ເສືອບ້ານຫຼາຍກວ່າເສືອປ່າ

ມະນີຈັນ
2019.05.29
F-Tiger-farm ຟາມລ້ຽງເສືອ ໃນເຂດເສຖກິດ ສະເພາະ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ
Screen captured: Tigers caged in a zoo at the Kings Romans casino complex in Laos. Credit Adam Dean for The New York Times

ເສືອ ທີ່ຖືກຂັງຢູ່ກົງເຫລັກ ໃນລາວປັດຈຸບັນ ຕາມບົດຄວາມຂອງ ທ່ານ Terrence McCoy ທີ່ນໍາອອກເຜີຍແຜ່ ຜ່ານໜັງສືພິມ The Washington Post ຢູ່ສະຫະຣັຖ ອາເມຣິກາ ໃນມື້ວັນທີ 9 ພຶສພາ 2019 ພາຍຫລັງທີ່ທ່ານໄດ້ ໄປປະເທດລາວ ກັບທ່ານ Karl Ammann ນັກພິທັກສິ່ງແວດລ້ອມ ໃນ 10 ມື້ ສຸດທ້າຍ ຂອງປີ 2018 ເພື່ອສືບສວນເຣື່ອງຟາມລ້ຽງເສືອ ໃນລາວ.

ທ່ານ Karl Ammann ຄົນ Switzerland ວັຍ 70 ປີ ໄດ້ເຂົ້າໄປສັງເກດ ຕິດຕາມນັກຂ້າເສືອ ທີ່ຊື່ວ່າ Nikhom Keovised ຢູ່ເຂດຊາຍແດນ ລາວ-ວຽດນາມ ພາຍຫລັງທີ່ໄດ້ຕິດຕາມ ເຣື່ອງລາວ ຂອງເຂົາມານານເຖິງ 5 ປີ.

ທ່ານ Ammann ໄດ້ເຊື່ອງກ້ອງວິດິໂອໄວ້ໃນບ່ອນທີ່ເຄີຍ ເປັນຟາມເສືອໃຫຍ່ທີ່ສຸດ ໃນເອເຊັຽຕາເວັນອອກສ່ຽງໃຕ້ ແລະເປັນບ່ອນທີ່ ທ້າວ ນິຄົມ ຂ້າເສືອ ແລະ ທ່ານກໍໄດ້ຟັງເຂົາ ອະທິບາຍເຖິງ ເຣື່ອງ ການຂ້າເສືອນັ້ນ ອອກຈາກປາກ ຂອງເຂົາເອງວ່າ ທໍາອິດເຂົາໃຊ້ຢາສລົບ ມັນກ່ອນ ຫລັງຈາກນັ້ນກໍຕັດຄໍ ແລ້ວກໍລອກເອົາໜັງ ຂອງມັນ.

ຟາມເສືອທີ່ ທ້າວ Nikhom ເຮັດວຽກຢູ່ນັ້ນ ຕັ້ງຢູ່ເຂດເຄິ່ງສີວິລັຍ ໃກ້ຊາຍແດນວຽດນາມ ແລະເປັນບ່ອນທີ່ ນາຍຂອງເຂົາຖືເປັນສວນສັດ ແຫ່ງນຶ່ງ ໃນຈໍານວນຫລາຍແຫ່ງ ຂອງພວກຄ້າສັດປ່າ ໃນລາວ ຊຶ່ງທ່ານ Ammann ສົງໃສວ່າ ເປັນດ່ານໜ້າ ຂອງການຄ້າຂາຍເສືອ.

ທ່ານ ອໍາມັນ ຮູ້ວ່າຕົນມີຄວາມສ່ຽງຕໍ່ອັນຕະລາຍ ຍ້ອນເຂົ້າມາລາວ ໂດຍບໍ່ໄດ້ຮັບອະນຸຍາດ ໃຫ້ສືບສວນເຣຶ່ອງການຄ້າສັດປ່າ. ທ່ານບໍ່ມີອາວຸດ. ສ່ວນວ່າ ທ້າວ ນິຄົມ ແລະນາຍຂອງເຂົາ ກໍບໍ່ເຄີຍ ຖືກຕັ້ງຂໍ້ຫາຈັກເທື່ອ ແລະເຣື່ອງຖືກຈັບກຸມ ກໍຍິ່ງບໍ່ຕ້ອງເວົ້າເຖິງ. ທ່ານ ອໍາມັນ ຄິດວ່າ ຫາກເຈົ້າໜ້າທີ່ ຄົ້ນພົບອຸປກອນ ທີ່ທ່ານຖືຕິດຕົວໄປນໍາ ທັງເຮືອບິນສອດແນມ drone ແລະກ້ອງຖ່າຍຮູບ ທີ່ຖືກເຊື່ອງໄວ້ ແລະທັງຮູບຟາມເສືອ ໃນລາວ ທີ່ຖືກບັນທຶກ ຜ່ານດາວທຽມນັ້ນ ກໍຈະແກ້ຕົວບໍ່ໄດ້ ໃນເຣື່ອງທີ່ ທ່ານ ຕົວະວ່າ ເປັນນັກທ່ອງທ່ຽວ.

