ພະຍຸເມືອງຮ້ອນ ໃນຣະດູຝົນ

0:00 / 0:00

ກົມອຸຕຸນິຍົມ ວິທຍາ ລາວ ປ່າວເຕືອນ ປະຊາຊົນ ຣະວັງ ພະຍຸ ເມືອງຮ້ອນ ໃນຊ່ວງ ຣະດູຝົນ ປີນີ້.

ກົມອຸຕຸນິຍົມ ວິທຍາ ແລະ ອຸທົກສາດ ສປປລາວ ໄດ້ເຕືອນ ປະຊາຊົນ ໃນທົ່ວ ປະເທດ ໃຫ້ຣະມັດ ຣະວັງ ລົມພະຍຸ ເມືອງຮ້ອນ ທີ່ຈະເກີດຂື້ນ ໃນຊ່ວງ ຣະດູຝົນ ປີນີ້ ທີ່ຈະເຮັດໃຫ້ ຝົນຕົກຫນັກ ໃນຫລາຍ ພື້ນທີ່ ມີລົມພັດແຮງ ແລະ ຫມາກເຫັບຕົກ ອາດຈະເຮັດ ໃຫ້ເຮືອນຊານ ເພພັງໄດ້. ເຈົ້າຫນ້າທີ່ ອຸຕຸນິຍົມ ວິທຍາ ທ່ານນຶ່ງເວົ້າວ່າ:

"ຊ່ວງເລີ້ມຕົ້ນ ຣະດູຝົນ ພວກເຮົາໄດ້ ເຕືອນ ກ່ຽວກັບ ພະຍຸ ທ້ອງຖີ່ນ ເປັນສ່ວນຫລາຍ ໂອກາດ ທີ່ມີຝົນຕົກ ຟ້າຄະນອງ ລົມແຮງ ຫມາກ ເຫັບຕົກຕ່າງໆ ພວກເຮົາ ກໍໄດ້ ເຕືອນເນາະ ຝົນຕົນນີ້ ຢູ່ໃນຣະດັບ ປານກາງ ໄປຫາ ຣະດັບແຮງ ຢູ່ສະເພາະ ທາງພາກກາງ ຫາພາກໃຕ້ ຈະມີເປັນ ບາງບ່ອນ".

ທ່ານກ່າວ ຕໍ່ໄປວ່າ ໂອກາດ ທີ່ຈະເກີດພະຍຸ ທ້ອງຖີ່ນນັ້ນ ຈະເລີ້ມແຕ່ ເດືອນ ມິຖຸນາ ເປັນຕົ້ນໄປ ໂດຍຝົນ ຈະເລີ້ມຕົກ ໃນ 2-3 ມື້ ຂ້າງຫນ້ານີ້ ຊາວບ້ານ ຜູ້ທີ່ມີເຮືອນ ເຮັດດ້ວຍໄມ້ ແລະ ມຸງສັງກະສີ ຄວນຣະມັດ ຣະວັງ ເປັນພິເສດ, ວ່າງປີິ ຜ່ານມາມີ ລາຍງານວ່າ ບ້ານເຮືອນ ຂອງຊາວບ້ານ ໃນຫລາຍ ແຂວງ ເພພັງ ຍ້ອນ ລົມພະຍຸ.

ທ່ານກ່າວ ເພີ້ມວ່າ ນອກຈາກນັ້ນແລ້ວ ໃນເຂດ ພາກເຫນືອ ທີ່ປະກອບ ໄປດ້ວຍ ພູເຂົາ ປະຊາຊົນ ຄວນຣະມັດ ຣະວັງ ດິນເຈື່ອນ ເນື່ອງຈາກວ່າ ຈະມີຝົນ ຕົກຫນັກ ໃນເຂດ ດັ່ງກ່າວ ຈະເຮັດໃຫ້ ນ້ຳປ່າ ໄຫລແຮງ ວ່າງປີິ 2011 ຊາວບ້ານ ຢູ່ ແຂວງຫົວພັນ ເສັຽຊິວິດ 3 ຄົນ ຍ້ອນດິນ ເຈື່ອນໃສ່ ເຮືອນ.

ໃນປີນີ້ ທາງການ ຈຶ່ງຕັກເຕືອນ ໄວ້ລ່ວງຫນ້າ ຍ້ອນວ່າຈະມີ ລົມພະຍຸ ຫລາຍລູກ ພັດຈາກ ມະຫາສມຸດ ປະຊິຟິກ ຜ່ານວຽດນາມ ເຂົ້າມາລາວ ຈະເຮັດໃຫ້ ຝົນຕົກ ຫນັກ ໃນຫລາຍເຂດ.