ໃນໄລຍະບໍ່ດົນມານີ້ ຫລາຍເມືອງ ແລະ ຫລາຍແຂວງ ພາຍໃນປະເທດລາວ ຍັງພົບເຫັນ
ການລັກລອບຄ້າຂາຍສັດປ່າ ແລະຊາກສັດປ່າ ຜ່ານສື່ສັງຄົມອອນລາຍນ໌ ເປັນຈໍານວນຫລາຍ ຂະນະທີ່ຊາວລາວຫລາຍຄົນ ກໍບໍ່ເຫັນດີນໍາ ກ່ຽວກັບ ການໂພສຕ໌ຂາຍສັດປ່າ ທັງແບບຖືກກົດໝາຍ ແລະ ບໍ່ຖືກກົດໝາຍ.
ດັ່ງ ຊາວບ້ານ ຢູ່ບ້ານນາໂພ ເມືອງແມດ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ທັນວາ 2022 ນີ້ວ່າ:
" ກໍບໍ່ເຫັນດີຫັ້ນແຫລະ ພວກນັ້ນຂະເຈົ້າລັກລອບຫັ້ນນ່າ ບໍ່ແມ່ນວ່າຂາຍຖືກກົດໝາຍ ຫລື ຜິດກົດໝາຍຄືກັນ ຂະເຈົ້າກວດສອບຢູ່ແລ້ວ ຂະນະນີ້ ໃຜກະບໍ່ເຫັນດີ ຄືເຫັນຫັ້ນແຫລະ ລ່າສັດປ່າ ຂະເຈົ້າສງວນແລ້ວຫັ້ນນ່າ."
ທາງດ້ານຫນ່ວຍງານ ທີ່ເຮັດວຽກ ດ້ານການຄຸ້ມຄອງ ແລະ ອານຸຮັກສັດປ່າ ຫວງຫ້າມ ກໍຢາກໃຫ້ກະຊວງກະສິກັມ ແລະ ປ່າໄມ້, ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂ ແລະດໍາເນີນຄະດີ ກັບບັນດານາຍພານ ແລະພໍ່ຄ້າຄົນກາງ ທີ່ມັກໂພສຕ໌ຂໍ້ຄວາມ ຮັບຊື້-ຂາຍ ສັດປ່າ ແລະຊາກສັດປ່າ ຜ່ານສື່ສັງຄົມອອນລາຍນ໌ ຢ່າງເຂັ້ມງວດຂຶ້ນ.
ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການອານຸຮັກ ສັດປ່າຫວງຫ້າມ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
" ກໍຄືເຮົາຮູ້ຫັ້ນແຫລະ ຢາກໃຫ້ມີການອານຸຮັກ ບໍ່ຢາກໃຫ້ມີການຂ້າ - ລ່າອິຫຍັງ ຄັນຖ້າວ່າເປັນສັດຫວງຫ້າມອິຫຍັງຈັ່ງຊີ້ຫັ້ນນ່າ ບໍ່ຢາກໃຫ້ມີການລ່າອິຫຍັງ ຫັ້ນແຫລະ ກໍຍັງຍາກຢູ່ ເພາະວ່າອອນລາຍນ໌ ເຮົາກໍບໍ່ຮູ້ວ່າ ແມ່ນພາກສ່ວນໃດເນາະ ບໍ່ຮູ້ວ່າຜູ້ໃດເປັນຜູ້ຂາຍໄປຈິງຫັ້ນນ່າ ຍັງຫຍຸ້ງຍາກຫັ້ນເນາະ ເພາະວ່າເຣຶ່ອງອອນລາຍນ໌ນີ້ ພາຍໃນປະເທດເຮົາ ມັນຍັງບໍ່ມີການ ຮັດກຸມປານໃດຫັ້ນນ່າ. "
ທາງດ້ານ ກະຊວງກະສິກັມ ແລະ ປ່າໄມ້, ພາກສ່ວນທີ່ກ່ຽວຂ້ອງ ຂອງແຕ່ລະເມືອງ ແລະແຂວງ ກໍໄດ້ກໍານົດໃຫ້ ເຈົ້າໜ້າທີ່ບາງສ່ວນ ຮັບຜິດຊອບ ໃນການກວດກາ ການລັກລອບ ຊື້-ຂາຍສັດປ່າ ຜ່ານສື່ສັງຄົມອອນລາຍນ໌ແລ້ວ, ແຕ່ຢ່າງໃດກໍຕາມ ການຈັບໂຕ ຜູ້ກະທໍາຄວາມຜິດ ດັ່ງກ່າວນີ້ ຍັງປະສົບຄວາມຫຍຸ້ງຍາກ ໃນການສືບຫາ ເພື່ອດໍາເນີນຄະດີຕາມກົດໝາຍ.
ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການກວດກາ ປ່າໄມ້ ຢູ່ແຂວງທາງພາກໃຕ້ ຂອງປະເທດລາວ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແຫນ່ງ ທ່ານນຶ່ງ ກ່າວວ່າ:
" ຂະເຈົ້າກໍລັກຂາຍ ຂະເຈົ້າກໍພຍາຍາມສືບຫັ້ນແຫລະ ຄັນຖ້າຮູ້ກໍໄດ້ດໍາເນີນ ຈັບດໍາເນີນຄະດີຕາມກົດໝາຍ ທີ່ມີໄວ້ ສ່ວນຫລາຍຂະເຈົ້າໂພສຕ໌ຊື້ ແລ້ວໂພສຕ໌ຂາຍເນາະ ແລ້ວເຈົ້າໜ້າທີ່ພວກເຮົາ ກໍໄດ້ຖ້າຊື້ຢູ່ນ່າ ແລ້ວມັນ ແຕ່ກໍພຍາຍາມທີ່ສຸດແຕ່ວ່າ ເຂົາກໍນຽບນຽນທີ່ສຸດ ວ່າຊັ້ນສາ ຈັບໄດ້ກໍຫລາຍຍ້ອນ ສື່ອອນລາຍນ໌ນີ້ເນາະ ແຕ່ກໍຍັງມີຢູ່. "
ທ່ານກ່າວຕື່ມວ່າ ສໍາລັບກຸ່ມຄົນ ທີ່ດໍາເນີນການໂພສຕ໌ ຮັບຊື້-ຂາຍ ສັດປ່າ ແລະ ຊາກສັດປ່າ ຜ່ານສື່ສັງຄົມ ອອນລາຍນ໌ນັ້ນ ສ່ວນຫລາຍແມ່ນເປັນພໍ່ຄ້າ ແລະ ແມ່ຄ້າຄົນກາງ ທີ່ອາສັຍຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດ ເປັນຕົ້ນ ແຂວງບໍລິຄໍາໄຊ ແລະ ແຂວງສວັນນະເຂດ ເນຶ່ອງຈາກເປັນພື້ນທີ່ ທີ່ຍັງມີພື້ນທີ່ປ່າສງວນຫລາຍ ສ່ວນພື້ນທີ່ທາງພາກເໜືອ ກໍຍັງມີການລັກລອບ ຊື້-ຂາຍ ສັດປ່າ ແລະຊາກສັດປ່າຄືກັນ ແຕ່ມີເຈົ້າໜ້າທີ່ ໃນເມືອງ ແລະແຂວງ ລວມທັງອົງການ ຈັດຕັ້ງສາກົລ ໄດ້ດໍາເນີນການຊ່ວຍເຫລືອ ກ່ຽວກັບການຄຸ້ມຄອງ ແລະອານຸຮັກສັດປ່າ ຈໍານວນຫລາຍ ເປັນໄລຍະເວລານຶ່ງແລ້ວ. ທີ່ຜ່ານມາ ກົດໝາຍຄຸ້ມຄອງ ແລະ ອານຸຮັກສັດປ່າ ຫວງຫ້າມ ຂອງປະເທດລາວ ຍັງບໍ່ທັນມີມາຕຣາໃດນຶ່ງ ໃນກົດໝາຍ ທີ່ຈະປ້ອງກັນ ການໂພສຕ໌ຊື້-ຂາຍສັດປ່າ ຜ່ານສື່ສັງຄົມອອນລາຍນ໌, ແຕ່ຢ່າງໃດກໍຕາມ ຖ້າຫາກກວດພົບວ່າ ມີການລັກລອບຊື້-ຂາຍສັດປ່າຜ່ານສື່ ສັງຄົມອອນລາຍນ໌ ທາງພາກສ່ວນທີ່ກ່ຽວຂ້ອງ ກໍຈະເລັ່ງຕິດຕາມ ເພື່ອດໍາເນີນຄະດີ ຕາມກົດໝາຍ ຕໍ່ຜູ້ທີ່ກະທໍາຄວາມຜິດ.