ທ່ານສາມາດຮູ້ສຶກໄດ້ ເຖິງຄວາມກົດດັນ ທີ່ເພີ່ມຂຶ້ນ ຊຶ່ງມັນເຮັດໃຫ້ທ່ານ ຕົກຢູ່ໃນຄວາມສ່ຽງ ຂນະທີ່ ທ່ານ ເຮັດການສືບສວນນັ້ນ ໂດຍໃຊ້ເງິນສ່ວນຕົວ ຂອງຕົນເອງ ອັນເຮັດໃຫ້ໝູ່ເພື່ອນ ເວົ້າເຖິງ ທ່ານວ່າ ຄັນບໍ່ບ້າແດ່ ກໍຄືສິແມ່ນຫລົງ ໄຫລນໍາວຽກນັ້ນ ໂພດເກີນໄປ.

ທ່ານບໍ່ສາມາດຢຸດວຽກງານດັ່ງກ່າວໄດ້. ຍ້ອນຄິດວ່າ ພວກຄົນທີ່ຮັບຜິດຊອບ ໃນການຂ້າເສືອ ຈະຕ້ອງຖືກນໍາຕົວມາລົງໂທດ. ການສູນເສັຽສັດ ປະເພດນຶ່ງ ແລ້ວກໍອີກປະເພດນຶ່ງ ຈະເຮັດໃຫ້ໂລກ ຕົກສູ່ສະພາບ ການປ່ຽນແປງ ທາງດ້ານ ສິ່ງແວດລ້ອມ ຢ່າງໄວວາ, ແລະການນຳເສືອໄປຂັງໄວ້ ນັ້ນ ກໍເຮັດໃຫ້ຈໍານວນເສືອ ຢູ່ໃນປ່າ ນັບມື້ຫລຸດໜ້ອຍລົງ ແລະເສືອກໍກໍາລັງ ກາຍເປັນສິນຄ້າ ອຸດສາຫະກັມ ເຕັມຮູບແບບ -ທ່ານ Lorrence ກ່າວໃນບົດຄວາມ ຂອງທ່ານ.

ເມື່ອປະມານ 1 ສັຕວັດຜ່ານມາ ຢູ່ໃນໂລກຈຳນວນ ເສືອຢູ່ໃນປ່າດົງ ໄດ້ຫລຸດລົງຈາກ ທີ່ປະເມີນໄວ້ 1 ແສນໂຕ ມາຍັງເຫລືອ ບໍ່ຮອດ 4 ພັນໂຕ ຂນະທີ່ຈໍານວນເສືອ ທີ່ຖືກຂັງໄວ້ມີ 12 ພັນ 500 ປາຍໂຕ ຊຶ່ງບົດຂຽນຂອງ ທ່ານ Terrence McCoy ຣະບຸວ່າບໍ່ມີ ຢູ່ໃສໝົດ ທີ່ມີຟາມລ້ຽງເສືອ ທີ່ສົມບູນແບບຄືຢູ່ ປະເທດລາວ, ເສືອຖືກຂ້າເອົາຊິ້ນສ່ວນຕ່າງໆ ຂອງມັນ ແລ້ວຂາຍໄດ້ເງິນຫຼາຍ ໝື່ນໂດລາ ສະຫະຣັຖ. ແລະກໍບໍ່ມີບ່ອນອື່ນອີກ ນອກຈາກລາວ ທີ່ເປັນປະເທດ ຄອມມິວນິສ ຊຶ່ງມີເສືອຢູ່ໃນປ່າດົງ ຖືກຂ້າ ເກືອບໝົດໄປແລ້ວ ແຕ່ເຈົ້າຂອງຟາມເສືອ ບໍ່ຖືກລົງໂທດ. ທ່ານ ອໍາມັນ ເປັນນຶ່ງໃນບໍ່ພໍເທົ່າໃດຄົນ ທີ່ໄດ້ເຫັນຟາມເສືອ ຢູ່ໃນ ສປປລາວ.

