ຜົລກະທົບຈາກເຂື່ອນ ເຊລະນອງ 1

ຈໍາປາທອງ
2019.05.10
f-selanong ຊາວບ້ານໃນເຂດ ເຊລະນອງ ເມືອງພີນ ແຂວງສະຫວັນນະເຂດ
ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນ 2 ບ້ານ ຄືບ້ານລະເບົານໍ້າ ແລະ ບ້ານລອຍນໍ້າ ປະມານ 100 ຄອບຄົວ ຢູ່ເມືອງນອງ ແຂວງສະຫວັນນະເຂດ ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນເຊລະນອງ 1 ແລະ ຕ້ອງໄດ້ໂຍກຍ້າຍ ອອກຈາກບ້ານເດີມ ໄປຢູ່ບ້ານຈັດສັນ ໃຫ້ແລ້ວໝົດນັ້ນ ມີກັງວົນນໍາເຣຶ່ອງ ຊີວິດການເປັນຢູ່ຂອງພວກຕົນ ເປັນຕົ້ນການທີ່ຈະບໍ່ມີເຂົ້າກິນ ຍ້ອນເຈົ້າຂອງເຂື່ອນ ບໍຣິສັດພັທນາ ພລັງງານສາກົນ ເຢັກ (YEIG) ຂອງຈີນ ຖືຫຸ້ນເປັນສ່ວນໃຫຍ່ ບໍ່ສາມາດບຸກເບີກເນື້ອທີ່ດິນ ກະສິກັມ ໃຫ້ຊາວບ້ານເຮັດນາ, ເຮັດໄຮ່, ເຮັດສວນ ທີ່ພວກເຂົາເຈົ້າເຄີຍເຮັດມາ ພໍໄດ້ ກຸ້ມຢູ່ກຸ້ມກິນນັ້ນ ໄດ້ທັນກັບຣະດູການ ຜລິດໃນປີນີ້.

ແລະການປຸກເຮືອນໃຫ້ ຢູ່ບ້ານຈັດສັນ ກໍບໍ່ແລ້ວທັນ ຕາມກໍານົດເວລາໃນເດືອນພຶສພາ 2019 ນີ້ ແລະບໍ່ຮູ້ວ່າເມື່ອໃດເຮືອນຢູ່ບ້ານຈັດສັນ ຈະປຸກແລ້ວ ດັ່ງຊາວບ້ານລະເບົານໍ້າ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ພຶສພານີ້ວ່າ:

"ເຣຶ່ອງເຮືອນເຣຶ່ອງຊານ ຍັງຫລາຍຫລັງບໍ່ເຮັດ ຍັງຫຼາຍຫລັງບໍ່ແລ້ວຢູ່ ບໍ່ມີຊ່າງເຮັດ ມັນມີແຕ່ຄອຍກິນນໍາໂຄງການ ນໍາພັກນໍາຣັຖ ຖາງດິນ ກະສິກັມ ກໍບໍ່ເບີດບໍ່ເຮັດໃຫ້ຈັກສ່ວນ ປີນີ້ບໍ່ໄດ້ເຮັດ ຄູ່ເຮືອນເລີຍ ໄທເຮົາກໍຍັງບໍ່ຈັກອັນນີ້ ເວົ້າເຣຶ່ອງການຢູ່ການກິນ ເຂົາກໍຍັງບໍ່ບອກ ຍັງບໍ່ຮູ້ເທື່ອອັນນີ້."

