ພົບການ ລັກປູກ ກັນຊາ ມ. ວຽງທອງ

ສຸພັດຕາ
2021.11.25
ພົບການ ລັກປູກ ກັນຊາ ມ. ວຽງທອງ ເຈົ້າໜ້າທີ່ທະຫານ-ຕໍາຣວດ ແຂວງບໍຣິຄໍາໄຊ ໄດ້ລົງໄປທໍາລາຍສວນກັນຊາ ຂອງຊາວບ້ານທີ່ ລັກລອບປູກ ຢູ່ເຂດບ້ານອຸດົມໄຊ ເມືອງວຽງທອງ, ວັນທີ 23 ພຶສຈິກາ 2021.
ຮູບພາບຈາກ ວິດີໂອ: ໂທຣະທັສແຂວງ ບໍຣິຄຳໄຊ

ເຈົ້າໜ້າທີ່ທະຫານ-ຕໍາຣວດ ແຂວງບໍຣິຄໍາໄຊ ໄດ້ລົງໄປທໍາລາຍສວນກັນຊາ ຂອງຊາວບ້ານທີ່ ລັກລອບປູກ ຢູ່ເຂດບ້ານອຸດົມໄຊ ເມືອງວຽງທອງ ຈໍານວນເກືອບ 10 ເຮັກຕ້າຣ໌ ໃນມື້ວັນທີ່ 23 ພຶສຈິກາ ທີ່ຜ່ານມາ ຖືວ່າການທໍາລາຍ ສວນກັນຊາ ທີ່ຊາວບ້ານລັກລອບປູກເທື່ອນີ້ ເປັນເທື່ອທີ່ 2 ຂອງປີ 2021 ທີ່ເຈົ້າໜ້າທີ່ ທະຫານ-ຕໍາຣວດ ໄດ້ໄປທໍາລາຍ.

ຊຶ່ງສວນກັນຊາ ທີ່ເຈົ້າໜ້າທີ່ທະຫານ-ຕໍາຣວດທໍາລາຍໃນເທື່ອນີ້ ກວດເຫັນສວນກັນຊາ 17 ສວນ ມີ 10,180 ຂຸມ ປະເມີນນໍ້າໜັກປະມານ 54,195 ກິໂລກຣາມ ພ້ອມທັງກັກໂຕເຈົ້າຂອງສວນໄດ້ 1 ຄົນ ສ່ວນ 16 ສວນນັ້ນ ແມ່ນຍັງບໍ່ຮູ້ຈັກເຈົ້າຂອງເທື່ອ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ແຂວງບໍຣິຄໍາໄຊ ກ່າວວ່າ ຊາວລາວທີ່ອາສັຍ ຢູ່ເຂດພູດອຍຫ່າງໄກສອກຫຼີກ ຍັງພາກັນລັກລອບປູກກັນຊາຫຼາຍຢູ່ ໂດຍສະເພາະຄົນຊົນເຜົ່າມົ້ງ ເນື່ອງຂາຍໄດ້ລາຄາດີ ແລະເຮັດໃຫ້ພວກເຂົາເຈົ້າ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້, ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 25 ພຶສຈິກາ ນີ້ວ່າ:

“ສິນຄ້າເນາະ ກັນຊາ ດຽວນີ້ລະແມ່ນເປັນພືດທີ່ຫວງຫ້າມ ຣັຖບານກໍອອກກົດໝາຍມາແລ້ວ ເຮົາກໍເຮັດຕລອດເດ້ ປະຊາຊົນກໍຍັງດື້ດ້ານ ເນື່ອງຈາກກັນຊາລາຄາແພງ ຜູ້ໃດລັກລອບຂາຍໄປແລ້ວ ກໍໄດ້ເຮືອນໄດ້ຊານ ໄດ້ຣົດຈັກເອົາໄວ້ຂີ່.”

