ໂຮງງານຢາງພາຣາຂອງຈີນ ຊາວບ້ານ ກັງວົນ

ໄຊຍາ
2021.07.16
ໂຮງງານຢາງພາຣາຂອງຈີນ ຊາວບ້ານ ກັງວົນ ພັນກ້າຕົ້ນຢາງພາຣາ ຂອງປະຊາຊົນ ຢູ່ ເມືອງຮ່ອນ ແຂວງໄຊຍະບູຣີ
ນັກຂ່າວພົລເມືອງ

ເມື່ອເດືອນມິນາທີ່ຜ່ານມາ ທາງການແຂວງໄຊຍະບູຣີ ໄດ້ອະນຸມັດໃຫ້ນັກລົງທຶນຈີນ ຕັ້ງໂຮງງານແປຮູບຢາງພາຣາຢູ່ຫ່າງຈາກເຂດ ບ້ານຄິ່ງ ເມືອງຊຽງຮ່ອນ ປະມານສອງກິໂລແມັດ ເຮັດໃຫ້ຊາວບ້ານຈຳນວນນຶ່ງ ເກີດຄວາມກັງວົນວ່າ ໂຮງງານແປຮູບຢາງພາຣາ ຂອງນັກລົງທຶນຈີນ ຈະສ້າງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຈຶ່ງບໍ່ຕ້ອງການໃຫ້ໂຮງງານ ໃກ້ກັບເຂດບ້ານຈົນເກີນໄປ. ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຊຽງຮ່ອນ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ກໍຣະກະດາ ວ່າ.

"ໂອ,ແນ່ນອນແລ້ວໂຕນັ້ນກິ່ນເໝັນຂິວ ປະຊາຊົນເຂົາກະບໍ່ຢາກໃຫ້ນັ້ນແຫຼະ ສ້າງໂຮງງານກະຍັງແຫຼະ ທາງເມືອງເພິ່ນໃຫ້ແລ້ວເນາະ ແນວໃດກໍຈະມາເຮັດໂຮງງານ ຢາງພາຣາ ແປຮູບຫັ້ນ."

ຊາວບ້ານຜູ້ນີ້ກ່າວຕື່ມວ່າ ຊາວບ້ານສ່ວນຫຼາຍກໍມີອາຊີບ ປູກຢາງພາຣາ ຂາຍໃຫ້ກັບນັກລົງທຶນຈີນຜູ້ນີ້ ແລະບໍ່ໄດ້ມີຄວາມຂັດແຍ່ງ ໃດໆພຽງແຕ່ຊາວບ້ານ ໃນເຂດບ້ານຄິ່ງ ຢາກໃຫ້ຫຍັບໂຮງງານແປຮູບ ຢາງພາຣາອອກຈາກເຂດບ້ານ ອອກໄປປະມານ 5-10 ກິໂລແມັດ ຍ້ອນ ກັງວົນເຣື່ອງກິ່ນເໝັນ ແຕ່ອຳນາດການປົກຄອງ ເມືອງຊຽງຮ່ອນ ກໍຍັງອະນຸຍາດໃຫ້ສ້າງໂຮງງານ ໃກ້ກັບເຂດ ບ້ານຄິ່ງຄືເກົ່າ.

ຊາວບ້ານອີກຜູ້ນຶ່ງໃນເມືອງຊຽງຮ່ອນ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ບໍ່ເຫັນທາງການເມືອງແລະແຂວງ ໄຊຍະບູຣີ ລົງມາສອບຖາມຄວາມຄິດຄວາມເຫັນ ຈາກຊາວບ້ານວ່າຈະມີ ສ້າງໂຮງງານແປຮູບຢາງພາຣາ ແຕ່ໂດຍສ່ວນໂຕ ກໍມີ ຄວາມກັງວົນ ເຣື່ອງກິ່ນເໝັນຂິວ ແລະ ການປ່ອຍນໍ້າເສັຽລົງຫ້ວຍ, ຫາກໂຮງງານສ້າງບໍ່ໄດ້ ມາຕຖານ ບໍາບັດນໍ້າເສັຽບໍ່ດີ ບໍ່ມີການ ຕິດຕາມກວດກາ ທີ່ເຂັ້ມງວດຈາກພາກສ່ວນ ທີ່ກ່ຽວຂ້ອງກໍ່ອາດຈະສົ່ງຜົລກະທົບໃຫ້ຊາວບ້ານ.

