ທາງການສັ່ງຫ້າມບຸກລຸກ ປ່າສງວນ ແຫ່ງຊາດ
2021.08.20
ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ໄດ້ອອກຄໍາສັ່ງ ໃນວັນທີ 18 ສິງຫາ 2021 ນີ້ ວ່າດ້ວຍການ ປົກປັກຮັກ ສາປ່າສງວນແຫ່ງຊາດ ພູພະນັງ ແລະ ພູເຂົາຄວາຍ ທີ່ຢູ່ໃນເຂດ ນະຄອນຫຼວງວຽງຈັນ ຫ້າມບໍ່ໃຫ້ເຈົ້າໜ້າທີ່ ຮວມທັງ ປະຊາຊົນ ທີ່ຢູ່ໃກ້ກັບປ່າສງວນ ນັ້ນບຸກລຸກ, ຕັດໄມ້ ແລະຂຸດຄົ້ນແຮ່ທາດ ແລະທັງຫ້າມບໍ່ໃຫ້ປະຊາຊົນ ເຂົ້າໄປລ້າສັດ ແລະ ຫາ ເຄື່ອງປ່າຂອງດົງ ໃນເຂດປ່າສງວນນັ້ນ ແຕ່ກໍອະນະຍາດໃຫ້ປະຊາຊົນ ເຂົ້າໄປເກັບພືດຜັກເຊັ່ນ ເຫັດ, ຜັກປ່າ, ໜໍ່ໄມ້, ພືດສມຸນໄພ ໄດ້ຕາມປົກກະຕິ ດັ່ງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ສິງຫາ ນີ້ວ່າ:
“ແມ່ນລະ ບໍ່ໃຫ້ບຸກລຸກແລ້ວໄດ໋ ມັນບໍ່ມີແລ້ວ ເພິ່ນກະບໍ່ໃຫ້ເຂົ້າໄປໄດ້ແລ້ວ ປ່າສງວນມີດ່ານມີຫຍັງ ເຂົາຕັ້ງໄວ້ໝົດແລ້ວເດ໋ ຄວບຄຸມ ໄວ້ໝົດແລ້ວເດ໋ ແບບບໍ່ໃຫ້ຄົນເຂົ້າບໍ່ໃຫ້ຄົນຖາງ ບໍ່ໃຫ້ຄົນເຮັດແຫຼະ ແຕ່ກ່ອນມັນກະມີຫັ້ນແຫຼະ ຜູ້ໃດຢາກໄດ້ເທົ່າໃດຢາກເຮັດເທົ່າໃດ ກະເອົາໄດ້ ດຽວນີ້ເພິ່ນແຈ້ງການແລ້ວ ບໍ່ໃຫ້ບຸກລຸກ ບໍ່ໃຫ້ເຮັດຫຍັງ ຕັດໄມ້ຕັດຕອກກະບໍ່ໃຫ້ຕັດ.”
ແລະວ່າ ຄໍາສັ່ງສະບັບນີ້ ຈະເປັນຜົລດີຕໍ່ການ ປົກປັກຮັກສາປ່າສງວນແຫ່ງຊາດພູພະນັງ ແລະພູເຂົາຄວາຍ ຍ້ອນປ່າໄມ້ບາງສ່ວນ ທີ່ຖືກທໍາລາຍໄປນັ້ນ ຈະໄດ້ຮັບການຟື້ນຟູ ໃຫ້ອຸດົມ ສົມບູນຂຶ້ນ ແລະຄໍາສັ່ງນີ້ ຈະບໍ່ສົ່ງຜົລກະທົບຫຼາຍ ຕໍ່ການທໍາມາຫາກິນຂອງ ປະຊາຊົນ ຍ້ອນຍັງອະນຸຍາດໃຫ້ເຂົ້າໄປ ຫາຢູ່ຫາກິນຄືທີ່ວ່ານັ້ນຢູ່.
