ປັດຈຸບັນ ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍຍັງພົບເຫັນການລ່າສັດປ່າ ແລະການຄ້າຂາຍສັດປ່າທີ່ຜິດກົດໝາຍຫລາຍ ລວມດ້ວຍການບຸກເບີກປ່າໄມ້ ເພື່ອການປູກຝັງ ສ່ວນການຕັດໄມ້ທຳລາຍປ່າແບບເປັນຂະບວນການນັ້ນ ບໍ່ມີຫຼາຍ ປານໃດແລ້ວ ຍ້ອນມີການດຳເນີນຄະດີຜູ້ບຸກລຸກປ່າຫຼາຍຄະດີ, ດັ່ງເຈົ້າໜ້າທີ່ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍທ່ານນື່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 4 ເດືອນຕຸລາ ປີ 2024 ວ່າ:
“ຍັງມີເປັນລ່າສັດປ່າຫາເຄື່ອງປ່າຂອງດົງ ຫຼືວ່າຫາປາ ກໍບໍ່ແນ່ໃຈເປົ້າໝາຍການລ່າ ລ່າເຂົາກໍເຂົ້າປ່າລ່າ ເຫັນໂຕໃດເຂົາກໍເອົາໂຕນັ້ນ ມີຫຼາຍຄະດີຢູ່ ເປັນຄະດີ ໜັກໆກໍມີ ຄະດີເບົາກໍມີ ເປັນຄະດີທີ່ມີອາວຸດລ່າສັດ ສ່ວນຫຼາຍຈະແມ່ນຄະດີທີ່ມີອາວຸດລ່າສັດ ແຕ່ວ່າສັດປ່າທີ່ຍຶດໄດ້ນັ້ນມີນ້ອຍເນາະຍຶດໄດ້ອາວຸດຫັ້ນຫຼາຍ.”
ທ່ານກ່າວຕື່ມວ່າ ຜ່ານມາ ສັດປ່າທີ່ຫວງຫ້າມ ທີ່ເຈົ້າໜ້າທີ່ສາມາດຍຶດໄດ້ນັ້ນ ກໍມີປະເພດກວາງ, ເຍືອງ. ຟານ ສ່ວນເສືອໂກ່ງແລະສັດໃຫຍ່ປະເພດອື່ນໆນັ້ນ ດົນໆຈະຍຶດໄດ້ເທື່ອນື່ງ ນອກຈາກນີ້ ຍັງມີສັດປ່າປະເພດນົກທີ່ພໍ່ຄ້າຄົນກາງຈາກຫວຽດນາມມາເລາະຊື້ຕາມບ້ານ ຈື່ງເຮັດໃຫ້ໍຊາວບ້ານອອກລ່ານົກຫຼາຍຂື້ນຍ້ອນມີຕລາດຮອງຮັບແລະຕ້ອງການ.
ເຈົ້າໜ້າທີ່ອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍໄດ້ພະຍາຍາມລົງກວດກາ ແລະໂຄຊະນາກ່ຽວກັບການອະນຸລັກສັດປ່ານານາພັນ ຕາມເຂດບ້ານທີ່ມີພື້ນທີ່ຕິດກັບເຂດອຸທິຍານແຫ່ງຊາດນ້ຳແອດ-ພູເລີຍຕະຫລອດ ແຕ່ຍັງພົບເຫັນກາລ່າສັດປ່າຢູ່ ຍ້ອນຄວາມທຸກຍາກໃນຄອບຄົວ ຊາວບ້ານອາໃສ ການລ່າສັດປ່າເປັນອາຫານແລະສ້າງລາຍໄດ້ໃຫ້ແກ່ຄອບຄົວ ດັ່ງເຈົ້າໜ້າທີ່ອະນຸລັກສັດປ່ານ້ຳແອດ-ພູເລີຍອີກທ່ານນື່ງ ເວົ້າວ່າ:
“ມີຢູ່ມີຫຼາຍ (ການລ່າເນື້ອ)ເພາະຊາວບ້ານຢູ່ກັບທະມະຊາດ ຖ້າເຮົາໄປເຮັດໃຫ້ຂະເຈົ້າຫຼາຍນີ້ ເຮົາກໍຢູ່ນຳກັນບໍ່ໄດ້ ມັນມີຜູ້ບຸກລຸກກໍຫຼາຍແຕ່ລະມື້ ຈັບຜູ້ລະເມີດຫຼາຍ ຖ້າເອົາໄປກີນກໍບໍ່ຜິດກົດໝາຍດອກສ່ວນມັນໃຊ້ອາວຸດທີ່ຜິດກົດໝາຍຫັ້ນນ່າມັນຜິດ ແຕ່ຖ້າວ່າ ເອົາໄປຂາຍ ຂະເຈົ້າຕອ້ງຢາກໄດ້ຫຼາຍ (ສັດປ່າ) ແລ້ວກໍໃຊ້ອາວຸດຫັ້ນນ່າ ເຮັດໃຫ້ສັດປ່າດັບສູນໄວ.”