ເດືອນພຶສພາ ເປັນເດືອນທີ່ເຈົ້າຂອງໂຄງການເຂື່ອນ ກໍານົດໃຫ້ປະຊາຊົນ 2 ບ້ານທີ່ວ່ານັ້ນ ໂຍກຍ້າຍອອກຈາກບ້ານເດີມ ໄປຢູ່ບ້ານຈັດສັນ ໃຫ້ແລ້ວໝົດ ຍ້ອນເຂື່ອນຈະຕັນນໍ້າເຕັມອັດຕຣາ ແຕ່ປະຊາຊົນບໍ່ຢາກຍ້າຍ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໃນມື້ວັນທີ 7 ມິນາ ທີ່ຜ່ານມານີ້:

"ເຊລະນອງ1 ນີ້, ຜົລກະທົບ 2 ບ້ານນີ້ ຕອນສໍາຣວດຂໍ້ມູນເບື້ອງຕົ້ນ ມີບ້ານລອຍນໍ້າກັບບ້ານລະເບົານໍ້າ ພວກເຮົາມີແຕ່ຕ້ອງຍ້າຍຂະເຈົ້າ ໄປບ້ານຈັດສັນ ຕ້ອງຫາທີ່ໃຫ້ກໍເວົ້າກັນຢູ່ ເພາະ ວ່າດຽວນີ້ ຕາມແຜນຂອງບໍຣິສັດແລ້ວ ຂ້າພະເຈົ້າຮັບຮູ້ນີ້ ວັນທີ 31 ເດືອນ 5 2019 ນີ້ແມ່ນຈະຕັນ ນໍ້າເຕັມ 100 ຕາມແຜນຂອງບໍຣິສັດສເນີ."

ທ່ານກ່າວຕື່ມວ່າ 2 ບ້ານ ທີ່ໄດ້ຮັບຜົລກະທົບນັ້ນ ຄືບ້ານລະເບົານໍ້າ ມີ 56 ຄອບຄົວ ແລະບ້ານລອຍນໍ້າ 45 ຄອບຄົວ. ຕາມແຜນການເກົ່າ ຊາວບ້ານຈະຕ້ອງໄດ້ ໂຍກຍ້າຍໄປຢູ່ບ້ານຈັດສັນ ໃນ ທ້າຍປີກາຍ, ແຕ່ຊາວບ້ານຂໍເລື່ອນເວລາມາເລື້ອຍໆ ຊຶ່ງສາເຫດນຶ່ງກໍຍ້ອນທາງບໍຣິສັດ ຍັງປຸກເຮືອນໃຫ້ບໍ່ທັນແລ້ວ ແລະອີກສາເຫດນຶ່ງ ບ້ານຈັດສັນໃຫ້ນັ້ນ ກໍຕັ້ງຢູ່ເມືອງອື່ນ ຢູ່ບ້ານເຊລະນອງ, ເມືອງພີນ. ດັ່ງນັ້ນຊາວບ້ານຈຶ່ງບໍ່ ຢາກຍ້າຍ.

ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນທີ່ຖືກໃຫ້ໂຍກຍ້າຍ ກໍເວົ້າວ່າ ຊາວບ້ານຈໍານວນນຶ່ງກໍເຫັນດີນໍາການໂຍກຍ້າຍໄປຢູ່ບ້ານຈັດສັນ, ແຕ່ກໍມີ ຈໍານວນນຶ່ງບໍ່ຢາກ ຍ້າຍໄປຢູ່ທີ່ນັ້ນ:

"ໂຕນີ້ເຮົາມັນກໍເວົ້າລວມ, ມັນກໍຈໍານວນນຶ່ງນັ້ນກໍສິເຫັນດີໄປກັບໂຄງການ ຈໍານວນນຶ່ງຫັ້ນນະ ແຕ່ວ່າຈໍານວນນຶ່ງເຂົາກໍມີພີ່ນ້ອງ ຈິດໃຈເຂົາ ກໍຢາກຍ້າຍຢູ່ນໍາພີ່ນ້ອງຫັ້ນນະ ກໍມີຈໍານວນນຶ່ງຫັ້ນນະ."

ໃນຂນະດຽວກັນ ເຈົ້າໜ້າທີ່ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ກໍກ່າວເພີ້ມວ່າ ເຖິງແມ່ນຊາວບ້ານປະມານເຄິ່ງນຶ່ງບໍ່ຢາກຍ້າຍ ໄປຢູ່ບ້ານຈັດສັນ ແຕ່ກໍຕ້ອງໄດ້ຍ້າຍແບບບໍ່ມີທາງເລືອກ ຍ້ອນວ່າ ເມື່ອເຂື່ອນຕັນນໍ້າ 100% ຄືເຕັມອັດຕຣາໃນເດືອນພຶສພາ ນີ້ແລ້ວ ນໍ້າກໍຈະຖ້ວມບ້ານເກົ່າຂອງພວກເຂົາເຈົ້າໝົດ.

