ໂຄງການກະເສດສະອາດ ແຂວງ ວຽງຈັນ

ສິດນີ
2021-07-31
Share
ໂຄງການກະເສດສະອາດ ແຂວງ ວຽງຈັນ ນະຄອນຫຼວງວຽງຈັນ, ສະຫະຣັດ ອາເມລິກາ ຮ່ວມມື ກັບ ສປປ ລາວ ເພື່ອປັບປຸງ ຊີວິດການເປັນຢູ່ ຂອງ ຊາວກະສິກອນ ແລະ ເສີມຂຍາຍ ການຄ້າ ໃຫ້ແກ່ຜົນຜລິດ ທາງດ້ານ ກະສິກັມ ຂອງລາວ. ໃນວັນທີ 10 ກໍຣະກະດາ 2019.
ພາບຈາກ: ສະຖານທູດ ສະຫະຣັດ ອາເມຣິກາ ປະຈໍາລາວ

ໂຄງການກະເສດສະອາດ ຫຼື Clean Agriculture Project ຂອງສະຫະຣັດ ພາຍໃຕ້ກະຊວງກະສິກັມສະຫະຣັດ ໄດ້ມອບອຸປກອນ ການປູກຝັງ ໃຫ້ຊາວກະສິກອນລາວ ຢູ່ ແຂວງວຽງຈັນ ເພຶ່ອໃຊ້ໃນການຍົກຣະດັບ ການປູກພືດເສຖກິຈເປັນຕົ້ນມັນຕົ້ນ, ຜັກກະລຳປີ ແລະ ອື່ນໆ ໃຫ້ມີຄຸນນະພາບ ໃນທ້ອງຕລາດ ໃນການສ້າງຣາຍໄດ້ ໃຫ້ແກ່ຊຸມຊົນ.

ອຸປກອນດັງກ່າວ ປະກອບດ້ວຍເຄຶ່ອງຈັກຕັດຫຍ້າ, ເຄຶ່ອງຊອຍມັນຕົ້ນ ເຄຶ່ອງເກັບກ່ຽວມັນຕົ້ນ, ຖາດກ້າເບັ້ຽ, ປັ້ມນ້ຳ, ຈັກສູບນ້ຳ ແລະ ອື່ນໆ ມອບໃຫ້ຊາວກະສິກອນ ໃນເຂດເປົ້າໝາຍ 20 ປາຍບ້ານ ໃນ 5 ເມືອງ ຄື ເມືອງກາສີ ວັງວຽງ ແຂວງວຽງຈັນ ແລະ ເມືອງໄຊທານີ ເມືອງສັງທອງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຊຶ່ງອຸປກອນ ການຜລິດດັ່ງກ່າວນີ້ ຈະຊ່ອຍໃຫ້ຜົລຜລິດທາງ ດ້ານການກະເສດ ຂອງຊາວກະສິກອນມີຄຸນນະພາບ ໃຫ້ໄດ້ຣາຄາສູງ ໃນທ້ອງຕລາດ ຖ້າເອົາໄປຂາຍ ຫຼື ສົ່ງອອກ ເປັນການປະຍັດ ຄ່າແຮງງານ ແລະ ຄ່າໃຊ້ຈ່າຍ ໃນການຜລິດ. ດັ່ງຄຳເວົ້າຂອງ ເຈົ້າໜ້າທີ່ ປະສານງານຣະຫວ່າງ ຜແນກກຳສິກັມ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ກັບໂຄງການ ກະເສດສອາດ ສະຫະຣັດ ໃນມື້ວັນທີ 29 ກໍຣະກະດາ ນີ້ວ່າ:

”ອັນທີນຶ່ງ ເຮົາພັກດັນໃຫ້ກຸ່ມ ທາງການຜລິດໃຫ້ໄດ້ ເກັບໄດ້ເປັນຜົລຜລິດ, ອັນທີສອງ ມາເພຶ່ອພັກດັນ ໃຫ້ບັນດາຜລິດດັ່ງກ່າວຫັ້ນໄປ ສູ່ຕລາດ ເພຶ່ອໃຫ້ມັນມີຣາຄາ, ອັນທີສາມ ເພຶ່ອສ້າງແຮງຈູງໃຈ ໃຫ້ຊາວກະສິກອນຫັ້ນ ມີຄວາມສາມາດເຂົ້າເຖິງ ທາງດ້ານຕລາດ ແລະ ມີິການເກັບຕໍ່ລອງ ທາງດ້ານຣາຄາ ຢູ່ໃນພາກພື້ນ ທັງໃນ ແລະຕ່າງປະເທດ ໄດ້.”

