ອຸນຫະພູມໂລກຕ້ອງຊ່ອຍກັນ ຈໍາກັດ

0:00 / 0:00

ອົງການສະຫະປະຊາຊາດ ອອກຄໍາເຕືອນກ່ອນກອງປະຊຸມກ່ຽວກັບ ການປ່ຽນແປງ ຂອງສະພາບອາກາດໃນໂລກ ໃນອາທິດນີ້ວ່າ ໂອກາດ ທີ່ຈະຈໍາກັດ ບໍ່ໃຫ້ອຸນຫະພູມໂລກ ເພີ້ມຂື້ນອີກ 2 degree Celsius ໃນ ສັດຕະວັດ ນີ້ນັ້ນ ອາດຈະເປັນໄປໄດ້ຍາກ.

ບົດລາຍງານຈາກຫ້ອງການສິ່ງແວດລ້ອມ ສະຫະປະຊາຊາດ ຣະບຸວ່າ ການປ່ອຍອາຍເສັຽຂຶ້ນ ຊັ້ນບັນຍາກາດໃນໂລກ ຈະມີເຖິງ 12 ຕື້ຕັນ ສູງກວ່າຣະດັບເປົ້າຫມາຍ ທີ່ໄດ້ວາງໃວ້ໃນປີ 2020. ເຖິງແມ່ນວ່າຫລາຍ ປະເທດຈະປະຕິບັດ ຕາມຂໍ້ຫ້າມໃນຂໍ້ຕົກລົງການຫລຸດຜ່ອນ ການ ປ່ອຍໄຮໂດຣຄາບອນ ຂຶ້ນຊັ້ນບັນຍາກາດກໍຕາມ.

ກຸ່ມນັກວິທຍາສາດ ເວົ້າວ່າການຈໍາກັດ ບໍ່ໃຫ້ອຸນຫະພູມໂລກເພິ້ມຂຶ້ນອີກ 2 degree ຊຽວສ໊ຽດ ທີ່ຈະເຮັດໃຫ້ສະພາບອາກາດປ່ຽນແປງລາຍ ໃຫຍ່ ນັ້ນຕາມບົດລາຍຂອງອົງການສະຫະປະຊາຊາດແລ້ວ ຫລາຍ ປະເທດຕ້ອງໄດ້ຫລຸດຜ່ອນ ການປ່ອຍຫາຍເສັຽຢ່າງນ້ອຍ 14% ຂຶ້ນໄປ ຈົນຮອດປີ 2020 ຈຶ່ງຈະສາມາດຢັບຢັ້ງໄດ້.

ຖ້າອຸນຫະພູມຂອງໂລກເພິ້ມຂຶ້ນອີກ 2 dgree ແຊວສ໊ຽດ ໃນທ້າຍສັດຕະວັດນີ້ໝາຍຄວາມວ່າ ມະນຸດແລະສິ່ງທີ່ມີຊີວິດໃນໂລກຈະມີບັນຫາ ໃນການຢູ່ລອດ.