ໃຫ້ບໍຣິສັດ ວຽດນາມ ສຳຣວດ ໂຄງການ ພະລັງງານລົມ
2022.10.04

ບໍຣິສັດ ເອກຊົນວຽດນາມ ຈະສ້າງໂຄງການ ໄຟຟ້າພະລັງງານລົມ ຂນາດ 990 ເມກາວັດ ໃນເນື້ອທີ່ 13,133 ເຮັກຕ້າຣ໌ ຢູ່ເມືອງພີນ ແຂວງສວັນນະເຂດ. ໄຟຟ້າທີ່ ຜລິຕໄດ້ ຈະສົ່ງໄປຂາຍໃຫ້ວຽດນາມ. ໄດ້ມີບົດບັນທຶກຄວາມເຂົ້າໃຈກັນ ເພື່ອສຶກສາຄວາມເປັນໄປໄດ້ ໃນການພັທນາໂຄງການ ໄຟຟ້າພະລັງງານລົມ ລະຫວ່າງ ຣັຖບານລາວ ແລະ ບໍຣິສັດ ວິນາຄອມລົງທຶນ ແລະການຄ້າຈໍາກັດຜູ້ດຽວ ແລະບໍຣິສັດ SD ລົງທຶນກໍ່ສ້າງ ຮ່ວມຫຸ້ນ ຕລາດຫລັກຊັພວຽດນາມ ຊຶ່ງໄດ້ລົງນາມກັນ ທີ່ນະຄອນຫລວງວຽງຈັນ ໃນມື້ ວັນທີ 28 ກັນຍາ ທີ່ຜ່ານມາ.
ທ່ານ ເຈິນ ດີ ຫຍຸງ ຮອງຜູ້ອໍານວຍການ ບໍຣິສັດວິນາຄອມລົງທຶນ ແລະການຄ້າຈໍາກັດ ຜູ້ດຽວ ກ່າວຕໍ່ສື່ມວນຊົນທາງການລາວ ໃນມື້ວັນທີ 30 ກັນຍາທີ່ຜ່ານມາວ່າ:
“ຊຶ່ງວ່າໂຄງການ ຂອງພວກເຮົານີ້ແມ່ນ ເຮັດກ່ຽວກັບ ໄຟຟ້າພະລັງງານລົມເນາະ ແລ້ວກໍາລັງຜະລິຕນີ້ແມ່ນ 990 ເມກາວັດ ເດືອນ 10 ປີ 2025 ໃຫ້ມັນສໍາເລັດ ໃຫ້ມັນໄດ້ສົ່ງໄຟໄປວຽດນາມ ເນາະ. ໂຄງການດັ່ງກ່າວນີ້ ຈະສ້າງວຽກເຮັດ ແລະງານທໍາ ໃຫ້ປະຊາຊົນ.”
ທ່ານກ່າວຕື່ມວ່າ ໂຄງການໄຟຟ້າ ພະລັງງານລົມແຫ່ງນີ້ ຈະເຣີ່ມກໍ່ສ້າງ ປະມານເດືອນມິຖຸນາ 2023 ແລະຄາດວ່າ ຈະສ້າງສຳເຣັດ ໃນເດືອນຕຸລາ 2025, ມູນຄ່າການກໍ່ສ້າງ ປະມານ 2 ຕື້ໂດລ້າຣ໌ສະຫະຣັຖ. ພະລັງງານໄຟຟ້າ ທັງໝົດຈະສົ່ງຂາຍໃຫ້ວຽດນາມ.
ອີງຕາມສັນຍາຊື້-ຂາຍໄຟຟ້າ ລະຫວ່າງຣັຖບານລາວ ແລະວຽດນາມ, ພາຍໃນປີ 2025, ວຽດນາມ ຈະຮັບຊື້ໄຟຟ້າຈາກລາວ 3,000 ເມກາວັດ ແລະຮອດປີ 2030 ຈະຮັບຊື້ເພີ່ມຂຶ້ນເປັນ 5,000 ເມກາວັດ.