ເຖິງຢ່າງໃດກໍຕາມ ກໍຍັງເຫັນວ່າ ຊາວບ້ານຢູ່ 2 ບ້ານນີ້ ຈໍານວນນຶ່ງໄດ້ເລີ້ມໂຍກຍ້າຍໄປຢູ່ບ້ານຈັດສັນ ມາຕັ້ງແຕ່ຕົ້ນເດືອນມິນາທີ່ຜ່ານມາ ແລ້ວນັ້ນ. ແຕ່ຍັງມີອີກຈໍານວນນຶ່ງ ທີ່ຍັງບໍ່ທັນໄດ້ ໂຍກຍ້າຍ ຍ້ອນເຮືອນຢູ່ບ້ານຈັດສັນຍັງປຸກບໍ່ທັນແລ້ວ.

ເມື່ອເວົ້າເຣຶ່ອງຄ່າຊົດເຊີຍຄວາມເສັຽຫາຍທັງໝົດຂອງຊາວບ້ານ ທີ່ເກີດຈາກການສ້າງເຂື່ອນໄຟຟ້າ 4 ບໍຣິສັດ ຮວມທັງບໍຣິສັດຣັຖວິສາຫະກິດ ໄຟຟ້າລາວ ເປັນເຈົ້າຂອງນັ້ນ ຊາວບ້ານກໍຍັງບໍ່ຮູ້ວ່າ ຈະໄດ້ຫລາຍໜ້ອຍຊໍ່າໃດ, ຈະໄດ້ພໍສົມມາສົມຄວນ, ຈະໄດ້ຮັບແບບຍຸຕິທັມ ຫລືບໍ່. ມີແຕ່ວ່າ ທີ່ຜ່ານມາ ທາງເຈົ້າຂອງໂຄງການເຂື່ອນ ໄດ້ໃຫ້ເງິນຊາວບ້ານຈໍານວນ 150,000 ກີບຕໍ່ຄົນ ແລະ ບອກໃຫ້ຮູ້ພຽງແຕ່ວ່າ ເປັນຄ່າ ເສັຽໂອກາດ. ແຕ່ວ່າຈະໃຫ້ເທື່ອດຽວ ຫລືວ່າເປັນງວດ ຫລືເປັນເດືອນ ຫລືວ່າແນວໃດນັ້ນກໍບໍ່ເວົ້າໃຫ້ຊາວບ້ານຮູ້, ຕາມຄໍາເວົ້າຂອງຊາວບ້ານ ລະເບົານໍ້າ ຕໍ່ວິທຍຸ ເອເຊັຍເສຣີໃນ ມື້ວັນທີ 1 ພຶສພານີ້:

"ເຂົາກໍຊົດເຊີຍແບບນີ້ນະ ຊົດເຊີຍແບບຄ່າເສັຍໂອກາດ ຜູ້ນຶ່ງຕໍ່ແສນຫ້າຕໍ່ຄົນ ແຕ່ວ່າອັນນີ້ມັນຈ່າຍເປັນງວດ ຫລືວ່າເປັນແນວໃດເຮົາກໍຍັງ ບໍ່ຮູ້ ມີແຕ່ວ່າຄ່າເສັຍໂອກາດ ເດີນີ້ເດີ ຄັນເຂົາແຈ້ງວ່າ ເປັນເດືອນຫລືເປັນຄັ້ງ ເປັນອັນນີ້ແລ້ວເພິ່ນບໍ່ແຈ້ງ ໃຫ້ແສນຫ້າຕໍ່ຄົນກໍແລ້ວ ບໍ່ແຈ້ງ ສາເຫດອີກວ່າ ດຽວນີ້ມັນເປັນແນວນີ້ເດີເຣຶ່ອງເງິນ."

