ຮຽກຮ້ອງ ຊົດເຊີຍຊາວບ້ານ ໄດ້ຮັບຜົນກະທົບ ໂຄງການເຂດໂລຈິສຕິກ

ພູວົງສ໌
2024.07.19
ຮຽກຮ້ອງ ຊົດເຊີຍຊາວບ້ານ ໄດ້ຮັບຜົນກະທົບ ໂຄງການເຂດໂລຈິສຕິກ ໂຕຢ່າງແຜນທີ່ຕອນດິນ ຈຳນວນ 51 ເຮັກຕ້າຣ໌ປາຍ ທີ່ກວມເອົາດິນ ແລະ ເຮືອນ ຂອງຊາວບ້ານ ຈຳນວນ 50 ປາຍຄອບຄົວ ໃນເຂດບ້ານຊຽງດາ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (2021).
Google Map

ໃນລະຫວ່າງ ກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ທີ່ໄດ້ຈັດຂຶ້ນໃນວັນທີ 8 ຫາ 12 ເດືອນ 7 ທີ່ຜ່ານມານີ້, ບັນດາສະມາຊິກສະພາແຫ່ງຊາດລາວ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ຮ່ວມກັບ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຮັບຟັງການລາຍງານ ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນພັທນາເສດຖກິດ-ສັງຄົມ ຂອງອົງການປົກຄອງ ນະຄອນຫຼວງວຽງຈັນ ໃນຫຼາຍດ້ານ, ແຕ່ມີດ້ານໜຶ່ງ ທີ່ສັງຄົມໃຫ້ຄວາມສົນໃຈນັ້ນ, ກໍແມ່ນການຊົດເຊີຍປະຊາຊົນ ຜູ້ໄດ້ຮັບຜົນກະທົບ ຈາກໂຄງການລົງທຶນ ຂອງລັດ ຫຼາຍໂຄງການ.

ເວົ້າສະເພາະແລ້ວ ແມ່ນກໍລະນີ ການຊົດເຊີຍຊາວບ້ານ ປະມານ 50 ປາຍຄອບຄົວ ໃນເຂດບ້ານຊຽງດາ (ເຂດຂຸມຫິນ), ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ເຮືອນພວກເຂົາເຈົ້າ ໄດ້ຮັບຜົນກະທົບ ຈາກໂຄງການເຂດໂລຈິສຕິກ ທ່າບົກ ທ່ານາແລ້ງ ຂອງບໍລິສັດ ສິດທິໂລຈິສຕິກ ລາວ ຈຳກັດ ໃນຂອບເຂດເນື້ອທີ່ ຈຳນວນ 51 ເຮັກຕ້າຣ໌ປາຍ.

ທ່ານ ບຸນປີງ ປັນຍາຈິດ, ຫົວໜ້າຄະນະສະມາຊິກ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະຈຳເຂດເລືອກຕັ້ງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຖານະໂຕແທນປະຊາຊົນ ໃນເຂດເລືອກຕັ້ງເມືອງໄຊເສດຖາ ທ່ານໄດ້ໃຫ້ສັມພາດ ແກ່ສຳນັກຂ່າວ ໂທລະພາບ ນະຄອນຫຼວງວຽງຈັນ ຫຼື Vte9 Channel ໃນວັນທີ 11 ເດືອນ 7 ທີ່ຜ່ານມາວ່າ:

“ສະເພາະເມືອງໄຊເສດຖາ ບັນຫາທີ່ພົ້ນເດັ່ນ ແກ່ຍາວເປັນເວລາດົນນານ ແມ່ນການຈັດຕັ້ງປະຕິບັດ ໂຄງການລົງທຶນ ຂອງລັດ ທີ່ພັທນາໄປແລ້ວ, ແຕ່ຍັງບໍ່ທັນໄດ້ມີການຊົດເຊີຍຄ່າເສັຽຫາຍ ໃຫ້ແກ່ປະຊາຊົນ, ເຊິ່ງປະຊາຊົນ ຈຳນວນໜຶ່ງ ຍັງລໍຖ້າ ການຮັບເງິນຊົດເຊີຍ. ປັດຈຸບັນ, ທາງໂຄງການ ຍັງຕິດໜີ້ປະຊາຊົນ ຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ ໂຄງການກໍ່ສ້າງ ທາງລົດໄຟລາວ-ໄທ ໄລຍະ 2, ໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ.”