ທ່ານກ່າວຕື່ມວ່າ ສໍາລັບລາຄາຂອງກັນຊາ ອັດແຫ້ງແບບກ້ອນ ທີ່ພໍ່ຄ້າແມ່ຄ້າຄົນກາງ ມາຊື້ນັ້ນ ແມ່ນມີລາຄາສູງເຖິງ 1,000 ກີບຕໍ່ກິໂລ ຮວມທັງການປູກກັນຊານີ້ ປີນຶ່ງ ສາມາດເກັບກູ້ຜົລປູກໄດ້ 2 ເທື່ອ ຈຶ່ງເຮັດໃຫ້ຄົນຊົນເຜົ່າມົ້ງ ພາກັນລັກປູກ.

ຊຶ່ງຢູ່ພາຍໃນເມືອງວຽງທອງນີ້ ເຈົ້າໜ້າທີ່ຄາດວ່າ ຍັງມີສວນກັນຊາອີກຫຼາຍເຮັກຕ້າຣ໌ ທີ່ເຈົ້າໜ້າທີ່ຍັງບໍ່ມາສາມາດກວດພົບ ແລະທໍາລາຍໄດ້ ຍ້ອນວ່າເນື້ອທີ່ການປູກກັນຊາຂອງຄົນຊົນເຜົ່າມົ້ງ ຈະລັກປູກຢູ່ພູຢູ່ຜາ ໃຊ້ເວລາໃນການເດີນທາງດ້ວຍການຍ່າງ 2 ມື້ ຈຶ່ງຈະຮອດບ່ອນປູກ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ບໍ່ສາມາດກວດກາ ແລະທໍາລາຍໄດ້ຢ່າງທົ່ວເຖິງ.

ກ່ອນໜ້ານີ້ ຄືເມື່ອວັນທີ່ 2 ພຶສຈິກາ ທີ່ຜ່ານມາ ເຈົ້າໜ້າທີ່ທະຫານ-ຕໍາຣວດ ແຂວງບໍຣິຄໍາໄຊ ກໍຈູດທໍາລາຍສວນກັນຊາ ຈໍານວນ 8 ສວນ ຂອງຊາວບ້ານ ເຂດບ້ານດົມໄຊຄືກັນ ຊຶ່ງມີເນື້ອທີ່ປະມານ 4 ເຮັກຕ້າຣ໌ ມີ 4,447 ຂຸມ ປະເມີນນໍ້າໜັກປະມານ 22,235 ກິໂລກຣາມ ພ້ອມທັງກັກໂຕເຈົ້າຂອງສວນໄດ້ 1 ຄົນ ສ່ວນອີກ 7 ສວນ ຍັງບໍ່ທັນຮູ້ເຈົ້າຂອງສວນ ຈຶ່ງໄດ້ຈູດທໍາລາຍກັນຊາດັ່ງກ່າວນັ້ນຖິ້ມທັງໝົດ ແລະນໍາໂຕເຈົ້າຂອງສວນ 1 ຄົນນັ້ນໄປ ສືບສວນ-ສອບສວນ ເພື່ອຕິດຕາມຫາເຈົ້າຂອງສວນກັນຊາທີ່ຍັງເຫຼືອ ມາດໍາເນີນຄະດີ ແລະຂຍາຍຜົນຕື່ມ.

ປັດຈຸບັນ ຊາວບ້ານໃນເຂດບ້ານອຸດົມໄຊ ສ່ວນຫຼາຍມີອາຊີບປູກມັນຕົ້ນ ປູກເຂົ້າ ແລະລ້ຽງສັດເປັນອາຊີບຫຼັກ, ຂະນະດຽວກັນ ການລັກລອບປູກກັນຊາ ຂອງຊາວບ້ານພາຍໃນບ້ານນີ້ ຈະບໍ່ມີໃຜຮູ້ຈັກ ເປັນການລັກປູກ ເພື່ອຂາຍໃຫ້ພໍ່ຄ້າຄົນກາງທີ່ມາຮັບ ແລະເຄື່ອນໄຫວຢູ່ພາຍໃນແຂວງ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງວຽງທອງ ກ່າວວ່າ:

“ແຕ່ກ່ອນກໍຖືວ່າກົດໝາຍ ຍັງບໍ່ທັນເນັ້ນໜັກ ມາຮອດປັດຈຸບັນນີ້ ເວົ້າເຣື່ອງກົດໝາຍ ເພິ່ນກໍເນັ້ນວາຣະແຫ່ງຊາດເນາະ ກໍມີຫັ້ນແຫຼະເນາະ ແຕ່ວ່າຣະບຸບໍ່ໄດ້ ວ່າ ທ້າວ ກໍ ຫຼືທ້າວ ຂ ຫັ້ນນ່າ ໄປແບບປະຖົມປະຖານຊື່ໆນ່າ ປີໃດໄດ້ຂາຍ ກໍໄດ້ຂາຍ ບາງປີບໍ່ໄດ້ຂາຍ ເຂົາເອົາໄປທໍາລາຍຖິ້ມຊື່ໆ.”

ຊາວບ້ານ ພາຍໃນເມືອງວຽງທອງ ພາກັນມັກພາກັນປູກກັນຊາຫຼາຍນີ້ເພາະວ່າ ຂາຍໄດ້ລາຄາດີ ແລະສ່ວນຫຼາຍແມ່ນຄົນຊົນເຜົ່າມົ້ງທີ່ມັກປູກ ບາງຄົນທີ່ສລາດ ຮູ້ຈັກໃຊ້ເງິນໃຊ້ຄໍາ ກໍມີເງິນເກັບຫຼາຍ, ດັ່ງຊາວບ້ານ ຢູ່ເມືອງວຽງທອງ ຜູ້ນຶ່ງກ່າວວ່າ:

“ເຮົາຂາຍກັນຊານີ້ ເຮົາຂາຍ 500 ປາຍກິໂລນີ້ ໂອ້ໄດ້ຫຼາຍແລ້ວເດ້ ເຮົາເບິ່ງເຂົາຂາຍນ່າ ໄດ້ຮອດ 2-3 ແສນບາດ ແຕ່ວ່າມັນຕົ້ນ ເຮົາຂາຍເປັນໂຕນ ກໍໄດ້ກໍໄລແຕ່ 2-3 ແສນກີບເທົ່ານັ້ນ ເຮົານີ້ບໍ່ຄ່ອຍເຮັດ ມີແຕ່ເຫັນຄົນທີ່ສລາດ ໂອ້ໝຸນໃຊ້ເງິນຄໍາ ຂອງທີ່ຂາຍກັນຊາຫັ້ນແຫຼະ ມີເງິນມີຣົດ ມີຄໍາ ແຕ່ວ່າ ຜູ້ທີ່ບໍ່ສລາດນ່າ ບໍ່ມີ.”

ຂະນະທີ່ຊາວບ້ານ ຢູ່ເມືອງວຽງທອງ ອີກຜູ້ນຶ່ງເວົ້າວ່າ ຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປາບປາມຜູ້ທີ່ລັກລອບປູກກັນຊານີ້ໃຫ້ຈິງຈັງ ຫຼືຖ້າຫາກວ່າ ການປູກກັນຊາ ສາມາດນໍາໃຊ້ເຂົ້າໃນທາງການແພດໄດ້ແທ້ ກໍຢາກໃຫ້ທາງແພດນັ້ນ ຢັ້ງຢືນວ່າໃຫ້ເຮັດ:

“ເວົ້າເຣື່ອງເຂົາປູກ ເຂົາກໍມີແຕ່ລັກປູກ ກໍເຫັນຕໍາຣວດ ເຂົາເຈົ້າໄປທໍາລາຍຖິ້ມຢູ່ຕລອດເດ້ ກວດພົບເຂົາເຈົ້າ ກໍໄປທໍາລາຍຖິ້ມ ແຕ່ວ່າຄັນມີຄວາມຈໍາເປັນຕ້ອງໃຊ້ ເພິ່ນກໍຕ້ອງມີຂບວນຂອງເພ່ິນ ຄັນປູກທາງການແພດ ບາດນີ້ມັນກໍຕ້ອງມີທາງແພດ ເປັນຜູ້ຢັ້ງຢືນເຮັດ ແຕ່ວ່າເພິ່ນມີຄວາມຈໍາເປັນຕ້ອງໃຊ້ ເພິ່ນກໍຕ້ອງມີຂບວນເພິ່ນ ແຕ່ວ່າເພິ່ນບໍ່ມີຄວາມຈໍາເປັນຕ້ອງໃຊ້ ເພິ່ນກໍອາຈບໍ່ອະນຸຍາດ.”

