ພະຍຸຝົນ-ໝາກເຫັບຕົກ ຢູ່ລາວ

ຈໍາປາທອງ
2017.03.19
f-storm ສະພາບຂອງໂຮງຮຽນ ມັທຍົມຕອນຕົ້ນ ເກົ້າລ້ຽວ ທີ່ຖືກພະຍຸຣະດູຮ້ອນ ພັດເຂົ້າໃສ່ ເຂດບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ຖ່າຍເມື່ອວັນທີ 18 ມິນາ 2017)
Citizen Journalist

ເກີດລົມພະຍຸ ຣະດູຮ້ອນ ຂນາດໃຫຍ່, ໝາກເຫັບຕົກຫລາຍ, ລົມພັດແຮງ, ຝົນຕົກໜັກ ຢູ່ຫຼາຍແຂວງ ພາກເໜືອ ແລະ ພາກກາງຂອງ ປະເທສລາວ ໃນມື້ວັນສຸກ ທີ 17 ມິນາ 2017 ສ້າງຄວາມ ເສັຽຫາຍໃຫ້ແກ່ ບ້ານເຮືອນ ປະຊາຊົນ ແລະ ມີຄົນບາດເຈັບ ນໍາດ້ວຍ.

ເວົ້າສະເພາະຢູ່ ນະຄອນຫຼວງວຽງຈັນ ເມື່ອວັນສຸກ ປະມານ 5 ໂມງແລງ, ພະຍຸ ສ້າງຄວາມເສັຽຫາຍ ໜັກສົມຄວນ, ປະຊາຊົນ ຫຼາຍ ຄອບຄົວ ໄດ້ຮັບຜົລກະທົບ ແລະ ມີຜູ້ໄດ້ຮັບບາດເຈັບ 11 ຄົນ ຍ້ອນມີທັງລົມ ພັດແຮງ, ຝົນຕົກໜັກ ແລະ ມີໝາກເຫັບຕົກ, ເຮັດໃຫ້ ຕົ້ນໄມ້ລົ້ມ, ເສົາໄຟຟ້າຫັກ, ຫຼັງຄາເຮືອນເພີງ, ແຜງເຫຼັກປ້າຍ ໂຄສະນາ ບິດບ້ຽວ, ຫ້າງຮ້ານ ໄດ້ຮັບຄວາມ ເສັຽຫາຍຫຼາຍ ສົມຄວນ. ເຈົ້າໜ້າທີ່ ສະມາຄົມ ອາສາກູ້ພັຍ ນະຄອນຫຼວງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 18 ມິນາ ນີ້ວ່າ:

"ກະໄດ້ຮັບຄວາມເສັຽຫາຍ ຫຼາຍພໍສົມຄວນເນາະ ໃນຂົງເຂດ ນະຄອນຫຼວງ ຫັ້ນນ່າ. ບໍ່ວ່າຈະເປັນເຂດ ທາງເມືອງ ຫາດຊາຍຟອງ, ເມືອງຈັນທະບູຣີ, ເມືອງສີໂຄດ ກະຖືວ່າມີ ຄວາມເສັຽຫາຍ ເນາະ. ກະວ່າເປັນເຮືອນ ປະຊາຊົນ, ຫ້າງຮ້ານ ທີ່ວ່າຖືກ ຜົລກະທົບ. ມີຜູ້ບາດເຈັບ ເນາະແມ່ນ 11 ຄົນ, ລະຂັ້ນວ່າ ສາຫັດ ຫັ້ນເນາະ ມີຢູ່ 3 ຄົນຫັ້ນນ່າ".

ໃນຂນະດຽວກັນຊາວບ້ານໃນເຂດ ບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ກໍໄດ້ກ່າວເຖິງ ຄວາມເສັຽຫາຍ ໃນເຂດບ້ານຂອງທ່ານ ແລະ ບ້ານໃກ້ຄຽງວ່າ:

"ຢູ່ໃກ້ຄຽງນີ້ກະຖືວ່າ ທາງຂ້າງເຮືອນ ເສັຽຫາຍເກືອບເບິດ ເພາະວ່າມັນ ກະຮື້ເບິດ ເຫຼັກອີ່ຫຍັງ ກະຫັກເບິດ ເຫຼັກຂ້າວເຫຼັກຫຍັງ ຫຼັງຂອກຫຼັງຄາ ກະຖືວ່າຫັກເບິດ ຫັ້ນແຫຼະ ໂຕທາງຂ້າງ ກະເສັຽຫາຍ ຄືກັນ ເສັຽຫາຍໜັກ. ລະກະໄປຕໍ່ ຈາກນີ້, ໄປທາງເບື້ອງ ດອນຊຽງຊູ້ ນີ້ກະບ້ານ ປະຊາຊົນກະ 11 ຫຼັງພຸ້ນນ່າ ຫຼັງຄາເປີດເບິດ". ພວກກະລ້າຣົດ ກະຖືວ່າຍຸບໄປເບິດ ກະມີ".

