຜົນກະທົບ ທີ່ ຈະເກີດຂຶ້ນ.

ຜູ້ເຂົ້າຮ່ວມກອງປະຊຸມ ຍັງສເນີ ໃຫ້ຣັຖບານລາວ ແລະ ບໍຣິສັດດາຖັງ ຂອງຈີນ ຄວນດຳເນີນ ການສຶກສາສຳຣວດ ຜົນກະທົບຢ່າງກວ້າງຂວາງ ໃຫ້ສຶກສາສຳຣວດ ເຖິງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມຢ່າງຮອບດ້ານ. ເຈົ້າຂອງເຂື່ອນ ຕ້ອງເປີດເຜີຍບົດການສຶກສາສຳຣວດ ໃຫ້ສາທາຣະນະຮູ້.

ຄະນະກັມມາທິການແມ່ນ້ຳສາກົນ ຍັງຣະບຸວ່າ ເຈົ້າຂອງເຂື່ອນຊະນະຄາມ ໄດ້ສເນີ ວິທີແກ້ໄຂ ແລະ ປ້ອງກັນຜົນກະທົບແດ່ແລ້ວ ແຕ່ວິທີເຫລົ່ານັ້ນ ຍັງບໍ່ດີພໍ ເປັນຕົ້ນນະໂຍບາຍ ການໃຫ້ຄ່າຊົດເຊີຍ ຍັງບໍ່ພຽງພໍ ແລະການຊ່ວຍຊາວບ້ານ ທີ່ໄດ້ຮັບຜົນກະທົບ ກໍຍັງບໍ່ສົມເຫດສົມຜົນ.

ສະມາຊິກຄະນະກັມມາທິການແມ່ນ້ຳຂອງ ຫລາຍປະເທດເຫັນວ່າ ເຂື່ອນຊະນະຄາມ ຍິ່ງຈະເຮັດໃຫ້ຣະດັບນ້ຳຂອງ ປ່ຽນແປງ ຂຶ້ນໆລົງໆ; ໃນຍາມແລ້ງຕົວຢ່າງ ເມື່ອປີກາຍແລະປີນີ້ ແມ່ນ້ຳຂອງໄດ້ບົກແຫ້ງ ຢ່າງຜິດປົກກະຕິ ເຮັດໃຫ້ການຫາປາ ແລະ ທຳມາຫາກິນ ຂອງປະຊາຊົນ ໄດ້ຮັບຜົນກະທົບ ຢ່າງແຮງ. ນອກຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງສເນີໃຫ້ ຣັຖບານລາວ ແລະ ບໍຣິສັດສ້າງເຂື່ອນຊະນະຄາມ ເປີດເຜີຍຂໍ້ມູນໃໝ່ເພິ້ມຕື່ມ ກ່ອນຈະມີກອງປະຊຸມຫາລືເບື້ອງຕົ້ນ.

ທ່ານ An Pich Hatda ຫົວໜ້າຄະນະບໍຣິຫານງານ ຄະນະກັມມາທິການແມ່ນ້ຳຂອງສາກົນ ກ່າວວ່າ ມາຕການແກ້ໄຂ ຜົນກະທົບ ເປັນບັນຫາສຳຄັນ ສຳຣັບໂຄງການສ້າງ ເຂື່ອນ ຊະນະຄາມ ເພາະເຂື່ອນແຫ່ງນີ້ ບໍ່ພຽງແຕ່ຈະສົ່ງຜົນກະທົບ ຕໍ່ ປະຊາຊົນທ້ອງຖິ່ນ ແຕ່ຈະສົ່ງຜົນກະທົບ ຂ້າມຊາດນຳອີກ.

ສ່ວນຣັຖບານໄທຍ ນັ້ນໄດ້ສະແດງຄວາມເປັນຫ່ວງ ຢ້ານເຂື່ອນຊະນະຄາມ ຈະປ່ຽນແປງເຂດ ຊາຍແດນ ຕາມລຳແມ່ນ້ຳຂອງ ຣະຫວ່າງ ໄທຍແລະລາວ. ຝ່າຍລາວ ຍານາງ ບຸນຄຳ ວໍຣະຈິດ ຮອງຣັຖມົນຕຣີກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຂອງລາວ ກ່າວຕໍ່ກອງປະຊຸມ ນີ້ວ່າ ພວກເຮົາຈະພຍາຍາມແກ້ໄຂ ທຸກ ບັນຫາ ທີ່ຜູ້ເຂົ້າກອງປະຊຸມ ໄດ້ສເນີມາ ກ່ອນຈະລົງມືສ້າງ.

ເຂືອນຊະນະຄາມ ຂນາດ 684 ເມກາວັດ ສ້າງຢູ່ເມືອງຊະນະຄາມ ຫ່າງຈາກ ຊາຍແດນໄທຍ-ລາວ ແຂວງເລີຍ ປະມານ 2 ກິໂລແມັດ ມີປະຊາກອນ ໄດ້ຮັບຜົລກະທົບ ເກືອບຮອດ 3 ພັນຄົນໃນ ຈຳນວນ 13 ບ້ານ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູຣີ ທີ່ຈະໄດ້ຮັບຜົລກະທົບ ຈາກ ໂຄງການເຂື່ອນນີ້. ມູນຄ່າການກໍ່ສ້າງປະມານ 2 ພັນລ້ານ ປາຍໂດຣາ ສ້າງໂດຍບໍຣິສັດຕ້າຖັງ-ລາວ ປາວເວີ ຈຳກັດ ແລະໄຟຟ້າສ່ວນໃຫຍ່ ມີແຜນຂາຍໃຫ້ໄທຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.