ເພື່ອປ້ອງກັນປ່າສງວນແຫ່ງຊາດ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງປາກງື່ມ ທ່ານນຶ່ງກ່າວວ່າ ປັດຈຸບັນ ຢູ່ເຂດປ່າສງວນນີ້ ມີເຈົ້າໜ້າທີ່ ຈັດຕັ້ງເວນຍາມ ແລະ ລາດຕະເວນ ຢູ່ເລື້ອຍໆ ເນື່ອງຈາກວ່າ ເມື່ອກ່ອນໜ້ານີ້ ເຄີຍມີຊາວບ້ານກຸ່ມນຶ່ງ ລັກເຂົ້າໄປຕັດໄມ້:
“ເພິ່ນມີເຈົ້າໜ້າທີ່ ອະນຸຮັກຕລອດເດ໋ ກວດກາຢູ່ຕລອດ ກະມີຊຸມລັກລອບໄປລັກຕັດໄມ້ບໍ໋ ໄປລັກຫັ້ນກະມີ ອັນນຶ່ງມັນກະເປັນຜົລດີ ໃຫ້ແກ່ການບຸກລຸກປ່າໄມ້ ກະຖືວ່າປ່າໄມ້ ເຮົາມັນກະບໍ່ເສັຽຫາຍຫັ້ນແຫຼະ ເວົ້າເຣື່ອງທັມຊາດ ມັນກະບໍ່ສູນຫາຍຫັ້ນນະ.”
ກ່ຽວກັບແຈ້ງການດັ່ງກ່າວ ປະຊາຊົນນາງນຶ່ງ ທີ່ຢູ່ໃກ້ ແຕ່ບໍ່ໄດ້ເຂົ້າໄປຫາຢູ່ຫາກິນ ໃນເຂດປ່າສງວນແຫ່ງຊາດ ສອງແຫ່ງນີ້ມາຫຼາຍ ປີແລ້ວ, ມີແຕ່ໄດ້ຊື້ເຫັດ ຊື້ໜໍ່ໄມ້ນໍາຊາວບ້ານ ທີ່ ໄປຫາມາຈາກເຂດນັ້ນມາກິນ ເວົ້າວ່າເມື່ອກ່ອນ ນາງເຫັນເຈົ້າໜ້າທີ່ ມາບອກໃຫ້ ປະຊາຊົນ ບໍ່ໃຫ້ເຂົ້າໄປຕັດຕົ້ນໄມ້ ແລະ ຫາກິນຢູ່ໃນເຂດປ່າສງວນອີກ:
“ແມ່ນແຫຼະ ເພິ່ນບໍ່ໃຫ້ໄປຫາຢູ່ຫາກິນ ແບບວ່າເຂດສງວນຫັ້ນນ່າ ບໍ່ໃຫ້ຕັດໄມ້ສ່ວນຫຼາຍຄົນຂຶ້ນໄປ ຢາກໄປຕັດໄມ້ໃຫຍ່ຫັ້ນນ່າ ເພິ່ນ ລະບໍ່ໃຫ້ໄປ ເພິ່ນບໍ່ໃຫ້ເອົາລົງມາຂາຍ ດຽວນີ້ບໍ່ໄດ້ໄປ ເພາະວ່າຊື້ເອົາ ເກັບເຫັດກັບຫຍັງຫັ້ນນ່າ ຂະເຈົ້າເກັບລົງມາລະກະ ຊື້ເອົານໍາ ເພິ່ນ.”
ໃນຂນະດຽວກັນຊາວບ້ານອີກນາງນຶ່ງ ທີ່ຢູ່ໃກ້ເຂດປ່າສງວນ ຄືກັນນັ້ນກໍເວົ້າວ່າປັດຈຸບັນ ຍັງເຫັນຊາວບ້ານເຂົ້າໄປເກັບເຫັດຫາໜໍ່ໄມ້ ໃນເຂດປ່າສງວນ ຄືທີ່ເຄີຍເຮັດມາຢູ່, ສ່ວນວ່າພວກທີ່ເຄີຍ ໄດ້ເຂົ້າໄປລັກຕັດໄມ້ ແມ່ນບໍ່ເຫັນອີກແລ້ວ:
“ກະເຫັນຂະເຈົ້າໄປຫາໜໍ່ໄມ້ ກະທັມດາຂະເຈົ້າກະມີຕາດອີ່ຫຍັງຢູ່ຫັ້ນເດ໋ ໄປຫາເຮັດວຽກເຮັດຫຍັງຢູ່ຫັ້ນແຫຼະ ກະມັກຢູ່ມັກກິນນີ້ແຫຼະ ແຕ່ວ່າຕັດໄມ້ຕັດຫຍັງແທ້ ກະບໍ່ມີແລ້ວໄດ໋ ດຽວນີ້ ຂະເຈົ້າກະບໍ່ເຫັນໄປຕັດໄປຫຍັງແລ້ວໄດ໋.”
