ຊາວບ້ານຍັງກັງວົນ ເລື່ອງນໍາໃຊ້ນໍ້າແວ່ນ
2024.10.17
ຊາວບ້ານ ຫຼາຍບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ຍັງຄົງກັງວົນໃຈ ທີ່ຈະໃຊ້ນໍ້າຈາກແມ່ນໍ້າແວ່ນ ເພື່ອອຸປະໂພກ-ບໍລິໂພກ ໃນຊີວິດປະຈຳວັນ. ເຖິງວ່າພາກສ່ວນກ່ຽວຂ້ອງ ຈະລົງແກ້ໄຂແລ້ວກໍ່ຕາມ. ພາຍຫຼັງທີ່ສານເຄມີ ຈາກໂຄງການຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ, ໄຫຼລົງສູ່ຫ້ວຍນໍ້າທ້ອງຖິ່ນ ໃນໄລຍະຕົ້ນປີຜ່ານມາ. ດັ່ງຊາວບ້ານໄດ້ຮັບຜົນກະທົບ ໂດຍກົງຢູ່ບ້ານເມືອງແວ່ນກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ຕຸລາ 2024 ວ່າ:
“ປະຊາຊົນກໍ່ຍັງກົວໆ ຢ້ານໆ ຢູ່ຫັ້ນແຫຼະ, ແມ່ນຍັງກັງວົນຢູ່ເຂົາຍ້າຍໄປຫ້ວຍໃໝ່ແລ້ວ, ແຕ່ວ່າໂອ້ຍຝົນຕົກມານີ້ແນວນີ້ແບບວ່າ ປະຊາຊົນເພິ່ນກໍ່ລະວັງຫັ້ນນ່າ. ດຽວນີ້ຂະເຈົ້າກໍ່ເຮັດນາໄດ້ຢູ່ລັດຖະບານເພິ່ນແກ້ໄຂແນວໃດບຸ. ຫວ່າງກ່ອນນີ້ມັນໃຊ້ບໍ່ໄດ້ນ່າປາມັນຕາຍເບິດຂາວສາງເໝີດແຫຼະ ຄົນມັນໃຊ້ເຮັດນາກໍ່ຍັງດ່າງໆ ຢູ່ລົງນໍ້າມັຍັງເປັນຕຸ່ມນ່າລົງໃສ່ນໍ້າເປັນແຊ່ເປັນຕຸ່ມເບິດ.”
ທີ່ຜ່ານມາທາງການ ແຂວງຫົວພັນ ໄດ້ອະນຸຍາດໃຫ້ບໍລິດຂອງນັກລົງທຶນຈີນ ເຂົ້າມາດຳເນີນການໂຄງການຂຸດຄົ້ນບໍ່ແຮ່ຢູ່ເມືອງຊໍາເໜືອ ຫຼາຍແຫ່ງໃນນີ້ກວມເອົາໂຄງການຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກພາກເໜືອ 2 ຈຳກັດນໍາດ້ວຍ. ເຊິ່ງໂຄງການເລົ່ານີ້ໄດ້ສ້າງຜົນກະທົບເລື່ອງນໍ້າແລະໜ້າດິນຕໍ່ຄົນໃນພື້ນທີ່. ດັ່ງເຈົ້າໜ້າທີ່ທ້ອງຖິ່ນຢູ່ເມືອງຊໍາເໜືອກ່າວວ່າ:
“ສົ່ງຜົນກະທົບວົງກ້ວາງ ສ່ວນຫຼາຍກໍ່ຊິເປັນເລື່ອງນໍ້າຜົນກະທົບຮອງລົງໄປ ກໍ່ເປັນເລື່ອງການເປີດໜ້າດິນຄືບໍ່ແຮ່ຄຳບໍ່ແຮ່ຖ່ານຫີນຫັ້ນນ່າ ເປັນການເປີດໜ້າດິນກໍກໍເປັນຂຸມ ເປັນຫຼຸມ . ບາງໂຄງການຂະເຈົ້າຈະໃຊ້ເຕັກນິກໃນການເຈາະຫັ້ນນ່າ, ຝົນຕົກແມ່ນຫຍັງຫຼາຍຫັ້ນນ່າດິນມັນກໍ່ມີການຊຸດເຈື່ອນ, ທີ່ຂະເຈົ້າເຮັດບໍ່ແຮ່ສົ່ງຜົນກະທົບຕໍ່ນາ ເຂົ້າຫັ້ນແຫຼະເຂົ້າບໍ່ຈະເລີນເຕີບໂຕ.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າທັງລະດັບທ້ອງຖິ່ນ ແລະສູນກາງຈະເລັ່ງແກ້ໄຂບັນຫາ ສານເຄມີໄຫຼລົງສູ່ແມ່ນໍ້າ, ແຕ່ຊາວບ້ານໃນພື້ນທີ່ຫາປາ ແລະໃຊ້ປະໂຫຍດຈາກແຫຼ່ງນໍ້າ ບາງຄົນຍັງມີອາການເຈັບທ້ອງຈາກການກິນປາແລະມີຕຸ່ມຂຶ້ນຈາກການອາບນໍ້າຈາກນໍ້າແວ່ນ, ແຕ່ບໍ່ສາມາດລະບຸໄດ້ວ່າອາການທີ່ເກີດຂຶ້ນເປັນຍ້ອນສານເຄມີຕົກຄ້າງຢູ່ໃນນໍ້າແວ່ນບໍ່, ຫຼືເປັນຍ້ອນບໍ່ທັນມີເຈົ້າໜ້າທີ່ກ່ຽວຂ້ອງມາລົງຕິດຕາມຄວາມຄືບໜ້າເທື່ອ.
