ຊາວບ້ານຮ້ອງຂໍໃຫ້ໂຈະການ ກັ້ນນໍ້າ

ຈໍາປາທອງ
2015.04.23
F-namkhan ສາຍນໍ້າຄານ ທີ່ໄຫລຜ່ານ ແຂວງ ຫຼວງພຣະບາງ
Marcel

ເມື່ອ ວັນທີ 18 ເມສາ 2015 ທີ່ ເມືອງ ຊຽງເງິນ ແຂວງ ຫລວງ ພຣະບາງ ໄດ້ ມີພິທີ ກັ້ນນ້ຳ ເຂົ້າອ່າງ ເຂື່ອນ ໄຟຟ້າ ນ້ຳຄານ2 ຊຶ່ງ ເຈົ້າໜ້າທີ່ ຜແນກ ກະສິກັມ ແຂວງນີ້ ເວົ້າວ່າ ປະຊາຊົນ ທີ່ ຢູ່ໃກ້ ກັບເຂດ ເຂື່ອນ ນໍ້າຄານ2 ນັ້ນ ຂໍ ໃຫ້ ທາງການ ລາວ ໂຈະ ການກັ້ນນໍ້າ ນັ້ນ ໄວ້ກ່ອນ ເພື່ອ ບໍ່ໃຫ້ ກະທົບ ໃສ່ ການ ກະສິກັມ ຍ້ອນວ່າ ປັດຈຸບັນ ຢູ່ ໃນ ຣະຍະ ປູກພືດ ຣະດູ ແລ້ງ ທີ່ ອາສັຍ ນໍ້າ ຈາກ ນໍ້າຄານ:

"ກຳລັງ ເລິ່ມ ຕັນນ້ຳ ເອີ ລົງ ຫລາຍເຕີບ ນ້ຳຄານ ເນາະ ຂະເຈົ້າ ກໍບອກກັນ ບໍ່ໃຫ້ ຕັນ ແຫ້ງໝົດ ໃຫ້ ເທື່ອນ້ອຍ ເທື່ອນ້ອຍ ເອົາ ບໍ່ໃຫ້ ຕັນ".

ທ່ານ ເວົ້າວ່າ ຕາມ ແຜນການ ກໍ່ສ້າງ ເຂື່ອນ ນໍ້າຄານ2 ຈະ ໃຫ້ ສໍາເຣັດ ແລະ ເປີດໃຊ້ ໃນ ເດືອນ ກັນຍາ 2015 ນີ້. ດັ່ງນັ້ນ ຈຶ່ງ ເລັ່ງ ກັ້ນນໍ້າ ໜ້າ ເຂື່ອນ ຍ້ອນ ນໍ້າຄານ ທີ່ ຊາວບ້ານ ໃຊ້ ໃນການ ປູກຝັງ ນັ້ນ ບົກລົງ ຢ່າງ ໄວວາ. ປົກກະຕິ ເນື້ອທີ່ ປູກພືດ ຣະດູແລ້ງ ແລະ ປູກເຂົ້າ ນາແຊງ ຢູ່ ເມືອງ ຊຽງເງິນ ມີ ປະມານ 150 ເຮັກຕາ ແຕ່ ໃນ ປີ 2015 ນີ້ ສາມາດ ປູກໄດ້ ພຽງ 80 ກວ່າ ເຮັກຕາ ເທົ່ານັ້ນ.

ທ່ານ ເວົ້າ ອີກວ່າ ເຂື່ອນ ແຫ່ງນີ້ ຫລັກໆ ແລ້ວ ບໍ່ໃຫ້ ປໂຍດ ເຣື້ອງ ຊົລປະທານ ສໍາລັບ ນາ ຂອງ ປະຊາຊົນ ພໍ ເທົ່າໃດ ຍ້ອນວ່າ ບໍຣິເວນ ໜ້າ ເຂື່ອນ ສ່ວນຫຼາຍ ເປັນ ເນື້ອທີ່ ເຮັດໄຮ່ ບໍ່ຄື ກັນກັບ ຢູ່ ທ້າຍ ເຂື່ອນ ທີ່ ມີສວນ ແລະ ນາ ຫລາຍ. ໂຄງການ ເຂື່ອນ ນີ້ ສ້າງ ຜົລກະທົບ ໃຫ້ ປະຊາຊົນ, ປະຊາຊົນ ຖືກ ໃຫ້ ໂຍກຍ້າຍ ຈາກ ທີ່ຢູ່ ອາໄສ ໄປ ຢູ່ແຫ່ງ ໃໝ່ ປະມານ 500 ຄົນ. ໂຄງການ ເຂື່ອນ ນໍ້າຄານ2 ຈະ ຜລິດ ກະແສ ໄຟຟ້າ ໄດ້ 130 ເມກາວັດ, ມູລຄ່າ ການ ກໍ່ສ້າງ 308 ລ້ານ ໂດລາ ສະຫະຣັດ ຊຶ່ງ ບໍຣິສັດ Sinohydro Corporation ຂອງ ຈີນ ເປັນ ຜູ້ ກໍ່ສ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.