ກະຫາກຢ້ານຢູ່ເນາະ ແຕ່ວ່າເຮົາກະເຮັດຫຍັງບໍ່ໄດ້ ເພາະວ່າທາງການ ແຂວງອະນຸມັດໃຫ້ໝົດແລ້ວ ກັງວົນຢູ່ເພາະວ່າ ອັນອະນາຄົດ ລູກຫຼານຮຸ່ນຫຼັງກະຊິມີຜົລກະທົບ ໄປຮຸ່ນຫຼັງພຸ້ນ ຊ້ວງຕົ້ນໆຊິບໍ່ເປັນຫຍັງເທື່ອ.

ໃນຂນະທີ່ເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູຣີ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວ ກັນວ່າຕາມແຜນເດີມ ນັກລົງທຶນຈີນຈະສ້າງ ໂຮງງານຢາງພາຣາຕິດກັບເຂດບ້ານຄິ່ງ ແຕ່ທາງການລາວ ກໍເຫັນວ່າບໍ່ເໝາະສົມ ປານໃດເນື່ອງຈາກ ຈະສົ່ງຜົລກະທົບ ຕໍ່ຊາວບ້ານຈຶ່ງໃຫ້ຫຍັບຍ້າຍ ອອກໄປສ້າງຢູ່ນອກເຂດບ້ານ ປະມານສອງກິໂລແມັດ.

ສ່ວນເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມນັ້ນມາເຖິງປັດຈຸບັນ ບໍ່ມີຊາວບ້ານຖືກໂຍກຍ້າຍ ແລະໄດ້ຮັບຜົລກະທົບແຕ່ ຢ່າງໃດແຕ່ໜ່ວຍງານ ສີ່ງແວດລ້ອມກໍໄດ້ເນັ້ນຢໍ້າ ກັບນັກລົງທຶນຈີນ ຕ້ອງສ້າງໂຮງງານໃຫ້ໄດ້ມາຕຖານ ແລະ ບໍ່ສ້າງຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ສັງຄົມຢ່າງເດັດຂາດ.

"ແຕ່ກ່ອນລະແມ່ນ ໂຮງງານຈະຕັ້ງຢູ່ຕໍ່ກັບບ້ານຄິ່ງຫັ້ນ ແລະປັດຈຸບັນນີ້ ຍ້າຍໄປພຸ້ນແລ້ວ ຄັນວ່າເສດມັນລົງນໍ້ານີ້ກະໄດ້ຄົ້ນຄວ້າ ກັນແດ່ນ້ອຍນຶ່ງສເນີຢູ່ແລ້ວເວົ້າເຣື່ອງ ຜົລກະທົບຫັ້ນ ກະເນັ້ນຄັນວ່າໃຫ້ມັນໄດ້ ມາຕຖານຫັ້ນແຫຼະ."

ເຈົ້າໜ້າທີ່ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ, ນັກລົງທຶນຈີນກຸ່ມນີ້ແມ່ນເຂົ້າມາ ສົ່ງເສີມປູກຢາງພາຣາ ແລະຮັບຊື້ຢາງພາຣາ ຈາກປະຊາຊົນເມືອງຊຽງຮ່ອນແຕ່ປີ 2015 ແລ້ວ ແຕ່ບໍ່ໄດ້ສ້າງໂຮງງານ. ທີຜ່ານມາ ນັກລົງທຶນຕ້ອງຂົນສົ່ງຢາງພາຣາໄປຂາຍໃຫ້ກັບໂຮງງານຢາງພາຣາ ຂອງຄົນຈີນ ໃນແຂວງອຸດົມໄຊ ອີກທັງພາຍໃນເມືອງຊຽງຮ່ອນ ກໍບໍ່ມີໂຮງງານແປຮູບຢາງພາຣາ. ແຕ່ປັດຈຸບັນ ນັກລົງທຶນຈີນ ກຸ່ມນີ້ຈະຮັບ ຊື້ຢາງພາຣາ ແລະ ແປຮູບຢາງພາຣານໍາ ເຂົາກໍເລີຍ ຕ້ອງສ້າງໂຮງງານ ເປັນຂອງຕົນເອງ.