ເຈົ້າໜ້າທີ່ທາງການການແພດ ທີ່ເຮັດວຽກກ່ຽວກັບຢາ ຢູ່ເມືອງວຽງທອງ ທ່ານນຶ່ງກ່າວວ່າ ພາຍໃນປະເທດລາວ ຍັງມີການລັກລອບປູກກັນຊາຫຼາຍຢູ່ນັ້ນ ສະແດງໃຫ້ເຫັນວ່າ ປະຊາຊົນດິ້ນຮົນທໍາມາຫາກິນ ເພື່ອຢາກຫຼຸດພົ້ນອອກຈາກຄວາມທຸກຍາກ ແລະຈໍານວນນຶ່ງ ທີ່ປູກກັນຊານັ້ນອາຈບໍ່ຮູ້ວ່າ ການປູກກັນຊານີ້ ຜິດກົດໝາຍໃນລາວ ຈຶ່ງໄດ້ສືບຕໍ່ປູກກັນຊາມາເປັນເວລາດົນ ຫາກຈະແກ້ໄຂບັນຫານີ້ ພາກສ່ວນທີ່ກ່ຽວຂ້ອງ ຄວນຜັກດັນໃຫ້ກັນຊາຢູ່ລາວ ເປັນກັນຊາເສຣີ ເນື່ອງກັນຊາເປັນປໂຍດທາງການແພດ ແລະຊ່ອຍໃຫ້ຄົນຊົນເຜົ່າມີຊີບ ແລະຫຼຸດພົ້ນອອກຈາກຄວາມທຸກຍາກໄດ້, ດັ່ງທ່ານກ່າວວ່າ:

“ຕາມອ້າຍເບິ່ງກໍຄິດວ່າດີ ຫາກວ່າມັນຖືກກົດໝາຍ ປໂຍດກໍຫຼາຍທາງຫັ້ນແຫຼະເນາະ ປະຊາຊົນກໍຫຼຸດພົ້ນຄວາມທຸກຍາກໄປຫັ້ນແຫຼະ ເຂົາເຮັດຫຼາຍ ແຕ່ເຂົາໄປລັກເຮັດຢູ່ພູ ຢູ່ປ່າພຸ້ນ ເຂົາເອົາມາເຮັດຢານີ້ແຫຼະ ຊານີ້ກະດາຍ ແຕ່ວ່າມັນຜິດກົດໝາຍຫຼາຍກວ່າ ຣັຖບານບໍ່ເຫັນດີ ມັນຍາກໆເດ້ ໂຕນີ້ນ່າ ເພາະວ່າຢູ່ເມືອງເຮົານີ້ ລະບຽບເຄັ່ງຄັດ ເຂົາໄປລັກປູກແບບບໍ່ຖືກກົດໝາຍນີ້ນ່າ.”

ອີງຕາມແຈ້ງການ ຂອງຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ເລຂທີ່ 2170/ຫສນຍ ລົງວັນທີ່ 20 ທັນວາ ປີ 2018 ຣະບຸວ່າ ການປູກກັນຊາແລະການປຸງແຕ່ງເປັນຢານັ້ນ ຫຼາຍປະເທດກໍຍັງບໍ່ມີນະໂຍບາຍທີ່ຊັດເຈນເທື່ອ ເພາະກັນຊາ ເປັນພືດຫວງຫ້າມ ແລະເປັນຢາເສບຕິດຢູ່ ຄວນໃຫ້ສືບຕໍ່ສຶກສາລະອຽດເບິ່ງຕື່ມກ່ອນ ໃນດ້ານນິຕິກັມແລະວິຊາການ ແລະໃຫ້ເບິ່ງທ່າທີຂອງປະເທດອື່ນນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.