ການຈັດການຂີ້ເຫຍື້ອ ຍັງກະທົບຕໍ່ສິ່ງແວດລ້ອມຫຼາຍ

ພອນ ພູມມີທອນ
2024.06.18
ການຈັດການຂີ້ເຫຍື້ອ ຍັງກະທົບຕໍ່ສິ່ງແວດລ້ອມຫຼາຍ ໂຕຢ່າງກອງຂີ້ເຫຍື້ອ ຖືກຖິ້ມແບບຊະຊາຍມັກງ່າຍ ຊຶ່ງທໍາລາຍເຮົາເອງ ແລະຜູ້ອື່ນ ໃນໄລຍະສັ້ນ ແລະໄລຍະຍາວ.
ຮູບພາບຈາກພົນລະເມືອງ

ປັດຈຸບັນ ມີຊາວນະຄອນຫລວງວຽງຈັນ ປະມານ 31% ເທົ່ານັ້ນ ທີ່ສາມາດເຂົ້າເຖິງການບໍລິການ ມ້ຽນຂີ້ເຫື້ຍອ ແລະ ການຣີໄຊເຄີນ ຈາກທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ, ອີງຕາມບົດລາຍງານຂອງ ທະນາຄານໂລກ (World Bank) ໃນວັນທີ 14 ມີຖຸນາ 2024 ທີ່ຜ່ານມາ. 

ຍ້ອນເຫດຜົນນີ້ ຈຶ່ງເຮັດໃຫ້ຊາວບ້ານໃນເຂດນອກ ຈຶ່ງຍັງໃຊ້ວິທີຈູດຂີ້ເຫຍື້ອ ຫລື ນໍາຂີ້ເຫຍື້ອໄປຖິ້ມ ຢູ່ພື້ນທີ່ສາທາລະນະ ເຊິ່ງສົ່ງຜົນກະທົບ ຕໍ່ສຸກຂະພາບ ແລະ ສະພາບແວດລ້ອມຂອງພວກເຂົາເຈົ້າ ໂດຍກົງ.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກດ້ານສິ່ງແວດລ້ອມ ໃນເຂດໂຕເມືອງ ຢູ່ໃນນະຄອນຫລວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 12 ມີຖຸນາ 2024 ນີ້ວ່າ:

ເກັບຂີ້ເຫຍື້ອບໍ່ທົ່ວເຖິງແນ່ ແລ້ວກໍຄ່າເກັບຂີ້ເຫຍື້ອແພງແນ່ ບາງເຮືອນກໍບໍ່ຢາກຖິ້ມ ກໍບໍ່ຢາກຈ່າຍຄ່າເກັບຂີ້ເຫຍື້ອຊີ້ນ່າ ກໍເລີຍກາຍເປັນວ່າ ຂ້ອຍຈັດການຂີ້ເຫຍື້ອຂ້ອຍເອງດີກວ່າຊີ້ນ່າ ມີຢູ່ ບ່ອນທີ່ວ່າມັນຫນາແນ້ນ ມັນບໍ່ສາມາດເອົາໄປຖິ້ມ ຫລື ເອົາໄປຈູດບ່ອນອື່ນໄດ້ຊີ້ນ່າ ແລ້ວບ່ອນທີ່ມັນບໍ່ຫນາແນ້ນ ຂະເຈົ້າກໍຈູດເອງ ຫລືວ່າ ຂະເຈົ້າຈະເອົາໄປຖິ້ມຕາມປ່າ ຖິ້ມຕາມຄອງຊີ້ນ່າ ຂຶ້ນເງິນເຟີນີ້ແຫລະ ເພາະວ່າທຸກຢ່າງຂຶ້ນ ແລ້ວມັນກໍຂຶ້ນ ຂຶ້ນຕາມໆກັນໄປໝົດ 3-4 ປີກ່ອນນັ້ນ ຍັງຈ່າຍ 50,000 ຕໍ່ເດືອນ ແລ້ວມັນເປັນຕາມແຕ່ລະເຂດ. 

