ລາວຮັບການຊ່ອຍເຫຼືອ ຮັກສາທັມມະຊາດ

0:00 / 0:00

ທະນາຄານໂລກ ຊ່ອຍເຫລືອລາວ 2 ລ້ານ 3 ແສນ ດອນລາ ສະຫະຣັຖ ເພື່ອຮັກສາ ຊັພຍາກອນ ທັມມະຊາດ ໃນເຂດ ປ່າສງວນ ນ້ຳແອດ-ພູເລີຍ, ແຂວງຫົວພັນ

ເປົ້າໝາຍ ການພັທນາ ໂຄງການ ເຂດປ່າສງວນ ແລະ ເສືອ ທີ່ ນ້ຳແອດ-ພູເລີຍ ສໍາລັບ ສປປລາວ ແມ່ນ ການທົດລອງ, ໃນເຂດ ທີ່ເລືອກໄວ້ ຈາກບໍຣິເວນ ປ່າສງວນ ດັ່ງກ່າວ, ຊຶ່ງເປັນພື້ນທີ່ ດຳເນີນ ກິຈການຕ່າງໆ ເພື່ອຮັກສາ ຊັພຍາກອນ ທັມມະຊາດ ແລະ ສັດປ່າ ທີ່ຕົກຢູ່ໃນ ອັນຕະລາຍ ຈາກ ການກະທຳ ຂອງ ມະນຸສ.

ຜົລກະທົບ ທາງລົບ ທີ່ເກີດຈາກ ມະນຸສ ຮວມມີ: ການປົນເປື້ອນ ເທິງໜ້າດິນ ແລະ ນ້ຳໃຕ້ດິນ, ການຖິ້ມ ສິ່ງເສດເຫລືອ ຂອງຄົວເຮືອນ ທີ່ບໍ່ເໝາະສົມ, ການສູນເສັຍ ຂອງ ຊີວະນາໆພັນ ຈາກການ ໃຊ້ສິ່ງຂອງ ຕ່າງໆ ໂດຍ ກັມມະກອນ ກໍ່ສ້າງ ແລະ ນັກທ່ອງທ່ຽວ. ຄຸນນະພາບ ຂອງອາກາດ ເປັນຕົ້ນແມ່ນ ຂີ້ຝຸ່ນ, ມີສຽງດັງ ເກີນໄປ, ຄວັນ ທີ່ເກີດຈາກໄຟ ຮວມທັງ ການຄົວກິນ ແລະ ການດັງໄຟ ໃນເວລາ ຜູ້ຄົນ ໄປກິນເຂົ້າປ່າ ແລະ ການສູນເສັຍ ຊີວະນາໆພັນ ທີ່ເກີດຈາກ ການເກັບກ່ຽວ ຫລາຍເກີນໄປ ຂອງ ຊຸມຊົນ ພາຍໃນ ທ້ອງຖິ່ນ.

ເຖິງຢ່າງໃດ ກໍຕາມ, ມາຕການ ຫລຸດຜ່ອນ ບັນຫາ ດັ່ງກ່າວ ສາມາດ ປະຕິບັດໄດ້ ດັ່ງນີ້: 1 ການໃຊ້ນ້ຳ ແລະ ຜົງຊັກຟອກ ຫລື ນ້ຳຢາ ທຳຄວາມສະອາດ ຢ່າງມີ ປະສິດທິພາບ ເພື່ອຫລຸດຜ່ອນ ບໍຣິມາດ ນ້ຳເສັຍ ແລະ ສານເຄມີ; 2 ກຳຈັດ ເຄື່ອງທີ່ເສັຍ ໄວ້ໃນ ສະຖານທີ່ ທີ່ກຳນົດໄວ້, ໝັກ ຫລື ແຊ່ ເຄື່ອງທີ່ເສັຍ ໄວ້ໃນບ່ອນທີ່ ເໝາະສົມ; 3 ຊຸບ ເຄື່ອງ ທີ່ສາມາດ ຊຸບຄືນມາ ໃໝ່ໄດ້ ແລະ ຄັດເອົາ ຂອງເສັຍ ທີ່ບໍ່ມີ ສານເຄມີ ອອກຈາກບ່ອນ ທີ່ເປັນໄປໄດ້; 4 ຊື້ ສິ່ງຂອງ ທີ່ບໍ່ແມ່ນ ຜລິຕພັນໄມ້ ຈາກປ່າ ເພື່ອມາໃຊ້ ສ່ວນຕົວ; 5 ຈຳກັດ ການກໍ່ສ້າງ ຕາມລະດູການ ເພື່ອຫລຸດຜ່ອນ ສິ່ງເສດເຫລືອ ທີ່ໄຫລເຊາະລົງ ໃສ່ ແມ່ນ້ຳ ແລະ 6 ຫລຸດຜ່ອນສຽງ ເວົ້າຈາ ຂອງຜູ້ຄົນ.