ຣັດວິສາຫະກິດ ນ້ຳປະປາ ນະຄອນຫຼວງ ໄດ້ເພີ້ມປາຣິມານ ການຜລິດນ້ຳປະປາ ກວ່າ 20 ພັນແມັດກ້ອນ ເພື່ອແກ້ໄຂ ບັນຫາ ການ ຂາດແຄນນ້ຳ ຍ້ອນວ່າທີ່ຜ່ານມາ ນ້ຳບໍ່ພຽງພໍ ກັບຄວາມຕ້ອງການ ຂອງປະຊາຊົນ ໂດຍສະເພາະ ໃນຣະດູແລ້ງ ສົ່ງຜົລໃຫ້ ນ້ຳປະປາ ໃນບາງເຂດ ຫລ້າຊ້າ ແລະ ມາບໍ່ທັນ. ດັ່ງເຈົ້າຫນ້າທີ່ ນ້ຳປະປາ ທ່ານນຶ່ງເວົ້າວ່າ:
"ດຽວນີ້ເຮົາເພີ້ມ ກຳລັງການຜລິດ ເພີ້ມຂື້ນ ມັນກໍບໍ່ອັນນັ້ນ ປານໃດ ຫຼາຍປີຜ່ານມາ ແມ່ນກຳລັງ ການຜລິດ ເຮົາບໍ່ພໍ ດຽວນີ້ເຮົາກຳລັງ ຂຍາຍ ໂຮງງານເພີ້ມ ເພາະວ່າສິສ້າງໂຕ ປີນີ້ຈະ ແລ້ວອີກ ໃນຢີ້ສີບວັນ".
ທ່ານວ່າ ປັດຈຸບັນ ຢູ່ນະຄອນຫຼວງວຽງຈັນ ມີໂຮງງານ ຜລິດນ້ຳປະປາ ທັງຫມົດ 4 ແຫ່ງແລະ ກໍມີກຳລັງຜລິດ ນ້ຳປະປາ ໃນແຕ່ລະມື້ ປະມານ 2 ແສນ 8 ຫມື່ນ ແມັດກ້ອນ ແລະ ຄາດວ່າ ໃນປີຫນ້າ ຈະສາມາດຜລິດ ນ້ຳປະປາ ເພີ້ມຂື້ນເປັນ 3 ແສນແມັດກ້ອນ ຕໍ່ວັນ.
ທ່ານກ່າວຕື່ມວ່າ ຢູ່ນະຄອນຫຼວງ ວຽງຈັນ ປະຊາຊົນ ສາມາດ ເຂົ້າເຖີງ ນ້ຳປະປາ ເຖີງ 80 ສ່ວນຮ້ອຍ ພາຍໃນປີ 2020 ຄາດວ່າ ຈະສາມາດ ເຂົ້າເຖີງ 95 ສ່ວນຮ້ອຍ ແລະວ່າ ຖ້າຣະບົບ ນ້ຳປະປາ ສາມາດຂຍາຍໄປ ໃນທຸກບ້ານ ໃນເຂດ ນະຄອນຫຼວງວຽງຈັນ ກໍຈະຊ່ອຍ ຫລຸດຜ່ອນ ບັນຫາ ການຂາດແຄນນ້ຳ ຂອງ ປະຊາຊົນ ໃນຣະດູແລ້ງ ໄດ້.
ສຳລັບຣາຄານ້ຳປະປາ ນັ້ນ ທ່ານເວົ້າວ່າ ໃນປັດຈຸບັນ ທາງນ້ຳປະປາ ນະຄອນຫຼວງ ຍັງບໍ່ມີແຜນ ຈະຂຶ້ນຣາຄາ ນ້ຳປະປາ ນັ້ນເທື່ອ ຫລັງຈາກຂຶ້ນມາ ຫຼາຍຄັ້ງແລ້ວ ໃນຣະຍະ ສອງສາມປີ ຜ່ານມາ:
"ຕົວນີ້ເຮົາຍັງບໍ່ທັນ ໄດ້ເຮັດໃບສເນີ ຂຶ້ນໄປເທື່ອ ປີນີ້ ຍັງຄືເກົ່າຢູ່ ແຕ່ໃນຊ່ວງ ສອງສາມ ປີທີ່ຜ່ານມາ ເຮົາກໍໄດ້ ຂຶ້ນແລ້ວ".
ນ້ຳປະປາ ໃນເຂດນະຄອນຫຼວງວຽງຈັນ ມີບັນຫາຕຣອດ ໂດຍສະເພາະ ໃນຍາມ ຣະດູແລ້ງ ຈະມີການ ຂາດນ້ຳ ເປັນປະຈຳ ນ້ຳບໍ່ມີ ຕາມເວລາ ແລະ ບາງຄັ້ງ ກໍບໍ່ມາ ຫຼາຍມື້ ໃນບາງເຂດ.