ທ່ານ ບຸນປີງ ຍັງໄດ້ສະເໜີໃຫ້ ບັນດາການລົງທຶນ ຂອງລັດ ເອົາໃຈໃສ່ແກ້ໄຂ ທົດແທນຄ່າເສັຽຫາຍ ໃຫ້ແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຂອງໂຄງການ.

ກ່ຽວກັບເລື້ອງການຊົດເຊີຍຊາວບ້ານ ທີ່ມີເຮືອນໄດ້ຮັບຜົນກະທົບ ໃນຂອບເຂດດິນ 51 ເຮັກຕ້າຣ໌ປາຍ ຈາກໂຄງການເຂດໂລຈິສຕິກ ທ່າບົກ ທ່ານາແລ້ງ ໃນເຂດບ້ານຊຽງດາ ນີ້, ຊາວບ້ານທ່ານໜຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ພາຍຫຼັງກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ໃນວັນທີ 14 ເດືອນ 7 ວ່າ ນັບຕັ້ງແຕ່ມີແຈ້ງການ ອອກມາວ່າ ດິນຊາວບ້ານ ຖືກໂຄງການ, ຊາວບ້ານຫຼາຍຄອບຄົວ ກໍບໍ່ສາມາດປຸກສ້າງຫຍັງໄດ້ ໃນຂອບເຂດດິນເຮືອນໂຕເອງ ແລະ ເຮັດໄດ້ແຕ່ລໍຖ້າຄ່າຊົດເຊີຍ.

ທ່ານວ່າ: “ເພິ່ນແຈ້ງໃຫ້ຍຸຕິ ການຊື້-ຂາຍ, ໂອນກັມມະສິດດິນ, ຫ້າມປຸກສ້າງ, ຈົກດິນ ຫ້າມແຕະຕ້ອງດິນແຖວນີ້, ວ່າຊັ້ນສາ. ບໍ່ໃຫ້ຕໍ່ເຕີມ ໃຜສ້າງແລ້ວກະໃຫ້ຢຸດ ບໍ່ໃຫ້ຕໍ່ເຕີມຫຍັງຕ່າງໆອີກ, ວ່າຊັ້ນສາ. ແລ້ວດິນເຂດນີ້, ມັນກໍມີການເອີ້ນວ່າ ມີການຈັດສັນຂາຍເນາະ ເພາະວ່າເຮົາຊື້ຜ່ອນ ຫຼືມີຫຍັງເດ້. ເຂົາກະວ່າໃຫ້ຢຸດຈ່າຍຢຸດຫຍັງທັງໝົດ. ລະປັດຈຸບັນນີ້, ຜູ້ຂາຍກະບໍ່ເຫັນແລ້ວ ຕາມຫາກະບໍ່ເຫັນແລ້ວ ເພາະວ່າໄດ້ປຸກສ້າງໄປແລ້ວ ຊິແກ້ໄຂໄດ້ຈັ່ງໃດ? ຜົນກະທົບກະຄື ຜູ້ມາຢູ່ເນາະ ເພາະວ່າໂຄງການ ກະວ່າຖືກໂຄງການ, ຜູ້ຂາຍ ກະວ່າໂຕເອງ ໄປເຮັດໃບຕາດິນໃຫ້ຜູ້ຊື້ບໍ່ໄດ້, ຊີ້ນ່າ.”

ທ່ານກ່າວຕື່ມວ່າ ໃນຂອບເຂດດິນ 51 ເຮັກຕ້າຣ໌ປາຍນີ້ ມີດິນຊາວບ້ານ ໄດ້ຮັບຜົນກະທົບ ຈຳນວນ 50 ປາຍຄອບຄົວ ທີ່ເຄີຍໄດ້ແຈ້ງຄະນະສະເພາະກິດ ແກ້ໄຂບັນຫາດັ່ງກ່າວ ແລະ ເຄີຍໄດ້ຮ້ອງຂໍຄວາມເປັນທັມ ໄປຍັງສະພາແຫ່ງຊາດລາວ ໃນປີ 2021, ແຕ່ຈົນມາເຖິງປັດຈຸບັນ ກໍບໍ່ມີການແກ້ໄຂໃດໆ ພ້ອມທັງຖືກບອກວ່າ ໃຫ້ລໍຖ້າໄປຕື່ມ ແລະ ໃຫ້ຊາວບ້ານ ພາກັນຢູ່ຕໍ່ໄປ ລໍຖ້າໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ, ຄິດໄລ່ ແລະ ຕົກລົງຫົວໜ່ວຍຊົດເຊີຍໄດ້ແລ້ວ ໂຄງການຈ່າຍເງິນຊົດເຊີຍມື້ໃດ ຈຶ່ງພາກັນຍ້າຍອອກ.

