ຖນົນນະຄອນຫລວງຕ້ອງການ ສ້ອມແປງ


2013.09.27
F-Vientiane ຖນົນໃນນະຄອນຫລວງວຽງຈັນ ໃນຊ່ວງທີ່ຝົນຕົກໜັກ
Citizen Journalist

 

ຊາວເມືອງຈັນທະບູຣີ ທ່ານນື່ງເວົ້າວ່າ ໃນຊ່ວງຣະດູຝົນ ມີຖນົນຫລາຍສາຍ ໃນເຂດນະຄອນຫລວງວຽງຈັນ ເປ່ເພຢ່າງຫນັກ ຂາດການ ສ້ອມແປງສ້າງຄວາມ ເດືອດຮ້ອນ ໃນການສັນຈອນ ໄປມາ. ບັນຫາດັ່ງກ່າວ ມີການວິພາກວິຈາກ ຢ່າງຫນັກ ໃນເຄືອຂ່າຍ ອິນເຕີແນັດ ວິທຍຸເອເຊັຽເສຣີກໍໄດ້ສອບຖາມປະຊາຊົນ ໃນຫລາຍເຂດກໍພົບບັນຫາ ດັ່ງກ່າວ:

"ສີ່ແຍກສີບຸນເຮືອງ ນັ້ນກໍເປັນຂຸມເປັນບໍ່ ແລ້ວກໍຕໍ່ຫນ້າທາງເຂົ້າໂຮງຮຽນອະນຸບານອາຣາ ກໍເປັນຂຸມເປັນບໍ່ ບ່ອນນີ້ມັນເຊື່ອມຕໍ່ຣະຫວ່າງ ທາງໄປສີດຳດວນ ທາງທ່ົງສ້າງນາງ ທາງໂພນ ສະອາດພີ້ແນ່ ເພາະວ່າທາງສີ່ແຍກມັນຢູ່ບ້ານເຮົາທາງເສັ້ນນີ້ແມ່ນ ປະຊາຊົນເກັບເງີນ ກັນເຮັດ ເສັ້ນນີ້ທາງໃຫຍ່ເຕີບເດ ສ່ວນຫນ້າໂຮງຮຽນ ອະນຸບານອາຣາມັນ ເປັນທາງອ້ອມ ແຕ່ວ່າ ທາງບ້ານເຮົາກໍມີສ່ວນຮ່ວມໃນການ ປົວແປງ ມັນໄປຊອດໃສ່ ໂຮງຮຽນສີໄສບ້ານໂພນສະອາດ".

ທ່ານເວົ້າຕໍ່ໄປວ່າ ຖນົນຫລາຍສາຍ ໃນເຂດເມືອງຈັນທະບູຣີ ນັບຕັ້ງແຕ່ສ້າງ ມາກໍບໍ່ເຄີຍສ້ອມແປງ ຕາມປົກະຕິກໍພໍໄປມາໄດ້ແຕ່ໃນຊ່ວງ ຣະດູຝົນລໍາບາກ ຫລາຍ ຍ້ອນເປັນຂຸມເປັນບໍ່ ແລະເປັນຕົມ ຢາກໃຫ້ເຈົ້າຫນ້າທີ່ ໂຍທາທິການມາ ສ້ອມແປງ ໃນຂນະດຽວກັນຊາວບ້ານ ທີ່ເມືອງຫາດຊາຍຟອງ ທ່ານນື່ງກໍເວົ້າ ແບບດຽວກັນວ່າ:

"ຕົວນື່ງແມ່ນເສັ້ນໄປຫາດຊາຍຂາວ ສົມຫວັງຫາດຊາຍຂາວ ຕົວເສັ້ນທາງລົງ ຕລາດໄປຫາດອນດູ່ຫັ້ນກໍເປ່ເພຫລາຍຢູ່ຍາກທ່ຽວຍາກແດ່ ເປັນຍາມນີ້ຊ່ວງຝົນກໍເປັນບໍ່ເປັນຂຸມເປັນ ອັນນັ້ນແຫລະ".

ເຄືອຂ່າຍສັງຄົມຍັງມີການວິພາກວິຈານກັນເຖິງຖນົນເປ່ເພ ອີກຫລາຍສາຍ ໃນເຂດນະຄອນຫລວງວຽງຈັນ ທີ່ຕ້ອງການຢາກໃຫ້ ຣັຖບານ ສ້ອມແປງເສັ້ນ ທາງບ້ານເກົ້າລຽ້ວຫາບ້ານ ເພັຽລາດເມືອງສັງທອງ ເສັ້ນທາງຕລາດຫົວຂົວ ຫາບ້ານນາຄວາຍ ບ້ານຊຽງດາ ວິທຍາລັຍ ດົງຄຳສ້າງ ເສັ້ນທາງບ້ານບໍ່ໂອ ຫາດດອກແກ້ວແລະຖນົນທ່າເດື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.