ຂ.ໄຊຍະບູຣີ ເຕືອນ ເຂື່ອນ ປ່ອຍນໍ້າ

ມະນີຈັນ
2019.07.17
F-xayaburi ເຂື່ອນໄຊຍະບູຣີ ທາງດ້ານປະຕູນໍ້າ
Screen captured File photo : The Xayaburi in early 2017

ຄນະກັມມະການຊີ້ນຳຮ່ວມ ໂຄງການເຂື່ອນໄຟຟ້ານ້ຳຂອງໄຊຍະບຸຣີ ປະກາດເຕືອນປະຊາຊົນ ທັງຢູ່ໜ້າເຂື່ອນ ແລະ ໃຕ້ເຂື່ອນລົງມາວ່າ ເຂື່ອນໄຊຍະບຸຣີ ຈະປ່ອຍນ້ຳ ໃນເວລາ 12 ໂມງຕອນທ່ຽງ ຂອງວັນທີ 17 ກໍຣະກະດາ 2019 ເປັນເວລາສາມມື້ ຕິດຕໍ່ກັນ ຊຶ່ງການປ່ອຍ ນ້ຳເທື່ອນີ້ ຈະເຮັດໃຫ້ຣະດັບນ້ຳຂອງ ຢູ່ໜ້າເຂື່ອນຫລຸດລົງ ປະມານ 75 ເຊັນຕໍ່ມື້ ແລະໃນຂນະດຽວກັນ ກໍຈະເຮັດໃຫ້ຣະດັບນ້ຳຂອງ ຢູ່ ທາງລຸ່ມສູງຂຶ້ນ ໃນຣະດັບດຽວກັນ; ສະນັ້ນ ຈຶ່ງໃຫ້ປະຊາຊົນຣະມັດຣະວັງ ຕໍ່ການຂຶ້ນລົງຂອງ ຣະດັບນ້ຳດັ່ງກ່າວ.

ເມື່ອທ້າຍເດືອນມິຖຸນາ ທີ່ຜ່ານມາ ເຂື່ອນໄຊຍະບຸຣີ ໄດ້ປິດປະຕູເຂື່ອນ ເພື່ອເກັບນ້ຳຢູ່ໜ້າເຂື່ອນ ໃຫ້ມີຫລາຍຂຶ້ນ ແລະເພື່ອທົດລອງຜລິດ ກະແສໄຟຟ້າ ຊຶ່ງການຕັນເຂື່ອນນັ້ນ ໄດ້ເຮັດໃຫ້ຣະດັບນ້ຳຂອງ ຢູ່ທາງພາກລຸ່ມຫລຸດລົງ ນ້ຳຂອງບົກແຫ້ງ ຜິດປົກກະຕິ ສົ່ງຜົນກະທົບຕໍ່ ການທຳມາຫາກິນ ຂອງປະຊາຊົນ.

ໃນເວລາເຂື່ອນຕັນນ້ຳ ປະຊາຊົນຢູ່ໃຕ້ເຂື່ອນໄຊຍະບຸຣີ ກໍຈົ່ມຕໍ່ວິທຍຸເອເຊັຽເສຣີ ວ່າ:

“ຢູ່ເຂດນີ້ ກໍມີແຕ່ 3-4 ບ້ານເຮົານີ້ແຫລະ ກະທົບນີ້ນະ ຕົ້ນໃຄກໍຕາຍນະຂອງປະຊາຊົນນີ້ແຫລະ ມັນແຫ້ງແລ້ງ ນ້ຳແຫ້ງ ເຂົາບໍ່ໄດ້ປ່ອຍນ້ຳ ແລ້ວນ້ຳມັນແຫ້ງ ຕາຍຜູ້ເລັກຜູ້ນ້ອຍໄປນະ ຫລາຍເຈົ້າເດ໋ ທີ່ເຮົາປູກໃກ້ນ້ຳຫລາຍ ເຈົ້າຂອງເຂົາຂາຍ ເຂົາບໍ່ປ່ອຍ ນ້ຳ.”

