ລາວໄດ້ຮັບຜົລກະທົບ ຈາກພັຍທັມມະຊາດ ຫຼາຍພັນຄອບຄົວ

ໄຊຍາ
2022.02.15
ລາວໄດ້ຮັບຜົລກະທົບ ຈາກພັຍທັມມະຊາດ ຫຼາຍພັນຄອບຄົວ ພະຍຸ ເຂດຮ້ອນ ເຮັດໃຫ້ຝົນຕົກໜັກ 2 ມື້ ເຮັດໃຫ້ນ້ຳໄຫຼຊຸ ເຂົ້າຖ້ວມ ບາງຈຸດ ໃນນະຄອນປາກເຊ
ນັກຂ່າວ ພົລເມືອງ

ອີງຕາມການຣາຍງານ ຂອງກອງປະຊຸມຄະນະກັມມະການ ຈັດການພັຍພິບັດປະຈຳປີ 2021 ເມື່ອບໍ່ດົນມານີ້ວ່າ. ປີ 2021 ທີ່ຜ່ານມາໃນທົ່ວປະເທດລາວ ມີປະຊາຊົນຈຳນວນ 70,200 ຄົນໄດ້ຮັບຜົລກະທົບຈາກພັຍພິບັດ ທັມມະຊາດ ທີ່ເກີດຈາກພັຍນໍ້າຖ້ວມ, ພັຍແລ້ງ, ພະຍຸ, ດິນເຈື່ອນ ແລະ ສັດຕຣູພືດທາງດ້ານກະສິກັມ ປູກຝັງຕ່າງໆ ຊຶ່ງມີທັງໝົດ 15 ແຂວງ 94 ເມືອງ ແລະ 786 ບ້ານ.

ເຖິງແມ່ນວ່າ ທີ່ຜ່ານມາຊາວບ້ານໄດ້ຮັບຜົລກະທົບ ຈະໄດ້ຮັບການຊ່ອຍເຫລືອແລ້ວ ເປັນເຄື່ອງໃຊ້, ເຂົ້າສານ, ອາຫານແຫ້ງ ແຕ່ກໍບໍ່ໄດ້ພຽງພໍຕໍ່ຄວາມຕ້ອງການ. ສ່ວນຫລາຍຊາວບ້ານ ຍັງຕ້ອງເພິ່ງພາການຊ່ອຍເຫລືອໂຕເອງ ດັ່ງເຊັ່ນບ້ານຂອງປະຊາຊົນທີ່ໄດ້ຮັບ ຄວາມເສັຽຫາຍເຈົ້າໜ້າທີ່ກໍເຂົ້າມາຊ່ອຍປຸກເຮືອນແກ້ໄຂຫລັງນ້ອຍໆ ໃຫ້ຢູ່ເທົ່ານັ້ນ. ບໍ່ໄດ້ມີການຊົດເຊີຍແຕ່ຢ່າງໃດ ສ່ວນດິນໄຮ່, ດິນນາທີ່ຖືກນໍ້າຖ້ວມຊາວບ້ານກໍໄດ້ບຸກເບີກເອງ ແລະ ຫາແນວພັນເຂົ້າມາປູກເອົາເອງ ເຖິງວ່າຣັຖມີການຊ່ອຍເຫລືອແຕ່ບໍ່ທົ່ວເຖີງແລະໄດ້ ຮັບເປັນສ່ວນໜ້ອຍ.

ດັ່ງຊາວບ້ານ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ທີ່ຖືກນໍ້າຖ້ວມເມື່ອປີ ຜ່ານມາກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 15 ກຸມພາ ນີ້ວ່າ:

ກາໄດ້ຢຽວຢາຢູ່ເນາະ ເປັນເພດເຄື່ອງໃຊ້ ອາຫານການກິນອຸປໂພກ ບໍຣິໂພກເນາະ ໃຫ້ພຽງພໍກັບຄວາມຕ້ອງການບໍ່ ກາບໍ່ພຽງພໍໄດ້ມາເລັກໆ ນ້ອຍໆ ແລ້ວກາຄອບຄົວທີ່ເຮືອນໄຫລ ເຮືອນຫຍັງກໍມາປຸກເຮືອນເປັນເຮືອນນ້ອຍໃຫ້ເນາະ ເພິ່ນຊິເອົາເບັ້ຽເອົາເງິນມາມອບໃຫ້ ເປັນເທົ່ານັ້ນລ້ານເທົ່ານີ້ລ້ານ ແທ້ເພິ່ນບໍ່ໃຫ້ປະເພດພັນເຂົ້າແທ້ ເພິ່ນກາບໍ່ໍ່ໃຫ້ດອກມີເອົານຳຜູ້ນີ້ເອົາ ນຳຜູ້ນັ້ນໄປຫັ້ນນ່າເນາະ.