ຊາວບ້ານອີກທ່ານໜຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

“ໃນຂອບເຂດດິນ 51 ເຮັກຕ້າຣ໌ປາຍນີ້ ເພິ່ນໄດ້ແຈ້ງໃຫ້ພວກເຮົາ ຢຸດການຊື້-ຂາຍ ແລະ ປຸກສ້າງ ຕັ້ງແຕ່ປີ 2019 ຫຼືກ່ອນໂຄວິດ-19 ລະບາດແລ້ວ. ຖ້າຫາກຜູ້ໃດປຸກສ້າງ, ທາງໂຄງການ ກໍຈະເອົາທີມງານລົງໄປຫາ ເພື່ອໄປສອບຖາມວ່າ ຮັບຮູ້ລະບໍ ກ່ຽວກັບແຈ້ງການໃຫ້ຢຸດເຊົາ? ຖ້າຍັງບໍ່ຮັບຮູ້ ກໍຈະເອົາແຈ້ງການໃຫ້ເບິ່ງ. ກໍລະນີທີ່ຍັງບໍ່ຮັບຮູ້, ເຂົາເຈົ້າກໍເຊີນເອົາໂຕຂຶ້ນໄປໄກ່ເກັ່ຽເນາະ ກ່ຽວກັບວ່າ ດິນນີ້ຫ້າມປຸກສ້າງ ອີ່ຫຍັງຕ່າງໆ. ຖ້າກໍລະຮັບຮູ້, ແລ້ວຝ່າຝືນ ພາກສ່ວນທີ່ກ່ຽວຂ້ອງ ກໍຈຳເປັນຕ້ອງປະຕິບັດ ຕາມລະບຽບກົດໝາຍ.”

ສ່ວນຊາວບ້ານອີກຜູ້ໜຶ່ງ ກໍບອກກັບຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 15 ເດືອນ 7 ນີ້ວ່າ ຊາວບ້ານເຄີຍສະເໜີ ເຈດຈຳນົງ ຢາກໃຫ້ມີການຊົດເຊີຍດິນ ຢ່າງໜ້ອຍເຄິ່ງໜຶ່ງ ຂອງເນື້ອທີ່ດິນ ທີ່ເຂົາເຈົ້າປຸກເຮືອນໃສ່, ແຕ່ທາງໂຄງການ ກໍປະຕິເສດ ທີ່ຈະຊົດເຊີຍດິນ, ແຕ່ຈະຊົດເຊີຍຄ່າປຸກສ້າງເທົ່ານັ້ນ ແຕ່ກໍມີທ່າທີວ່າ ຄົງຈະໄດ້ໜ້ອຍ.

ທ່ານວ່າ: “ຕັ້ງແຕ່ປີ 2021 ພຸ້ນ, ພວກເຮົາໄດ້ສະເໜີວ່າ ໂຕຢ່າງເນາະ ດິນພວກເຮົາ ເພິ່ນສາມາດຊອກຫາດິນບ່ອນອື່ນ ທົດແທນພວກເຮົາເຄິ່ງໜຶ່ງໄດ້ບໍ່ ຂອງເນື້ອທີ່ດິນເຮົາເຄິ່ງໜຶ່ງໄດ້ບໍ່? ສອງມາລະແມ່ນການກໍ່ສ້າງເນາະ, ກະໃຫ້ເຮົາ ໃນອັດຕາທີ່ວ່າ ຕະຫຼາດຂາຍ, ໂຕຢ່າງແບບນີ້ໄດ້ບໍ່? ຖ້າເຂົາເຈົ້າຊິເອົາເງິນຄິດໄລ່ 5-6 ປີຫຼັງ ໃນລາຄາ 5-6 ປີຫຼັງ ມັນກະຄົງຊິປຸກບໍ່ໄດ້ເລີຍ. ເງິນມັນເຟີ້ເດ້, ລະທຸກຢ່າງມັນນຳເຂົ້າໝົດເດ້. ຍົກໂຕຢ່າງ ຕອນເຮົາປຸກເຮືອນປີນັ້ນ ກ່ອນປີ 2019 ຊີມັງ 450,000 ກີບ ຫາ 480,000 ກີບຕໍ່ໂຕນ. ລະບາດນີ້ ປັດຈຸບັນ, 1 ລ້ານປາຍລະເດ້, 1 ລ້ານ 4 ຫາ 1 ລ້ານ 5, ຂຶ້ນ 3 ເທົ່າ, ອັນນີ້ຍັງບໍ່ໄລ່ຄ່າແຮງງານໄດ໋. ບາດນີ້, ເພິ່ນມີອັດຕາການຄິດໄລ່ ໃຫ້ປະຊາຊົນ ອັນນັ້ນມັນ 5-6 ປີຫຼັງ ກະຍັງບໍ່ມີການປ່ຽນແປງ, ກະໜ້າຈະມີການ update ໃຫ້ເໝາະສົມ ກັບລາຄາຕະຫຼາດ, ວ່າຊັ້ນສາ ເພື່ອຊິມີເງິນ ໄປປຸກເຮືອນໄດ່. ຢ່າງໜ້ອຍເຮືອນເຮົາ 300 ແມັຕກາເຣ້ ລະໃຫ້ເງິນເຮົາ ໄປປຸກໄດ້ 200 ແມັຕກາເຣ້, ກະຍັງໃຄ, ຫັ້ນນ່າ. ອັນນີ້ມັຍໄດ້ເລີຍ ຄັນຊິຄິດໄລ່ ຕາມອັດຕາຄິດໄລ່ເກົ່າ.”

