ນັກກົດໝາຍກ່າວ ບໍຣິສັດຕ້ອງຮັບຜິດຊອບ ເຣື່ອງສານເຄມີຮົ່ວໄຫຼລົງຫ້ວຍນໍ້າ ຢູ່ຫົວພັນ
2024.03.18
ໃນກໍລະນີ ບໍຣິສັດ ລາວ-ຈີນ ພັທນາແຮ່ຫາຍາກ ພາກເໜືອ 2 ຈໍາກັດ ມີການຂຸດຄົ້ນແຮ່ຫາຍາກ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ແລ້ວ ເຮັດໃຫ້ສານເຄມີໄຫຼລົງແມ່ນໍ້າ ຈົນເຮັດໃຫ້ເກີດມົນລະພິດ ເຮັດໃຫ້ປາຕາຍ ແລະ ປະຊາຊົນ 30 ປາຍບ້ານ ບໍ່ສາມາດນໍາໃຊ້ນໍ້າ ຈາກຫ້ວຍນໍ້າໄດ້ ຊຶ່ງເຫດການດັ່ງກ່າວເກີດຂຶ້ນ ໃນເດືອນກຸມພາທີ່ຜ່ານມາ.
ຊາວບ້ານຮຽກຮ້ອງໃຫ້ບໍຣິສັດ ໂຈະກາຂຸດຄົ້ນ, ແຕ່ວ່າ ເຈົ້າໜ້າທີ່ບໍຣິສັດ ກໍຮຽກຮ້ອງຄ່າຊົດເຊີຍ 300 ລ້ານໂດລ້າຣ໌ ຖ້າຈະໃຫ້ຢຸດເຊົາ.
ຕໍ່ກໍລະນີ ບໍຣິສັດ ຮຽກຮ້ອງຄ່າຊົດເຊີຍ 300 ລ້ານ ໂດລ້າຣ໌, ນັກກົດໝາຍ ທ່ານໜຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ບໍ່ ບໍ່ສົມເຫດສົມຜົລ. ດ້ານຫຼັກການກົດໝາຍ. ປະຊາຊົນບໍ່ແມ່ນ ຜູ້ສ້າງຜົລກະທົບຕໍ່ທັມມະຊາຕ, ສິ່ງແວດລ້ອມ ແລະ ສັງຄົມ. ທາງດ້ານກົດ ໝາຍແລ້ວ, ບໍລິສັດຕ້ອງຟື້ນຟູທໍາມະຊາດທີ່ເສັຍຫາຍໄປ.”
ສ່ວນວ່າ ນັກທຸຣະກິຈ ທ່ານນຶ່ງໃຫ້ສໍາພາດວ່າ ບັນຫາທີ່ິເກີດຂຶ້ນ ມີແຕ່ສົ່ງຜົລເສັຽ ແຕ່ຜູ້ໄດ້ແມ່ນາຍທຶນ.
“ເຫັນກະມີແຕ່ຄວາມເສັຽຫາຍ ຜູ້ໄດ້ກະມີແຕ່ນາຍທຶນໄດ້ ຜູ້ມີອໍານາດ ລະແຮ່ຫາຍາກ ມັນໄດ້ທໍ່ໃດ ມູນຄ່າທໍ່ໃດ ລະປະເທດຊາຕ ໄດ້ທໍ່ໃດ ຄັນວ່າແພງມັນຕ້ອງມູນຄ່າສູງ ຜົລຕອບແທນມາ.”
ຫຼັງຈາກປະຊາຊົນ 30 ປາຍບ້ານ ໄດ້ຂຽນຄໍາຮ້ອງທຸກຫາໜ່ວຍງານທີ່ກ່ຽວຂ້ອງ ໃນວັນທີ 3 ມີນາ, ຕໍ່ມາ ຫົວໜ້າກອງການ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີແຈ້ງການດ່ວນອອກມາ ໃນວັນທີ 6 ມີນາ 2024 ໃຫ້ບໍຣິສັດ ພິຈາລະນາໂຈະທຸກິຈການ ຫຼື ວຽກງານຂຸດຄົ້ນ ປຸງແຕ່ງແຮ່ທາດຫາຍາກ ຢູ່ບ້ານເມືອງແວ່ນ, ບ້ານຫົວພູ ເມືອງຊໍາເໜືອ ແຂວງຫົວພັນ.
ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ເອເຊຽເສຣີ ວ່າ:
“ເອີເຮົາກະແຈ້ງໂຈະແລ້ວເດີ ກະໂຈະຫັ້ນແຫຼວ ເປັນການໂຈະຊົ່ວຄາວ ຖ້າຈະໂຈະເລີຍ ມັນຕ້ອງມີຫຼາຍຂັ້ນຕອນ. ກະປັບປຸງໃຫ້ມັນໄດ້ຕາມລະບຽບກົດໝາຍ ຕາມທີ່ເຂົາເຈົ້າເຮັດບົດສຶກສາສິ່ງແວດລ້ອມ.”