ມາເຖິງປະຈຸບັນ ຍັງບໍ່ທັນມີການປະເມີນ ຄວາມເສັຽຫາຍ ທັງໝົດ ນັ້ນໄດ້ເທື່ອ, ກໍາລັງເກັບກໍາ ແລະຮິບໂຮມ ເພື່ອຫາທາງຊ່ວຍເຫຼືອ ຜູ້ເຄາະຮ້າຍ. ດັ່ງທ່ານ ແກ່ນ ວໍຣະສານ, ຮອງເຈົ້າເມືອງ ເມືອງຫາດຊາຍຟອງ ໄດ້ກ່າວ ໃນມື້ວັນທີ 19 ມິນາ ນີ້ວ່າ:

"ເອີ່, ວິຊາການ ກະຍັງລົງເກັບກໍາ ຂໍ້ມູນຢູ່ ອັນສະພາບ ພາຍຸເຂົ້າ ມື້ວັນສຸກຜ່ານ ມານີ້. ກະຕອນນີ້ ພວກເຮົາຍັງ ບໍ່ທັນປະເມີນໄດ້ ເພາະວ່າຕອນເຊົ້າ ວານນີ້ ວິຊາການ ເພິ່ນລົງກວດກາ ບໍ່ທັນ ຣາຍງານເທື່ອ ຂະເຈົ້າ ຍັງເອົາຂໍ້ມູນຢູ່ ບໍ່ທັນໄດ້ສະຫຼຸບ. ພາກສ່ວນຣັຖ ກະມີນະໂຍບາຍ ຢູ່ດອກກັບ ປະຊາຊົນ ຫັ້ນນ່າ, ແຕ່ພວກເຮົາຍັງບໍ່ທັນ ຮູ້ວ່າມີຈັກຄອບຄົວ ທີ່ໄດ້ຮັບຜົລກະທົບ ຫັ້ນນ່າ".

ສໍາລັບຢູ່ແຂວງຫລວງພຣະບາງ ເວລາປະມານ 4 ໂມງແລງ ລົມພະຍຸພັດ ແລະໝາກເກັບຕົກ ຢູ່ເມືອງໂພນທອງ ເຮັດໃຫ້ບ້້ານເຮືອນ ຂອງປະຊາຊົນ ໄດ້ຮັບຄວາມເສັຽຫາຍຫລາຍ ແລະ ມີຜູ້ ບາດເຈັບສາຫັດ ຄົນນຶ່ງ. ຕາມການບອກເລົ່າ ຂອງປະຊາຊົນ ເມືອງໂພນທອງ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 18 ມິນາ ວ່າ:

"ເຂົາຍັງສະຫລຸບບໍ່ໄດ້ເທື່ອເນ້ ເຂດມໍ່ ພວກ ຂ້ອຍແຖວ ວັງປ້ານນີ້ລະແມ່ນ ເຂົາອອກເຮືອນ ບໍ່ໄດ້ ເຂົາຄາ ຢູ່ໃນຫັ້ນ ເຈັບຫລາຍ ໂອ້ ໄດ້ໃສ່ອົກຊີ້ ຜູ້ນຶ່ງ ອັນກະໄມ້ລົ້ມທັບ ລົ້ມຫຍັງ ຫັ້ນແຫລະ ເຂົາຕິດຢູ່ ໃນເຮືອນ ຫັ້ນເນ້".

ນອກຈາກຢູ່ 2 ແຂວງດັ່ງກ່າວນັ້ນແລ້ວ ຢູ່ເຂດດ່ານສາກົນ ລາວ-ວຽດນາມ ຫລັກ 100 ເມືອງພູວົງ ແຂວງອັດຕະປື ກໍມີລົມພະຍຸພັດເຂົ້າ ແລະ ມີໝາກເຫັບຕົກ ແລະ ຢູ່ແຂວງເຊກອງ ກໍມີຣາຍ ງານວ່າ ມີລົມພະຍຸ ພັດເຂົ້າ ເຊັ່ນກັນ.

ເພື່ອຊອກຮູ້ຣາຍລະອຽດ ເພີ້ມຕື່ມ ກ່ຽວກັບ ສະພາບລົມພະຍຸຣະດູຮ້ອນ ທີ່ພັດເຂົ້າມາລາວ ແຮງນັ້ນ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ ທີ່ ນະຄອນຫຼວງ ວຽງຈັນ, ແຕ່ບໍ່ມີຜູ້ໃດ ຮັບໂທຣະສັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.