ທ່ານກ່າວຕຶ່ມວ່າ ໂຄງການດັ່ງກ່າວ ເປັນໂຄງການທຳອິດ ທີ່ທາງການສະຫະຣັດ ຊ່ອຍຊາວກະສິກອນ ໃນກຸ່ມເປົ້າໝາຍ ຊຶ່ງມີໄລຍະ ເວລາ ການຈັດຕັ້ງປະຕິບັດ ເບື້ອງຕົ້ນແມ່ນປີ 2020 ຫາ 2021 ແຕ່ເນື່ອງຈາກວ່າມີການ ຣະບາດຂອງໂຄວິດ-19 ເຮັດໃຫ້ກິຈກັມ ດັ່ງກ່າວ ຢຸດສະງັກ ການເຄື່ອນໄຫວ ແລະ ຖືກເລື່ອນເວລາ ອອກມາຈົນຮອດອາທິດນີ້ ຍ້ອນວ່າງົບປະມານຂອງໂຄງການ ຍັງເຫຼຶອ ອີກຫຼາຍ ຈຶ່ງຈະສືບຕໍ່ໄປຮອດ ວັນທີ 21 ທັນວາ ປີ 2022 ນອກຈາກນີ້ ໂຄງການດັ່ງກ່າວຍັງຈະຝຶກອົບຮົມ ເຈົ້າໜ້າທີ່ກະສິກັມ ລາວ ເພຶ່ອໃຫ້ມີຄວມຮູ້ ໄປຊ່ອຍເຫຼຶອສົ່ງເສີມ ດ້ານເທັກນິກ ການປູກ ໃກ້ແກ່ຊາວກະສິກອນລາວ ນຳອີກ.

ກ່ຽວກັບເຣື່ອງນີ້ ຊາວສວນປູກຜັກກະລຳປີ ຢູ່ບ້ານນາຜາແດງ ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງເວົ້າວ່າ ເມືອງວັງວຽງ ໄດ້ຮັບ ການຊ່ອຍເຫຼຶອຈາກອົງການສາກົນ ທັງໝົດ 3 ບ້ານ ຄືບ້ານຫົວຕັ້ງ, ບ້ານນາຜາແດງ ແລະ ບ້ານຜາຫອມ. ແລະວ່າ ພາຍຫຼັງ ທີ່ ໄດ້ຮັບອຸປກອນຊ່ອຍເຫຼຶອ ດັ່ງກ່າວ ໂດຍສະເພາະຈັກສູບນ້ຳ ແລະ ຈັກຕັດຫຍ້າ ເຮັດໃຫ້ພໍ່ຄ້າຣາຍໃຫຍ່ ເຮັດສັນຍາ ຈາກສວນ ຕີຣາຄາຜັກກະລ່ຳປີ ສຸງຂຶ້ນ ເນຶ່ອງຈາກຜັກມີຄຸນນະພາບດີ ແລະ ໄດ້ຮັບການຄ້ຳປະກັນ ຈາກໂຄງການສາກົນວ່າເປັນກະສິກັມ ສະອາດ ແລະ ມີເທັກນິກ ການເບີ່ງແຍງທີ່ດີ. ດ່ັງທ່ານເວົ້າວ່າ:

“ວິຊາການເປັນຕົ້ນແມ່ນ ຝຶກອົບຮົມ ໃຫ້ເປັນກະສິກັມດີ ກະສິກັມສະອາດ ຫັ້ນແຫລະເນາະ ເພຶ່ອຍົກມູນຄ່າເພີ່ມຕື່ມຫັ້ນນ່າ ສົມມຸດ ວ່າ10 ພັນກີບເນາະ ມັນຈະເກີນອັນເກັບຊຶ້ທ່ົ່ວໄປ ແມ່ຄ້າຄົນກາງຫັ້ນປະມານ 15-20 ເປີເຊັນ ຫັ້ນນ່າ ຄູນເຂົ້າມາແລ້ວເຂົາເຈົ້າ ຈະເກັບລື່ນໃຫ້.”