ເຊັ່ນດຽວກັນ ເຈົ້າຂອງເຮືອນຳທ່ຽວ ຮ້ານອາຫານເຮືອນແພ ແລະຊາວປະມົງກໍຈົ່ມວ່າ ເຮືອຂອງພວກຕົນຄ້າງໂຄກ ແລະຫາປາກໍບໍ່ໄດ້ຫຼາຍ ຄືເກົ່າ:

"ຍ້ອນເພິ່ນອັດເຂື່ອນ ຕິ ມັນຄ່ອຍຫລຸດລົງນະ ປະມານ 9 ແມັດ ຫລາຍໆ; ເພິ່ນວ່າເພິ່ນອັດເຂື່ອນ ເພິ່ນກໍໄດ້ລົງມາຫາຢູ່ ນາຍບ້ານກໍມາ ໂຮມກັນເພິ່ນລົງມາຫາແລ້ວ ຢູ່ທ່າເຮືອນ້ອຍບ້ານສຸກສະວ່າງນີ້ແຫລະ. ເຮືອໃຫຍ່ເພິ່ນກໍມາຊ່ວຍເອົາຣົດເຄຣນ ມາຍົກລົງ ໃຫ້ຕັ້ງແຕ່ເມື່ອ ກ່ອນແລ້ວເດ໋ ແຕ່ວ່າເຮືອແພຍັງຄ້າງຢູ່ ເພາະວ່າປັ່ນໄຟນະແລ້ວເພິ່ນກໍອັດເຂື່ອນ.”

ແຕ່ເຈົ້າໜ້າທີ່ດ້ານສິ່ງແວດລ້ອມຂອງບໍຣິສັດ ຊ. ການຊ່າງຂອງໄທ ຊຶ່ງເປັນຜູ້ສ້າງເຂື່ອນໄຊຍະບຸຣີ ຊີ້ແຈງຕໍ່ວິທຍຸເອເຊັຽເສຣີໃນວັນທີ່ 2 ກໍຣະກະດານີ້ວ່າ:

"ທ່ານກ່າວວ່າ “ຕອນນີ້ກໍທົດລອງໃຊ້ຢູ່ ມັນກໍບໍໄດ້ມີຜົນກະທົບຫຍັງນະ ທົດລອງປ່ັນໄຟ ກໍໃກ້ຈະສຳເຣັດແລ້ວ ກໍຍັງບໍໄດ້ມີປັນຫາຫຍັງ ເພາະວ່າມີຜແນກສິ່ງແວດລ້ອມ ຄອຍຈັດການຢູ່ ທັງຂອງພາກສ່ວນສາກົນ ແລະ ຂອງບໍຣິສັດ ຊ. ການຊ່າງເອງ ກໍບໍມີປັນຫາຫຍັງ ບໍມີຜົນກະທົບຫຍັງ ກໍມີການຜ່ານການສຶກສາສຳຣວດມາຕຖານ EIA ມາແລ້ວ.”

ກ່ຽວກັບການປ່ອຍນໍ້ານັ້ນ ທ່ານ ກິດພົດ ສະສົມຊັບ ຜູ້ປະສານງານໂຄງການ ເຂື່ອນ ໄຟຟ້ານໍ້າ ຂອງ ໄຊຍະບູຣີ ກໍໄດ້ກ່າວຕໍ່ໜັງສືພິມ ວຽງຈັນທາມສ ວ່າການທົດລອງດັ່ງກ່າວ ຈະບໍ່ມີ ຜົລກະທົບຫຍັງຕໍ່ ເຮືອນຊານ ບ້ານຊ່ອງ, ຮົ້ວສວນພືດຜັກ ແລະສັດລ້ຽງ ຂອງປະຊາຊົນ. ພຽງແຕ່ແຈ້ງໃຫ້ປະຊາຊົນ ຮັບຮູ້ວ່າຣະດັບນໍ້າເໜືອເຂື່ອນ ແລະໃຕ້ເຂື່ອນຈະມີການປ່ຽນແປງ ໜ້ອຍນຶ່ງ ເຊັ່ນໜ້າເຂື່ອນນໍ້າ ຈະຫລຸດລົງ ດັ່ງນັ້ນ ໃຫ້ພໍ່ແມ່ປະຊາຊົນ ບໍ່ຄວນຈະມາໃກ້ໜ້າເຂື່ອນ ແລະບໍ່ຕ້ອງມັດເຮືອໄວ້ແຄມຝັ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.