ດັ່ງ ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ຢູ່ທາງພາກໃຕ້ ຂອງປະເທດລາວ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແຫນ່ງ ນາງນຶ່ງກ່າວວ່າ:
" ສົມມຸດວ່າເຮົາຮູ້ບ່ອນຢູ່ ບ່ອນເຂົາ ແລ້ວເຮົາກໍໄປຍຶດ ໄປຫັ້ນເນາະ ກໍມີຄືກັນ ເປັນແຂວງນຶ່ງຊີ້ນ່າ ແຕ່ວ່າເຮົາຈະກວດພາຍໃນແຂວງເຮົາ ມັນຈະມີຫລາຍເມືອງຊີ້ນ່າ ຕອນສົມມຸດເຮົາຫັ້ນເນາະ ວ່າຢູ່ແຂວງນຶ່ງໆ ເຮົາກໍຊິປະສານ ເພາະເຮົາຈະມີກຸ່ມເນາະ ກຸ່ມຂອງແຕ່ລະແຂວງຫັ້ນນ່າ ຖ້າເຮົາມີຂໍ້ມູນກໍຈະສົ່ງຕໍ່ກັນ ໃຫ້ແຂວງນັ້ນໄປກວດ ຫລືວ່າ ພື້ນທີ່ນັ້ນລົງກວດຫຍັງຫັ້ນນ່າ. "
ສໍາລັບຜູ້ທີ່ກັກຂັງ ຫລື ມີສັດປ່າ ປະເພດຫວງຫ້າມ ໄວ້ໃນຄອບຄອງ ຈະມີຄວາມຜິດຕາມກົດໝາຍ ອາຍາ ມາຕຣາ 334 ທີ່ລະບຸວ່າ ບຸກຄົນໃດ ຫາກລັກລອບເອົາສັດນ້ໍາ-ສັດປ່າ ປະເພດຫວງຫ້າມ ທີ່ຍັງມີຊີວິຕ, ຊາກ ຫລື ຊິ້ນສ່ວນ ແລະ ອວັຍວະຕ່າງໆ ຂອງສັດປ່າ ເພື່ອຄ້າຂາຍ ຫລື ມີໄວ້ຄອບຄອງ ຈະຖຶກລົງໂທດ ຕັດອິສຣພາບແຕ່ 3 ເດືອນ ຫາ 5 ປີ ແລະຖຶກປັບໃຫມແຕ່ 3 ລ້ານກີບ ຫາ 10 ລ້ານກີບ ໃນ ກໍຣະນີ ທີ່ກະທໍາຜິດເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫລື ເຮັດໃຫ້ເກີດຄວາມເສັຍຫາຍ ທີ່ມູນຄ່າແຕ່ 50 ລ້ານກີບຂຶ້ນໄປ ຈະຖຶກລົງໂທສ ຕັດອິສຣພາບແຕ່ 2 ປີ ຫາ 5 ປີ ແລະ ຈະຖຶກປັບໃຫມ ຂອງມູລຄ່າຄວາມເສັຍຫາຍ ສໍາລັບສັດປ່າ ທີ່ຍັງມີຊີວິຕ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈະນໍາໄປປ່ອຍ ເພື່ອຄືນສູ່ທັມມະຊາຕ ສ່ວນອຶ່ນໆຈະເກັບຮັກສາໄວ້ ເພື່ອປະກອບເປັນຫລັກຖານ ໃນການດໍາເນີນຄະດີ ຕໍ່ຜູ້ກະທໍາຄວາມຜິດຕໍ່ໄປ.