ທ່ານກ່າວຕື່ມອີກວ່າ ຫາກທາງໂຄງການເຂື່ອນໄຟຟ້າ ຈ່າຍເງິນຈໍານວນດັ່ງກ່າວ ໃຫ້ຊາວເທື່ອດຽວນັ້ນ ກໍຖືວ່າບໍ່ກຸ້ມຄ່າກັບຄວາມເສັຍຫາຍ ແລະຊາວບ້ານກໍເປັນ ຜູ້ເສັຍຜົລປໂຍດຫຼາຍ ແລະທັງວ່າ ເງິນຈໍານວນ 150,000 ກີບ ທີ່ທາງໂຄງ ການໃຫ້ຊາວບ້ານນັ້ນ ກໍໃຫ້ພາຍຫຼັງ ທີ່ທາງໂຄງການ ບໍ່ສາມາດບຸກເບີກເນື້ອທີ່ດິນກະສິກັມ ໃຫ້ຊາວບ້ານໄດ້ກ່ອນຣະດູຝົນນີ້.

ແຕ່ເຖິງຢ່າງໃດກໍຕາມ ກ່ຽວກັບເຣຶ່ອງດັ່ງກ່າວ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຫ້ອງການພລັງງານແລະບໍ່ແຮ່ ເມືອງນອງ ເພື່ອຂໍຮູ້ຣາຍ ລະອຽດກ່ຽວກັບເຣຶ່ອງ ເງິນທີ່ທາງໂຄງການເຂື່ອນ ໃຫ້ ຊາວບ້ານ ວ່າເງິນ 150,000 ກີບ ນັ້ນເປັນເງິນຄ່າຫຍັງກັນແທ້ ແລະຈະໃຫ້ຕື່ມອີກ ຫລືບໍ່ນັ້ນ, ໄດ້ຮັບຄໍາຢືນຢັນ ຈາກເຈົ້າໜ້າທີ່ວ່າ ເງິນຈໍານວນນຶ່ງແສນຫ້າໝື່ນກີບ ທີ່ທາງໂຄງການຊົດເຊີຍ ຊາວບ້ານນັ້ນ ເປັນເງິນທີ່ໃຫ້ ເທື່ອດຽວ ບໍ່ແມ່ນໃຫ້ເປັນເດືອນ. ສ່ວນວ່າເງິນຊົດເຊີຍຊາວບ້ານ ທີ່ຖືກຜົລກະທົບຈາກໂຄງການນັ້ນ ຍັງບໍ່ມີກໍານົດວ່າຈະຈ່າຍໃຫ້ເມື່ອໃດ ແຕ່ກໍຄາດວ່າຈະຈ່າຍໃຫ້ ໃນເມື່ອຊາວບ້ານໂຍກຍ້າຍໄປຢູ່ບ້ານຈັດສັນແລ້ວ.

ເພື່ອຂໍຮູ້ກ່ຽວກັບວ່າ ໂຄງການເຂື່ອນເຊລະນອງ 1 ຢູ່ເມືອງນອງ ມີຜົລກະທົບແນວໃດຕໍ່ສິ່ງແວດລ້ອມ ແລະປະຊາຊົນ ແລະກ່ຽວກັບວ່າ ມາເຖິງປັດຈຸບັນ ການສ້າງເຂື່ອນຄືບໜ້າໄປຮອດໃສແລ້ວ ແລະການຊົດເຊີຍໃຫ້ຊາວບ້ານ 2 ບ້ານທີ່ໄດ້ຮັບຄວາມເສັຽຫາຍຈາກຜົລກະທົບ ຂອງການສ້າງ ເຂື່ອນນັ້ນເດ ເປັນຄືແນວໃດ, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ກອງປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ແລະສະຖາບັນຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແລະກົມທຸຣະກິດພລັງງານ ກະຊວງພລັງງານ ແລະບໍ່ແຮ່ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 6 ພຶສພານີ້, ໄດ້ຮັບຄໍາຕອບຈາກເຈົ້າໜ້າທີ່ ກະຊວງພລັງງານ ແລະບໍ່ແຮ່ວ່າ ໃຫ້ເຮັດໜັງສືຖາມເປັນທາງການມາ, ຈະຕອບເປັນທາງການໃຫ້.

