ຂີ້ເຫຍື້ອນະຄອນຫຼວງ ແຕ່ລະມື້ ເປັນບັນຫາ

ໄຊຍາ
2021.02.26
ຂີ້ເຫຍື້ອນະຄອນຫຼວງ ແຕ່ລະມື້ ເປັນບັນຫາ ສນາມຖິ້ມຂີ້ເຫຍື້ອ ຫຼັກ 32 ນະຄອນຫຼວງວຽງຈັນ ທີ່ຍັງຂາດການຈັດການ ບໍຣິຫານ ທີ່ຖືກຕ້ອງ ຝົນຕົກໃສ່ ດົນໄປເໜົ່າເໝັນ ລົບກວນ ຊາວບ້ານໃກ້ຄຽງ
ນັກຂ່າວພົລເມືອງ

ບັນຫາຂີ້ເຫຍື້ອ ສາທາຣະນະ ຖືວ່າເປັນບັນຫາທ້າທາຍ ຕໍ່ກັບນະຄອນຫຼວງວຽງຈັນ ໃນການບໍຣິຫານຈັດການ, ປະຊາກອນທີ່ອາສັຍ ຢູ່ນະຄອນຫຼວງວຽງຈັນ ເຄິ່ງນຶ່ງບໍ່ໄດ້ເຮັດສັນຍາ ເກັບມ້ຽນຂີ້ເຫຍື້ອ, ປະຊາຊົນສ່ວນຫຼາຍ ມີແນວຄິດມັກງ່າຍໃນການເກັບມ້ຽນ ຂີ້ເຫຍື້ອຈຶ່ງເກີດປະ ກົດການ ຖິ້ມຊະຊາຍ, ດັ່ງໃນງານບຸນປະເພນີຕ່າງໆ.

ສິ່ງທີ່ຮ້າຍແຮງໄປກວ່ານັ້ນ ຜູ້ທີ່ອາສັຍຢູ່ແຄມທາງ ຍັງບໍ່ເກັບມ້ຽນຂີ້ເຫຍື້ອປ່ອຍໃຫ້ ແຕ່ພາກສ່ວນກ່ຽວຂ້ອງ ມາເກັບມ້ຽນຝ່າຍດຽວ. ດັ່ງເຈົ້າໜ້າທີ່ ຄບຕ ໄດ້ກ່າວຕໍ່ RFA ເມື່ອວັນທີ 25 ກຸມພາ ວ່າ:

"ຄືວ່າພື້ນທີ່ ທີ່ເຮົາຈັດເກັບຂີ້ເຫຍື້ອ ເຮົາຍັງເຂົ້າບໍ່ເຖິງ ຖືວ່າຍັງບໍ່ໄດ້ 100% ເນາະ, ມັນກໍຍ້ອນວ່າປະຊາຊົນຫັ້ນບໍ່ສາມາດຈ່າຍຄ່າ ຂີ້ເຫຍື້ອໄດ້, ເມື່ອບໍ່ໄດ້ເຮັດສັນຍາ ກໍເອົາໄປຖີ້ມ ຕາມແຄມທາງ ເຮົາເຫັນເຮົາກໍຈັບປັບໃໝ, ບັນຫານຶ່ງກໍຣົົດເຂົ້າບໍ່ໄດ້ ເປັນທາງຮ່ອມ ນ້ອຍ ທະວີເພີ່ມຂຶ້ນຕລອດ ປັຈຈຸບັນນີ້ 400 ຕັນຕໍ່ວັນ."

ປັຈຈຸບັນກໍຍັງເຫັນປະຊາຊົນ ຖິ້ມຂີ້ເຫຍື້ອແບບຊະຊາຍຢູ່ຮວມເຖິງການຈູດຂີ້ເຫຍື້ອ ກໍ່ໃຫ້ເກີດມົລພິດ ໂດຍສະເພາະແມ່ນໃນຣະດູ ຮ້ອນ ທີ່ມີອາກາດແຫ້ງ. ດັ່ງປະຊາຊົນໄດ້ກ່າວວ່າ.

"ມັກມີບັນຫາຕລອດ ເຣື່ອງເກັບຂີ້ເຫຍື້ອນີ້ນ່າ, ຄືບາງຄົນນີ້ກໍບໍ່ຢາກເສັຽເງິນ ກໍໄປລັກຖີ້ມແຄມທາງ ເຈົ້າໜ້າທີ່ຈັບໄດ້ກໍຖືກປັບໃໝ ມີຫຼາຍ, ມັນກໍຂຶ້ນກັບບາງຄົນ, ບາງຄົນຕັ້ງບໍ່ຢາກ ເສັຽເງິນຈູດຂີ້ເຫຍື້ອ ນີ້ມັນກໍແກ້ຍາກແຖວໃດ ຂ້ອຍນີ້ກໍມີຕລອດກໍຄວັນໄຟ ນີ້ແຫຼະມັນຂີວ."