ສໍາລັບ ຊາວບ້ານທີ່ອາໄສຢູ່ເຂດເມືອງ ພັດນໍາເອົາຂີ້ເຫຍື້ອໄປຖິ້ມຢູ່ຕາມແຫລ່ງນ້ໍາທໍາມະຊາດ ຈາກນັ້ນ ຂີ້ເຫຍື້ອດັ່ງກ່າວນີ້ ຈະໂຮມໂຕກັນ ແລະ ໄຫລລົງສູ່ແມ່ນ້ໍາຂອງ ເຮັດໃຫ້ເກີດມົນລະພິດ ທາງສິ່ງແວດລ້ອມ.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກດ້ານສິ່ງແວດລ້ອມ ໃນໂຕເມືອງ ຢູ່ນະຄອນຫລວງວຽງຈັນ ທ່ານດຽວກັນນີ້ ກ່າວຕື່ມວ່າ:

ສ່ວນຫລາຍຈະເປັນພວກ ພລັສຕິກ ກັບເສດຜ້າ ເສື້ອ ສາດ ຫມອນ ຈັ່ງຊີ້ນ່າ ແບບວ່າຄົນເອົາໄປຖິ້ມ ຕາມຫ້ວຍນ້ໍາລໍາຄອງ ເພາະວ່າພວກນີ້ ຄັນຈູດ ແລ້ວມັນຈູດຍາກ ຢູ່ໃນເມືອງຈັ່ງຊີ້ນ່າ ແລ້ວບາດນີ້ ເອົາໄປຖິ້ມຢູ່ບ່ອນເສດຂີ້ເຫຍື້ອ ລົດເສດຂີ້ເຫຍື້ອ ກໍບໍ່ຄ່ອຍເອົາໄປຖິ້ມຊີ້ນ່າ ແລ້ວສ່ວນຫລາຍ ແລ້ວຈະເປັນພວກນີ້ຫລາຍກ່ອນ ພລາສຕິກ ເສດຜ້າ ແລ້ວກໍມີພວກໂຟມນໍາ ພວກກ່ອງໂຟມ ພວກກ່ອງພລາສຕິກ ອີ່ຫຍັງຊີ້ນ່າ.”

ຂະນະທີ່ ຫົວໜ່ວຍໂຮງງານ ທີ່ດໍາເນີນການແປຮູບສິນຄ້າ ການກະເສດ ເພື່ອສົ່ງອອກໄປຍັງຕ່າງປະເທດ ພວກຂະເຈົ້າມັກຈະນໍາສິ່ງເສດເຫລືອ ຈາກການຜະລິດ ໄປຖິ້ມຢູ່ແຄມທາງ ຫລື ເຂດປ່າເຂົາ ເຊິ່ງສົ່ງຜົນຕໍ່ສິ່ງແວດລ້ອມ.

ດັ່ງ ເຈົ້າຂອງລານຮັບຊື້ມັນຕົ້ນ ຢູ່ເມືອງວຽງຈັນ ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ ນາງໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຖ້າວ່າມີສິ່ງເສດເຫລືອຫັ້ນນ່າ ຂະເຈົ້າກໍຖິ້ມ ມີຫລາຍແນວເຮັດແດ່ ແລ້ວກໍບາງອັນກໍຖິ້ມຢູ່ນໍາຄອງ ນໍາອັນນັ້ນ ວຽກໂຮງງານຫັ້ນແຫລະ ໂຮງງານໂຕໜຶ່ງ ທີ່ວ່າຈຸເອື້ອຍນີ້ສົ່ງນີ້ ມັນ ເຂົາຮັບຊື້ ມັນດິບ ທີ່ວ່າເຂົາເຮັດແປ້ງເນາະ ແລ້ວຂະເຈົ້າເອົາຂາຍອອກຕ່າງປະເທດ ແລ້ວຈໍານວນສິ່ງເສດເຫລືອ ແລ້ວທີ່ເປືອກ ທີ່ອັນນັ້ນຟອກຫັ້ນ ກະເຫັນຂະເຈົ້າເອົາຖິ້ມຢູ່ແຖວ ກາງໂນນປ່າ ໂນນພູຊີ້ນ່າ ຂະເຈົ້າກໍຖິ້ມລົງເລີຍ.