ກ່ຽວກັບຟາມລ້ຽງເສືອຢູ່ລາວ ຊຶ່ງບາງແຫລ່ງຂ່າວເວົ້າວ່າ ມີ 4 ແຫ່ງ ບາງແຫລ່ງຂ່າວ ກໍວ່າມີ 3 ແຫ່ງໃນທົ່ວປະເທດນັ້ນ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກຄຸ້ມຄອງ ສັດປ່າ ກະຊວງກະສິກັມ ແລະ ປ່າໄມ້ ຕໍ່ RFA ເມື່ອໄວໆມານີ້ແລ້ວ ແມ່ນວ່າ ຢາກໃຫ້ທາງຜູ້ມີສັດປ່າ ມາຂຶ້ນທະບຽນ:

"ໃນນາມຜແນກ ອະນຸຮັກສັດປ່າ ຄຸ້ມຄອງສັດປ່າພວກເຮົາ ຢາກເຮັດໃຫ້ເປັນຄໍາສັ່ງ ທົ່ວປະເທດເລີຍ ໃຜມີໄວ້ຄອບຄອງ ຜູ້ໃນມີຕ່າງໆມາຂຶ້ນນບັນຊີ ບໍ່ຊັ້ນຫ້າມ."

ໃນເຂດເອເຊັຽຕາເວັນອອກສ່ຽງໃຕ້ ປາກົດວ່າ ຈຳນວນເສືອ ກໍາລັງຢູ່ຕົວ ເຖິງຈະມີສ່ອງຫວ່າງ ຢູ່ບ່ອນໃດບ່ອນນຶ່ງ. ແລະນັບແຕ່ປີ 2016 ມາ ສາກົລ ແລະຜູ້ພິທັກ ສິ່ງແວດລ້ອມ ຈໍານວນນຶ່ງ ໄດ້ຕົບມື ໃຫ້ລາວ ຊຶ່ງເປັນປະເທດ ທີ່ມີພວກຄ້າສັດປ່າ ຫລາຍທີ່ສຸດໃນເອເຊັຽ ໄດ້ປະກາດ ທີ່ຈະກໍາຈັດ ການຄ້າສັດປ່າ ໃຫ້ໝົດໄປ. ຮ້ານຄ້າຂາຍກະດູກ ແລະຊິ້ນສ່ວນຕ່າງໆ ຂອງສັດປ່າ ຈະຕ້ອງ ຖືກໃຫ້ຢຸດໄປ.

ຟາມເສືອຜິດກົດໝາຍ ທັງ 3 ແຫ່ງ ຢູ່ລາວ ທີ່ຂັງເສືອໄວ້ 700 ໂຕນັ້ນ ກໍຈະຖືກສັ່ງໃຫ້ເຊົາລ້ຽງເສືອ ແລະຫັນໄປເປັນສວນສັດ ແລະສູນພິທັກສັດປ່າ. ບໍ່ໃຫ້ເປີດບ່ອນລ້ຽງຂຶ້ນໃໝ່ ເພື່ອເປົ້າໝາຍ ການຄ້າໃດໆອີກ ເພື່ອປົກປ້ອງສັດປ່າ ທີ່ໃກ້ຈະສູນພັນ. ແລະຈາກສາຍຕາ ຄົນພາຍນອກ ສິ່ງຕ່າງໆນັ້ນປາກົດວ່າ ອ່າວດີຂຶ້ນແດ່.

ທ່ານ Terrence ເດີນທາງໄປກັບທ່ານ ອໍາມັນ ແລະໄດ້ຕິດຕາມທ່ານ ອໍາມັນ ໄປທຸກບ່ອນ ເພື່ອບັນທຶກຂໍ້ຄວາມ ແລະຖ່າຍຮູບຢ່າງງຽບໆ. ທ່ານ ອໍາມັນ ຕ້ອງການຂ້າມເຂົ້າໄປລາວ ຕອນມືດຊຸ້ມ ຊຶ່ງທ່ານເວົ້າວ່າ ເປັນບ່ອນທີ່ການະເດີນທາງ ຂອງທ່ານ ຈະເລີ່ມຂຶ້ນຢ່າງແທ້ຈິງ.

ລາວ ທີ່ມີຊາຍແດນຕິດກັບວຽດ ນາມ ຍາວປະມານ 2100 ກິໂລແມັຕ ແລະຈີນ ກໍເປັນຜູ້ຫິວໂຫຍ ຜລິຕພັນສັດປ່າ  ພາກັນຂ້າສັດປ່າ ຈໍານວນຫລວງຫລາຍ ແລະໄດ້ປ່ຽນແປງ ປະເທດລາວ ກ້າວສູ່ການເປັນສູນກາງ ການຄ້າສັດປ່າຣະດັບໂລກ.