ຊາວບ້ານໃນແຂວງສວັນນະເຂດ ທີ່ໄດ້ຮັບຜົລກະທົບຈາກພັຍນໍ້າຖ້ວມ ອີກທ່ານນຶ່ງກໍກ່າວວ່າພາຍຫລັງທີ່ເກີດນໍ້າຖ້ວມ ເມື່ອປີທີ່ຜ່ານມາກໍມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນເມືອງ ຂັ້ນແຂວງ ເຂົ້າມາຊ່ອຍເຫລືອຢູ່ເຊັ່ນ ເຂົ້າສານ ອາຫານແຫ້ງ ພໍເປັນນໍ້າຈິດນໍ້າໃຈບໍ່ໄດ້ພຽງພໍ.

ເມືອງກໍມາຢູ່ທາງແຂວງ ກໍມາຢູ່ເພິ່ນກາມາອັນນຶ່ງການໍ້າຈິດນໍ້າໃຈ ອັນສອງລະມາເບິ່ງໂຕຈິງວ່າ ມັນຖ້ວມແນວໃດມັນຫລາຍສໍ່າໃດ ແບບນັ້ນນ່າມີແຕ່ຢຽວຢາ ຊ່ອຍເປັນເຂົ້າເປັນນໍ້າດື່ມນີ້ ແລ້ວນໍ້າອານາມັຍຕຸກນ້ອຍຫັ້ນເຂົ້າມັນກາບໍ່ຫລາຍ ກາໜ້ອຍດຽວເພິ່ນຊ່ອຍໄດ້ແຕ່ໜ້ອຍດຽວ.

ຊາວບ້ານໃນແຂວງສາຣະວັນ ທ່ານນຶ່ງກໍກ່າວວ່າຖ້າຫາກເກີດພັຍພິບັດ ທັມມະຊາດເຊັ່ນນໍ້າຖ້ວມຄືປີຜ່ານມາ ເຈົ້າໜ້າທີ່ຈະມາຊ່ອຍເຫລືອ ເປັນເຂົ້າສານອາຫານແຫ້ງ ແຕ່ກວ່າຈະມາຊ່ອຍເຫລືອກໍມີຄວາມຊັກຊ້າ ຫລາຍຢູ່ສ່ວນຫລາຍຊາວບ້ານ ກໍຍັງຊ່ອຍເຫລືອກັນເອງກ່ອນ.

ມີແຕ່ລັກສະນະວ່າ ເພິ່ນກໍປະເມີນວ່າການເສັຽຫາຍ ມີຈັ່ງໃດກາມີແຕ່ວ່າເພິ່ນຈະຊ່ອຍເຫລືອ ເປັນວັດຖຸເປັນເຄື່ອງໃຊ້ຄົວເຮືອນອີ່ຫຍັງນີ້ນ່າ ການຢູ່ການກິນແບບແນວນັ້ນແຫລະ ກ່ອນຊິໄດ້ ລົງມາຊ່ອຍເຮົາບາງເທື່ອມັນກໍຊ້າອີ່ຫຍັງ ສ່ວນຫລາຍປະຊາຊົນ ມັນກໍໄດ້ຊ່ອຍກັນຢູ່ແລ້ວ.