ປັດຈຸບັນ ອັດຕາຄ່າມ້ຽນຂີ້ເຫຍື້ອ ທັງຂອງໜ່ວຍງານລັດ ແລະ ຂອງເອກກະຊົນ ຈະມີຄ່າໃຊ້ຈ່າຍໃກ້ຄຽງກັນ ຄື ໃນແຕ່ລະເດືອນ ພາກສ່ວນທີ່ກ່ຽວຂ້ອງ ຈະສົ່ງລົດຖອກຂີ້ເຫຍື້ອໄປຍັງພື້ນທີ່ຕ່າງໆ ເດືອນລະ 4 ຄັ້ງ ໂດຍແຕ່ລະຄົວເຮືອນ ຕ້ອງຈ່າຍຄ່າບໍລິການ 40,000-60,000 ກີບ/ເດືອນ ສໍາລັບຂີ້ເຫຍື້ອ 4 ຖົງ.

ດັ່ງ ບໍລິສັດຮັບມ້ຽນຂີ້ເຫຍື້ອ ຂອງເອກກະຊົນ ຢູ່ນະຄອນຫລວງວຽງຈັນ ນາງໜຶ່ງ ກ່າວວ່າ:

ອ່າ ມັນຂຶ້ນກັບປະລິມານຂີ້ເຫຍື້ອຂອງລູກຄ້າ ຖ້າຂີ້ເຫຍື້ອຂອງລູກຄ້າ ຖ້າທິດລະຖົງຫັ້ນ ແມ່ນເດືອນໜຶ່ງ 40,000 ຖ້າ 2 ຖົງ ກໍເປັນ...ຕາມຂີ້ເຫຍື້ອລູກຄ້າ ອ່າ ໂຕນີ້ຫັ້ນ ຖິ້ມລວມກັນ ແຕ່ອັນ ຖິ້ມລວມກັນກໍໄດ້ ເດືອນໜຶ່ງ ຂະເຈົ້າໄປເກັບທິດລະເທື່ອ. ເອີ ທິດລະເທື່ອ ເດືອນໜຶ່ງ 4 ເທື່ອ ຂອງເຮົານີ້ ແມ່ນລັດຄຸ້ມຄອງ ແຕ່ເອກກະຊົນເປັນຄົນເຮັດ. 

ນາງກ່າວຕື່ມວ່າ ຖ້າຫາກຄົວເຮືອນໃດ ມີປະລິມານຂີ້ເຫຍື້ອຫລາຍກ່ອນ 4 ຖົງ/ເດືອນ ກໍຈໍາເປັນຕ້ອງໄດ້ຈ່າຍຄ່າໃຊ້ຈ່າຍຕື່ມ ເຊິ່ງສະເລັ່ຍຢູ່ປະມານ 120,000-200,000 ກີບ/ເດືອນ/ຄົວເຮືອນ ແຕ່ສໍາລັບຫົວໜ່ວຍ ທຸລະກິດ ເຊັ່ນເຮືອນພັກ-ໂຮງແຮມ ຫລື ຮ້ານອາຫານ - ຮ້ານກິນດື່ມ ກໍຈໍາເປັນຕ້ອງໄດ້ຈ່າຍຄ່າບໍລິການ ຫລາຍກ່ອນນີ້ ຕາມຈໍານວນຖົງຂີ້ເຫຍື້ອ ແລະ ໄລຍະທາງໃນການຈັດເກັບ ຍ້ອນປັດຈຸບັນ ຕົ້ນທຶນຄ່າຈ້າງແຮງງານ ແລະ ຄ່ານ້ໍາມັນເຊື້ອໄຟ ມີລາຄາເພີ່ມຂຶ້ນ. 

ເຖິງແມ່ນວ່າ ທາງການລາວ ແລະ ພາກເອກກະຊົນ ຈະມີບໍລິມານມ້ຽນຂີ້ເຫຍື້ອໃຫ້ແກ່ປະຊາຊົນ ເດືອນລະ 4 ເທື່ອ ແຕ່ໃນສະພາບໂຕຈິງ ແລ້ວ ພັດບໍ່ມີການມ້ຽນຕາມໄລຍະເວລາທີ່ກໍານົດ ໂດຍສະເພາະ ໃນໄລຍະລະດູຝົນ, ບ່ອນທີ່ເດີນທາງເຂົ້າໄປເຖິງຍາກ ແລະມີ ປະລິມານຂີ້ເຫຍື້ອຫລາຍ ເຮັດໃຫ້ຊາວບ້ານ ຈໍາເປັນ ຕ້ອງວ່າຈ້າງບຸກຄົນ ໃຫ້ມາຊ່ວຍມ້ຽນຂີ້ເຫຍື້ອ ໃນອັດຕາ ປະມານ 1.5 ລ້ານກີບ/ຖ້ຽວ.