ເມື່ອເດືອນຕຸລາ 2018 ກະຊວງ ການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ເອົາລາວເຂົ້າຢູ່ໃນບັນຊີຣາຍຊື່ 3 ປະເທດ ທີ່ຣັຖບານຫຍູ້ງກ່ຽວ ຫລື ໄດ້ປະໂຫຍດແບບຮູ້ດີ ຈາກການລັກລອບຄ້າຂາຍ ສັດປ່າ ທີ່ໃກ້ຈະສູນພັນ.

ທ່ານ ອໍາມັນ ໄດ້ວາງແຜນເດີນທາງຜ່ານ ຫລາຍແຂວງຂອງລາວ ໃຫ້ໄດ້ ໂດຍເລີ່ມແຕ່ເຂດພາກເໜືອ ທີ່ເອີ້ນກັນວ່າ 3 ຫລ່ຽມຄໍາ ເຂົ້າໄປເມືອງກາຊີໂນ ເພື່ອສືບສວນ ເຣື່ອງການຄ້າສັດປ່າ ຜິດກົດໝາຍ ແລະມີຂ່າວລືືເຣຶ່ອງການຂັງເສືອ.

ຫລັງຈາກນັ້ນ ກໍຈະມຸ້ງໜ້າລົງທາງໃຕ້ ແວ່ຊື້ຜລິຕພັນເສືອ ຈາກຊາວຄ້າຂາຍ ຢູ່ຕາມຕົວເມືອງໃຫຍ່ ຂອງລາວ, ປ່ອຍ drone ເຮືອບິນສອດແນມ ຫາເບາະແສ ທີ່ກ່ຽວຂ້ອງກັບການ ຫາຍໄປແບບ ປິສນາ ຂອງເສືອ 300 ໂຕ ຈາກຟາມເສືອໃນລາວ ຟາມດຽວນັ້ນ. ແລະໃນທີ່ສຸດ ທ່ານກໍຈະເຂົ້າໄປບ້ານພັກ resort ໃໝ່ ແລະສວນສັດທີ່ມີຊື່ວ່າ ສາຍນໍ້າເທີນ ບ່ອນທີ່ທ່ານ ອໍາມັນ ຫວັງທີ່ຈະໄດ້ ພົບພໍ້ກັບທ້າວ ນິຄົມ ນັກຂ້າເສືອ ແລະທ້າວ ສາຄອນ ແກ້ວສຸວັນ ຜູ້ເປັນນາຍຂອງເຂົາ ທີ່ສ້າງຟາມລ້ຽງເສືອຢູ່ລາວ.

ທ່ານ Terrence McCoy ໄດ້ໄປລາວແບບນັກທ່ອງທ່ຽວ ນໍາທ່ານ ອໍາມັນ, ບໍ່ແມ່ນເປັນນັກຂ່າວໄປ ທັງນີ້ກໍເພື່ອຊອກຮູ້ ຄັກແນ່ວ່າ ລາວ ເປັນບ່ອນຄ້າຂາຍສັດປ່າ ຣະດັບໂລກ ຫລືບໍ່, ແລະລາວ ໄດ້ປະຕິບັດຄໍາສັນຍາ ຂອງຕົນ ຊຶ່ງໃຫ້ໄວ້ເມື່ອປີ 2016 ທີ່ວ່າຈະກໍາຈັດການຄ້າສັດປ່າ ໃຫ້ໝົດໄປນັ້ນແນວໃດ. ນັ້ນເປັນການເດີນທາງ ທີ່ອັນຕຣາຍ ຕັ້ງແຕ່ເລີ່ມຕົ້ນເຂົ້າໄປ. ຈາກນັ້ນຄວາມສ່ຽງ ກໍມີຫລາຍຂຶ້ນນຳເລື້ອຍໆ.

ນັ້ນຄືສ່ວນນຶ່ງຂອງບົດຄວາມຂອງ ທ່ານ Terrence McCoy ທີ່ທາງ RFA ໄດ້ນໍາມາສເນີທ່ານ ເປັນຕອນທີ ນຶ່ງ. ເຊີນທ່ານຮັບຟັງຕອນທີ 2 ຕໍ່ໄປໃນໂອ ກາດໜ້າ ຊຶ່ງທ່ານຈະໄດ້ຮູ້ ຫລາຍຂຶ້ນຕື່ມ ກ່ຽວກັບຟາມເສືອ ໃນລາວ, ກ່ຽວກັບວ່າເປັນຫຍັງ ຈຶ່ງຍັງມີຟາມເສືອ ຢູ່ລາວທັງໆທີ່ຣັຖບານລາວ ໄດ້ປະກາດທີ່ຈະກໍາຈັດ ໃຫ້ໝົດໄປຈາກລາວ ແຕ່ປີ 2016 ພຸ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.