ກ່ຽວກັບເລື່ອງນີ້, ທາງພາກສ່ວນທີ່ກ່ຽວຂ້ອງຍັງບໍ່ທັນເກັບຕົວຢ່າງນໍ້າ ຈາກແມ່ນໍ້າແວ່ນທີ່ມີສານເຄມີປົນເປື້ອນນີ້ເພີ່ມຕື່ມ, ຍ້ອນຢູ່ໃນໄລຍະລະດູຝົນ ແລະກໍ່ມີນໍ້າຫຼາກ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນເຮັດວຽກດ້ານສິ່ງແວດລ້ອມ ເມືອງຊໍາເໜືອກ່າວວ່າ:
“ກໍາລັງກວດກາຕື່ມຢູ່ປະເມີນຕື່ມ ຢູ່ແຕ່ວ່າຊ່ວງນີ້ມັນຊ່ວງຝົນເນາະຂະເຈົ້າ ກໍ່ບໍ່ສາມາດລົງໄດ້, ຄັ້ງຫຼ້າສຸດລະແມ່ນວ່າພົ້ນຕິດປອດໄພແລ້ວ, ເຮັດໄຮ່ເຮັດນາປົກກະຕິແລ້ວ. ເລື່ອງການບໍລິໂພກຂະເຈົ້າກໍ່ບໍ່ໄດ້ບໍລິໂພກເນາະແຕ່ດົນແລ້ວຂະເຈົ້າ ບໍລິໂພກນໍ້າຫ້ວຍນໍ້າຫ້ວຍອື່ນນໍ້າໂຕນີ້ ມີແຕ່ສະເພາະໃຊ້ເຂົ້າໃນການທຳການຜະລິດເນາະ.”
ສຳລັບບັນຫາດ້ານສິ່ງແວດລ້ອມ ທີ່ມັກເກີດຂຶ້ນຈາກໂຄງການຂຸດຄົ້ນບໍ່ແຮ່ ຢູ່ເມືອງຊໍາເໜືອ ແຂວງຫົວພັນ, ສ່ວນຫຼາຍແມ່ນກ່ຽວຂ້ອງ ກັບລະບົບການຈັດການນໍ້າເສັຍ, ຮອງລົງມາແມ່ນກ່ຽວກັບການນໍາໃຊ້ເຕັກນິກໃນການຂຸດເຈາະ. ດັ່ງພະນັກງານບໍລິສັດເຮັດວຽກກ່ຽວກັບ ການຈັດທຳຜົນກະທົບດ້ານສິ່ງແວດລ້ອມ ຈາກການຂຸດຄົ້ນບໍ່ແຮ່ໃຫ້ນັກລົງທຶນຊາວຈີນ ຢູ່ເມືອງຊໍາເໜືອກ່າວວ່າ:
“ທີ່ເຮົາເຮັດໃຫ້ຈະເປັນຄົນຈີນເຈົ້າ, ອ່າສ່ວນຫຼາຍມັນກ່ຽວກັບນໍ້າເພາະເຮົາມີອ່າງຫາງແຮເນາະ, ການລ້າງແຮ່ການຂຸດຄົ້ນອິຫຍັງ ສ່ວນຫຼາຍມັນກ່ຽວກັບນໍ້າ, ລະບົບນໍ້າອັນເຮາບໍາບັດໄດ້ດີກໍ່ອາດຈະບໍ່ມີບັນຫາຫຼາຍ, ມັນຂຶ້ນກັບເຕັກນິກອັນນັ້ນ ເຈົ້າຂອງໂຄງການຖ້າວ່າເຂົາມີເຕັກນິກທີ່ວ່າດີເນາະ, ເຕັກນິກໂຕນີ້ຈະບໍ່ໄດ້ເປີດໜ້າດິນຈະບໍ່ໄດ້ຂຸດຄົ້ນຈະຄ້າຍໆ ຄືກັບວ່າມີືທໍ່ເຈາະເອົາທາງໃນເຈົ້າ.”
ຜົນກະທົບທີ່ເກີດຂຶ້ນໃນມື້ວັນທີ 22 ເດືອນກຸມພາ ປີ 2024 ທີ່ຜ່ານມານັ້ນ, ແມ່ນເກີດຈາກອ່າງເກັບນໍ້າຂອງໂຄງການຂຸດຄົ້ນແຮ່ຫາຍາກດັ່ງກ່າວ, ຢູ່ເຂດຫ້ວຍຕະບຸ້ນແຕກ ຮົ່ວຊຶມ ເຮັດໃຫ້ນໍ້າເປື້ອນເປັນພິດໄຫຼລົງໃສ່ຫ້ວຍຕະບຸ້ນ, ແລ້ວໄຫຼລົງໃສ່ຫ້ວຍມັນ,ນໍ້າແວ່ນ ແລະນໍ້າຊໍາ. ເຮັດໃຫ້ປາຕາຍຫຼາຍຊາວບ້ານຈຶ່ງບໍ່ກ້າໃຊ້ນໍ້ານັ້ນ ໃນການດໍາລົງຊີວິດປະຈໍາວັນ.
ໂຄງການຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈໍາກັດ ໄດ້ມີພິທີເປີດໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຫາຍາກໃນເນື້ອທີ່ 5 ກິໂລຕາແມັດ ແລະໂຄງການສຳຫຼວດແຮ່ຫາຍາກໃນເນື້ອທີ່ 45 ກິໂລຕາແມັດເຂດບ້ານອຸໄທ, ເມືອງຫົວເມືອງ, ບ້ານສົບຊາຍ ແລະ ບ້ານທັບເຜີ້ງເມືອງຊໍາເໜືອ, ແຂວງຫົວພັນ. ໂດຍມີມູນຄ່າການລົງທຶນແມ່ນ 300 ລ້ານຢວນ.