ແຕ່ເຖິງຢ່າງໃດກໍຕາມ ໂຄງການເຂື່ອນເຊລະນອງ 1 ທີ່ສ້າງໄປໄດ້ 80%  ແລະຈະເລີ້ມທົດລອງປ່ອຍນໍ້າ ໃນທ້າຍເດືອນພຶສພານີ້ ນອກຈາກໄດ້ສ້າງ ຜົລກະທົບໂດຍກົງ ຕໍ່ປະຊາຊົນລາວປະມານ 100 ຄອບຄົວຄືທີ່ວ່າມານັ້ນແລ້ວ ກໍຍັງທໍາລາຍປ່າໄມ້ ຮວມທັງເຄື່ອງປ່າ ຂອງດົງ ທັງເຄືອແຫມ ທີ່ສະກັດເປັນນໍ້າຫອມໄດ້ ເປັນຈໍານວນຫລວງຫລາຍ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ພຶສພານີ້ ແລ້ວແມ່ນວ່າ ໄດ້ຂຸດຄົ້ນໄມ້ຊນິດຕ່າງໆ ທັງໝົດເກືອບເຖິງ 10 ພັນທ່ອນ.

ໂຄງການເຂື່ອນໄຟຟ້າເຊລະນອງ1 ມີອາຍຸສໍາປະທານ 25 ປີ ນັບຕັ້ງແຕ່ມື້ເປີດການຜລິດກະແສໄຟຟ້າເປັນຕົ້ນໄປ. ໂຄງການນີ້ກວມເອົາ ເນື້ອທີ່ ເກືອບເຖິງ 2,500 ເຮັກຕາ ທັງຢູ່ໃນເຂດ ປ່າສງວນແຫ່ງຊາດ ດົງພູວຽງ ຊຶ່ງອຸດົມໄປດ້ວຍໄມ້ ທີ່ມີຄຸນຄ່າສູງຣາຄາແພງ ເປັນຕົ້ນ ໄມ້ດູ່ ໄມ້ສັກ ເປັນໄມ້ທີ່ຕລາດ ຕ້ອງການຫລາຍ.

ເຂື່ອນໄຟຟ້າເຊລະນອງ 1, ຂນາດ 70 MW, ມູນຄ່າການກໍ່ສ້າງ 150 ລ້ານໂດລາສະຫະຣັຖ. ເຂື່ອນນີ້ມີ 4 ບໍຣິສັດເປັນຜູ້ຖືຫຸ້ນ ຄື: ບໍຣິສັດ ພັທນາພລັງງານສາກົນ ເຢັກ (YEIG) ຂອງຈີນຖືຫຸ້ນ 70%, ບໍຣິສັດດາວສະຫວັນ (ລາວ) -15%, ບໍຣິສັດຣັຖວິສາຫະກິດ ໄຟຟ້າລາວ - 10% ແລະ ບໍຣິສັດຜລິດເຈັ້ຍ Sunpaper Holding Lao ຂອງຈີນຖືຫຸ້ນ 5%;

ເຂື່ອນແຫ່ງນີ້ຕັ້ງຢູ່ຣະຫວ່າງເມືອງພີນ ແລະເມືອງນອງ ແຂວງສະຫວັນນະເຂດ, ໄດ້ເລີ້ມກໍ່ສ້າງມາແຕ່ປີ 2017 ແລະຄາດວ່າ ຈະສໍາເຣັດ ໃນປີ 2022. ກະແສໄຟຟ້າທີ່ຜລິດໄດ້ຈະຂາຍ ຢູ່ພາຍໃນ ປະເທສລາວເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.