ຊາວກະສິກອນຜູ້ນີ້ເວົ້າຕຶ່ມວ່າ ນອກຈາກເມືອງວັງວຽງແລ້ວ ຢູ່ເມືອງກາສີ ມີ 5 ບ້ານ ໄດ້ຮັບການຊອ່ຍເຫຼຶອ ອຸປກອນການປູກຝັງ ຈາກ ສະຫະຣັດ ໃນນັ້ນ ມີບ້ານຫ້ວຍຫົກ, ບ້ານບົວທອງ, ບ້ານຜາຊ້າງ, ບ້ານຈຽງ ແລະ ບ້ານວຽງແກ້ວ ຊຶ່ງສອງເມືອງດັ່ງກ່າວນີ້ ທັງ ເມືອງກາສີ ແລະ ເມືອງວຽງວຽງ ໄດ້ຮັບການຊ່ອຍເຫຼຶອ ຈາກໂຄງການ ຂອງສະຫະຣັດ ໝົດ.

ຊາວກະສິກອນປູກມັນຕົ້ນ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ຮູ້ສຶກດີໃຈຫຼາຍ ທີ່ອົງການສາກົນ ເຂົ້າມາ ຊ່ອຍເຫຼຶອ ຊາວກະສິກອນ ປູຸກມັນຕົ້ນ ເນຶ່ອງຈາກຈະເຮັດ ໃຫ້ຊາວສວນ ຫລຸດຜ່ອນຕົ້ນທຶນ ແລະ ແຮງງານ ໃນການປູກ ແລະ ຈະເພິ່ມຄຸນນະພາບ ຜົລຜລິດ ໃຫ້ໄດ້ຣາຄາສູງ ໃນທ້ອງຕລາດ. ທ່ານວ່າ:

“ເທັກນິກ ເຮື່ອງການປູກຝັງ ການຫຍັງ ເຂົາເຈົ້າກໍຊ່ອຍຫຼາຍ ຊ່ອຍຫລຸດຜ່ອນແຮງງານ ທາງດ້ານທຶນນີ້ແຫລະ ເພາະວ່າ ໂຄງການນີ້ ເຂົາເຈົ້າ ຊ່ອຍຫຼາຍຢ່າງເປັນຣົດໄຖ ຣົດຫຍັງ ຂະເຈົ້າກະຊ່ອຍ ຫັ້ນນ່າ ໂຄງການນີ້ຂະເຈົ້າຈະຊ່ອຍ ໃຫ້ຜລິຕພັນ ເຮັດຕາກແຫ້ງແລ້ວ ໄປໃຫ້ພວກໂຮງງານ ນີ້ມັນຈະໄດ້ຣາຄາດີ.”

ສ່ວນເຈົ້າໜ້າທີ່ ຈາກຫ້ອງການກະສິກັມ ແລະ ປ່າໄມ້ ຢູ່ເມືອງກາສີ ແຂວງວຽງຈັນ ທ່ານນຶ່ງເວົ້າວ່າ ໂຄງການຊ່ອຍເຫຼຶອອຸປກອນ ການກະເສດ ແກ່ຊາວກະສິກອນ ໃນເມືອງກາສີ ແມ່ນບໍ່ຢູ່ໃນແຜນ ພັທນາຂອງເມືອງ ມາແຕ່ຕົ້ນ ແຕ່ທຸກພາກສ່ວນເຫັນດີນຳ ຊຶ່ງ ໃນມື້ວັນທີ 29 ກໍຣະກະດາ ນີ້ ໄດ້ມີການປະຊຸມກັນ ກ່ຽວກັບ ໂຄງການວ່າ ຖ້າຈະໃຫ້ມີ ໂຄງການນີ້ ຕໍ່ໄປໃນອະນາຄົດ ທາງຂັ້ນ ເມືອງກໍຈະເອົາເຂົ້າ ໃນແຜນພັທນາເມືອງ ເພຶ່ອຊ່ອຍສົງເສີມໃຫ້ ຊາວກະສິກອນປູກ ຜັກກະລ່ຳປີ ແລະ ມັນຕົ້ນໃຫ້ມີຄຸນນະພາບ ໃນການແຂ່ງຂັນ ໃນຕລາດທັງພາຍໃນ ແລະ ສົ່ງອອກ.