ສ່ວນຄວາມຄືບໜ້າຫຼ້າສຸດ ກ່ຽວກັບການຊົດເຊີຍນີ້, ກໍຍັງບໍ່ມີຂໍ້ມູນໃໝ່ໃດໆອອກມາ ຢ່າງເປັນກິດຈະລັກສະນະເທື່ອ, ແຕ່ທ່ານ ບຸນທາມ ພຸດທະວົງສາ, ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ໃຫ້ສັມພາດ ແກ່ສຳນັກຂ່າວ ວຽງຈັນໃໝ່ ໃນວັນທີ 8 ເດືອນ 7 ທີ່ຜ່ານມາວ່າ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຈະສືບຕໍ່ເອົາໃຈໃສ່ຕິດຕາມ ເພື່ອໃຫ້ມີການຊົດເຊີຍຊາວບ້ານ ທີ່ໄດ້ຮັບຜົນກະທົບນັ້ນ.

LSB240719PV1: “ພວກເຮົາຈະໄດ້ສືບຕໍ່ຊຸກຍູ້, ຕິດຕາມ ໃຫ້ອົງການປົກຄອງ ນະຄອນຫຼວງວຽງຈັນ ເນາະ ກໍຄືພາກສ່ວນທີ່ກ່ຽວຂ້ອງນີ້ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດ ຢ່າງເປັນຮູບປະທັມ ຕໍ່ກັບການແກ້ໄຂ ການຊົດເຊີຍຜົນກະທົບ ທີ່ໄດ້ຮັບຈາກໂຄງການຕ່າງໆ ຂອງລັດຖະບານ, ຜົນກະທົບ ຈາກການຈັດຕັ້ງປະຕິບັດ ໂຄງການທ່າບົກ ທ່ານາແລ້ງ 51 ເຮັກຕ້າຣ໌, ການຊົດເຊີຍຜົນກະທົບ ຈາກການພັທນາ ໂລຈິສຕິກທ່ານາແລ້ງ. ຮອດມື້ນີ້, ສະພາກໍໄດ້ຕິດຕາມ ລະກະພະຍາຍາມຊຸກຍູ້ ໃຫ້ອົງການປົກຄອງແກ້ໄຂ ແຕ່ວ່າ ບັນຫາຂອງມັນ ກະຍັງຢູ່ບ່ອນວ່າ ຂອດປະສານງານ ລະຫວ່າງ ຜູ້ພັທນາໂຄງການ ກັບພາກລັດເຮົາ ກະຍັງບໍ່ທັນຈອດກັນ. ຍັງແມ່ນຄວາມຮັບຜິດຊອບ ທີ່ຈະຕ້ອງໄດ້ສືບຕໍ່, ເຊິ່ງສະພາເຮົາຈະໄດ້ເອົາໃຈໃສ່.”