ແລະນັກວິຊາການ ທີ່ເຮັດວຽກກ່ຽວກັບ ການອະນຸຮັກພັນໄມ້ ໃນເຂດປ່າສງວນແຫ່ງຊາດ ພູພະນັງ ແລະພູເຂົາຄວາຍ ກໍເວົ້າວ່າກ່ອນ ໜ້າຈະມີຄໍາສັ່ງນີ້ອອກມາ ຕົນກໍໄດ້ຂໍຄວາມ ຮ່ວມມືນໍາຊາວບ້ານ ບໍ່ໃຫ້ເຂົ້າໄປເກັບເຫັດ ຫາໜໍ່ໄມ້ ໃນບາງເຂດ ທີ່ຕົນຮັບຜິດຊອບ ເພື່ອໃຫ້ພື້ນທີ່ປ່າ ບ່ອນທີ່ຊຸດໂຊມ ກັບມາຟື້ນຟູໄດ້:
“ຄັນວ່າຊາວບ້ານ ສິໄປເກັບເຫັດເກັບໜໍ່ ໄດ້ບອກຂະເຈົ້າວ່າຂໍໃຫ້ເວັ້ນພື້ນທີ່ ເຮົາກ່ອນເດີ ໃຫ້ໄປເບື້ອງຊ້າຍກະໄດ້ ເບື້ອງຂວາມື ຕະເວັນອອກກະໄດ້ ຄວນປົກປັກຮັກສາ ເພື່ອພັທນາຟື້ນຟູປ່າ ເຮົາຮູ້ຢູ່ແຫຼະວ່າ ມັນເປັນບ່ອນທີ່ວ່າ ຫາຢູ່ຫາກິນ ຂອງພໍ່ແມ່ ປະຊາຊົນ.”
ພ້ອມກັນນັ້ນ ໃນຄໍາສັ່ງຂອງເຈົ້າຄອງ ນະຄອນຫຼວງວຽງຈັນ ຍັງຫ້າມບໍ່ໃຫ້ບຸກລຸກຈັບຈອງທີ່ດິນ ລັກຊື້ລັກຂາຍໄມ້ ແລະເຄື່ອນຍ້າຍໄມ້ ໃນເຂດປ່າສງວນແຫ່ງຊາດ 2 ແຫ່ງນັ້ນ, ຫາກຜູ້ໃດຝ່າຝືນຈະຖືກສຶກສາອົບຮົມ ປັບໃໝ ແລະດໍາເນີນຄະດີ ຕາມຣະບຽບກົດໝາຍ.
ປ່າສງວນແຫ່ງຊາດພູພະນັງ ມີເນື້ອທີ່ 70 ພັນເຮັກຕາ, ກວມເອົາພື້ນທີ່ 2 ແຂວງຄື; ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ແລະປ່າສງວນແຫ່ງຊາດພູເຂົາຄວາຍ ມີເນື້ອທີ່ປະມານ 2 ແສນ ເຮັກຕາ, ກວມເອົາພື້ນທີ່ 4 ແຂວງ ຄື; ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍຣິຄໍາໄຊ ແລະ ແຂວງໄຊສົມບູນ. ປັດຈຸບັນ ທົ່ວປະເທດລາວ ມີປ່າສງວນ ແຫ່ງຊາດ 24 ແຫ່ງ ຮວມເນື້ອທີ່ ທັງໝົດ 3,768,550 ເຮັກຕາ.