"ແມ່ນ 30 ປີ ເພາະວ່າຂະເຈົ້າເຊັນຕັ້ງແຕ່ ປີ 2015 ໂຕບ່ອນສ້າງ ທີ່ຂະເຈົ້າຊິເຮັດໂຮງງານຫັ້ນນ່າເນາະ ຂະເຈົ້າລະມີແຕ່ໄປເຮັດ ບ່ອນພັກຊື່ໆເນາະ ລະມາຮອດປັດຈຸບັນນີ້ໂຮງງານ ມັນລະບໍ່ທັນເກີດ ແຕ່ວ່າຂະເຈົ້າສົ່ງເສີມຢູ່ ຂະເຈົ້າກະເກັບຊື້ຢາງພາຣາ ຄືເກົ່າ ຫັ້ນແຫຼະ ແລ້ວກະປູກພ້ອມ."

ໂຮງງານແປຮູບຢາງພາຣາ ແມ່ນຂອງບໍຣິສັດ ເຊນດາລີ ປະເທດຈີນ ເຂົ້າມາລົງທຶນປູກຢາງພາຣາ ແລະຮັບຊື້ຢາງພາຣາ ແຕ່ປີ 2015 ແຕ່ຫຼ້າສຸດໄດ້ຮັບສັມປະທານດິນຣັຖ ເປັນໄລຍະ 30 ປີ ຈາກທາງການແຂວງໄຊຍະບູຣີ ໃນເນື້ອທີ 7,8 ເຮັກຕ້າເພື່ອສ້າງ ໂຮງງານແປຮູບຢາງພາຣາ.

ປັດຈຸບັນຢູ່ຣະຫວ່າງການກໍ່ສ້າງໂຮງງານຄາດວ່າ ຈະສ້າງສຳເຣັດພາຍໃນປີ 2021ນີ້. ໃນວັນທີ 10 ມີນາ 2021 ຜ່ານມາ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູຣີ ກໍໄດ້ຮຽກຮ້ອງໃຫ້ນັກລົງທຶນຈີນ ທີ່ຈະມາລົງທຶນສ້າງໂຮງງານ ແປຮູບຢາງພາຣາ ຕ້ອງສ້າງໂຮງງານໃຫ້ໄດ້ ມາຕຖານຮັບປະກັນ ຄວາມປອດພັຍຮອບດ້ານ ບໍ່ໃຫ້ແຕະຕ້ອງ ແລະສ້າງຜົລເສັຽຫາຍຕ່າງໆ ໃຫ້ແກ່ ປະຊາຊົນ ແລະ ສິ່ງແວດລ້ອມ ເປັນຕົ້ນແມ່ນກິ່ນເໝັນຂິວ, ພາຍໃນໂຮງງານຕ້ອງມີອ່າງບໍາບັດນໍ້າເສັຽໃຫ້ສະອາດ ກ່ອນຈະປ່ອຍ ລົງສູ່ລຳນໍ້າຕ່າງໆ ສົ່ງເສີມໃຫ້ປະຊາຊົນປູກຢາງພາຣາ ເພີ່ມຂຶ້ນ ແລະ ເກັບຊື້ຜົລຜລິດນຳປະຊາຊົນ ໃນຣາຄາທີ່ເໝາະສົມ ບໍ່ໃຫ້ເອົາ ປຽບປະຊາຊົນ.

ປັດຈຸບັນ ທົ່ວເມືອງຊຽງຮ່ອນ ແຂວງໄຊຍະບູຣີ ມີເນື້ອທີ່ປູກຢາງພາຣາປະມານ 5,000 ເຮັກຕ້າ, ໃນນັ້ນສາມາດປາດເອົານໍ້າຢາງ ໄດ້ແລ້ວ 3,600 ເຮັກຕ້າ ແລະ ເນື້ອທີ່ປູກໃໝ່ ໃນປີ້ 2020-2021 ນີ້ປະມານ 220 ເຮັກຕ້າ.

ສຳລັບປະເທດລາວ ມີການປູກຢາງພາຣາ ຄວບຄຸມເນື້ອທີ່ປະມານ 275,000 ເຮັກຕ້າ ຫຼື ຄິດເປັນ 56% ຂອງພື້ນທີ່ປ່າຜລິດ ທັງໝົດ. ໃນນີ້ ເປັນເນື້ອທີ່ສັມປະທານ ຈາກ ຣັຖບານລາວ ປະມານ 210,700 ເຮັກຕ້າ ໂດຍເຮັດເປັນສັນຍາ ຣະຫວ່າງ ຊາວກະສິກອນ ກັບບໍຣິສັດຕ່າງໆ ແລະ ຢູ່ພາຍໃຕ້ການສັມປະທານ ຈາກຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.