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວ ຈຳນວນນຶ່ງຢູ່ເມືອງພີນ ເວົ້າວ່າ ຖ້າຫາກໂຄງການດັ່ງກ່າວ ບໍ່ສ້າງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຮຸນແຮງ ກໍເຫັນດີນຳ, ແຕ່ຖ້າຫາກພື້ນທີ່ ທຳການກະເສຕ ຂອງຊາວບ້ານ ໄດ້ຮັບຜົລກະທົບ ກໍຄວນຈະຊົດເຊີຍ ໃຫ້ຢ່າງເໝາະສົມ ເພື່ອບໍ່ໃຫ້ເກີດການຂັດແຍ່ງ ໃນຕໍ່ໜ້າ.
ດັ່ງປະຊາຊົນ ຢູ່ເມືອງພີນຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສີຣີ ໃນມື້ວັນທີ 4 ຕຸລານີ້ວ່າ:
“ກະບໍ່ມີບັນຫາຫຍັງດອກ ເພາະວ່າກະ ເຫັນດີຫັ້ນນ່າ ເຮົາໄດ້ໃຊ້ພະລັງງານໂຕນີ້ມັນກະ ຣັຖບານກະສົ່ງເສີມຢູ່ແລ້ວ ແລ້ວກະສໍາຄັນແຕ່ວ່າ ຈຸດສະຖານທີ່ ທີ່ເຮົາຈະເຮັດຫັ້ນ ມັນກະໄດ້ເຄັຽພື້ນທີ່ຫັ້ນນ່າ.”
ຊາວບ້ານ ຢູ່ເມືອງດຽວກັນນີ້ ກໍເວົ້າວ່າ ບໍ່ວ່າຈະເປັນໂຄງການ ລົງທຶນຂນາດນ້ອຍ, ຂນາດກາງ ຫລື ຂນາດໃຫຍ່ ເຈົ້າຂອງໂຄງການນັ້ນໆ ກໍຄວນຈະໂອ້ລົມກັບຊາວບ້ານ, ຖາມຄວາມຄິດ ຄວາມເຫັນນຳ ເພື່ອໃຫ້ຊາວບ້ານຮູ້ ແລະເຂົ້າໃຈ ກ່ຽວກັບໂຄງການນັ້ນ ເພື່ອບໍ່ໃຫ້ເກີດຂໍ້ຂັດແຍ່ງ ໃນໄລຍະຍາວ.
“ມັນກະອີງຕາມໄດ໋ ມາກະຕ້ອງຖາມຊາວບ້ານ ຕ້ອງເຂົ້າກັບເມືອງເດ໋ ມັນກະເວົ້າບໍ່ໄດ້ ຕ້ອງໄດ້ແບບນັ້ນຫັ້ນນ່າ ເຫັນແຕ່ລະເທື່ອ.”
ກ່ຽວກັບໂຄງການ ທີ່ວ່ານີ້ ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ ເຖິງໂຄງການນີ້ ຈະໄດ້ຮັບອະນຸຍາດ ຈາກຣັຖບານລາວ ໃນເນື້ອທີ່ ເຖິງ 13,133 ເຮັກຕ້າຣ໌, ແຕ່ຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ຈະເກີດຂຶ້ນບໍ່ຮຸນແຮງປານໃດ ເມື່ອທຽບໃສ່ໂຄງການ ເຂື່ອນໄຟຟ້າ. ໂຄງການນີ້ຈະບໍ່ເຮັດໃຫ້ ປະຊາຊົນ ຢູ່ເມືອງພີນນີ້ ໄດ້ຮັບຜົລກະທົບໜັກ, ບໍ່ຖືກໃຫ້ໂຍກຍ້າຍ ອອກຈາກພື້ນທີ່, ແຕ່ສິ່ງທີ່ເປັນກັງວົນ ສຳລັບໂຄງການ ໄຟຟ້າພະລັງງານລົມນີ້ ແມ່ນການຕັ້ງເສົາກັງຫັນລົມ, ການກໍ່ສ້າງ ຫ້ອງການ ແລະສຳນັກງານຕ່າງໆ, ປ່າໄມ້ຢູ່ຕາມແລວພູ ຈະຖືກທຳລາຍໄປ ຈຳນວນນຶ່ງ.
