ເຂື່ອນເຊຂະໝານຂາດນໍ້າ

ສິດນີ້
2016.08.15
F-Xekaman1 ບໍຣິສັດ ຊົ້ງດ້າ ຂອງ ວຽດນາມ ເປັນຜູ້ຖືຮຸ້ນ ຣາຍໃຫຽ່ ຂອງໂຄງການ ສ້າງເຂື່ອນ ເຊຂະໝານນຶ່ງ
Courtesy of International River

ເຂື່ອນໄຟຟ້າ ເຊຂະໝານນຶ່ງ ທີ່ ສ້າງໃສ່ ນ້ຳເຊກອງ ໃນເມືອງ ສານໄຊ ແຂວງ ອັດຕະປື ຕ້ອງໄດ້ເລື່ອນ ເວລາເປີດໃຊ້ ຈາກ ກຳນົດເດີມ ໃນເດືອນ ມິນາ ປີ 2016 ໂດຍບໍ່ມີ ກຳນົດ ຍ້ອນ ຝົນບໍ່ຕົກ ຕາມ ຣະດູການ ເຮັດໃຫ້ນ້່ຳ ໃນລໍານ້ຳ ເຊກອງ ບົກແຫ້ງ ບໍ່ສາມາດ ກັກນ້ຳ ໄວ້ໄດ້ພຽງພໍ ໃນການ ປັ່ນໄຟຟ້າ. ດັ່ງ ເຈົ້າຫນ້າທີ່ ໂຄງການ ເຂື່ອນໄຟຟ້າ ເຊກອງ1 ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 12 ສິງຫາ ນີ້ວ່າ:

"ສາຍສົ່ງນີ້ ເຮັດແລ້ວ ຫມົດແລ້ວ ເຂົາຢາກ ເປີດທົດລອງ ແລ້ວ ຈາກ ເລກນຶ່ງ ນີ້ເປີດ ເດືອນສາມ 2016 ຕາມແຜນ ແຕ່ວ່າ ບໍ່ໄດ້ຕາມ ແຜນ ຄັນວ່າ ແຕ່ວ່າ ນ້ຳບໍ່ພໍເດ ຝົນຫນ້ອຍຫຼາຍ ບ້ານເຮົາ ຝົນບໍ່ຫຼາຍ ເຂົາ ຊິທົດລອງ ກໍບໍ່ກ້າ ທົດລອງ ເດນີ້ ເພາະ ນ້ຳບໍ່ພໍ ໄດ້ແຕ່ ກຽມພ້ອມ ຕົກຫຼາຍແລ້ວ ຈະລອງ ການທົດລອງ ເຄື່ອງຈັກ ແລ້ວກໍ ຈະເປີດຢ່າງ ເປັນທາງການ ນະ".

ທ່ານກ່າວຕື່ມວ່າ ບັນຫານີ້ ບໍ່ສາມາດ ແກ້ໄຂໄດ້ ໃນດ້ານເຕັກນິກ ຕ້ອງໄດ້ລໍຖ້າ ນ້ຳຝົນ ຕາມ ທັມມະຊາດ ເທົ່ານັ້ນ, ຊຶ່ງ ການຕັດໄມ້ ແລະ ການຂຸດຄົ້ນ ແຮ່ທາດ ໃນ ແຂວງເຊກອງ ສົ່ງ ຜົລກະທົບ ຕໍ່ ຄວາມແຫ້ງແລ້ງ ຂອງ ລຳນ້ຳ ຫຼາຍສາຍ ໃນແຂວງ.

"ແກ້ໄຂ ກໍແກ້ໄຂ ທັມມະຊາດ ຮອດຝົນຕົກ ລໍຖ້າຝົນ ຈະມາ ຫຼາຍທີ່ສຸດ ດຽວນີ້ ທັມມະຊາດ ປ່ຽນແປງ ຫຼາຍແລ້ວ ຂາດຫຼາຍ ນ້ຳນີ້ ຂາດຝົນ ກໍບໍ່ຕົກ ຝົນນີ້ ຈາກແຫ້ງແລ້ງ ຕັດໄມ້ ທຳລາຍປ່າ ຂຸດຄົ້ນ ແຮ່ທາດ ອີ່ຫຍັງຕ່າງໆ ທັມມະຊາດ ກໍປ່ຽນໄປ ນຳ".

ທ່ານວ່າ ຕາມລຳນ້ຳ ເຊກອງ ມີເຂື່ອນ ສາມເຂື່ອນ ດັ່ງ ເຂື່ອນ ເຊຂະໝານ 3 ທີ່ ເມືອງເຊກອງ ເຂື່ອນ ເຊຂະໝານ-ສານໄຊ ແລະ ເຂື່ອນ ເຊຂະໝານ 1 ທີ່ ແຂວງ ອັດຕະປື ຊື່ງ ກຳລັງ ກໍ່ສ້າງ. ເຂື່ອນ ທັງສາມ ເຂື່ອນນີ້ ຢູ່ ໃນໂຄງການ ສາຍສົ່ງ ໄຟຟ້າ ພາກໃຕ້ ລາວ-ວຽດນາມ ລົງທຶນຮ່ວມ ຣະຫວ່າງ ບໍຣິສັດ VLP ຂອງ ວຽດນາມ 85% ຣັດວິສາຫະກິຈ ໄຟຟ້າລາວ 15%.

ກະແສໄຟຟ້າ ຈາກ ເຂື່ອນດັ່ງກ່າວ ຈະໃຊ້ ໃນລາວ 20% ສ່ວນເຫລືອ 80% ຈະສົ່ງໄປ ວຽດນາມ. ອີງຕາມ ຣາຍງານ ຂອງອົງການ ແມ່ນ້ຳ ສາກົນ ຫລື International River ໂຄງການ ສາຍສົ່ງ ໄຟຟ້າ ລາວ-ວຽດນາມ ເປັນ ໂຄງການໃຫຍ່ ໃນຄວາມຍາວ ປະມານ 150 ກິໂລແມັດ ຈະໃຊ້ສົ່ງ ໄຟຟ້າ ຈາກ 8 ແຫ່ງ ໃນເຂດ ພາກໃຕ້ ຂອງລາວ ເປັນແຜນການ ພັທນາພື້ນທີ່ ລຸ່ມ ນ້ຳເຊກອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.