“ຖ້າວ່າເປັນໄປໄດ້ ເຮົາຊິເບິ່ງ ແຜນການພັທນາ ເສຖກິຈຂອງເມືອງນັ້ນ ເຮົາຈະເຮັດແນວໃດ ເຮົາຕ້ອງປັບເອົາໂຕນີ້ເຂົ້າໂຄງການ ໂຕນີ້ ໄປຊ່ອຍເມືຶອງເຮົາຫັ້ນນຳເພາະວ່າ ເມືອງເຮົາ ງົບປະມານ ກໍມີນ້ອຍ ກໍເອົາໂຕນີ້ໄປຕອບໂຈດຊ່ອຍເລີຍຫັ້ນນ່າ.”

ນອກຈາກແຂວງວຽງຈັນ ແລ້ວ ທີ່ໂຄງການກະເສດ ສະຫະຣັດ ໃຫ້ການຊ່ອຍເຫຼຶອ, ໃນອີກ 2-3 ອາທິດ ຂ້າງໜ້າ ໂຄງການດັ່ງກ່າວ ຍັງຈະໄດ້ສືບຕໍ່ ໃຫ້ການຊ່ອຍເຫຼຶອ ແກ່ຊາວ ກະສິກອນ ຢູ່ແຂວງພາກໃຕ້ ນຳອີກ ບ່ອນທີ່ ໂຄງການກະເສດ ສະຫະຣັດ ໄດ້ຈັດຕັ້ງ ປະຕິບັດ ກັບຊາວກະສິກອນ ປູກກາເຟ, ມັນຕົ້ນ, ຜັກກະລ່ຳປີ ແລະ ໝາກຖົ່ວ ຊຶ່ງໂຄງການນີ້ ໄດ້ຮັບທຶນຊ່ອຍເຫຼືອ ຈາກອົງການ ວິນຣອກ ສາກົນ ໃນການບໍຣິຫານຈັດການ.

ແຕ່ນັກວິຊາການ ທາງດ້ານການກະເສດ ທ່ານນຶ່ງເວົ້າວ່າ ການກະເສດໃນລາວ ຍັງລ້າສມັຍ ແລະ ຂາດປະສິດທິພາບ ຫຼາຍຢູ່ ເຖິງແມ່ນວ່າ ຈະມີການພັທນາ ແລະ ຊ່ອຍເຫຼືອຫຼາຍ ປານໃດກໍຕາມ ຍ້ອນສາເຫດຫຼາຍຢ່າງ ເປັນຕົ້ນ ຊາວກະສິກອນ ຂາດ ຄວາມຮູ້ທາງດ້ານ ເທັກນິກໃນການປູກ, ຂາດເຄື່ອງມືທີ່ທັນສມັຍ ໃນການປູກ, ຂາດຕົົ້ນທຶນ ໃນການປູກ ແລະ ຂາດນັກວິຊາການ ທີ່ຈະມາແນະນຳ ແລະ ວາງແຜນ ໃນການປູກພືດຊນິດໃດ ເວລາໃດ ແລະ ຕລາດຢູ່ໃສ ຈຶ່ງເຮັດໃຫ້ ຊາວກະສິກອນລາວ ຫຼຸບທຶນມາຕລອດ ໃນການປູກພືດ ເສຖກິດ ໃນລາວ ບໍ່ວ່າຈະຂາຍພາຍໃນປະເທດ ຫຼື ສົ່ງອອກ ກໍບໍ່ສາມາດແຂ່ງຂັນ ກັບ ປະເທດອື່ນໄດ້.

ທ່ານວ່າ ຜ່ານມາ ທະນາຄານໂລກ ກໍໄດ້ໃຫ້ການຊ່ອຍເຫຼືອ ຣັຖບານລາວ ໃນການອະນຸມັດ ໂຄງການຊ່ອຍເຫລືອ ເພື່ອຍົກຣະດັບ ຜລິຕພັນ ທາງດ້ານການກະເສດ ແລະ ການປູກພືດ ແບບທັນສມັຍ ເພື່ອການຄ້າ ຫລື ອຸດສາຫະກັມ ການກະເສດ ຂນາດກາງ ແລະ ຂນາດນ້ອຍ ໃຫ້ແກ່ຊາວນາລາວ. ກຸ່ມຜູ້ບໍຣິຫານ ທະນາຄານໂລກ ໄດ້ອອກຖແລງການ ໃນການ ອະນຸມັດໂຄງການ ກະເສດດັ່ງກ່າວ ຢ່າງເປັນທາງການ ໃນເວລານັ້ນ.