ຢ່າງໃດກໍຕາມປີທີ່ຜ່ານມາ ສ່ວນໃຫຍ່ຊາວບ້ານຖືກ ພັຍພິບັດທັມມະຊາດ ຈາກນໍ້າຖ້ວມກັນຢ່າງໜັກໜ່ວງເຊັ່ນ ແຂວງໄຊຍະບູຣີ ແຂວງຊຽງຂວາງ ແຂວງວຽງຈັນ ແຂວງບໍ່ແກ້ວ ແຂວງ ສວັນນະເຂດ ແຂວງສາຣະວັນ ແຂວງອັດຕະປື ແຂວງຈຳປາສັກ ກໍເກີດນໍ້າໄຫລ ຫລາກເຂົ້າຖ້ວມເຮືອນ ພື້ນທີ່ໄຮ່ນາ ຊາວບ້ານຈຳນວນ ຫລາຍຫລັງຄາເຮືອນ ແລະໄດ້ຮັບຜົລກະທົບໃນແຕ່ລະແຂວງ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງໄຊຍະບູຣີ ທ່ານນຶ່ງທີ່ຂໍສງວນຊື່ ແລະ ຕຳແໜ່ງກ່າວໃນມື້ດຽວກັນນີ້ວ່າ ສຳລັບຊາວບ້ານໃນແຂວງໄຊຍະບູຣີ ທີ່ໄດ້ຮັບຜົລກະທົບຈາກພັຍພິບັດ ທັມມະຊາດສ່ວນໃຫຍ່ ກໍໄດ້ຮັບການຊ່ອຍເຫລືອ ໄປໝົດແລ້ວ ໂດຍໄດ້ຮັບການຊ່ອຍເຫລືອ ໃນດ້ານເຄື່ອງອຸປໂພກ ແລະ ເຄື່ອງບໍຣິໂພກ ບໍ່ໄດ້ໃຫ້ເປັນເງິນຊົດເຊີຍ.

ຜ່ານມາກໍຍັງມີຈຳນວນ 10 ປາຍບ້ານຍັງບໍ່ໄດ້ຮັບການຊ່ອຍເຫລືອ ແຕ່ວ່າເປັນເຂດບ້ານທີ່ບໍ່ໄດ້ຮັບຜົລກະທົບຮຸນແຮງ ຍ້ອນວ່າການເກັບຂໍ້ມູນຕົກຄ້າງ ແຕ່ຫລ້າສຸດຫວ່າງ 2 ເດືອນທີ່ຜ່ານມາ ອົງການອາຫານໂລກກໍໄດ້ນຳເຂົ້າສານ ແລະນໍ້າມັນພືດເຂົ້າໄປແຈກຢາຍ ໃຫ້ກັບເຂດບ້ານດັ່ງກ່າວແລ້ວ.

ດັ່ງທ່ານໄດ້ກ່າວວ່າ.

ເຣື່ອງຜົລກະທົບພັຍພິບັດ ໄຊຍະບູຣີຫວ່າງປີຜ່ານມາຖືວ່າ ໄດ້ຮັບການຊ່ອຍເຫລືອແລ້ວ ກໍແກ້ໄຂໄປຈຳນວນຫລາຍແລ້ວເນາະ ກໍຍັງມີຄອບຄົວຕົກຄ້າງ ເຂົາບໍ່ຣາຍງານຂໍ້ມູນທັນເວລາແລ້ວ ກາເລີຍເປັນຂໍ້ມູນຕົກຄ້າງ 10 ກວ່າບ້ານນີ້ແຫລະ ເປັນອົງການອາຫານໂລກມາຊ່ອຍເພີ່ມ.

ທ່ານກ່າວຕື່ມວ່າປັດຈຸບັນນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນ ແຂວງໄຊຍະບູຣີ ກໍໄດ້ມີການໄປຊ່ອຍເຫລືອຊາວບ້ານ ທີ່ໄດ້ຮັບຜົລກະທົບຈາກພັຍພິບັດ ທັມມະຊາດໃນດ້ານການປັບປຸງ ຊົນລະປະທານ ໄປຈຳນວນນຶ່ງສ່ວນທີ່ເຫລືອກໍຍັງຂາດງົບປະມານ.

ສ່ວນນຶ່ງເຂົາເຈົ້າກໍໄດ້ປະຊົດເຊີຍ ເຣື່ອງການປັບປຸງແປງຊົນລະປະທານ ແລະກາເປັນການບຸກເບີກດິນຖົມອັນນີ້ ມີສ່ວນນຶ່ງກາມີສ່ວນນຶ່ງ ກາບໍ່ທັນຫລາຍດອກ ກາຂາດງົບປະມານ.

ສ່ວນຢູ່ແຂວງສວັນນະເຂດເຊັ່ນເມືອງສອງຄອນ ເມືອງຈຳພອນ ເມືອງຊົນນະບູຣີ ເມືອງໄຊບູຣີ ກໍເປັນເຂດນຶ່ງທີ່ຖືກພັຍພິບັດທັມມະຊາດ ຈາກພັຍນໍ້າຖ້ວມເນື່ອງຈາກຕິດກັບແມ່ນໍ້າ ເຊປຽນ ແລະສ່ວນໃຫຍ່ກໍໄດ້ຮັບການຊ່ອຍເຫລືອ ໝົດແລ້ວເປັນເຂົ້າສານ ອາຫານແຫ້ງບໍ່ໄດ້ຊ່ອຍເຫລືອ ເປັນເງິນຊົດເຊີຍ. ຊຶ່ງການແຈກຢາຍອາຫານດັ່ງກ່າວນີ້ ກໍທົ່ວເຖິງຢູ່ແຕ່ອາດຈະບໍ່ໄດ້ພຽງພໍ ຕໍ່ຄວາມຕ້ອງການຂອງຜູ້ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດທັມມະຊາດ.