ດັ່ງທີ່ທ່ານ ກ່າວຕໍ່ວິທຍຸ ເອເຊັຽເສີຣີ ໃນມື້ວັນທີ 4 ຕຸລານີ້ວ່າ:
“ເອີ ຄັນໂຄງການພະລັງງານນໍ້າລະມັນ ຈະໄດ້ຜົນກະທົບຫລາຍເນາະ, ແຕ່ວ່າໂຕນີ້ນິ້ ພະລັງງານລົມມັນກະຜົນກະທົບກະມີ ແຕ່ວ່າມັນກໍຈະບໍ່ຫລາຍຫັ້ນນ່າ ເນື້ອທີ່ກະແມ່ນຢູ່ ແຕ່ວ່າປະຊາຊົນສາມາດ ນໍາໃຊ້ໄດ້ ບ່ອນຕັ້ງເສົາມັນແທ້ໆ ກະປະມານ 0.5 ເຮັກຕ້າຣ໌ເນາະ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ ຫ້ອງການຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ເມືອງພີນ ກ່າວວ່າ ປັດຈຸບັນ ສະພາບພື້ນທີ່ເປົ່າຫວ່າງ ແລະເນື້ອທີ່ປ່າໄມ້ພາຍໃນ ເມືອງພີນ ແລະເມືອງເຊໂປນ ທີ່ຢູ່ຕິດກັບຊາຍແດນວຽດນາມ ສ່ວນໃຫຍ່ ຈະຖືກສັມປະທານ ໄປເກືອບໝົດແລ້ວ. ບໍຣິສັດທີ່ເຂົ້າມາສຶກສາ, ສໍາຣວດໂຄງການ ໄຟຟ້າ ພະລັງງານລົມ ກໍແມ່ນບໍຣິສັດວຽດນາມ ແລະຈີນ ຕາມນະໂຍບາຍ ຂອງຣັຖບານ ລາວ.
“ດິນຄືສິ ບໍ່ມີແຫລະ ມັນເຕັມ ວຽດນາມເຂົ້າມາຫລາຍ ທາງແຖວຊາຍແດນເຂົາ ກະສຶກສາຫລາຍໂຄງການແລ້ວໄດ໋ ດິນ ຢາກໝົດແຫລະ ເປັນທໍ່ໃດແສນຂະເຈົ້າເອົາໄປ.”
ເມື່ອກ່ອນໜ້ານີ້ ຄືວັນທີ 9 ກັນຍາຜ່ານມາ ທີ່ກະຊວງແຜນການ ແລະການລົງທຶນ ກໍໄດ້ມີການລົງນາມ ໃນບົດບັນທຶກຄວາມເຂົ້າໃຈກັນ ເພື່ອສຶກສາ-ສໍາຣວດ ຄວາມເປັນ ໄປໄດ້ ໃນການພັທນາໂຄງການ ໄຟຟ້າພະລັງງານລົມ ຂນາດ 1,200 ເມກາວັດ ໃນເນື້ອທີ່ 28,513 ເຮັກຕ້າຣ໌ ຢູ່ເຂດຈຸດສຸມ ລາໂກ ເມືອງເຊໂປນ ລະຫວ່າງຣັຖ ບານລາວ ແລະບໍຣິສັດ ສວັນ ວາຍຸພະລັງງານ ສະອາດ ຈໍາກັດ ຮ່ວມກັບບໍຣິສັດ LMT Lao ຈໍາກັດ ດ້ວຍມູນຄ່າການລົງທຶນ 2,159 ລ້ານໂດລ້າຣ໌ສະຫະຣັຖ, ໄຟຟ້າທີ່ຜລິຕ ໄດ້ທັງໝົດ ຈະສົ່ງໄປຂາຍ ໃຫ້ວຽດນາມ.
ໂຄງການໄຟຟ້າພະລັງງານລົມ ແລະພະລັງງານ ແສງຕາເວັນ ມີຄວາມສໍາຄັນ ສຳລັບປະເທດລາວ ເພື່ອຫລຸດຜ່ອນ ການສ້າງເຂື່ອນໄຟຟ້າ ແລະໂຮງງານ ໄຟຟ້າຖ່ານຫິນ ໃນການຄຸ້ມຄອງອາຍແກສ ເຮືອນແກ້ວ.