ນອກຈາກນີ້, ຍັງເກີດມີກໍລະນີ ການຖົ່ມບໍລິເວນສານເຄມີທີ່ຮົ່ວໄຫຼ ເພື່ອບໍ່ມີຮ່ອງຮອຍ. ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ໄດ້ກ່າວວ່າ:
“ສົມມຸດມັນໄປຖົມເນາະ ມັນປົກປິດຄວາມຜິດມັນຫັ້ນນ່າ ມັນກໍາລັງຊິຖົມຫັ້ນແຫຼະ. ໂຕທີ່ປ່ອຍ ກັບໂຕມັນກຽມກໍາລັງຊິຖົມຫັ້ນນ່າ ຂັ້ນມັນຖົມແຫ່ງຄັກ. ແຫ່ງຊໍ່າບໍ່ວ່າແຫຼ ຢາມຝົນມານີ້ ແຮງຄັກປານຫຍັງແຫຼ ປ່ອຍໃສ່ນໍ້າຫ້ວນນໍ້າຮ່ອງ ກະຢ່າແຫຼະ. ປ່ອຍໃຫ້ພາກຣັຖເພິ່ນເຮັດກັນເອງ ເພິ່ນເຄັຍກັນເອງ ລະຊິໃຫ້ປະຊາຊົນໃຊ້ໜີ້ ເປັນບ້າຕີ້ 300 ລ້ານ ໂດລ້າຣ໌.”
ບ້ານທີ່ໄດ້ຮັບຜົລກະທົບໂດຍກົງ ມີ 14 ບ້ານ ລວມມີ ບ້ານພຽງດີ, ບ້ານຫົວພູ, ບ້ານຫ້ວຍມັນ, ບ້ານເມືອງແວ່ນ, ບ້ານນາກາວ, ບ້ານນາຄູນ, ບ້ານ ນາໄຜ່, ບ້ານ ນາຫຼູຍ, ບ້ານນາພຽງ, ບ້ານ ນາຕ້າງ, ບ້ານ ຫີ້ມ, ບ້ານໂຄ້ງ, ບ້ານເຕື້ອມ, ແລະ ບ້ານນາ ແລະ ອີກ 20 ປາຍບ້ານ ທີ່ໄດ້ຮັບຜົລກະທົບທາງອ້ອມ.
ໃນວັນທີ 3 ມີນາ 2024 ຊາວບ້ານ ໄດ້ຂຽນຄໍາຮ້ອງທຸກໄປຫາ ນາຍົກຣັຖມົນຕຣີ, ປະທານສະພາແຫ່ງຊາດ, ຣັຖມົນຕຣີ ກະຊວງພະລັງການ ແລະ ບໍ່ແຮ່, ຣັຖມົນຕຣີກະຊວງຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ, ຣັຖມົນຕຣີກະຊວງແຜນການ ແລະ ການລົງທຶນ, ເຈົ້າແຂວງຫົວພັນ, ສະພາປະຊາຊົນແຂວງຫົວພັນ, ເຈົ້າເມືອງຊໍາເໜືອ, ພະແນກຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫົວພັນ ເພື່ອໃຫ້ມາແກ້ໄຂບັນຫາດັ່ງກ່າວ.
ປະຊາຊົນບໍ່ມີນໍ້າເຮັດການກະເສດ ແລະ ລ້ຽງສັດ ຊຶ່ງກະທົບຕໍ່ການທໍາມາຫາກິນ ນັບແຕ່ວັນທີ 22 ກຸມພາ 2024.
ຊາວບ້ານຢູ່ເມືອງຊໍາເໜືອ ແຂວງຫົວພັນ ນາງໜຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:
“ບໍຣິສັດ ຂຸດຄົນແຮ່ຫາຍາກຫັ້ນ ເພິ່ນປ່ອຍນໍ້າເປື້ອນນໍ້າເສັຽ ລົງແມ່ນໍ້າເນາະ.”
ສ່ວນວ່າ ສູນວິໄຈ ອາຫານສັດ ຂອງກະຊວງກະສິກັມ ແລະປ່າໄມ້ ໄດ້ເຜີຍແຜ່ຜົລວິໄຈ ກ່ຽວກັບໂລຫະໜັກ ແລະສານປົນເປື້ອນ ໃນນໍ້າເມື່ອວັນທີ 04 ມີນາ 2024 ຜ່ານມາ ລະບຸວ່າ ຜົລການວິໄຈ ຄ່າທາດປົນເປື້ອນເປັນຕົ້ນຄວາມເປັນກົດ-ດ່າງ, ໄຊຍານັດ, ອົກຊີເຈັນ, ສານໜູ, ກົ່ວ, ທອງ, ສັງກະສີ ແລະ ເຫຼັກແມ່ນເກີນຄ່າມາຕຖານທຸກທາດ.
ສໍາລັບໂຄງການ ຂຸດຄົ້ນແຮ່ຫາຍາກຕັ້ງຢູ່ບ້ານອຸໄທ ເມືອງຫົວເມືອງ, ບ້ານສົບຊາຍ ແລະ ບ້ານທັບເຜິ້ງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍບໍລິສັດ ລາວ-ຈີນ ພັທນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ໄດ້ຮັບການເຊັນສັນຍາ ສັມປະທານ ຄັ້ງວັນທີ 28 ມົກກະຣາ 2022 ເປັນໂຄງການ ທີ່ສູນກາງອະນຸຍາດປະເພດ ຂຸດຄົ້ນແຮ່ທົດລອງ.