ຜູ້ປະກອບການທ່ອງທ່ຽວຢູ່ເມືອງຊ່ອນ ແຂວງຫົວພັນ ຊື່ງເປັນອານາເຂດໃກ້ກັບອຸທິຍານແຫ່ງຊາດນ້ຳແອດ-ພູເລີຍເວົ້າວ່າ ຊາວບ້ານຢູ່ບໍລິເວນອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ມີວິຖິຊິວິດຕິດພັນກັບທັມມະຊາດຢ່າງໃກ້ຊິດ ກຸ່ມດັ່ງກ່າວ ຈະເຂົ້າໄປຊອກຫາເຄື່ອງປ່າຂອງດົງທຸກມື້ ສ່ວນການລ່າສັດປ່ານັ້ນ ກໍມີຢູ່ ແຕ່ບໍ່ມີຫຼາຍຍ້ອນເຈົ້າໜ້າທີ່ຫ້າມ ແລະຕິດຕາມກວດກາ ດັ່ງທ່ານເວົ້າວ່າ:
“ຫຼາຍໆ(ການເຂົາປ່າຫາອາຫານ) ເກືອບຮ້ອຍສ່ວນຮ້ອຍເດ ສ່ວນຫຼາຍປະຊາຊົນຕາມເຂດນີ້ເນາະ ມັນກໍຈະມີການຫາກີນຕາມທຳມະຊາດຫັ້ນແຫຼະ ຫວ່ານແຫ ຫາປາໄປກິນ ແລະຈຳນວນນືງກໍເຮັດໄຮ່ເຮັດສວນ, ເຮັດໄຮ່ປູກເຂົ້າ, ປູກສາລີ ລ່າສັດບໍ່ຄອ່ຍມີແລ້ວ ເພາະວ່າເຈົ້າໜ້າທີ່ຫ້າມ ມີສ່ວນນ້ອຍ.”
ຊາວບ້ານ ນາງນື່ງຜູ້ ແຂວງຫົວພັນເວົ້າວ່າ ໃນເຂດບ້ານຂອງນາງ ຊາວບ້ານຍັງມີຊິວິດຕິດພັນກັບທຳມະຊາດຫຼາຍຢູ່ ແຕ່ເລື່ອງການລ່າສັດປ່ານັ້ນບໍ່ຄອ່ຍມີຫຼາຍໃນໄລຍະຫຼັງໆມານີ້ ຍ້ອນຖ້າເຈົ້າໜ້າທີ່ພົບເຫັນຈະຖືກລົງໂທດແລະປັບໄໝ ດັ່ງນາງເວົ້າວ່າ
“ມີຫຼາຍຢູ່ຫັ້ນນ່າ (ການເຂົ້າປ່າ) ເຂົາກໍປູກສາລີຢູ່ທາງນີ້, ໝາກເດືອຍ ໄຮ່ເຂົ້າເຂົາກໍເຮັດຢູ່, ໄຮ່ສາລີນີ້ແຫຼະ ເຮັດຫຼາຍ, ສ່ວນສັດປ່າບໍ່ເຫັນເຂົາມາຂາຍ ຖ້າເຫັນເຂົາກໍຖືກປັບໄໝ ກໍບໍ່ເຫັນມາຂາຍຫຼາຍ.”