ໃນໂຄງການດັ່ງກ່າວ ທາງທະນາຄານໂລກ ໃນເວລານັ້ນ ໄດ້ອະນຸມັດເງິນຊ່ອຍເຫລືອ ຣັຖບານລາວ ປະມານ 25 ລ້ານໂດລາ ແລະ ໃນໂຄງການນີ້ ຢ່າງນ້ອຍ ຈະສາມາດ ຊ່ອຍຊາວນາ ລາວ ໄດ້ເຖິງ 28 ພັນ ຄອບຄົວ ຫລື ປະມານ 1 ແສນ 4 ຫມື່ນ ຄົນ ໃນຈຳນວນ 224 ບ້ານ ໃນທົ່ວປະເທດ ຊ່ວງທຳອິດ ຂອງໂຄງການ ແມ່ນປັບປຸງ ການຜລິດ ໃຫ້ມີຄຸນນະພາບ ແລະ ປາຣິມານ ເພີ່ມຂຶ້ນ ຮ່ວມທັງການຫລຸດຜ່ອນ ຕົ້ນທຶນ ໃນການຜລິດ ແລະເພີ່ມຣາຍໄດ້ ຈາກການຕລາດ, ຕັດແຮງງານ ທີ່ບໍ່ຈຳເປັນອອກ ດ້ວຍການໃຊ້ ເທັກໂນໂລຈີ ທີ່ທັນສມັຍ ແລະ ແຜນການກະເສດ ແບບໃຫມ່ ແບບທີ່ ຫຼາຍປະເທດຈະເຣີນ ເຂົາເຮັດກັນ ອີງຕາມຖແລງການ ຂອງທະນາຄານໂລກ.

ໂຄງການນີ້ ຊຸດທຳອິດໄດ້ເຣີ່ມມາແຕ່ ປີ 2015 ມີກຳນົດໄປ ຮອດປີ 2024 ແລະ ຊາວນາໃນແຂວງ ທີ່ຖືກຄັດເລືອກໃນໂຄງການ ນີ້ໃນຊຸດ ທຳອິດ ແມ່ນແຂວງຄຳມ່ວນ, ບໍຣິຄຳໄຊ, ໄຊຍະບູຣີ, ວຽງຈັນ ແລະ ນະຄອນຫລວງວຽງຈັນ ຫລັງຈາກນັ້ນ ກໍຈະຮ່ວມດ້ວຍ ແຂວງອື່ນໆ ໃນລາວ.

ນັກວິຊາການ ທ່ານນີ້ ເວົ້າວ່າ ໂຄງການຕົ້ນແບບ ທາງດ້ານການກະເສດ ຂອງທະນາຄານໂລກ ເທື່ອນັ້ນ ບໍ່ໄດ້ຜົລຕາມ ທີ່ຄາດໄວ້ ຍ້ອນວ່າ

1- ຊາວນາລາວ ຍັງຂາດຄວາມຮູ້ ແລະຄວາມສາມາດ ໃນການໃຊ້ເທັກໂນໂລຈີ ສູງ ໃນປູກຝັງ ຫລື ຜລິຕພັນ ທາງດ້ານການ ກະເສດ ທີ່ໄດ້ມາຕຖານ ແລະ ຄຸນນະພາບ.

2- ຊາວນາລາວ ຍັງຂາດຄວາມອົດທົນ ແລະ ຄວາມດຸຫມັ່ນ ໃນການເຮັດວຽກ ໃນການ ຜລິດຂນາດໃຫຍ່ ເພື່ອສົ່ງອອກ.

3- ຊາວນາລາວຍັງຂາດທຶນຮອນ ໃນການລົງທຶນຫຼັງຈາກຝຶກອົບຮົມແລ້ວ ປະຖິ້ມຄວາມຕັ້ງໃຈ ດັ່ງກ່າວໃນທີ່ສຸດ ດັ່ງເຈົ້າຫນ້າທີ່ ກະສິກັມ ທ່ານນຶ່ງເວົ້າວ່າ:

"ບັນຫາໃຫຍ່ ແມ່ນເຣື່ອງສິນເຊື່ອ ເຣື່ອງທຶນ ເຣື່ອງປຸ້ຍ ເວົ້າເຣື່ອງທຶນ ໄປບຸກເບີກພື້ນທີ່ ຫລືວ່າ ຊື້ເຄຶ້ອງຈັກ ຫຍັງເຂົ້າມາ ແຕ່ວ່າ ເຮົາເຮັດໄດ້ ກໍໃນເຂດທົ່ງພຽງ ໃນເຂດທີ່ມີ ການຂຍາຍ ໃຫຍ່ ເຂດທີ່ດ້ານເສຖກິດ ຄອບຄົວ ມີເງື່ອນໄຂ ແຕ່ໃນເຂດອື່ນໆ ຍັງບໍ່ ສາມາດເຮັດໄດ້."

