ໂຮງງານແຍກຂີ້ເຫຍື້ອຢຸດ ຈູດເຜົາ

ໄມຊູລີ
2016.11.29
F-toxic ຊິ້ນສ່ວນເສດເຫຼືອ ຂອງຄອມພິວເຕີ້ ທີ່ໂຮງງານຈີນ ນໍາມາລະລາຍ ແຍກເອົາແຮ່ທາດ ທີ່ມີຣາຄາ
RFA/ST

ໂຮງງານແຍກຂີ້ເຫຍື້ອ ອິເຫຼັກໂທຣນິກ ຢູ່ບ້ານ ໂນນຂີ້ເຫລັກ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ໄດ້ຢຸດ ຈູດເຜົາ ຂີ້ເຫຍື່ອແລ້ວ ແຕ່ທ້າຍເດືອນ ຕຸລາ ຜ່ານມາ ຍ້ອນບໍ່ມີ ຂີ້ເຫຍື້ອ ເຂົ້າມາໂຮງງານ ສ່ວນເຣື້ອງທີ່ ໂຮງງານ ສ້າງ ຄວັນ ແລະ ກິ່ນຂິວ ຈົນສົ່ງຜົນ ກະທົບ ຕໍ່ ປະຊາຊົນ ທີ່ຢູ່ ອ້ອມແອ້ມນັ້ນ ກໍຈະບໍ່ມີ ຄ່າຊົດເຊີຍ ໃດໆ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ທ້ອງຖິ່ນ ທ່ານນື່ງ:

“ເພີ່ນຢຸດດົນແລ້ວໃດ ຮອດເດືອນແລ້ວ ຊິແມ່ນເພີ່ນ ບໍ່ມີເຄື່ອງ ຜລິຕ ຕາມວ່າຫັ້ນນະ ເຄື່ອງ ບໍ່ເຂົ້າເດ ກໍຢຸດເຊົາ ເລີຍ ຖືວ່າ ຢຸດໝົດ ບໍ່ມີ ພະນັກງານ ເລີຍ ມີແຕ່ວ່າ ຢຸດເຊົາ ເພີ່ນກໍບໍ່ໃຫ້ ຊົດເຊີຍຫຍັງ ຄັນນັ້ນມັນ ກໍຈະໄປ ພູ້ນແຫຼະ ຫລັກ 21 ພູ້ນ”.

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ ພາຍຫລັງ ໂຮງງານນີ້ ໄດ້ຢຸດເຜົາ ຂີ້ເຫຍື້ອ ກໍເຮັດໃຫ້ ຊາວບ້ານ ໄກ້ຄຽງດີໃຈ ເພາະ ບໍ່ຕ້ອງສ່ຽງ ຕໍ່ ອັນຕະຣາຍ ຈາກຄວັນ ແລະ ກິ່ນເຜົາ ຂີ້ເຫຍື້ອ ຈາກໂຮງງານອີກ ຊຶ່ງ ໃນວັນຂ້າງໜ້າ ຖ້າໂຮງງານ ແຫ່ງນີ້ ກັບມາເຮັດ ການແຍກ ຂີ້ເຫຍື້ອອີກ ເຈົ້າຂອງ ໂຮງງານ ສັນຍາວ່າ ຈະນໍາເອົາ ຂີ້ເຫຍື້ອ ໄປຈູດເຜົາ ຢູ່ໂຮງງານ ອີກແຫ່ງນຶ່ງ ຢູ່ເຂດຫລັກ 21 ຊື່ງ ເປັນບ່ອນ ທີ່ຫ່າງ ຈາກຊຸມຊົນ, ແຕ່ ກໍຍັງ ບໍ່ສາມາດ ຮັບປະກັນ ໄດ້ວ່າ ຈະບໍ່ສົ່ງ ຜົນກະທົບ ອີກ.

ທີ່ຜ່ານມາ ມີປະຊາຊົນ ຫຼາຍຄອບຄົວ ໃນບ້ານ ໂນນຂິ້ເຫລັກ ຕ້ອງທົນທຸກ ກັບບັນຫາ ຄວັນ ແລະ ກິ່ນຂິວ ຈາກ ໂຮງງານ ດັ່ງກ່າວ ເປັນເວລາ ເກືອບ 3 ປີ ເພາະ ຂີ້ເຫຍື້ອ ທີ່ນໍາໄປ ເຜົານັ້ນ ມີທັງ computer, ມີທັງຖົງ plastic, ແລະ ຊີ້ນສ່ວນ ເຄື່ອງໄຟຟ້າ.

ເມື່ອເດືອນກໍຣະກະດາ ຜ່າມາ ຊາວບ້ານໄດ້ ຮ້ອງຮຽນ ໄປຍັງ ເຈົ້າໜ້າທີ່ ທ້ອງຖິ່ນ ເພື່ອແກ້ບັນຫາ ດັ່ງກ່າວ ຈົນຮອດ ເດືອນ ສິງຫາ ຜ່ານມາ ທາງ ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ ວຽງຈັນ ຈຶ່ງສົ່ງ ເຈົ້າໜ້າທີ່ ລົງ ພື້ນທີ່ ເພື່ອເຕືອນ ເຈົ້າຂອງ ໂຮງງານ ດັ່ງກ່າວ ແຕ່ ຫລັງຈາກນັ້ນ ຍັງ ມີການຈູດ ເຜົາ ຂີ້ເຫຍື້ອ ມາຕລອດ ຈົນຮອດ ທ້າຍເດືອນ ເດືອນ ຕຸລາ ຈຶ່ງຢຸດ ກິຈການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.