ເຂດອຸທິຍານແຫ່ງຊາດ ນ້ຳເດ-ພູເລີຍມີເນື້ອທີ່ປະມານ 410,720 ເຮັກຕ້າຣ໌ ຢູ່ໃນນັ້ນມີສັດປ່າແລະຊີວະນານາພັນຫຼາຍຊະນິດ ແຕ່ໃນປັດຈຸບັນ ໄດ້ປະເຊີນກັບຂໍ້ຍຸງຍາກຢ່າງຫຼາຍ ທັງເລື່ອງການລາດຕະເວນ, ການຕິດຕາມກວດກາ, ການສະກັດກັ້ນການລັກລອບລ່າສັດປ່າ ແລະການລັກຕັດໄມ້ ຍ້ອນເຈົ້າໜ້າທີ່ມີນ້ອຍ ເມື່ອທຽບໃສ່ອານາເຂດພື້ນທີ່ສວນອຸທິຍານ ລວມດ້ວຍການຂາດງົບປະມາຂອງລັດຖະບານ.
ເຂດອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ກວມເອົາ 10 ເມືອງ ຂອງ 3 ແຂວງ ຄື 5 ເມືອງຂອງ ແຂວງຫົວພັນ ເຊັ່ນເມືອງຮ້ຽມ, ເມືອງຊ່ອນ, ເມືອງແອດ, ເມືອງຫົວເມືອງ ແລະເມືອງຊໍາເໜືອ; 4 ເມືອງຂອງແຂວງຫຼວງພຣະບາງ ເຊັ່ນ ເມືອງວຽງຄໍາ, ເມືອງປາກແຊງ, ເມືອງໂພນທອງ ແລະໂພນໄຊ ແລະ ອີກ 1 ເມືອງຂອງແຂວງຊຽງຂວາງ ຄືເມືອງພູກູດ, ມີບ້ານທີ່ຕັ້ງຢູ່ໃກ້ 129 ບ້ານ.
ການລັກລ້າ ແລະຊື້-ຂາຍສັດປ່າ ເປັນບັນຫາທ້າທາຍ ສໍາລັບພາກສ່ວນອະນຸລັກສັດປ່າຢູ່ປະເທດລາວ ເຖິງແມ່ນວ່າ ລັດຖະບານ ແລະອົງການທີ່ບໍ່ສະ ແຫວງຫາຜົນກໍາໄລ ຈະພະຍາຍາມຫ້າມຢ່າງຕໍ່ເນື່ອງ ເພື່ອຍຸຕິການລັກລ້າສັດປ່າກໍຕາມ.
ນອກຈາກຈະມີການລັກຊື້-ຂາຍສັດປ່າ ຕາມແຄມທາງ ຕາມບ້ານ ຕາມຮ້ານຄ້າ ແລະຕະຫລາດແລ້ວ ກໍມີພໍ່ຄ້າແມ່ຄ້າ ຂາຍສັດປ່າ ແລະຊາກສັດ ທາງອອນລາຍ ເປັນຕົ້ນ ເຟສບຸກ ຜ່ານກຸ່ມຂາຍເຄື່ອງປ່າຂອງດົງ ຍ້ອນເຈົ້າໜ້າທີ່ ຍັງບໍ່ມີການກວດກາເລື່ອງນີ້ຢ່າງເຂັ້ມງວດເທື່ອ.
ປັດຈຸບັນ ທາງການປະກາດ ຫາກຜູ້ໃດພົບເຫັນການຊື້-ຂາຍສັດປ່າ ໃຫ້ໂທແຈ້ງເຈົ້າໜ້າທີ່ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕິດຕາມຈັບກຸມ ກຸ່ມດັ່ງກ່າວ ມາດໍາເນີນຄະດີຕາມກົດໝາຍ. ສບາຍດີ.