ດັ່ງພະນັກງານ ຮັບຈ້າງແກ່ຂີ້ເຫຍື້ອ ຢູ່ນະຄອນຫລວງວຽງຈັນ ທ່ານໜຶ່ງກ່າວວ່າ:

“ໜຶ່ງມາ ກໍໃຊ້ຊີວິດປະຈໍາວັນ ເປັນເສດອາຫານ ມີຫນອນມີຫຍັງ ມັນໜ້ອຍເຮົາກໍເອົາແນວໜຶ່ງເຈົ້າ ມັນຫລາຍເຮົາກໍເໝົາໄປ ແມ່ນໆ ສ່ວນຫລາຍຈະເປັນລາຄາເໝົາ ຄັນລົດໜຶ່ງ 1.5 ລ້ານ ມັນແລ້ວແຕ່ຂີ້ເຫຍື້ອເຮົາ ຄັນວ່າມັນເຕັມລົດກໍໂທບອກໄດ້ ມີທຸກແບບນ່າ ທຸກເຮືອນທຸກຊານ ເສດອາຫານ ງານດອງ ຫລືວ່າ ມີອັນຮ້ານປ້າຍ ຮ້ານຫຍັງຈັ່ງຊີ້ນ່າ ເຂົາຂີ້ເຫຍື້ອຫລາຍ ເຂົາກໍໃຫ້ເອົາໄປເກັບ ຂອງລັດ ສ່ວນຫລາຍຄັນມັນຍາກ ເຂົາບໍ່ຢາກເອົາ ມັນຫລາຍແນ່ ເຂົາກໍບໍ່ຢາກເອົາ ເຂົາເອົາໄປຖິ້ມແລ້ວ ແມ່ນໆ ຢູ່ກອງຂີ້ເຫຍື້ອຫັ້ນແຫລະ ກໍເສຍເງິນຖິ້ມຄືກັນ ກໍບໍ່ໄດ້ບົດ ເອົາໄປຖອກ ແລ້ວກໍຖົມໄປເລີຍ.

ທ່ານກ່າວຕື່ມວ່າ ພາຍຫລັງມ້ຽນຂີ້ເຫຍື້ອ ຈາກເຮືອນປະຊາຊົນແລ້ວ ຂະເຈົ້າຈະນໍາຂີ້ເຫຍື້ອເຫລົ່ານີ້ ໄປຖິ້ມຢູ່ບໍ່ຂີ້ເຫຍື້ອ ເພື່ອເຂົ້າສູ່ຂະບວນການຝັງກົບ ຂອງບໍລິສັດເອກກະຊົນ ທີ່ຕັ້ງຢູ່ນອກເຂດເທດສະບານ ເຊິ່ງຕ້ອງໄດ້ຈ່າຍເງິນໃຫ້ແກ່ເຂົາເຈົ້າ.

ທັງນີ້ ບໍລິສັດເອກກະຊົນ ບາງຫົວໜ່ວຍ ຈະດໍາເນີນການບົດຂີ້ເຫຍື້ອ ກ່ອນນໍາໄປຝັງກົບ ຂະນະທີ່ ບາງບໍລິສັດ ດໍາເນີນການຝັງກົບ ໂດຍບໍ່ມີການບົດ ຫລື ຄັດແຍກຂີ້ເຫຍື້ອ.

ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະເລີ້ມຫັນມາ ໃຫ້ຄວາມສົນໃຈ ກ່ຽວກັບເລື້ອງ ການຈັດການຂີ້ເຫຍື້ອ ປະເພດຕ່າງໆ ຫລາຍຂຶ້ນ ແຕ່ ການສຶກສາກ່ຽວກັບບັນຫາ ຜົນກະທົບທີ່ເກີດຈາກຂີ້ເຫຍື້ອ ແລະ ການບັງຄັບໃຊ້ກົດໝາຍ ພັດຍັງບໍ່ທັນໄດ້ຮັບການສະໜັບສະໜູນ ຫລື ດໍາເນີນການຢ່າງຈິງຈັງ ພໍເທົ່າໃດ.