ຊາວນະຄອນຫຼວງວຽງຈັນ ໄດ້ໃຫ້ຄຳເຫັນວ່າ ການເກັບຂີ້ເຫຍື້ອຂອງ ຄບຕ ຢູ່ແຕ່ລະເຂດ ນັ້ນຖ້າສົມທຽບຣາຄາ ບາງຄອບຄົວ ກໍວ່າແພງ ແລະສຳລັບ ໂຮງຈັກໂຮງງານ ກໍບໍ່ແພງ ດັ່ງນັ້ນ ປະຊາຊົນກໍໃຊ້ວິທີ ຝັງ ຫຼືວ່າຈູດ.

"ກໍມີຢູ່ແຕ່ລະມື້ ກໍມີຣົດມາເກັບ ພວກທີ່ເສັຽເງິນຄ່າຂີ້ເຫຍື້ອ ກໍຕ້ອງ, 1- ແມ່ນປະເພດພວກຫ້າງຮ້ານ, ເຮືອນຄົນທີ່ມີຣາຍໄດ້ ຖ້າເປັນເຮືອນປະຊາຊົນ ຄົນທັມມະດາ ເຂົາກໍບໍ່ໄດ້ເສັຽເງິນ ເຂົາກໍຖິ້ມ, ເຂົາກໍຝັງກໍຈູດເອົາ, ຄົນທີ່ມີຂີ້ເຫຍື້ອຫຼາຍ ມັນກໍພໍດີແຕ່ສຳລັບ ຄົນທີ່ຄອບຄົວນ້ອຍ ມັນກໍຄືແພງຫັ້ນນ່າ."

ປະຊາຊົນຊາວນະຄອນຫຼວງ ອີກທ່ານນຶ່ງໄດ້ໃຫ້ຄວາມເຫັນວ່າ ຕາມຊຸມຊົນໃຫຍ່ ໃນນະຄອນຫຼວງວຽງຈັນຈະບໍ່ຖິ້ມຊະຊາຍ ຈະມີ ແຕ່ບ້ານນ້ອຍ, ຕາມແຄມທາງ ຫຼືແຄມປ່າ ຖິ້ມຊະຊາຍ.

"ຢູ່ພຸ້ນແຫຼະ ສ່ວນຫຼາຍຢູ່ໃນໝູ່ບ້ານ ໃນສອກຫຼີກເຂົາເຈົ້າຖິ້ມຕາມປ່າ, ແຕ່ວ່າຢູ່ໃນເມືອງນີ້ ບໍ່ມີທາງເຂົ້າຍາກນີ້ເຂົາມັນຖິ້ມຕາມປ່າ ຕາມແຄມທາງ. ດຽວນີ້ເຂົາບໍ່ຄ່ອຍຈູດລະ ຈຸດແຕ່ໃບໄມ້ແຫ້ງ ສ່ວນຫຼາຍເຂົາຈະຈູດບໍ່ຫຼາຍ ຫັ້ນນ່າ ແປັບດຽວກໍໄໝ້ໝົດແລ້ວ."

ສື່ທາງການລາວ ໄດ້ຣາຍງານເມື່ອວັນທີ 18 ກຸມພາ ວ່າການບໍຣິຫານຈັດການຂີ້ເຫຍື້ອ ຢູ່ ນະຄອນຫຼວງວຽງຈັນຢູ່ໃນ 9 ໂຕເມືອງ ສາມາດເຂົ້າເຖິງການບໍຣິການໄດ້ພຽງ 27% ເທົ່າ ນັ້ນ.

ທ່ານ ບຸນປະກອບ ພົມຫາລາດ ຮອງຫົວໜ້າຫ້ອງການ ຄຸ້ມຄອງ ແລະບໍຣິຫານໂຕເມືອງວຽງຈັນ ໄດ້ກ່າວວ່າ: ການຈັດການເຮັດ ສັນຍາບໍຣິການເກັບຂີ້ເຫຍື້ອກັບຊາວບ້ານໃນເຂດ ນະຄອນຫຼວງວຽງຈັນ ມີພຽງ 27% ຂອງຈຳນວນຄົວເຮືອນ, ສ່ວນເຫຼືອຍັງບໍ່ ທັນໄດ້ເຮັດສັນຍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.