ຊາວບ້ານໜອງຄ້າງ 20 ຄອບຄົວ ທີ່ຂຶ້ນກັບເມືອງຊຳເໜືອ ແຂວງຫົວພັນ ທີ່ເນື້ອທີ່ປູກເຂົ້າໄດ້ຮັບຜົລກະທົບ ຈາກການບຸກເບີກໂຄງການ ສນາມບິນໜອງຄ້າງ ຍັງລໍຖ້າການຊົດເຊີຍ. ຊາວບ້ານເຫຼົ່ານັ້ນ ຫຼາຍຄົນກໍໄດ້ຮັບຄວາມເດືອດຮ້ອນ ຍ້ອນວ່າບໍ່ສາມາດປູກເຂົ້າໄດ້ ບັບແຕ່ປີ 2018 ເປັນຕົ້ນມາ.
ຊາວບ້ານໃກ້ຄຽງທ່ານ ນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ພຶສພາ ວ່າ:
" ຊິ ມີ 10-20 ຄອບ ຄົວ ພຸ້ນ ປີ ທີ່ ແລ້ວ ນີ້ ເພິ່ນ ຍັງ ບໍ່ ໄດ້ ມີ ການຊົດ ເຊີຍ ປະ ຊາ ຊົນ ຍັງ ບໍ່ ທັນ ໄດ້ ເງິນ ຊື້ ເຂົ້າ ກິນ ເປັນ ການ ລໍ ຄອຍຢູ່ນ່າ ມັນ ນາ ນີ້ ມັນ ຖືກ ດິນ ແດງ ແລ້ວ ມັນ ບໍ່ ດີ ມັນ ບໍ່ ເປັນ ນ່າ ຍັງ ຄາ ໂຕນີ້ ."
ທ່ານ ກ່າວຕື່ມວ່າ ເມື່ອບໍດົນມານີ້ ກໍເຫັນເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ລົງພື້ນທີ່ມາຕິດຕາມສະພາບດັ່ງກ່າວແລ້ວ ແຕ່ກໍບໍ່ທັນໄດ້ຍິນວ່າ ມີຄວາມຄືບໜ້າແນວໃດ ແລະ ຈະໃຫ້ເງິນຊົດເຊີຍແກ່ຊາວບ້ານ ໃນເທື່ອໃດແທ້ ເຊິ່ງຊາວບ້ານຫຼາຍຄົນກໍຫວັງວ່າ ຈະໄດ້ຮັບຄວາມເປັນທັມ ໃນໄວໆນີ້ ກ່ອນທີ່ສນາມບິນແຫ່ງນີ້ ຈະເປີດໃຊ້ແບບເປັນທາງການ.
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ຊາວບ້ານທີ່ໄດ້ຮັບຜົລກະທົບ ເພື່ອຖາມລາຍລະອຽດເພີ່ມຕື່ມ ແຕ່ ບໍ່ສາມາດຕິດຕໍ່ໄດ້.
ປັດຈຸບັນເຈົ້າໜ້າທີ່ ກຳລັງເກັບກຳຂໍ້ມູນ ຜົລກະທົບຈາກຊາວບ້ານ ແລ້ວຈະສົ່ງຂຶ້ນໄປຫາຂັ້ນແຂວງ ເພື່ອຈະຊົດເຊີຍຊາວບ້ານ 20 ຄອບຄົວ ທີ່ຍັງເຫຼືອ.
ເຈົ້າໜ້າທີ່ເມືອງຊຳເໜືອ ທ່ານນຶ່ງ ໄດ້ກ່າວວ່າ:
" ເກັບ ກຳ ຄືນບໍ່ ທັນ ແລ້ວໂຕນີ້ ສັງ ລວມ ແລ້ວ ຈະ ສ ເນີຕໍ່ ຂັ້ນ ເທິງຫັ້ນ ເນາະ ຊົດ ເຊີຍ ເປັນ ແນວ ໃດໆ ຊົດ ເຊີຍ ໝົດ ແລ້ວ ແຕ່ ວ່າ ຍັງ ບາງ ຈຸດ ທີ່ ວ່າ ມັນ ເກີດ ວຽກ ໃໝ່ ເປັນ ດິນ ມັນ ໄຫຼ ລົງ ໃສ່ ທົ່ງ ນາ ປະ ຊາ ຊົນ ແຕ່ ລະ ປີ ມັນ ເກີດ ຂຶ້ນ ມາ ອີກ ."
ໂຄງການສນນາມບິນໜອງຄ້າງ ມີຄວາມຄືບໜ້າ 92 ເປີເຊັນ ແລະ ເຖິງວ່າ ກະຊວງແຜນການ ແລະ ການລົງທຶນ ມີແຜນຊຸກຍູ້ໃຫ້ສໍາເຣັດພາຍໃນປີໄຕຼມາດ 3 ຂອງປີນີ້ ແຕ່ຜູ້ຮັບເໝົາທີ່ເປັນ ບໍຣິສັດ ຮ່ວງແອງ ອັດຕະປື ທີ່ເປັນຂອງນັກລົງທຶນວຽດນາມ ຍັງບໍ່ທັນໄດ້ເຂົ້າມາສືບຕໍ່ ການກໍ່ສ້າງແຕ່ແນວໃດ ຫຼັງຈາກການກໍ່ສ້າງໄດ້ຢຸດໄປ.
ເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ໄດ້ກ່າວວ່າ:
"ເນື່ອງ ຈາກ ສະ ພາບ ໂຄວິດນີ້ ແຫຼະ ຫຍຸ້ງ ຍາກ ຫຼາຍ ອັນ ຍັງ ບໍ່ ທັນ ມີ ແຜນ ສືບ ຕໍ່ ທີ່ ວ່າ ເປັນ ແຜນ ວຽກ ລະ ອຽດ ເທື່ອ ມີ ແຕ່ ຍັງ ລໍ ຖ້າ ເພິ່ນ ກະ ບໍ່ ໝັ້ນ ໃຈ ເນາະ ຖ້າ ຫາກວ່າ ເຂົາ ຈະ ລົງ ມືກໍ່ ສ້າງ ປະ ຕິບັດ ກະ ໜ້າ ຈະ ໄປ ຕາ ມ ແຜນ ."
ປັດຈຸບັນ ຢູ່ແຂວງຫົວພັນມີແຕ່ສນາມບິນນາທອງ ຢູ່ເມືອງຊຳເໜືອ ທີ່ເປີດບໍຣິການ ແຕ່ເປັນນາມບິນຂນາດນ້ອຍ ແລະ ຮອງຮັບຍົນຂນາດນ້ອຍ. ຊາວບ້ານເຊືອ່ວ່າ ຈະມີຄົນເດີນທາງດ້ວຍຍົນຫຼາຍຂຶ້ນ ຖ້າສນາມໜອງຄ້າງສ້າງສຳເຣັດ.
ຊາວບ້ານເມືອງຊຳເໜືອ ທ່ານ ນຶ່ງ ກ່າວວ່າ:
" ຄັນ ວ່າ ເກີດ ວ່າ ການ ແນ່ນອນ ຕ້ອງ ມີ ຫຼາຍ ຫັ້ນ ແຫຼະ ເຂົາ ເຈົ້າ ກະ ມັກ ເດີນ ທາງ ຍົນ ຄັນ ຖ້າບໍ່ ມີພະ ຍາດນີ້ ເຂົາເຈົ້າ ກະ ເຮັດ ແລ້ວ ແລ້ວກະ ມີ ສັນ ຍາ ເຂົາ ເຈົ້າ ບໍ່ ທັນ ເຮັດ ແລ້ວ ."
ມີຄວາມເປັນໄປໄດ້ວ່າ ຕ່າງປະເທດເຂົ້າມາລົງທຶນຢູ່ໃນແຂວງຫຼາຍຂຶ້ນ ຖ້າວ່າ ສນາມບິນສ້າງສຳເຣັດ. ເຈົ້າຂອງເຮືອນພັກ ທ່ານນຶ່ງ ໄດ້ກ່າວວ່າ:
" ມີ ຫຼາຍ ຢູ່ດອກ ບ້ານ ພັກ ບ້ານ ເຊົ່າ ຫັ້ນ ນ່າ ກໍອາ ຈ ຊິ ມີ ວຽດ ນາມບໍ່ ຕ່າງ ປະ ເທດບໍ່ ທີ່ ວ່າ ເພິ່ນ ຈະ ມາ ລົງ ທຶນ ທາງ ແຂວງ ເຮົາ ວຽດ ນາມ ເພິ່ນ ກະ ເຣີ່ມ ເປີດ ປະ ເທດ ເຣີ່ມ ເຂົ້າໆ ອອກໆ ໄດ້ ."
ບໍຣິສັດ ຮ່ວງແອງອັດຕະປື ທີ່ເປັນຂອງບໍຣິສັດ ຮ່ວງແອງຍາລາຍ ຂອງວຽດນາມ ໄດ້ເຣີ່ມສ້າງສນາມບິນໜອງຄ້າງ ໃນເນື້ອທີ່ 200 ເຮັກຕ້າຣ໌ ມູນຄ່າ 74 ລ້ານ ໂດລ້າຣ໌ ຕັ້ງແຕ່ປີ 2013 ໂດຍ ໄດ້ສົ່ງຜົລກະທົບຕໍ່ຫຼາຍຄອບຄົວ ແລະ ບໍຣິສັດ ບໍ່ໄດ້ເປີດເຜີຍຈຳນວນຄອບຄົວລະອຽດ ແຕ່ ໄດ້ຊົດເຊີຍໃຫ້ຊາວບ້ານໄປແລ້ວ 6 ຕື້ ກີບ ອີງຕາມຂໍ້ມູນຈາກທາງການແຂວງ.
ຮອດປີ 2015 ໂຄງການດັ່ງກ່າວ ໄດ້ໂຈະການກໍ່ສ້າງ ຍ້ອນບໍຣິສັດ ຂາດງົບປະມານ ແລະ ມີບັນຫາໜີ້ສິນ. ຈົນຮອດປີ 2018 ບໍຣິສັດ ຈຶ່ງຫັນມາສືບຕໍ່ ການກໍ່ສ້າງອີກ ແຕ່ ກໍໂຈະການກໍ່ສ້າງໃນປີເດືອນມີນາ 2020 ຈົນມາເຖິງປັດຈຸບັນ ກໍຍັງບໍມີການຢືນຢັນວ່າ ການກໍ່ສ້າງສນາມບິນດັ່ງກ່າວ ຈະສຳເຣັດເມື່ອໃດ.