ດັ່ງ ອາສາສະມັກ ທີ່ເຮັດວຽກດ້ານສິ່ງແວດລ້ອມ ໃນປະເດັ່ນເລື້ອງ ການຈັດການຂີ້ເຫຍື້ອ ທ່ານໜຶ່ງ ກ່າວວ່າ:

ຂີ້ເຫຍື້ອບໍ່ແມ່ນໂຕບັນຫາ ຄົນແມ່ນໂຕບັນຫາ ຄັນເຮົາມີກົດລະບຽບໍ່ໄດ້ ອັນນັ້ນ ຄືທາງແກ້ໄຂບັນຫາຂີ້ເຫຍື້ອ ຊິໃຫ້ຄົນມາເກັບນີ້ ບໍ່ມີວັນສີ້ນສຸດ ເພາະວ່າຄົ້ນຖິ້ມ ອ້າຍກໍເລີຍວ່າ ຈາກທີ່ອ້າຍເກັບຂີ້ເຫຍື້ອມາ 2 ປີ ອ້າຍເລີຍຮູ້ວ່າ ການເກັບຂີ້ເຫຍື້ອບໍ່ແມ່ນທາງອອກ ທາງອອກສຸດທ້າຍຄື ການຖິ້ມຂີ້ເຫຍື້ອສະນັ້ນ ເຮົາຕ້ອງແກ້ບັນຫາທີ່ຕົ້ນເຫດ ໜຶ່ງ ຕ້ອງມີກົດລະບຽບ ສອງ ຕ້ອງມີທີ່ຖິ້ມຂີ້ເຫຍື້ອໃຫ້ຄົນຖິ້ມ ສາມ ເວລາມີຕະຫລາດນັດ ຈັ່ງຊີ້ ຕ້ອງມີເງິນປະກັນຂີ້ເຫຍື້ອ.”

ທ່ານກ່າວຕື່ມວ່າ ເນື່ອງຈາກການບໍລິການ ມ້ຽນຂີ້ເຫຍື້ອຍັງບໍ່ທັນທົ່ວເຖິງ ຈຶ່ງເຮັດໃຫ້ປະຊາຊົນ ຈໍາເປັນຕ້ອງໄດ້ຈ້າງລົດແກ່ຂີ້ເຫຍື້ອ ເຊິ່ງບຸກຄົນທີ່ເຮັດວຽກ ໃນຂະແໜງການດັ່ງກ່າວນີ້ ສ່ວນຫລາຍ ຍັງບໍ່ທັນມີຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບການຄັດແຍກຂີ້ເຫຍື້ອ, ບໍ່ທັນມີອຸປະກອນ ເປັນຕົ້ນ ຜ້າອັດດັງ, ຖົງມື ແລະ ເກີບຢາງ ເພື່ອປ້ອງກັນໂຕເອງ ຈາກສານພິດ ແລະ ອັນຕະລາຍຈາກຂີ້ເຫຍື້ອ ພໍເທົ່າໃດ. 

ກ່ຽວກັບເລື້ອງນີ້ ທ່ານ ອະເລັກ ເຄຣເມຣ໌ ຜູ້ຈັດການທະນາຄານໂລກ ປະຈໍາປະເທດລາວ ໄດ້ກ່າວວ່າ ຄົນງານນອກລະບົບ ເປັນຕົ້ນ ຄົນມ້ຽນຂີ້ເຫຍື້ອ ພະນັກງານຂັບລົດ ແກ່ຂີ້ເຫຍື້ອ ຈະເດີນທາງໄປຍັງເສັ້ນທາງຕ່າງໆ ໃນນະຄອນຫລວງວຽງຈັນ ເພື່ອມ້ຽນຂີ້ ເຫຍື້ອ ຈາກຄົວເຮືອນ ແລະ ສະຖານທີ່ພານິດ ອີກທັງ ບາງຄົນຍັງໃຊ້ຊີວິດປະຈໍາວັນ ໃນພື້ນທີ່ ບໍ່ຝັງກົບ ເຊິ່ງຫ່າງຈາກໂຕເມືອງປະມານ 32 ກິໂລແມັດ ເຊິ່ງເຂົາເຈົ້າ ບໍ່ທັນໄດ້ຮັບການຄຸ້ມຄອງ ດ້ານສຸກຂະພາບຕາມກົດໝາຍ ອີກທັງ ຍັງບໍ່ທັນມີຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບ ການນໍາໃຊ້ ອຸບປະກອນປ້ອງກັນ ເປັນຕົ້ນ ຖົງມື ແລະເກີບໜັງ ພໍເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.