ເບື້ອງຕົ້ນໃນປີ 2022 ນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂັ້ນເມືອງ, ຂັ້ນແຂວງ ກໍມີແຜນຕຣຽມຮັບມື ຈາກພັຍພິບັດຈາກທັມມະຊາດໄວ້ຢູ່. ໂດຍສະເພາະພັຍນໍ້າຖ້ວມ ທີ່ເກີດຂຶ້ນນທຸກປີຕາມແຄມ ແມ່ນໍ້າເຊປຽນໂດຍຈະມີແຜນ ຕຣຽມພື້ນທີ່ສ້າງສູນພັກພິງ ໃຫ້ກ້ວາງຂວາງຂຶ້ນ ເພື່ອຮອງຮັບຜູ້ຖືກພັຍນໍ້າຖ້ວມ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງສອງຄອນ ໃນແຂວງສວັນນະເຂດ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:

ພວກເຮົາກໍຈະມີການ ປັບປຸງຄະນະກັມມະການ ລົງຕິດຕາມຕຣຽມຄວາມພ້ອມ ເພື່ອຕ້ານພັຍນໍ້າຖ້ວມນີ້ແຫລະ ການຮອງຮັບເຮົາໃນປີນີ້ເນາະ ກາມີແຜນຈັດສັນທີ່ດິນເດ້ໂດຍອີງຕາມ ທິດຊີ້ນຳເພິ່ນກໍໃຫ້ມີຂອບເຂດຈັດສັນ ບ່ອນພັກເຊົາເນາະ ຈຸດພັກເຊົາຊົ່ວຄາວເນາະ ເວລານໍ້າ ຖ້ວມຂຶ້ນໄປຢູ່ຫັ້ນເດ.

ອີງຕາມການຣາຍງານ ຂອງຣັຖມົນຕຣີກະຊວງການຕ່າງປະເທດ ໃນວັນທີ 2 ກຸມພາ 2022 ທີ່ຜ່ານມານີ້ວ່າ ປະເທດຢີ່ປຸ່ນຊ່ອຍເຫລືອ ໃນການສ້າງລະບົບເຕືອນພັຍນໍ້າຖ້ວມ ໃນ 6 ແຂວງພາກໃຕ້ຄື ແຂວງອັດຕະປື, ແຂວງເຊກອງ, ແຂວງຈຳປາສັກ, ແຂວງສາຣະວັນ, ແຂວງສວັນນະເຂດ ແລະ ແຂວງຄຳມ່ວນ ມູນຄ່າ 1 ຕື້ເຢັນ(ສະກຸນເງິນຢີ່ປຸ່ນ) ປະມານ 8.7 ລ້ານໂດລາຣ໌ສະຫະຣັຖ ຊຶ່ງການຊ່ອຍເຫລືອໃນຄັ້ງນີ້ເປັນການ ປະກອບສ່ວນອັນສຳຄັນ ເຂົ້າໃນການສນອງຂໍ້ມູນ ພະຍາກອນອາກາດ ທີ່ຈະແຈ້ງເຕືອນຈາກພັຍພິບັດທັມມະຊາດ.

ນອກຈາກນີ້ ປະເທດລາວກໍມີການລົງນາມ ບັນທຶກຄວາມເຂົ້າໃຈ ກັບຈີນກ່ຽວກັບການຮ່ວມມື ໃນການຈັດການພັຍພິບັດ ເມື່ອປີຜ່ານມາ ແລະປະເທດລາວ ກໍຈະເຂົ້າຮ່ວມໃນຄະນະກັມມະການ ຈັດການພັຍພິບັດ ອາຊ້ຽນນຳດ້ວຍ ເພື່ອຈະຫາທາງແກ້ໄຂ ແລະອຸປະສັກຈາກພັຍ ພິບັດທັມມະຊາດ ໃນປີ 2022 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.