4- ການຕລາດໃນທຸກມື້ນີ້ໃນລາວ ຖືກຄວບຄຸມຈາກພໍ່ຄ້າຄົນກາງ ເປັນຜູ້ກໍານົດຣາຄາ ເມື່ອຜົລຜລິດອອກມາໄດ້ຜົລ ຫລື ບໍ່ໄດ້ຜົລ ຖ້າຕລາດ ບໍ່ຊື້ແລ້ວກບໍ່ສາມາດຂາຍໄດ້ ຊາວນາ ຫມົດຄວາມຕັ້ງໃຈ ໃນການຜລິດ.

5- ໂຄງຮ່າງພື້ນຖານ ການຄົມມະນາຄົມ ໃນລາວ ເຊັ່ນຖນົນຫົນທາງ ໃນການສົ່ງສິນຄ້າ ໄປຕລາດໃນເມືອງ ຂາດມາຕຖານໃຊ້ການ ບໍ່ໄດ້ໃນຫຼາຍແຫ່ງ ໂດຍສະເພາະ ຍາມຝົນ ຊາວນາຈະບໍ່ສາມາດ ສົ່ງຜົລຜລິດ ຂອງຂະເຈົ້າໄປຂາຍ ໃນຕລາດໃນເມືອງໄດ້.

6- ການໃສ່ຝຸ່ນ, ສີດຢາ ແລະ ການເຮັດບັນຊີຣາຍໄດ້ຣາຍຈ່າຍ ຊາວນາລາວ ກໍບໍ່ຄຸ້ນເຄີຍ.

7- ຊາວນາລາວ ສ່ວນໃຫຍ່ ເຮັດນາແບບດັ້ງເດີມ ເພື່ອລ້ຽງຄອບຄົວ ບໍ່ແມ່ນເຮັດເພື່ອຂາຍ ຫລື ສົ່ງອອກຍັງເຮັດແບບບູຮານຢູ່ ຈະບໍ່ ສາມາດຜລິດເປັນອຸດສາຫະກັມ ສິນຄ້າ ຂນາດໃຫຍ່ ເພື່ອສົ່ງອອກໄດ້.

8- ຣະດູການຜລິດໃນລາວກໍສັ້ນ ແລະ ປະເຊີນກັບຫຼາຍບັນຫາ ເປັນຕົ້ນນ້ຳຖ້ວມພັຍແຫ້ງແລ້ງ ລົມພະຍຸຕາມຣະດູການ ແລະອື່ນໆ.

9- ການປູກຝັງໃນຣະດູແລ້ງ ໃນລາວ ຣະບົບຊົລປະທານ ກໍບໍ່ທົ່ວເຖິງ ແລະ ເປ່ເພໃນຫຼາຍພື້ນທີ່ ໃຊ້ການບໍ່ໄດ້ ແລະ ບັນຫາອື່ນໆ ຫຼາຍບັນຫາ ທີ່ກ່າວມາຂ້າງເທິງນີ້ ອາດເຮັດໃຫ້ ໂຄງການສົ່ງເສີມ ການກະເສດ ໃນລາວຈາກສາກົນ ໃນອະນາຄົດ ບໍ່ໄດ້ຜົລສຳເຣັດ.

ໃນທີ່ສຸດ ນັກວິຊາການ ທ່ານນີ້ ເວົ້າວ່າ ສາເຫດຫຼັກ ທີ່ການກະເສດໃນລາວ ບໍ່ໄດ້ຜົລ ຍ້ອນເຫດຜົລທັງໝົດ ທີ່ກ່າວມາຂ້າງເທີງນີ້ ຊາວນາລາວຂາດຄວາມຮູ້ ຄວາມອົດທົນຂາດຕົ້ນທຶນ ໃນການຜລິດ ແລະ ການວາງແຜນລ່ວງໜ້າ ໃນການປູກແລະຕລາດສົ່ງອອກ.

ຄໍາເຫັນ (0)

ເບິ່ງຄວາມເຫັນທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ເຕັມຫນ້າ