ເຖິງແມ່ນວ່າ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະເລັ່ງດໍາເນີນການປາບປາມ ກຸ່ມຜູ້ລັກລອບຊື້-ຂາຍສັດປ່າ ແລະ ຊາກສັດປ່າ ທັງພາຍໃນ ແລະຕ່າງປະເທດ ແຕ່ຢ່າງໃດກໍຕາມ ມາຮອດປັດຈຸບັນກໍຍັງມີການໂພສຕ໌ຊື້-ຂາຍ ລວມທັງນໍາເຂົ້າ ແລະສົ່ງອອກສັດປ່າຢ່າງຕໍ່ເນື່ອງ.
ດັ່ງ ຜູ້ຮູ້ກ່ຽວກັບ ການລັກລອບຊື້-ຂາຍສັດປ່າ ລະຫວ່າງປະເທດ ຢູ່ແຂວງສວັນນະເຂດ ນາງນຶ່ງ ກ່າວວ່າ:
" ປົກກະຕິ ເຮົາສົ່ງໄປແຕ່ວຽດ ແຕ່ຢູ່ທາງເບື້ອງໄທຍນີ້ ຍັງບໍ່ເຄີຍສົ່ງໄປຈັກເທຶ່ອ ມີແຕ່ເອົາຢູ່ໄທຍມາເດ້ ຄືອັນສົ່ງໄປວຽດຫັ້ນ ຄືສົ່ງອົ້ນ ກັບ ເຫມັ້ນ ຮັບແຕ່ໄທຍ ກໍຮັບອົ້ນຄືກັນ ຄືຢູ່ລາວສ່ວນຫລາຍ ຄືຊິມີແຕ່ອົ້ນປ່າເນາະ ມັນບໍ່ພໍຫັ້ນນ່າ ເຮົາສົ່ງໄປໃຫ້ຮ້ານອາຫານວຽດຫັ້ນເດ້ ມັນບໍ່ພໍ ແລ້ວເຮົາຈະຮັບອົ້ນຟາມຢູ່ໄທຍມາອີກ. "
ທີ່ຜ່ານມາ ທາງການລາວ ໄດ້ກວດພົບວ່າ ຊາວລາວ ແລະ ຊາວຕ່າງປະເທດ ໂດຍສະເພາະຊາວວຽດນາມ ຮ່ວມມືກັນລັກລອບ ນໍາເອົາຊາກສັດປ່າອອກນອກປະເທດ ເປັນຕົ້ນໃນປີ 2017 ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ທີ່ດ່ານສາກົນ ນາເພົ້າ-ຈໍຫລໍ ແຂວງຄໍາມ່ວນ ສາມາດສກັດຈັບຊາວວຽດນາມ ລະຫວ່າງລັກລອບ ຂົນສັດປ່າຫວງຫ້າມ ອອກນອກປະເທດ ແລະໃນປີ 2018 ເຈົ້າໜ້າທີ່ດ່ານ ຄຸ້ມຄອງພາສີ ບໍຣິເວນ ດ່ານຊາຍແດນ ລາວ-ວຽດນາມ ສາມາດຍຶດສັດປ່າ ປະເພດຫວງຫ້າມ ເປັນຕົ້ນ ງູຈົງອາງ ແລະ ເຕົ່າງັບ ທີ່ກໍາລັງຢູ່ລະຫວ່າງ ການລໍາລຽງ ອອກໄປຍັງປະເທດວຽດນາມ.
ຂະນະທີ່ ທາງການວຽດນາມ ກໍໄດ້ອອກກົດໝາຍ ຄວມຄຸມ ແລະປາບປາມການຄ້າ ຂາຍສັດປ່າ ທັງພາຍໃນ ແລະລະຫວ່າງປະເທດ ຜ່ານລະບົບອອນລາຍນ໌ ພາຍຫລັງຊາວວຽດນາມ ໂດຍສະເພາະ ເຈົ້າໜ້າທີ່ຂອງຣັຖ ເຂົ້າໄປມີສ່ວນກ່ຽວຂ້ອງ ໃນການຊື້-ຂາຍສັດປ່າ ແບບຜິດກົດໝາຍ.
