ເກີດເຫດຫິນທັບຄົນຕາຍ ຢູ່ໂຮງງານ ຊິເມັນ

ສຸພັດຕາ
2020.05.14
F-Cement2 ຄົນງານ ຖືກນໍາສົ່ງໂຮງພຍາບານ ທີ່ໄດ້ຮັບບາດເຈັບ ຍ້ອນຖືກຫິນທັບ ຈາກການຣະເບີດຫິນ ຢູ່ບໍ່ຖ່ານຫິນ ຂອງໂຮງງານຊິເມັນກາຊ້າງ ເຊິ່ງເປັນຂອງ ນັກລົງທຶນຈີນ ຢູ່ເຂດບ້ານຫ້ວຍງົວ ເມືອງຕະໂອ້ຍ ແຂວງສາຣະວັນ
ຮູບຈາກ : ນັກຂ່າວພົລເມືອງ

ເມື່ອວັນທີ 10 ພຶສພາ ຜ່ານມານີ້ ເກີດເຫດຄົນງານ ທີ່ເຮັດວຽກຂົນຫິນ ຢູ່ບໍ່ຖ່ານຫິນ ຂອງໂຮງງານຊິເມັນກາຊ້າງ ເຊິ່ງເປັນຂອງນັກລົງທຶນ ຈີນ ຢູ່ເຂດບ້ານຫ້ວຍງົວ ເມືອງຕະໂອ້ຍ ແຂວງສາຣະວັນ ຖືກຫິນທັບ ຈາກການຣະເບີດຫິນ ເຮັດໃຫ້ມີຄົນງານເສັຽຊີວິດ ທັງໝົດ 5 ຄົນ ເປັນຄົນງານຈີນ 3 ຄົນ ແລະ ຄົນງານລາວ 2 ຄົນ ໃນຂນະທີ່ ມີຄົນງານຈີນອີກ 1 ຄົນໄດ້ຮັບບາດເຈັບສາຫັດ ຈາກເຫດການດັ່ງກ່່າວ, ດັ່ງ ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງຕະໂອ້ຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ພຶສພາ ນີ້ວ່າ:

“ໄດ້ຣາຍງານ ມີຄົນເສັຽຊີວິດເບື້ອງຕົ້ນວ່າ 4 ຄົນ ຫຼັງຈາກນັ້ນກະວ່າ 5 ໂຕນີ້ກະຍັງບໍ່ທັນຮູ້ນະ ບໍ່ທັນຮູ້ຊັດເຈນ ໂຕນີ້ຂະເຈົ້າກໍຍັງບໍ່ທັນຣາຍ ງານແຕ່ໂດຍລວມ ຂະເຈົ້າຊິຈັດເປັນພິທີແລ້ວ ຂະເຈົ້າກະຊິບໍ່ປະຫັ້ນ ແຫຼະເນາະ ແຕ່ຂະເຈົ້າຍັງບໍ່ທັນ ຣາຍງານຣະອຽດເດ້ ຍັງບໍ່ເປີດເທື່ອ ຍັງບໍ່ໄດ້ມີແຈ້ງການມາເທື່ອ ຍັງຖ້າແຈ້ງການມາຢູ່ ຖ້າຍັງບໍ່ເປີດປະເທດ ກະເຂົ້າມາບໍ່ໄດ້ຄືເກົ່າ ພາຍໃນແຂວງເຮົາ ປະເທດເຮົານີ້ແຫຼະ.”

ເຈົ້າໜ້າທີ່ເມືອງຕະໂອ້ຍ ອີກທ່ານນຶ່ງກ່າວວ່າ ສໍາລັບສາເຫດການເສັຽຊີວິດ ຂອງຄົນງານດັ່ງກ່າວນັ້ນ ໃນເບື້ອງຕົ້ນໄດ້ຮັບຮູ້ຂໍ້ມູນວ່າເກີດ ຈາກການຣະເບີດຫິນ ໃນບໍ່ຖ່ານຫິນ ຊຶ່ງອາຈມີຄວາມຜິດພາດ ດ້ານເຕັກນິກ ຫຼືບໍ່ມີຄວາມຣະມັດຣະວັງ ຈຶ່ງເຮັດໃຫ້ຫິນຕົກທັບຄົນງານ:

“ຕາມຊາວບ້ານເຂົາເລົ່າຫັ່ນ ແມ່ນວ່າເຂົາເອົາຣະເບີດ ເຂົ້າໄປແລ້ວຊິໄປຈູດ ແຕ່ບໍ່ຮູ້ວ່າມັນໄປຊ໊ອດກັນຈັ່ງໃດ ແລ້ວຫິນທັບລົງທັບຄົນງານ ຕາຍ.”

ກ່ຽວກັບເຫດການນີ້ ທ່ານ ບຸນເນືອງ ຫຼວງຄໍາໄຕ ເຈົ້າເມືອງ ເມືອງຕະໂອ້ຍ ໄດ້ໃຫ້ສັມພາດ ແກ່ວິທຍຸກະຈາຍສຽງ ແຫ່ງຊາດລາວ ວ່າໃນ ເບື້ອງຕົ້ນ ທາງເຈົ້າໜ້າທີ່ ໄດ້ໄປກວດກາບ່ອນເກີດເຫດ ພ້ອມກັບໄດ້ນໍາ ຄົນເຈັບສົ່ງໂຮງໝໍ ແລະ ໄດ້ມອບຄົນເສັຽຊີວິດ ທີ່ເປັນຄົນລາວ ໃຫ້ແກ່ອໍານາດ ການປົກຄອງທ້ອງຖິ່ນ ສ່ວນເຣື່ອງຄ່າຊົດເຊີຍ ກໍຍັງບໍ່ທັນໄດ້ເວົ້າກັນເທື່ອ:

“ພາຍຫຼັງທີ່ໄດ້ຮັບແຈ້ງນີ້ ກວດກາແລ້ວ ກະນໍາສົ່ງຄົນເຈັບຫັ້ນ ໄປໂຮງໝໍ ແຕ່ວ່າ ຜູ້ມັນເສັຽຊີວິດ ແລ້ວນີ້ກະຖືວ່າກະມອບໃຫ້ອໍານາດການ ປົກຄອງ ເຂົ້າຢູ່ໃນຫັ້ນແຫຼະ ໄປຮັບເອົາ ແຕ່ວ່າສ່ວນວ່າອັນນີ້ອັນນັ້ນນິ່ ຍັງບໍ່ທັນໄດ້ເວົ້າກັນເຣື່ອງນີ້ ພາສາແປຫັ່ນ ກະຍັງເວົ້າບໍ່ໄດ້ນະ ຍັງເຈັບຢູ່ ມັນກະຍາກນໍາພາສາແປຫັ່ນແຫຼະ ຊິສື່ສານກັນຫັ່ນ.”

ທ່ານເຈົ້າເມືອງ ຊີ້ແຈງຕື່ມວ່າ ສໍາລັບຄົນງານຈີນ ທີ່ເສັຽຊີວິດ ກໍໄດ້ມອບໃຫ້ທາງໂຮງງານ ເປັນຜູ້ດໍາເນີນການ ສ່ວນຄົນງານລາວ ກໍໄດ້ສົ່ງ ໃຫ້ຍາດພີ່ນ້ອງນໍາໄດ້ເຮັດພິທີທາງສາສນາ.

ຢ່າງໃດກໍຕາມ ທາງພາກສ່ວນກ່ຽວຂ້ອງ ຍັງຢູ່ໃນຂັ້ນຕອນການຊອກຫາ ສາເຫດຂອງການເສັຽຊີວິດ ຢ່າງແຈ່ມແຈ້ງຢູ່ ແລະຕຽມຫາລືກັບ ເຈົ້າຂອງ ໂຮງງານເພື່ອຫາແນວທາງຊົດເຊີຍ ຊ່ອຍເຫຼືອຄອບຄົວ ຜູ້ເຄາະຮ້າຍ ຕາມຂັ້ນຕອນ.

ໃນຂນະດຽວກັນ ຊາວເມືອງຕະໂອ້ຍ ທ່ານນຶ່ງທີ່ຮູ້ຂ່າວເຫດການດັ່ງກ່າວ ເວົ້າວ່າຕົນເອງຮູ້ສຶກເສົ້າໃຈຫຼາຍ ແລະ ຂໍໄວ້ອາລັຍໃຫ້ແກ່ຜູ້ເສັຽ ຊີວິດແລະຢາກໃຫ້ໂຮງງານ ດັ່ງກ່າວນັ້ນເພີ່ມມາຕການປ້ອງກັນ ຄວາມປອດພັຍ ໃຫ້ແກ່ຄົນງານຫຼາຍຂຶ້ນ ພ້ອມທັງ ໃຫ້ຄ່າຊົດເຊີຍແບບ ເປັນທັມ ແກ່ຄອບຄົວຜູ້ເສັຽຊີວິດ ແລະ ຜູ້ໄດ້ຮັບບາດເຈັບ:

“ໂອ້ຍ ສະແດງຄວາມເສັຍໃຈຫັ່ນແຫຼະ ທາງໂຮງງານຫັ່ນກະຢາກໃຫ້ເນັ້ນໜັກ ເຖິງຄວາມຣະມັດຣະວັງ ຕື່ມເນາະ ເບິ່ງແຍງເຂົາໃຫ້ທົ່ວເຖິງ ຫັ້ນແຫຼະເນາະ ກະຢາກໃຫ້ເຮັດໂຕນີ້ແຫຼະ ໃຫ້ມັນຮັດກຸມຂຶ້ນຕື່ມ ເນາະ ຕ້ອງໃຫ້ແຈ້ງໃຫ້ຜູ້ໃດເຂົາຢູ່ໃກ້ຄຽງຫັ້ນ ອອກໄປໄກໆສາກ່ອນເນາະ ຄັ້ງນີ້ເປັນບົດຮຽນເນາະ ຢ່າງໃຫຍ່ຫຼວງເນາະ.”

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ເມືອງຕະໂອ້ຍ ໂຮງງານຊິເມັນກາຊ້າງ ໄດ້ເຂົ້າມາຂຸດຄົ້ນບໍ່ຖ່ານຫິນ ແລະຜລິດຊິເມັນຢູ່ເຂດດັ່ງກ່າວ ຕັ້ງແຕ່ປີ 2012 ເປັນຕົ້ນມາ ແຕ່ບໍ່ຮູ້ໄລຍະເວລາ ສັມປະທານ, ເຊິ່ງ ໃນຂອບເຂດ ດັ່ງກ່າວ ມີທັງຄົນງານທີ່ເຮັດວຽກ ຂຸດເຈາະຖ່ານຫິນດ້ວຍຣົດ, ຄົນງານທີ່ຂຸດເຈາະຖ່ານຫິນດ້ວຍມື ແລະຄົນງານທີ່ເຮັດວຽກຂົນຖ່ານຫິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.