ເຈົ້າໜ້າທີ່ ທ້ອງຖິ່ນ ຢືນຢັນວ່າ ຈະໃຫ້ ປະຊາຊົນ ມີສ່ວນຮ່ວມ ໃນການ ແກ້ໄຂ ບັນຫາ ຖ້າຫາກ ພວກຂະເຈົ້າ ໄດ້ຮັບ ຜົລກະທົບ ພາຍຫລັງ ໂຮງໄຟຟ້າ ຫົງສາ ລິກໄນທ໌ ສ້າງສຳເລັດ.
ທ່ານ ຄຳສິງ ສອນສຸກ, ເຈົ້າເມືອງ ເມືອງຫົງສາ, ກ່າວຕໍ່ ຜູ້ສື່ຂ່າວໄທ ເມື່ອບໍ່ນານມານີ້ ວ່າ ປະຊາຊົນ ກັງວົນ ເຣື້ອງ ຜົລກະທົບ ຈາກ ໂຄງການ ຫົງສລິກໄນທ໌, ຊຶ່ງທ່ານ ໄດ້ຢືນຢັນວ່າ ຈະໃຫ້ ປະຊາຊົນ ມີສ່ວນ ເຂົ້າຮ່ວມ ແກ້ໄຂບັນຫາ ຖ້າຫາກວ່າ ເກີດຜົລກະທົບ ແທ້ໆ ພາຍຫລັງ ໂຮງໄຟຟ້າ ຫົງສາລິກໄນທ໌ ສ້າງສຳເລັດ ແລະ ໂຮງໄຟຟ້າ ດັ່ງກ່າວ ຈະຕ້ອງ ປັບປຸງ ການຜລິດ:
“ແຕ່ອັນນີ້ ເປັນສິ່ງກັງວົນ ຊື່ໆ ຂອງພາກ ປະຊາຊົນ ໂຮງງານນີ້ ຍັງບໍ່ທັນເກີດ. ຖ້າຫາກປີ 2015 ຂຶ້ນໄປ, ໂຮງງານນີ້ ໄດ້ເຣີ້ມທຳການຜລິດ ເວລານັ້ນ ຂ້າພະເຈົ້າ ຄຶວ່າ ຄວາມກັງວົນ ຂອງ ຂະເຈົ້າເອງ ເຮົາກໍຕ້ອງ ໃຫ້ຂະເຈົ້າ ເຂົ້າຮ່ວມ ຄຶດວ່າ ຈະແກ້ໄຂໄດ້ ຫາກ ເກີດຕໍ່າກ່ວາ ມາຕຖານ ທີ່ໄດ້ ກຳນົດໄວ້ ເຮົາສາມາດ ໃຫ້ໂຮງງານ ນີ້ ປັບປຸງໄດ້.”
ໃນຂະນະດຽວກັນ, ນັກວິຊາການໄທ ເວົ້າວ່າ ເປັນການຍາກ ທີ່ປະຊາຊົນ ຈະສາມາດ ພິສູດ ວ່າ ບັນຫາ ສຸຂພາບ ເກີດຈາກ ໂຮງໄຟຟ້າ ຖ່ານຫີນ ຫົງສາ ແລະ ຍາກ ທີ່ຈະມີ ສ່ວນຮ່ວມ ໃນການ ແກ້ໄຂບັນຫາ ນັ້ນ ເນື່ອງຈາກວ່າ ໂຮງໄຟຟ້າ ຈະ ບໍ່ຍອມຮັບ ຢ່າງ ແນ່ນອນ ວ່າ ຜົລກະທົບນັ້ນ ເກີດຈາກ ໂຮງໄຟຟ້າ ຂອງຕົນ ແລະ ທ່ານໝໍ ກໍບໍ່ສາມາດ ຢືນຢັນ ໄດ້ວ່າ ພຍາດ ທີ່ເກີດກັບ ປະຊາຊົນ ນັ້ນ ແມ່ນເກີດມາຈາກ ໂຮງໄຟຟ້າ ຖ່ານຫີນ.
ທ່ານ ສຸວິດ ກຸຫລາບວົງ, ຜູ້ປະສານງານ ສູນຂໍ້ມູນ ສິທທິມະນຸສຊົນ ແລະ ສັນຕິພາບ ທີ່ ສຶກສາເຣື້ອງ ໂຄງການ ຖ່ານຫີນ ທັງໃນປະເທດໄທ ແລະ ໃນປະເທດລາວ ເວົ້າວ່າ:
“ປະເດັນ ກໍຄື ບ່ອນນີ້ ຝ່າຍເຈົ້າຂອງ ໂຄງການ ມັກຈະບໍ່ຍອມຮັບ ເຣື້ອງນີ້ ຈະປະຕິເສດ ໄວ້ກ່ອນ ແລ້ວກໍການພິສູດ ຈະເປັນເຣື້ອງ ຂອງ ປະຊາຊົນ ຂ້າພະເຈົ້າ ຄຶດວ່າ ເຣື້ອງນີ້ ເປັນເຣື້ອງ ຂອງ ປະຊາຊົນເຮົາ, ການເຂົ້າເຖິງ ການພິສູດ ກໍຍາກ ເຊັ່ນ ການໄປຫາ ທ່ານໝໍ ກ່ຽວກັບ ໂຣກໃດ ໂຣກນຶ່ງ ກໍຍາກ ທີ່ຈະບອກໄດ້ວ່າ ເກີດຈາກ ກິຈກັມ ຂອງ ບໍ່ຖ່ານຫີນ, ເຈັບເປັນຍ້ອນ ໂຣກພູມແພ້, ໂຣກ ທາງເດີນຫາຍໃຈ ມັນຍາກ ທີ່ຈະໄປບອກວ່າ ເຈັບປ່ວຍ ຍ້ອນ ໂຮງໄຟຟ້າ ຖ່ານຫີນ ລິກໄນທ໌ ມັນບໍ່ມີທາງ.”
ທ່ານ ກ່າວຍ້ຳວ່າ ການທີ່ ອຳນາດ ການປົກຄອງ ທ້ອງຖິ່ນ ຢືນຢັນ ວ່າ ປະຊາຊົນ ຈະມີສ່ວນຮ່ວມ ໃນການ ແກ້ໄຂບັນຫາ ນັ້ນ, ເປັນພຽງ ຄຳເວົ້າ ເພື່ອໃຫ້ ປະຊາຊົນ ບໍ່ຮຽກຮ້ອງ ເທົ່ານັ້ນ ໃນຂະນະທີ່ ໂຄງການ ຍັງສ້າງ ບໍ່ທັນແລ້ວ ບໍ່ແມ່ນ ມາຕການ ການແກ້ໄຂ ບັນຫາ ຢ່າງແທ້ຈິງ.