ເຖິງຢ່າງໃດກໍດີ, ພວກຊາວບ້ານ ຢັ້ງຢືນຄືກັນວ່າ ກ່ອນໜ້ານີ້ ແມ່ນໄດ້ຮັບແຈ້ງໃນເບື້ອງຕົ້ນ ຢ່າງບໍ່ເປັນທາງການ ຈາກພາກສ່ວນທີ່ກ່ຽວຂ້ອງວ່າ ເລື້ອງຊົດເຊີຍ ຄ່າດິນໃຫ້ຊາວບ້ານ ທາງໂຄງການ ປະຕິເສດເລີຍວ່າ ຈະບໍ່ມີການຊົດເຊີຍໃດໆ ເພາະດິນ 51 ເຮັກຕ້າຣ໌ປາຍນີ້ ເປັນດິນລັດຖະບານ ຍ້ອນເປັນເຂດປ່າສະຫງວນ ໃຫ້ປະຊາຊົນ ນຳໃຊ້ເທົ່ານັ້ນ ຫຼືເວົ້າອີກຢ່າງໜຶ່ງວ່າ ຄ່າຊົດເຊີຍດິນ ແມ່ນບໍ່ໃຫ້ເລີຍ.

ກໍລະນີຫາກມີຜູ້ໃດ ໄດ້ທຳການຊື້-ຂາຍດິນ ຫຼືໂອນກັມມະສິດດິນ ໃນໄລຍະ 5 ຫາ 10 ປີຫຼັງມານີ້ ຫຼືກ່ອນໃບແຈ້ງການອອກມາ ແມ່ນໃຫ້ໄປນຳເອົາເງິນ ນຳເຈົ້າຂອງດິນເກົ່າຄືນ. ສ່ວນກໍລະນີເປັນດິນມູນ ທີ່ວ່າມີການຈັບຈອງເອົາ ສະໄໝແຕ່ກີ້, ເຂົາເຈົ້າກໍຈະສືບສາວວ່າ ທີ່ມາຂອງດິນ ໄດ້ມາແບບໃດ ກໍຈະມີການຄິດໄລ່ໃຫ້ຕາມຫຼັງ.

ສ່ວນການປຸກສ້າງນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ເພິ່ນຢືນຢັນວ່າ ຈະໃຫ້ເງິນຊົດເຊີຍ ແກ່ທຸກຄອບຄົວ, ແຕ່ມັນຈະມີ ອັດຕາການຄິດໄລ່ມາໃຫ້, ເຊິ່ງອັດຕາການຄິດໄລ່ນັ້ນ ມັນພັດບໍ່ເໝາະສົມ ກັບຄ່າເຄື່ອງ ແລະ ວັດສະດຸກໍ່ສ້າງ ໃນປັດຈຸບັນແລ້ວ, ອີງຕາມຊາວບ້ານວ່າ.

ກ່ອນໜ້ານີ້, ມີບາງຄອບຄົວ ໄດ້ໄປເຊັນຕົກລົງ ຮັບເອົາຄ່າຊົດເຊີຍ ກັບພາກສ່ວນທີ່ກ່ຽວຂ້ອງແລ້ວ, ແຕ່ຜ່ານໄປ 2-3 ປີມານີ້, ກໍຍັງບໍ່ໄດ້ເງິນຊົດເຊີຍໂຕນັ້ນ, ເຊິ່ງໃນຄວາມເປັນຈິງ ເຂົາເຈົ້າກໍບໍ່ສາມາດ ເອົາເງິນຊົດເຊີຍ ຈຳນວນທີ່ເຄີຍຕົກລົງກັນນັ້ນ ໄປປຸກເຮືອນຫຼັງໃໝ່ໄດ້ແລ້ວ, ອີງຕາມຊາວບ້ານທ່ານໜຶ່ງ ທີ່ຮູ້ຈັກ ກ່ຽວກັບເລື້ອງ ການເຊັນຮັບຄ່າຊົດເຊີຍ.

ທັງໝົດນັ້ນ, ກໍແມ່ນທີ່ມາທີ່ໄປ ສຽງສະທ້ອນ ຂອງຊາວບ້ານ ໃນເຂດບ້ານຊຽງດາ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ທາງຊາວບ້ານ ກໍຍັງຄອງຄອຍການຊົຍເຊີຍ ທີ່ສົມເຫດສົມຜົນ ຕໍ່ເນື້ອທີ່ດິນ ແລະ ເຮືອນ ຂອງພວກເຂົາເຈົ້າ ຈຳນວນ 51 ເຮັກຕ້າຣ໌ປາຍ ເພື່ອຈະໄດ້ຫຼີກທາງ ໃຫ້ກັບໂຄງການ ຢ່າງບໍ່ມີຄວາມຂຸ່ນຂ້ອງ ໝອງໃຈຕໍ່ກັນ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.